Hesperian Health Guides
ເປັນຫຍັງຜູ້ຄົນສ່ວນຫຼາຍຈື່ງເປັນພະຍາດເບົາຫວານ?
ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ພະຍາດເບົາຫວານ > ເປັນຫຍັງຜູ້ຄົນສ່ວນຫຼາຍຈື່ງເປັນພະຍາດເບົາຫວານ?
ຂ້ອຍກັບມາຮອດບ້ານຊ້າຕະຫຼອດ ສະນັ້ນ ຊື້ອາຫານສຳລັດຮູບມາກິນ ແມ່ນສະບາຍກ່ວາ
|
ກິນແບບນີ້ຂ້ອຍກໍອີ່ມແລ້ວ ພ້ອມກັບລາຄາບໍ່ແພງອີກ ສະນັ້ນ ເຮົາສາມາດກິນຢູ່ນີ້ໄດ້ທຸກມື້
|
ອາຊີບທີ່ຄົນເຮັດສ່ວນຫຼາຍ ແລະ ການໃຊ້ຊີວິດຢູ່ໃນເມືອງໂດຍທົ່ວໄປແລ້ວພວກເຂົາເຈົ້າບໍ່ໄດ້ຍ່າງຫຼາຍ. ພວກເຂົາອາດນັ່ງເຮັດວຽກໝົດມື້ອີກ ຫຼືກິນອາຫານຜ່ານຂະບວນການຜະລິດ ແລະ ອາຫານຈາກໂຮງງານ. |
ສະຖານທີ່ແຫ່ງໃໝ່, ບັນຫາໃໝ່
10 ປີຜ່ານມາ ອາມິວຄາ ແລະ ເຊເຣນາ ອອກຈາກບ້ານເພື່ອໄປຊອກວຽກຢູ່ໃນເມືອງ.
ໃນຂະນະນັ້ນການດຳລົງຊີວິດກໍສະບາຍຂື້ນ. ແທນທີ່ ເຊເຣນາ ຈະຂຸດດີນ ແລະ ເຮັດວຽກຢູ່ໃນຟາມໝົດມື້ຄືເມື່ອກ່ອນ, ດຽວນີ້ລາວເຮັດວຽກຢູ່ໂຮງງານແຫ່ງໜຶ່ງ. ລາວນັ່ງຫຍິບເຄື່ອງໝົດມື້. ສ່ວນ ອາມິວຄາ ແມ່ນເຮັດວຽກກວດພື້ນຢູ່ທີ່ສະຖານີລົດໄຟ.
ຕອນຢູ່ບ້ານພວກເຂົາຍ່າງໄປທຸກບ່ອນ ແຕ່ຢູ່ໃນເມືອງການຍ່າງແມ່ນອັນຕະລາຍ. ດັ່ງນັ້ນ ພວກເຂົາຈື່ງຂີ່ລົດເມ. ອາມິວຄາ ເຄີຍຫຼີ້ນກິລາເຕະບານທຸກໆຕອນແລງ ແຕ່ດຽວນີ້ລາວມັກຈະເຂົ້າບາ ແລະ ກໍເບິ່ງກິລາທາງໂທລະພາບເພື່ອຜ່ອນຄາຍ.
ອາຫານທີ່ພວກເຂົາກິນກໍມີການປ່ຽນແປງເຊັ່ນດຽວກັນ. ແທນທີ່ຈະກິນອາຫານທີ່ພວກເຂົາປູກ ຫຼືເກັບມາ ແຕ່ດຽວນີ້ພວກເຂົາຊື້ອາຫານສຳເລັດຮູບກິນ ແລະ ເຄື່ອງດື່ມທີ່ມີລົດຊາດຫວານຈາກທ້ອງຖະໜົນ ຫຼືອາຫານກະປ໋ອງຈາກຮ້ານຄ້າ.
ອາຫານເຫຼົ່ານີ້ມີລົດຊາດດີ, ຫາກິນໄດ້ໄວ ແລະ ກໍສະດວກສະບາຍ.
ແຕ່ອາຫານທີ່ຜ່ານຂະບວນການປຸ່ງແຕ່ງເຫຼົ່ານີ້ແມ່ນມີສ່ວນປະກອບຂອງນຳ້ຕານຫຼາຍ ແລະ ເຕັມໄປດ້ວຍສານເຄມີ.
ເຊເຣນາ ແລະ ອາມິວຄາ ນຳ້ໜັກກຳລັງເພີ່ມຂື້ນ ແລະ ທ້ອງກໍໃຫ່ຍອອກ. ກ້າມຊີ້ນຂອງພວກເຂົາບໍ່ໄດ້ແຂງແຮງຄືຕອນທີ່ພວກເຂົາເຮັດວຽກຢູ່ຟາມ.
ເມື່ອພວກເຂົາໄດ້ກວດເລືອດຊອກຫາພະຍາດເບົາຫວານ, ທາດນຳ້ຕານໃນເລືອດຂອງ ອາມິວຄາ ແມ່ນສູງເລັກນ້ອຍ ສ່ວນ ເຊເຣນາ ນັ້ນເປັນພະຍາດເບົາຫວານແລ້ວ ພ້ອມກັບມີອາການເຈັບເສັ້ນປະສາດຂອງຕີນ.
ຜູ້ໃຫ້ບໍລິການດ້ານຂະພາບໄດ້ຊ່ວຍໃຫ້ ເຊເຣນາ ວາງແຜນເພື່ອຍ່າງແບບໄວອ້ອມໂຮງງານກັບເພື່ອນຮ່ວມງານທຸກໆມື້ໃນເວລາກິນເຂົ້າທ່ຽງ. ລາວໄດ້ແນະນຳໃຫ້ ອາມິວຄາ ດື່ມນຳ້ທີ່ຢູ່ບ່ອນເຮັດວຽກແທນທີ່ຈະໄປດື່ມ
ເຄື່ອງດື່ມທີ່ມີລົດຊາດຫວານ
ເມື່ອກັບມາບ້ານ ພວກເຂົາຈະປຸງແຕ່ງອາຫານກິນເອງໂດຍໃຊ້ຜັກສົດທີ່ພວກເຂົາຊື້ມາແຕ່ຕະຫຼາດ. ຫວັງຢ່າງຍິ່ງວ່າ ກ່ານປ່ຽນແປງພຶດຕິກຳເຫຼົ່ານີ້ຈະຊ່ວຍເຮັດໃຫ້ພວກເຂົາຄຸມພະຍາດເບົາຫວານໄດ້.