Hesperian Health Guides

ການປະຕິປັດຂອງຊຸມຊົນຕໍ່ພະຍາດເບົາຫວານ

ຢູ່ໃນພາກນີ້:

ໃນເມື່ອຄົນເປັນພະຍາດເບົາຫວານແລ້ວພ້ອມທັງສາມາດປ່ຽນແປງພຶດຕິກຳເພື່ອເຮັດໃຫ້ສຸຂະພາບດີຂື້ນ, ການປ່ຽນແປງເຫຼົ່ານີ້ສາມາດປ້ອງກັນຄົນອື່ນບໍ່ໃຫ້ເປັນພະຍາດເບົາຫວານເຊິ່ງສາມາດເຮັດໄດ້ພຽງແຕ່ຢູ່ຂັ້ນຊຸມຊົນ. ຕົວຢ່າງ: ຄົນຜູ້ໜຶ່ງສາມາດເລືອກຊະນິດຂອງອາຫານທີ່ຈະກິນ ແຕ່ຕົວເລືອກຂອງລາວມີຂີດຈຳກັດໂດຍທີ່ຊະນິດຂອງອາຫານທີ່ມີຢູ່ ແລະ ຫາໄດ້ໃນຊຸມຊົນ. ຄົນຜູ້ໜຶ່ງສາມາດອອກກຳລັງກາຍເພີ່ມ ແຕ່ລາວບໍ່ສາມາດເລືອກໄດ້ວ່າບໍລິເວນໃກ້ບ້ານລາວນັ້ນມີຄວາມປອດໄພແລ້ວບໍ. ມັນເປັນເລື່ອງທີ່ດີທີ່ສຸດທີ່ຈະໃຫ້ຄອບຄົວ ແລະ ຊຸມຊົນປ່ຽນແປງເງື່ອນໄຂຕ່າງໆນັ້ນນຳກັນອັນເປັນສາເຫດຂອງພະຍາດເບົາຫວານ ຫຼື ເຮັດໃຫ້ພະຍາດເບົາຫວານຮ້າຍແຮງຂື້ນ.

ປົກປ້ອງເດັກນ້ອຍ ແລະ ເດັກໃຫ່ຍ

ເພື່ອປ້ອງກັນພະຍາດເບົາຫວານແມ່ນໃຫ້ແມ່ ແລະ ລູກໄດ້ກິນອາຫານທີ່ດີ. ໃຫ້ອາຫານທີ່ມີສານອາຫານຄົບຖ້ວນແກ່ເດັກຊາຍ ແລະ ຍິງ. ເດັກທີ່ຂາດສານອາຫານບໍ່ວ່າຈະຕອນຢູ່ໃນທ້ອງແມ່ ຫຼືໃນໄວເດັກແມ່ນມີໂອກາດທີ່ຈະເປັນພະຍາດເບົາຫວານໃນໄລຍະຕໍ່ມາ. ຫຼີກລ້ຽງບໍ່ໃຫ້ເດັກກິນນຳ້ຕານ, ເຂົາໜົມຫວານ ຫຼືຂອງກິນຫຼີ້ນອື່ນໆທີ່ບໍ່ມີປະໂຫຍດ.

ປັບປຸງເຮັດໃຫ້ເຂົ້າເຖິງອາຫານທີ່ດີຕໍ່ສຸຂະພາບ

two woman cooking.
a woman gardening.

ເພື່ອເພີ່ມຄວາມຫຼາກຫຼາຍ, ປະລິມານ ແລະ ການເຂົ້າເຖິງອາຫານທີ່ດີຕໍ່ສຸຂະພາບໃນຊຸມຊົນຂອງທ່ານ:

  • ຈັດຫ້ອງຮຽນປຸງແຕ່ງອາຫານເພື່ອສອນກ່ຽວກັບການກິນອາຫານທີ່ດີຕໍ່ສຸຂະພາບ. ເມື່ອຄົນເຫັນວ່າອາຫານທີ່ດີຕໍ່ສຸຂະພາບມີລົດຊາດດີ ແລະ ຮຽນວີທີປຸງແຕ່ງ ພວກເຂົາກໍຈະຢາກກິນ.
  • ເອົາອາຫານທີ່ດີຕໍ່ສຸຂະພາບເຂົ້າໃນປະເພນີວັດທະນະທຳຂອງທ່ານ. ເມື່ອອາຫານຕາມປະເພນີບໍ່ດີຕໍ່ສຸຂະພາບມັນຈະເປັນການດີທີ່ສຸດທີ່ຈະຈຳກັດຈຳນວນຂອງອາຫານພວກນັ້ນ. ໃຫ້ເລືອກເອົາອາຫານທີ່ດີຕໍ່ສຸຂະພາບ ແລະ ຖາມບັນດາຜູ້ເຖົ້າຜູ້ແກ່ໃນຊຸມຊົນຂອງທ່ານເພືອໃຫ້ພວກເຂົາແບ່ງປັນຕຳລາວິທີການປຸງແຕ່ງ.
  • ນຳໃຊ້ໂຮງຮຽນເພື່ອໃຫ້ເດັກປູກພືດ, ປຸງແຕ່ງອາຫານ ແລະ ກິນອາຫານທີ່ດີຕໍ່ສຸຂະພາບ. ອາຫານວ່າງທີ່ໂຮງຮຽນສາມາດເຮັດໄດ້ຈາກຈຳພວກເມັດພືດຕາມພື້ນບ້ານ, ໝາກໄມ້ ແລະ ຜັກ. ຢຸດການຂາຍອາຫານກິນຫຼິ້ນທີ່ບໍ່ມີປະໂຫຍດ ແລະ ເຄື່ອງດື່ມທີ່ມີລົດຊາດຫວານໃຫ້ແກ່ເດັກ ຫຼື ບໍ່ໃຫ້ຂາຍຢູ່ໃກ້ໂຮງຮຽນ.
  • ສ້າງເຮືອນຄົວຂອງຊຸມຊົນໃຫ້ກັບຜູ້ຄົນທີ່ບໍ່ມີສະຖານທີ່ປຸງແຕ່ງອາຫານ. ກຸ່ມອາຫານທີ່ດີຕໍ່ສຸຂະພາບທີ່ມີລາຄາຖືກກໍແມ່ນວິທີທາງແກ້ໄຂອີກວິທີໝື່ງ.
  • ສ້າງສວນຊຸມຊົນໃຫ້ຜູ້ຄົນສາມາດປູກພືດຂອງຕົນເອງໄດ້. ເຖິງແມ່ວ່າຈະປູກພືດພຽງເລັກນ້ອຍກໍສາມາດເຮັດໃຫ້ການກິນອາຫານມີການປ່ຽນແປງໄດ້. ບາງຄົນທີ່ຢູ່ໃນຕົວເມືງກໍປູກພືດໃສ່ເທິງຫຼັງຄາເຮືອນ, ລະບຽງ ຫຼືສະຖານທີ່ເປົ່າວ່າງອື່ນໆ.
  • ຈັດໃຫ້ມີຕະຫຼາດສຳລັບຊາວໄຮ່ຊາວນາ ຫຼື ອາຫານທີ່ມີຫຼາກຫຼາຍປະເພດເພື່ອໃຫ້ຜູ້ຄົນໄດ້ເຂົ້າເຖິງອາຫານທີ່ດີຕໍ່ສຸຂະພາບ ແລະ ຍັງເຮັດໃຫ້ຊາວໄຮ່ຊາວນາໄດ້ມີສະຖານທີ່ຂາຍຜົນປູກຂອງພວກເຂົາ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບໂຄງການອາຫານເພື່ອຊຸມຊົນ, ເບິ່ງຄູ່ມືສຳລັບຊຸມຊົນເພື່ອສຸຂະພາບທາງສະພາບແວດລ້ອມ.

ສ້າງສະຖານທີ່ເພື່ອຫຼີ້ນ ແລະ ອອກກຳລັງກາຍ

ຜູ້ຄົນຢູ່ໃນເມືອງອາດຈະບໍ່ມີສະຖານທີ່ທີ່ປອດໄພທີ່ສາມາດອອກກຳລັງກາຍໄດ້. ຊຸມຊົນໄດ້ສ້າງສະໜາມເຕະບານ, ສະໜາມບານບ້ວງ ແລະ ເດີ່ນຫຼິ້ນຕ່າງໆ. ສະຖານທີ່ເຫຼົ່ານີ້ກາຍເປັນສະຖານທີ່ເຕົ້າໂຮມຂອງຊຸມຊົນ.

a group of people talking.

ໃຫ້ການສຸຂະສຶກສາແກ່ຊຸມຊົນ

ສອນໃຫ້ພວກເຂົາຮູ້ວ່າພະຍາດເບົາຫວານແມ່ນຫຍັງ, ພະຍາດເບົາຫວານເກີດມາຈາກໃສ, ບັນຫາຫຍັງທີ່ຮ້າຍແຮງທີ່ເກີດຈາກພະຍາດເບົາຫວານ ພ້ອມກັບວ່າເປັນຫຍັງຈຶ່ງຕ້ອງໄດ້ເອົາໃຈໃສຢ່າງຈິງຈັງເຖິງແມ້ວ່າອາການເບື້ອງຕົ້ນຂອງມັນຈະບໍ່ຮຸນແຮງກໍຕາມ. ຊຸກຍູ້ໃຫ້ຜູ້ຄົນມີການບອກຕໍ່ກ່ຽວກັບພະຍາດເບົາຫວານຂອງພວກເຂົາ, ແບ່ງປັນຄວາມຮູ້ ແລະ ຖາມຄຳຖາມ. ພວກເຂົາອາດຈະວາງແຜນທີ່ຈະກິນອາຫານທີ່ດີຕໍ່ສຸຂະພາບ ແລະ ອອກກຳລັງກາຍນຳກັນ.

ຫົວຂໍ້ອື່ນສຳລັບການສົນທະນາ ແລະ ການປະຕິບັດອາດລວມມີນຳ້ ແລະ ມົນລະພິດທາງອາກາດ, ການຢຽດຢາມທາງດ້ານເຊື້ອຊາດ-ສີຜິວ ແລະ ບັນຫາທາງດ້ານເສດຖະກິດ ຫຼືການເມືອງທີ່ເຮັດໃຫ້ມີຄວາມຕຶງຄຽດພາຍໃນຊຸມຊົນ.

ຈັດກຸ່ມກວດຊອກຫາພະຍາດເບົາຫວານ

ຈັດມື້ກວດຊອກຫາພະຍາດເບົາຫວານແມ່ນວິທີທີ່ດີສຳລັບປະຊາຊົນເພື່ອຊອກຫາພະຍາດເບົາຫວານເຖິງວ່າພວກເຂົາຈະບໍ່ມີອາການຂອງພະຍາດເບົາຫວານກໍຕາມ. ໃຫ້ກວດຄົນທີ່ມີອາການເຕືອນທີ່ຂຽນໄວ້ຢູ່ໜ້ ຫຼື ຄົນທີ່ມີອາຍຸຫຼາຍກວ່າ 40 ປີ ແລະ ມີຄົນໃນຄອບຄົວເປັນພະຍາດເບົາຫວານ.

ສຳລັບການກວດໃນຄົນຈຳນວນຫຼາຍ, ການກວດຍ່ຽວແມ່ນວິທີທີ່ງ່າຍທີ່ສຸດ. ການກວດເລືອດແມ່ນມີປະໂຫຍດເຊັ່ນກັນ ແຕ່ຄວນກວດໃນຄົນທີ່ຍັງບໍ່ທັນກິນອາຫານໃນມື້ນັ້ນໂດຍສະເພາະແມ່ນກວດກ່ອນກິນອາຫານເຊົ້າ. ການກວດຍ່ຽວແມ່ນບໍ່ຈຳເປັນຕ້ອງອົດອາຫານ ແຕ່ຜູ້ກວດຕ້ອງໄດ້ຂຽນບັນທືກເວລາທີ່ກວດ ແລະ ເວລາທີ່ຄົນເຈັບກິນອາຫານຄັ້ງສຸດທ້າຍເພາະວ່າລະດັບທາດນຳ້ຕານໃນເລືອດຈະສູງຫຼັງຈາກກິນອາຫານ.

ກຸ່ມທີ່ໃຫ້ການຊ່ວຍເຫຼືອ

ກຸ່ມທີ່ໃຫ້ການຊ່ວຍເຫຼືອແມ່ນກຸ່ມຄົນທີ່ມີການພົບປະເປັນປະຈຳ (ເຊັ່ນ: ຄັ້ງໜື່ງ ຫຼື ສອງຄັ້ງຕໍ່ອາທິດ) ເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ກຸ່ມທີ່ໃຫ້ການຊ່ວຍເຫຼືຶສາມາດເລີ່ມຈາກບໍລິເວນໃກ້ບ້ານ, ໂຮງຮຽນ, ໂບດ ຫຼືສະຖານທີ່ເຮັດວຽກເຊິ່ງເປັນສະຖານທີ່ທີ່ກຸ່ມຄົນຈະປະຕິບັດນຳກັນໄດ້. ບາງຄັ້ງຜູ້ໃຫ້ບໍລິການ ດ້ານສຸຂະພາບຊຸມຊົນ, ຜູ້ທີີ່ໃຫ້ການປິ່ນປົວຢູ່ສະຖານທີ່ໃຫ້ບໍລິການສຸຂະພາບ ຫຼື ຄູອາຈານຈະເລີ່ມ ແລະ ເຂົ້າຮ່ວມຢູ່ໃນກຸ່ມ. ສ່ວນກຸ່ມອື່ນໆອາດບອກໃຫ້ຜູ້ຄົນມາພົບປະກັບພວກເຂົາພຽງບາງຄັ້ງກໍໄດ້.

ຄົນທີ່ເປັນພະຍາດເບົາຫວານພົບປະກັນເພື່ອແລກປ່ຽນສິ່ງທີ່ພວກເຂົາໄດ້ຮຽນຮູ້ມາໃນການເບິ່ງແຍງຕົນເອງ, ສົນທະນາບັນຫາທີ່ຍາກ ແລະ ເຮັດໃຫ້ຊຸມຊົນຄຳນືງເຖິງຫຼາຍຂື້ນ. ຄົນທີ່ຫາກໍກວດພົບວ່າຕົນເອງເປັນພະຍາດເບົາຫວານສາມາດໄດ້ຜົນປະໂຫຍດເມື່ອໄດ້ພົບປະກັບຄົນທີ່ເປັນພະຍາດເບົາຫວານມາກ່ອນແລ້ວ. ກຸ່ມທີ່ໃຫ້ການຊ່ວຍເຫຼືອສາມາດສົນທະນາກ່ຽວກັບຄວາມທ້າທາຍໃນການປຸງແຕ່ງອາຫານ ແລະ ການກິນຮ່ວມກັນແບບຄອບຄົວເຊັ່ນວ່າຄົນຜູ້ໜຶ່ງຕ້ອງການມີການປ່ຽນແປງພຶດຕິກຳການກິນເພື່ອໃຫ້ມີສຸຂະພາບທີ່ດີ. ພ້ອມກັນນັ້ນກຸ່ມທີ່ໃຫ້ການຊ່ວຍເຫຼືອສາມາດສ້າງໂຄງການເພື່ອເຮັດໃຫ້ທຸກຄົນຢູ່ໃນຊຸມຊົນມີສຸຂະພາບແຂງແຮງຂື້ນ. ຖ້າຫາກວ່າຜູ້ເຂົ້າຮ່ວມພົບວ່າມັນມີປະໂຫຍດກຸ່ມທີ່ໃຫ້ການຊ່ວຍເຫຼືອສາມາດສືບຕໍ່ ແລະ ເສີມຂະຫຍາຍເປັນເວລາຫຼາຍປີ.

three women putting up a sign that says "Discussion today: How our diabetes effects us."

ຄວາມພະຍາຍາມອື່ນໆຂອງຊຸມຊົນ

 a group of people holding signs that say "Keep our water clean!" and "We want our clean water, not your bottled water."
  • ຊຸກຍູ້ໃຫ້ມີພັກນັກງານທີ່ໃຫ້ການບໍລິການສຸຂະພາບເພື່ອໃຫ້ການກວດຟີຣສຳລັບຄົນທີ່ໜ້າຈະເປັນພະຍາດເບົາຫວານ ພ້ອມກັບກະກຽມຢາປິ່ນປົວ ແລະ ການກວດພະຍາດໃຫ້ມີທົ່ວເຖິງ ແລະ ສາມາດຈ່າຍໄດ້.
  • ຕໍ່ສູ້ໃຫ້ມີນຳ້ທີ່ປອດໄພເພື່ອປະຢັດຄ່າໃຊ້ຈ່າຍໃນການຊື້ນຳກວດ ຫຼືເຄື່ອງດື່ມທີ່ບໍ່ດີຕໍ່ສຸຂະພາບ.
  • ຢຸດສະຖານທີ່ທີ່ເຮັດໃຫ້ມີສານເຄມີທີ່ເປັນມັນລະພິດ.
  • ຫຼຸດຜ່ອນການນຳໃຊ້ຢາຂ້າສັດຕູພືດ.


This page was updated: ໑໑ ພຶດສະພາ ໒໐໑໘