Hesperian Health Guides

ການກິນອາຫານເມື່ອເຈົ້າບໍ່ສະບາຍ

ຢູ່ໃນພາກນີ້:

ການປິ່ນປົວຮັກສາໃຫ້ຫາຍເຊົາຈາກການເຈັບປ່ວຍສ່ວນໃຫຍ່ແມ່ນບໍ່ໄດ້ຮຽກຮ້ອງຕ້ອງການອາຫານສະເພາະພິເສດ. ອາຫານທີ່ມີປະໂຫຍດຕໍ່ສຸຂະພາບແມ່ນດີຄືກັນບໍ່ວ່າຈະໃນຍາມຮ່າງກາຍແຂງແຮງ ຫຼື ເຈັບເປັນ.

A happy, healthy man eating a carrot, and an unhappy man who is thin and unhealthy
ບຸກຄົນທີ່ກິນອາຫານບຳລຸງຮ່າງກາຍດີແມ່ນມີຮ່າງກາຍແຂງແຮງສາມາດຕໍ່ສູ້ກັບເຊື້ອພະຍາດຕ່າງໆໄດ້ດີ. ບຸກຄົນທີ່ຂາດສານອາຫານອາດຈະບໍ່ສະບາຍຢູ່ເລື້ອຍໆ.

ເມື່ອເຈົ້າບໍ່ສະບາຍ, ແມ່ນໃຫ້ກິນອາຫານປົກະຕິ. ອາຫານຈະຊ່ວຍເຮັດໃຫ້ດີຂື້ນ.


ເຊື້ອ ເອັດຈ໌ໄອວີ (HIV)

ຄົນທີ່ຕິດເຊື້ອເອັດຈ໌ໄອວີຈຳເປັນຕ້ອງກິນອາຫານຫຼາຍກວ່າກ່ອນທີ່ຈະບໍ່ສະບາຍ ເພື່ອວ່າຈະມີພະລັງງານຢ່າງພຽງພໍ ໃນການຕ້ານກັບການຕິດເຊື້ອ. ຕາມປົກກະຕິແລ້ວ ການກິນອາຫານໃຫ້ເລື້ອຍຂຶ້ນໃນແຕ່ລະມື້ແມ່ນເປັນວິທີທີ່ມີປະສິດທິພາບ ຫຼາຍທີ່ສຸດເພື່ອໃຫ້ໄດ້ພະລັງງານຕາມທີ່ຕ້ອງການ. ຕ້ອງແນ່ໃຈວ່າອາຫານທີ່ກິນເຂົ້າໄປນັ້ນຕ້ອງມີທາດໂປຼຕິນ, ຜັກ, ໝາກໄມ້ ແລະອາຫານທີ່ມັນ, ທັງໝົດທີ່ກ່າວມານັ້ນແມ່ນຈຳເປັນໃນການເຮັດໃຫ້ ຮ່າງກາຍແຂງແຮງ ແລະຕໍ່ສູ້ກັບເຊື້ອພະຍາດໄດ້. ຄືກັນກັບຄົນອື່ນທຸກໆຄົນ, ຄົນທີ່ຕິດເຊື້ອເອັດຈ໌ໄອວີ ແມ່ນຍັງຈຳເປັນຕ້ອງໄດ້ອອກກຳລັງກາຍ. ແມ່ນແຕ່ ການຍ່າງໃນແຕ່ລະມື້ ກໍ່ຊ່ວຍເຮັດໃຫ້ກ້າມຊີ້ນ ແລະ ຫົວໃຈຂອງເຈົ້າເຮັດໜ້າທີ່ຂອງມັນໄດ້ດີ.

ເມື່ອເຈົ້າບໍ່ສະບາຍດ້ວຍການຕິດເຊື້ອເອັດຈ໌ໄອວີ, ປາກເປັນບາດແຜ, ປາກແຫ້ງ, ເຈັບຄໍ, ປຸ້ນທ້ອງປວດຮາກ ຫຼື ບໍ່ຢາກອາຫານ ແມ່ນຈະເຮັດໃຫ້ເກີດມີຄວາມຮູ້ສຶກບໍ່ຢາກກິນອາຫານ. ສຳລັບລາຍລະອຽດເພີ່ມຕື່ມກ່ຽວກັບບັນດາວິທີການເພື່ອໃຫ້ໄດ້ກິນອາຫານໃຫ້ພຽງພໍ ໃນເວລາທີ່ເຈົ້າເຈັບເປັນ ຫຼືຮູ້ສຶກບໍ່ສະບາຍ ໃຫ້ເບິ່ງໃນບົດ “ການດູແລຄົນເຈັບ” (ກຳລັງຂຽນຂຶ້ນຢູ່).

ແຕ່ກໍ່ໜ້າເສຍດາຍ, ທີ່ບໍ່ມີອາຫານພິເສດເພື່ອບຳລຸງປິ່ນປົວຄົນເຈັບຕິດເຊື້ອໂລກເອດສ; ກໍ່ມີພຽງແຕ່ຢາເທົ່ານັ້ນທີ່ສາມາດຄວບຄຸມເຊື້ອໄວຣັດນີ້ໄດ້ (ສຳລັບລາຍລະອຽດເພີ່ມເຕີມ ເບິ່ງໃນບົດ “ເຊື້ອເອັດຈ໌ໄອວີ ແລະ ໂລກເອດສ໌” - ກຳລັງຂຽນຂຶ້ນຢູ່).

ໜີ້ວຖົງບີ (gallstones) ແລະ ພະຍາດກ່ຽວກັບຖົງບີ (gallbladder disease)

ອາຫານປະເພດຈືນ ແລະ ອາຫານມີໄຂມັນພາໃຫ້ເກີດອາການເຈັບຖົງນ້ຳບີຮຸນແຮງຂຶ້ນທັນທີ. ໃຫ້ກິນອາຫານປະເພດຕົ້ມ, ໜຶ້ງ ຫຼື ອົບ ແທນອາຫານເຫຼົ່ານີ້. ແລະກໍ່ໃຫ້ກິນຜັກສົດ ແລະ ໝາກໄມ້ໃຫ້ຫຼາຍຕື່ມອີກ.

A girl bringing a bowl of food to her mother, who is sick and clutching her stomach

ພະຍາດຖອກທ້ອງ

ເມື່ອເຈົ້າມີອາການຖອກທ້ອງແມ່ນໃຫ້ກິນອາຫານປົກະຕິ, ການບໍ່ກິນອາຫານບໍ່ໄດ້ເຮັດໃຫ້ເປັນຖອກທ້ອງດີຂື້ນໄດ້; ມັນຍັງຈະເຮັດໃຫ້ຮ່າງກາຍຂາດສານອາຫານ ແລະ ຂາດນ້ຳຕື່ມອີກ (ສິ່ງເຫຼົ່ານີ້ແມ່ນອັນຕະລາຍທີ່ແທ້ຈິງສຳລັບພະຍາດຖອກທ້ອງ). ລາຍລະອຽດເພີ່ມເຕີມ ຂອງບົດ “ການເຈັບທ້ອງ, ຖອກທ້ອງ ແລະ ແມ່ທ້ອງ” (ກຳລັງຂຽນຂຶ້ນຢູ່).

ຮັກສາອາຫານຂອງເຈົ້າໃຫ້ບໍ່ມີເຊື້ອພະຍາດ

ການຮັກສາອາຫານໃຫ້ສະອາດປອດໄພ (ກຳລັງຂຽນຂຶ້ນຢູ່) ແມ່ນສາມາດເຮັດໄດ້ໂດຍການລ້າງມື ແລະ ແມ່ນສາມາດເຮັດໄດ້ໂດຍການລ້າງມື ແລະ ອາຫານຂອງເຈົ້າ ທີ່ຈະກິນ ຫຼືເອົາມາປຸງແຕ່ງເປັນອາຫານໃຫ້ສະອາດ, ປ້ອງກັນບໍ່ໃຫ້ແມງວັນແມງມີ່ມາຕ່ອມ ແລະ ເກັບຮັກສາອາຫານໄວ້ໃຫ້ປອດໄພສາມາດຈະປ້ອງກັນເຈົ້າຈາກການເຈັບທ້ອງ ແລະ ພະຍາດຖອກທ້ອງໄດ້.

ອາການປຸ້ນທ້ອງປວດຮາກ ຫຼື ເຈັບປາກ

ໃຫ້ດູແລຄົນເຈັບ (ກຳລັງຂຽນຂຶ້ນຢູ່) ວິທີການເພື່ອໃຫ້ໄດ້ຮັບສານອາຫານບຳລຸງຮ່າງກາຍພຽງພໍ ເມື່ອເຂົາເຈົ້າບໍ່ສະບາຍຫຼາຍຈົນບໍ່ຢາກກິນອາຫານ.


This page was updated: ໒໔ ກໍລະກົດ ໒໐໑໗