Hesperian Health Guides

ການ​ໃຫ້​ນົມ​ລູກ

ຢູ່ໃນພາກນີ້:
NWTND Newb Page 18-1.png

ທໍາອິດແມ່ອາດຈະຕ້ອງການຄວາມຊ່ວຍເຫຼືອໃນການໃຫ້ນົມລູກ. ຈົ່ງເຮັດໃຫ້ແມ່ມີຈິດໃຈທີ່ສະຫງົບ ແລະມີຈຸດສຸມຢ່າງດຽວຄືການໃຫ້ນົມລູກ. ໃຫ້ໃຊ້ຜ້າຫົ່ມ ແລະໝອນເປັນບ່ອນອີງເພື່ອເຮັດໃຫ້ແມ່ນັ່ງໄດ້ສະບາຍ. ຄວນບອກໃຫ້ຄົນໃນຄອບຄົວ ແລະແຂກທີ່ມາຢ້ຽມຢາມໃຫ້ເວລາແມ່ ແລະເດັກເປັນສ່ວນຕົວໃນການໃຫ້ນົມ. ຈົ່ງໃຫ້ກໍາລັງໃຈແມ່ຫຼາຍໆເພາະວ່າການເຮັດແບນີ້ເລື້ອຍໆແລ້ວມັນຈະສະດວກຂື້ນ.

ນົມແມ່ແມ່ນດີກວ່ານົມປະສົມ ຫຼືອາຫານເສີມຕ່າງໆ.


ໃຫ້ຫາທ່າທີ່ດີໃນການໃຫ້ນົມເພຶ່ອຫຼີກເວັ້ນອາການເຈັບຫົວນົມທີ່ແຕກ ອຸ້ມເດັກນ້ອຍຂຶ້ນໃຫ້ຄໍຕັ້ງຊື່ບໍ່ໃຫ້ຄໍງ່ຽງ ແລະໃຫ້ເດັກອ້າປາກກວ້າງ. ຫຼັງຈາກນັ້ນແມ່ນປ່ອນຫົວນົມເຂົ້າປາກຂອງເດັກ. ຄວນຈະປ່ອນເຂົ້າໄປທັງຫົວນົມ ແລະຂັ້ວນນົມຄືກັບຮູບຂ້າງລຸ່ມນີ້.

NWTND Newb Page 18-3.png
ປ່ອນຫົວນົມເຂົ້າປາກເດັກ
ຮີມສົບເບື້ອງລຸ່ມໃຫ້ເຕື່ອຍລົງ
ອ້າປາກກວ້າງ
ໃຫ້ເອົາໂຕຂອງເດັກແນບຊິດກັບຕົນຕົວຂອງແມ່
NWTND Newb Page 18-2.png
ແບບນີ້ ບໍ່ເຮັດຄືແນວນີ້. ທ່າທີ່ບໍ່ດີເຊັ່ນນີ້ສາມາດເປັນສາເຫດເຮັດໃຫ້ຫົວນົມແຕກ ແລະເຈັບປວດໄດ້.

ນົມ​ແມ່​ຢອດ​ທໍາ​ອິດ​ມີ​ຄຸນຄ່າ​ເຊັ່ນ​ດຽວກັນ​ກັບ​ຢອດ​ນໍ້າ​ຄໍາ

ນໍ້ານົມທີ່ໄຫຼອອກມາທໍາອິດແມ່ນບໍ່ອອກຫຼາຍເອີ້ນວ່າ ນ້ຳນົມເຫຼືອງ ແຕ່ມັນຢູ່ໃນປະລິມານທີ່ພໍດີກັບຄວາມຕ້ອງການຂອງເດັກນ້ອຍ. (ເພາະວ່າໃນເວລານີ້ທ້ອງຂອງເດັກສາມາດຮັບນໍ້ານົມໄດ້ບໍ່ເທົ່າໃດບ່ວງກາເຟ). ນໍ້ານົມຢອດທໍາອິດແມ່ນໜຽວ ແລະເປັນສີເຫຼືອງໆ, ເຖິງມັນຈະເບິ່ງແຕກຕ່າງຈາກນົມທົ່ວໄປ, ແຕ່ມັນແມ່ນອາຫານທີ່ສົມບູນທີ່ສຸດສໍາລັບເດັກທີ່ຫາກໍ່ເກີດ. ມັນປະກອບມີພູມຕ້ານທານຮ່າງກາຍຂອງແມ່ທີ່ສ້າງຂື້ນເພຶ່ອເດັກສາມາດຕ້ານທານກັບການຕິດເຊື້ອ. ຢ່າບີບນໍ້ານົມຢອດທໍາອິດຖີ້ມເພາະວ່າມັນເປັນຢາທີ່ດີສໍາລັບເດັກນ້ອຍ. ການໃຫ້ນົມແມ່ໃນສອງມື້ທໍາອິດຫຼັງຈາກເກີດແມ່ນສໍາຄັນທີ່ສຸດ ເພາະວ່ານົມຈະສາມາດຜະລິດນົມໄດ້ຫຼາຍຂຶ້ນ. ຕາມທໍາມະດາແລ້ວນົມແມ່ຈະເລີ່ມຜະລິດຫຼາຍຂຶ້ນພາຍໃນ 3 ມື້ ຫຼັງຈາກເກີດລູກ. ຕາມທໍາມະດາແລ້ວຖ້າເດັກດື່ມນົມຫຼາຍເທົ່າໃດ, ແມ່ກໍ່ຈະສາມາດຜະລິດນົມໄດ້ຫຼາຍເທົ່ານັ້ນ.

​ເດັກນ້ອຍ​ໄດ້​ນົມ​ພຽງພໍ​ບໍ?

ບໍ່ຕ້ອງສົນໃຈວ່າໃຜຈະເວົ້າວ່າທ່ານບໍ່ສາມາດຜະລິດນົມພຽງພໍສໍາລັບລູກເຈົ້າເອງໂດຍສະເພາະໃນໄລຍະສອງມື້ທໍາອິດຫຼັງຈາກເກີດລູກເຊິ່ງເປັນໄລຍະທີ່ຮ່າງກາຍຂອງທ່ານເລີ່ມຕົ້ນຈະຜະລິດນົມ.

ເພາະວ່າຄວາມກົດດັນຈາກບຸກຄົນອື່ນ, ແລະຄວາມຄິດຂອງຕົນເອງ, ແມ່ໆທັງຫຼາຍ (ຫຼືແມ່ຕູ້, ປ້າ ຫຼືພະຍາບານຈະພະຍາຍາມຊ່ວຍ) ເອົານົມເສີມ, ອາຫານເສີມ, ເຂົ້າປຽກ ແລະອາຫານອື່ນໆໃຫ້ເດັກກິນ. ສິ່ງເຫຼົ່ານີ້ແມ່ນເຮັດໃຫ້ເປັນການສິ້ນເປືອງເງີນຄໍາ ແລະຍັງເປັນສາເຫດເຮັດໃຫ້ເກີດພະຍາດຖອກທ້ອງໃນເດັກອີກດ້ວຍ. ພະຍາດຖອກທ້ອງເຮັດໃຫ້ເດັກມີນໍ້າໜັກຫຼຸດລົງ ແລະເຮັດໃຫ້ອ່ອນເພຍລົງ. ການໃຊ້ອາຫານເສີມແມ່ນເຮັດໃຫ້ແມ່ຜະລິດນົມໄດ້ໜ້ອຍລົງ. ສະນັ້ນມັນຍິ່ງເຮັດໃຫ້ແມ່ເຊື່ອວ່າຕົນເອງບໍ່ມີນ້ຳນົມພໍທີ່ຈະສາມາດລ້ຽງລູກໄດ້. ຖ້າເຈົ້າເປັນພະນັກງານສາທາລະນະສຸກ ເຈົ້າກໍ່ສາມາດຊ່ວຍແນະນໍາໃຫ້ຜູ້ເປັນແມ່ເຊື່ອໜັ້ນໃນຕົວເອງວ່າພວກເຂົາສາມາດລ້ຽງລູກດ້ວຍນໍ້ານົມຂອງຕົນເອງ. ຊ່ວຍເຮັດໃຫ້ເດັກຢູ່ໃນທ່າທີ່ເໝາະສົມທີ່ສາມາດຊ່ວຍໃຫ້ແມ່ໃຫ້ນົມໄດ້ງ່າຍ, ແຕ່ຄວນຈະໃຫ້ເວລາແມ່ໃນການຮຽນຮູ້ວິທີການໃຫ້ນົມລູກດ້ວຍຕົວຂອງລາວເອງເຊັ່ນກັນ. ຈົ່ງແນະນຳພວກເຂົາຢ່າງສຸພາບ ແລະຈົ່ງອົດທົນ.

ຈະ​ເຮັດ​ແນວ​ໃດ​ຈຶ່ງ​ສາມາດ​ຜະລິດ​ນົມ​ໄດ້​ພຽງພໍ

  • ໃຫ້ນົມລູກເລື້ອຍໆ. ໃຫ້ນົມຫຼາຍເທົ່າໃດ, ແມ່ກໍ່ສາມາດຜະລິດນົມໄດ້ຫຼາຍເທົ່ານັ້ນ.
  • Drink enough fluids and eat more. Feed your baby by feeding yourself. ດື່ມນໍ້າ ແລະ ກິນໝາກໄມ້ໃຫ້ພຽງພໍ. ໃຫ້ຕົນເອງມີອາຫານພຽງພໍທີ່ຈະສາມາດຜະລິດນົມລຽ້ງລູກໄດ້.
  • Rest often. When the father and family help with chores, the mother can

better care for her new baby. ພັກຜ່ອນຫຼາຍໆ. ເມື່ອຜູ້ເປັນພໍ່ ແລະຄົນໃນຄອບຄົວສາມາດຊ່ວຍວຽກຕ່າງໆໃນເຮືອນ, ຜູ້ເປັນແມ່ສາມາດດູແລເບິ່ງແຍງເດັກທີ່ເກີດໃໝ່ໄດ້ດີຂຶ້ນ.

ໃຫ້ລູກກິນນົມຫຼາຍເທົ່າໃດ, ແມ່ກໍ່ຈະມີນ້ຳນົມຫຼາຍຂຶ້ນເທົ່ານັ້ນ.


ມັນເປັນເລື່ອງທໍາມະດາທີ່ເດັກນ້ອຍສ່ວນຫຼາຍແມ່ນຈະມີນໍ້າໜັກຫຼຸດລົງໃນອາທິດທໍາອິດ. ຖ້າວ່າຫຼັງຈາກນັ້ນເດັກຍັງມີນໍ້າໜັກຫຼຸດລົງແມ່ນເດັກບໍ່ໄດ້ດື່ມນົມພຽງພໍ. ເຊັ່ນດຽວກັບເດັກບໍ່ຍ່ຽວຫຼາຍໃນມື້ທໍາອິດ, ແຕ່ຫຼັງຈາກນັ້ນເດັກຄວນຍ່ຽວທຸກໆສອງ-ສາມຊົ່ວໂມງ. ຖ້າວ່າບໍ່ຍ່ຽວຫຼາຍຫຼັງຈາກເກີດໄດ້ສອງມື້, ແມ່ນເດັກຜູ້ນັ້ນບໍ່ໄດ້ດື່ມນົມພຽງພໍ. ແຕ່ຖ້າວ່າເດັກຜູ້ນັ້ນໄດ້ກິນນົມແມ່ຕາມປົກກະຕິແຕ່ວ່າບໍ່ຍ່ຽວ ຫຼືບໍ່ໃຫຍ່ຂຶ້ນ. ແມ່ນໃນກໍລະນີນີ້ແມ່ນທ່ານຕ້ອງໄດ້ໃຫ້ນົມຊະນິດອື່ນທົດແທນ. ຢ່າເອົານໍ້າຕານ ຫຼືນໍ້າເຂົ້າໃຫ້ເດັກກິນ. ຢ່າເອົານົມເສີມ, ອາຫານເສີມໃຫ້ເດັກຈົນກວ່າເຈົ້າຈະແນ່ໃຈວ່າເຈົ້າສາມາດໃຫ້ໄດ້ຕາມປະລິມານຕາມການແນະນຳ (ເພາະວ່າມັນອາດຈະເປັນສາເຫດຂອງພະຍາດຖອກທ້ອງ ແລະຄວາມເຈັບເປັນຕ່າງໆ). ຢ່າໃຊ້ຂວດເພາະວ່າມັນລ້າງຍາກ ແລະມັນຍັງເປັນພາຫະໃນການແຜ່ເຊື້ອພະຍາດຖອກທ້ອງ.

ເຮົາຕ້ອງເອົານົມຊະນິດອື່ນໃຫ້ເດັກກິນໃນກໍລະນີທີ່ແມ່ຂອງເດັກເສຍຊີວິດ ຫຼືແຍກຈາກລູກ, ຫຼືແມ່ບໍ່ສາມາດຜະລິດນົມໃຫ້ລູກດື່ມໄດ້ພຽງພໍ. ທ່ານສາມາດໃຫ້ແມ່ລູກອ່ອນຄົນອື່ນໃຫ້ນົມແອນ້ອຍ. ແຕ່ແມ່ລູກອ່ອນນັ້ນຄວນຈະໄດ້ຮັບການກວດຫາເຊື້ອເອດສ໌ໄອວີ ເສຍກ່ອນເພາະວ່າມັນສາມາດຕິດເດັກນ້ອຍທາງນໍ້ານົມໄດ້. ອີກທາງເລືອກໜຶ່ງແມ່ນໃຫ້ນົມປະສົມຈາກນົມສັດດັ່ງລຸ່ມນີ້:

ສ່ວນປະສົມ:

ນົມງົວ ຫຼື ນົມ​ແບ້ 2 ສ່ວນ
NWTND Newb Page 20-1.png
ນໍ້າ 1 ສ່ວນ
ນໍ້າຕານໜຶ່ງບ່ວງ​ຕັກ​ແກງ​

ຫຼື
ນົມ​ແກະ 1 ສ່ວນ
ນໍ້າ 1 ສ່ວນ
ນໍ້າຕານໜຶ່ງບ່ວງ​ຕັກ​ແກງ​

ຫຼື
ນົມ​ກະ​ປອງ 2 ສ່ວນ (​ແນວ​ບໍ່​ມີ​ນໍ້າຕານ)
ນໍ້າ 3 ສ່ວນ
ນໍ້າຕານໜຶ່ງບ່ວງ​ຕັກ​ແກງ​

ຕົ້ມນົມທີ່ປະສົມເພື່ອເປັນການຂ້າເຊື້ອ, ຫຼັງຈາກນັ້ນເຮັດໃຫ້ເຢັນແລ້ວຈຶ່ງປ້ອນເດັກໂດຍການໃຊ້ຈອກ ຫຼືໃຊ້ບ່ວງທີ່ສະອາດ.

ບີ​ບນົມ​ໄວ້​ໃຫ້​ລູກ​ກິນ

NWTND Newb Page 20-2.png

ຖ້າວ່າຜູ້ເປັນແມ່ຕ້ອງໄປວຽກ ຫຼືປະລູກໄວ້ເນື່ອງຈາກເຫດຜົນອື່ນໆ, ທ່ານສາມາດບີບນົມຂອງທ່ານໄວ້ໃຫ້ລູກທ່ານເພາະວ່າທ່ານສາມາດຫາໃຫ້ຜູ້ອື່ນຊ່ວຍເອົານົມທີ່ທ່ານບີບໄວ້ນັ້ນປ້ອນໃຫ້ລູກຂອງທ່ານໄດ້.

NWTND Newb Page 20-3.png
  1. ລ້າງມືຂອງທ່ານ ແລະກະໂຖໄວ້ໃສ່ໃຫ້ສະອາດ. ທ່ານສາມາດຕົ້ມແນວໃສ່ນົມກໍ່ໄດ້.

  2. ເອົານີ້ວມື ແລະໂປ້ມືຈັບຂັ້ວນນົມແລ້ວເນັ້ນລົງຫາໜ້າເອິກ. ຫຼັງຈາກນັ້ນແມ່ນໃຫ້ໃຊ້ນີ້ວມືບີບເຂົ້າທາງຫົວນົມເຊັ່ນໃນຮູບ. ເຮັດຕົນໃຫ້ຜ່ອນຄາຍ ແລະຄິດເຫັນລູກຂອງທ່ານໃນເວລາບີບນົມເພາະມັນຈະສາມາດຊ່ວຍໃຫ້ນົມໄຫຼອອກມາ.

    ນົມແມ່ສາມາດເກັບໄວ້ປະມານ 8 ຊົ່ວໂມງ, ຖ້າຫາກວ່າອາກາດບໍ່ຮ້ອນລາຍ ແຕ່ຖ້າວ່າຢາກເກັບໄວ້ດົນກວ່ານັ້ນແມ່ນໃຫ້ເກັບໄວ້ໃນຕູ້ເຢັນ.


​ປາກ​ອັກ​ເສບ

NWTND Newb Page 21-1.png
ໃຊ້ຜ້າແຜ່ນນ້ອຍໆ ແລະສະອາດໃສ່ນີ້ວມືຈຸ່ມຢາແລ້ວແຍ່ເຂົ້າໄປທາໃນປາກຂອງເດັກ.

ມັນເປັນແຜ່ນສີຂາວຢູ່ລີ້ນ ຫຼືໃນຜົ້ງແກ້ມ ແລະມີອາການລະຄາຍເຄືອງເວລາໃຫ້ນົມອາດເປັນອາການຂອງການຕິດເຊື້ອລາທີ່ເອີ້ນວ່າປາກອັກເສບ. ການຕິດເຊື້ອສາມາດແຜ່ລາມໃສ່ຫົວນົມຂອງແມ່ໄດ້ ແລະເຮັດໃຫ້ຫົວນົມແມ່ແດງ, ມີອາການຄັນ, ແລະເຈັບ.

ໃຫ້ທໍາຄວາມສະອາດຫົວນົມດ້ວຍນໍ້າສົ້ມສາຍຊູເລັກນ້ອຍແລ້ວລ້າງອອກດ້ວຍນໍ້າ. ຖ້າບໍ່ມີນໍ້າສົ້ມສາຍຊູໃຫ້ໃຊ້ນໍ້າສະອາດລ້າງ ແລະເຊັດຫົວນົມໃຫ້ແຫ້ງທຸກໆຄັ້ງຫຼັງຈາກໃຫ້ນົມລູກ. ຖ້າວ່າມັນຍັງບໍ່ສາມາດຮັກສາປາກອັກເສບໄດ້, ໃຫ້ທາຢາ ເຈັນທຽນ ໄວໂອເລັທ (gentian violet) ທາໃສ່ຫົວນົມ 2 ຄັ້ງຕໍ່ມື້ເປັນເວລາ 3 ມື້. ໃຫ້ທາຢານີ້ໃສ່ປາກຂອງເດັກມື້ລະຄັ້ງເຊັ່ນກັນ. (ເຖິງວ່າທຸກໆຢ່າງຈະກາຍເປັນສີມ້ວງ, ແຕ່ມັນກໍ່ປອດໄພ.)

ຖ້າວ່າໃຊ້ ເຈັນທຽນ ໄວໂອເລັທບໍ່ໄດ້ຜົນແມ່ນໃຫ້ໃຊ້ຢາ ນີສເຕຕີນ (nystatin).

ຖ້າວ່າປາກອັກເສບກັບມາເປັນແລ້ວເປັນອີກແມ່ນເດັກອາດຈະມີບັນຫາເລື່ອງລະບົບພູມຕ້ານທານການຕິດເຊື້ອ. ຕົວຢ່າງເດັກທີ່ມີເຊື້ອເອດສ໌ໄອວີ ອາດຈະເປັນປາກອັກເສບຫຼາຍຄັ້ງ. ເບິ່ງໃນບົດທີ່ເວົ້າກ່ຽວກັບເຊື້ອເອດສ໌ໄອວີ HIV ແລະໂລກເອດສ໌ (ກຳລັງຂຽນຂຶ້ນຢູ່).

ເຈັບນົມ, ນົມໄຄ່, ນົມຕັນ ຫຼືນົມຕິດເຊື້ອ

NWTND Newb Page 21-2.png

ບາງຄັ້ງທໍ່ທີ່ສົ່ງນໍ້ານົມຕັນຈະເຮັດໃຫ້ນົມໄຄ່, ມີສີແດງ, ແລະເຈັບປວດຫຼາຍ. ຫຼັງຈາກນັ້ນກໍຈະມີການຕິດເຊື້ອຂຶ້ນ.

ອາການຕ່າງໆ

  • ນົມເບື້ອງໃດໜຶ່ງຮ້ອນ, ມີສີແດງ ແລະແຂງ.
  • ຖ້າວ່າມີອາການໄຂ້ທໍ່ນ້ຳນົມທີ່ຕັນນັ້ນການຕິດເຊື້ອ


ຖ້າວ່າ​ມີ​ອາການ​ໄຂ້​ແມ່ນ​ນົມ​ຕັນ​​ມີ​ອາການ​ຕິດ​ເຊື້ອ.

ການ​ປິ່ນປົວ

  • ພັກຜ່ອນ ແລະດື່ມນໍ້າຫຼາຍໆ.
  • ໃຫ້ນົມລູກຢ່າງນ້ອຍທຸກໆສອງຊົ່ວໂມງ. ການໃຫ້ນົມລູກໂດຍນົມເບື້ອງທີ່ຕິດເຊື້ອແມ່ນປອດໄພສໍາລັບເດັກ ແລະຍັງສາມາດຊ່ວຍໃຫ້ສະລ້າງການຕິດເຊື້ອໄດ້ອີກດ້ວຍ.
NWTND Newb Page 22-1.png
ໃຫ້​ນວດ​ເບົາໆບ່ອນ​ທີ່​ເປັນ​ນົມ​ອຸດ​ຕັນ
  • ຕ້ອງແນ່ໃຈວ່າແມ່ຢູ່ໃນທ່າທີ່ຖືກຕ້ອງໃນການໃຫ້ນົມ. ໃຫ້ຕົນໂຕເດັກປິ່ນໜ້າຫາແມ່. ໃຫ້ເດັກອ້າປາກກວ້າງໆແລ້ວປ່ອນຫົວນົມເຂົ້າປາກຂອງເດັກ.
  • ໃຫ້ເດັກດູດນົມເບື້ອງທີ່ເຈັບກ່ອນ, ຈົ່ງໃຫ້ເດັກດູດນົມຂ້າງນັ້ນຈົນໝົດ.
  • ຫຼືການອາບນໍ້າອຸ່ນກໍ່ສາມາດຊ່ວຍໄດ້ເຊັ່ນກັນ. ເຮັດໃຫ້ເຕົ້ານົມຂອງແມ່ອຸ່ນປະມານ 15 ຫຼື 20 ນາທີ, ຢ່າງໜ້ອຍ 4 ຄັ້ງຕໍ່ມື້. ຫຼືໃຊ້ຜ້າຈຸ່ມນໍ້າເຢັນ ຫຼືໃບກະລ່ຳປີປົກໃສ່ນົມເພື່ອຫຼຸດຜ່ອນອາການໄຄ່.

ຖ້າວ່າມີອາການໄຂ້, ໃຫ້ຢາເອຣີໂທຣໄມຊີນ (erythromycin) 250 ມກ, 4 ຄັ້ງຕໍ່ມື້.

ໃຫ້ນວດເບົາໆບ່ອນທີ່ທໍ່ນ້ຳນົມອຸດຕັນ.

​ເຊື້ອເອດສ໌ໄອວີ ແລະ ການໃຫ້ນົມ

ມັນມີຢາຫຼາຍຊະນິດທີ່ສາມາດຊ່ວຍໃຫ້ແມ່ທີ່ມີເຊື້ອເອດສ໌ໄອວີ HIV ມີສຸຂະພາບດີ ແລະສາມາດປ້ອງກັນເຊື້ອພະຍາດແຜ່ລາມຫາລູກໄດ້. ເພື່ອປ້ອງກັນແມ່ຍິງ, ເດັກ ແລະແມ່ມານທຸກໆຄົນຄວນກວດຫາເຊື້ອເອດສ໌ໄອວີ. ແລະຖ້າວ່າແມ່ຍິງຕິດເຊື້ອເອດສ໌ໄອວີ, ລາວຄວນຈະໄດ້ຮັບຢາຕ້ານເຊື້ອໃນໄລຍະທີ່ຖືພາ ແລະຕະຫຼອດໄລຍະໃຫ້ນົມລູກ, ແລະຊ່ວງເວລາຫຼັງຈາກເຊົາໃຫ້ນົມແລ້ວຍັງຕ້ອງໄດ້ກິນຢາໄປເລື້ອຍໆ. ເບິ່ງບົດ HIV ແລະ ໂລກເອດສ໌ (ກຳລັງຂຽນຂຶ້ນຢູ່).

ມັນປອດໄພບໍທີ່ຈະລ້ຽງລູກດ້ວຍນໍ້ານົມເມື່ອແມ່ມີເຊື້ອເອດສ໌ໄອວີ?

ຢາຕ້ານເຊື້ອເອດສ໌ໄອວີສາມາດປ້ອງກັນການແຜ່ຂອງເຊື້ອໃຫ້ເດັກໃນໄລຍະທີ່ໃຫ້ນົມລູກ ແລະລູກຕ້ອງກິນຢາທຸກໆມື້ເປັນເວລາຢ່າງໜ້ອຍ 6 ອາທິດ. ຖ້າວ່າແມ່ບໍ່ໄດ້ກິນຢາປິ່ນປົວເຊື້ອເອດສ໌ໄອວີ ໃນໄລຍະທີ່ລາວຖືພາແມ່ນຕ້ອງໃຫ້ຢາແກ່ເດັກເປັນເວລາຢ່າງໜ້ອຍ 12 ອາທິດ. ຖ້າວ່າແມ່ບໍ່ຳດ້ກຳລັງກິນຢາປິ່ນປົວເຊື້ອເອດສ໌ໄອວີແມ່ນໃຫ້ເດັກກິນຢາຈົນກ່ວາ 1 ອາທິດ ຫຼັງຈາກເຊົາໃຫ້ນົມ. ສຸຂະພາບຂອງເດັກສາມາດໄດ້ຮັບການປ້ອງກັນໄດ້ໂດຍໃຫ້ນົມແມ່ພຽງຢ່າງດຽວ ໃນໄລຍະ 6 ເດືອນທໍາອິດ (ຫຼື ຈົນກວ່າເດັກຈະມີແຂ້ວຂຶ້ນເຫຼັ້ມທໍາອິດ). ການປ້ອນເຂົ້າປຽກ ແລະເຄື່ອງດື່ມຊະນິດຕ່າງໆກ່ອນເດັກໄດ້ 6 ເດືອນ ແມ່ນບໍ່ສາມາດເຮັດໃຫ້ເດັກມີສຸຂະພາບດີໄດ້ ແລະສາມາດເຮັດໃຫ້ເກີດມີການຕິດເຊື້ອເອດສ໌ໄອວີໄດ້ຫຼາຍຂຶ້ນກວ່າເກົ່າ.

ໃຫ້ຢາປິ່ນປົວເຊື້ອເອດສ໌ໄອວີແກ່ແມ່ ແລະເດັກຈະເຮັດໃຫ້ແມ່ ແລະເດັກມີສຸຂະພາບດີ.


ເມື່ອບໍ່ມີຢາປິ່ນປົວເຊື້ອເອດສ໌ໄອວີ, ມັນມີຄວາມສ່ຽງໃນການແຜ່ເຊື້ອຜ່ານນໍ້ານົມ. ແຕ່ວ່າຄວາມສ່ຽງທີ່ຈະເກີດການເຈັບເປັນຕ່າງໆຈາກການໃຫ້ນົມເສີມແມ່ນມີຫຼາຍກວ່າ. ແມ່ທີ່ມີປິ່ນປົວເຊື້ອເອດສ໌ໄອວີ ແມ່ນບໍ່ມີນໍ້າທີ່ສະອາດ, ເຊື້ອໄຟ, ຫຼືເງິນທອງ ເພື່ອຊື້ຫາກະກຽມ ແລະເອົານົມເສີມໃຫ້ລູກນ້ອຍ. ລູກໆທີ່ເກີດມາມັກຈະຂາດສານອາຫານ ແລະເປັນພະຍາດຖອກທ້ອງ, ແລະເດັກອາດຈະຕາຍໄດ້. ນີ້ແມ່ນໝາຍຄວາມວ່ານໍ້ານົມແມ່ແມ່ນປອດໄພທີ່ສຸດເຖິງແມ່ນວ່າແມ່ ແລະເດັກບໍ່ໄດ້ກຳລັງກິນຢາປິ່ນປົວເຊື້ອເອດສ໌ໄອວີ ກໍ່ຕາມ.

ສໍາລັບແມ່ ແລະ ເດັກ ການໃຫ້ນົມແມ່ແມ່ນດີທີ່ສຸດ

NWTND Newb Page 23-1.png

ການໃຫ້ນົມ

  • ມັນບໍ່ແພງ. ທ່ານບໍ່ຈໍາເປັນຊື້ນົມເສີມ, ອາຫານເສີມ, ຂວດນົມ ແລະສິ່ງອື່ນໆອີກ.
  • ຊ່ວຍໃຫ້ຜູ້ເປັນແມ່ຢຸດເລືອດໄຫຼຫຼັງຈາກເກີດລູກໄດ້ໄວ.
  • ຊ່ວຍບໍ່ໃຫ້ຖືພາຫຼັງຈາກເກີດລູກໄດ້ຫຼາຍເດືອນ.
  • ປ້ອງກັນແມ່ຈາກມະເຮັງ ແລະ ກະດູກຜ່ອຍເມື່ອເຖົ້າແກ່.
  • ມັນສົດ, ອຸ່ນ, ແລະ ພ້ອມໃຫ້ດື່ມສະເໝີ.
  • ມີສານອາຫານທຸກໆຢ່າງທີ່ເດັກຕ້ອງການ.
  • ຊ່ວຍປ້ອງກັນເດັກຈາກພະຍາດຖອກທ້ອງ, ປອດອັກເສບ ແລະພະຍາດອື່ນໆ.
  • ຊ່ວຍໃນການປ້ອງກັນພະຍາດເບົາຫວານໃນໄລຍະຍາວ, ພູມແພ້, ແລະມະເຮັງທີ່ສາມາດເກີດກັບເດັກຕໍ່ໄປພາຍໜ້າ.
  • ໃຫ້ເດັກຢູ່ຢ່າງປອດໄພ ແລະອົບອຸ່ນທາງຂ້າງແມ່.
  • ໃຫ້ແມ່ ແລະເດັກໄດ້ຢູ່ໃກ້ຊິດກັນ.


NWTND Newb Page 23-2.png