Hesperian Health Guides

ພາຍໃນໜຶ່ງຫາສອງຊົ່ວໂມງຕໍ່ມາ

ຢູ່ໃນພາກນີ້:

ປະມານໜຶ່ງຫາສອງຊົ່ວໂມງຫຼັງຈາກເກີດ, ຕ້ອງໝັ້ນໃຈວ່າເດັກໄດ້ກິນນົມແມ່ ແລະເຈົ້າຕ້ອງເບິ່ງວ່າແມ່ບໍ່ມີເລືອດອອກແລ້ວ ແລະຖືວ່າບໍ່ເປັນຫັຍງແລ້ວ, ໃຫ້ຢາຕາມທີ່ຕ້ອງໃຫ້ ແລະໃຫ້ກວດເດັກຢ່າງລະມັດລະວັງແຕ່ຫົວສຸດຕີນເພຶ່ອຊອກຫາບັນຫາທີ່ຕ້ອງໄດ້ເອົາໃຈໃສ່. ຢ່າໃຫ້ເດັກນ້ອຍໜາວເມື່ອເວລາກວດເດັກ.

ຢາສໍາລັບແອນ້ອຍເກີດໃໝ່

ເມື່ອແມ່ເປັນພະຍາດໜອງໃນແທ້ ຫຼືໜອງໃນທຽມ (ພະຍາດຕິດເຊື້ອໃນອະໄວຍະວະເພດສອງ), ພະຍາດນີ້ສາມາດຕິດ ເຊື້ອໃສ່ຕາຂອງເດັກ, ເປັນບັນຫາທີ່ຮຸນແຮງຕໍ່ຕາ ແລະຕາບອດໄດ້. ມັນພົບເລື້ອຍໃນແມ່ທີ່ບໍ່ຮູ້ວ່າຕົນເອງຕິດເຊື້ອໃນອະໄວຍະວະເພດ. ວິທີທາງທີ່ດີທີ່ສຸດໃນການປ້ອງກັນການແຜ່ລາມຂອງເຊື້ອພະຍາດທັງສອງຈາກແມ່ສູ່ຕາຂອງລູກແມ່ນທັງຜູ້ເປັນແມ່ ແລະພໍ່ຕ້ອງກວດຫາເຊື້ອພະຍາດທີ່ຕິດຕໍ່ທາງເພດສໍາພັນ ແລະດໍາເນີນ ການຮັກສາທັນທີເມື່ອຮູ້ວ່າເປັນ. ເພື່ອຢາກຮຽນຮູ້ກ່ຽວກັບອາການຂອງການຕິດເຊື້ອ ແລະການປິ່ນປົວໃຫ້ເບິ່ງບົດບັນຫາກ່ຽວກັບອະໄວຍະອະເພດ ແລະການຕິດເຊື້ອ (ກຳລັງຂຽນຂຶ້ນຢູ່). ເພື່ອເປັນການປ້ອງກັນການຕິດເຊື້ອ ພະຍາດໜອງໃນແທ້ ຫຼືໜອງໃນທຽມໃສ່ຕາຂອງເດັກແມ່ນໃຫ້ປ້າຍຢາ ເອຣີໂທຣໄມຊິນ ຫຼືຢາເຕຕຣາໄຊຄລີນໃສ່ຕາຂອງເດັກແຕ່ລະຂ້າງພາຍໃນໜຶ່ງ ຫຼືສອງຊົ່ວໂມງຫຼັງຈາກເກີດ. ເບິ່ງໂລກ​ເອດ​ສ໌ ​ແລະ ການ​ໃຫ້​ນົມ.

ໃນບ່ອນທີ່ມີພະຍາດຕັບອັກເສບ ບີ (ເບິ່ງໜ້າ 17 ໃນບົດທີ່ເວົ້າກ່ຽວກັບເຈັບທ້ອງ, ຖອກທ້ອງ ແລະແມ່ທ້ອງ) ຫຼືພະຍາດມະເຮັງຕັບຫຼາຍ, ມັນເປັນການດີ ທີ່ຈະສັກຢາວັກຊີນໃຫ້ເດັກທີ່ຫາກໍ່ ເກີດໃນມື້ທໍາອິດເພື່ອປ້ອງກັນພະຍາດຕັບອັກເສບ ບີ B. ນີ້ມັນຈະສາມາດປ້ອງກັນການແຜ່ເຊື້ອພະຍາດຕັບອັກເສບ B ຈາກແມ່ສູ່ລູກ. ແລະກໍພົບເລື້ອຍໃນແມ່ທີ່ບໍ່ຮູ້ວ່າຕົວເອງ ເປັນພະຍາດຕັບອັກເສບ B.

ກວດແອນ້ອຍ

NWTND Newb Page 6-1.png
  • ແອນ້ອຍຜູ້ນີ້ເບິ່ງຄືກັນກັບແອນ້ອຍຜູ່ອື່ນໆບໍ່?
  • ອະໄວຍະວະຕ່າງໆຂອງເດັກນ້ອຍຜູ້ນີ້ທາງຊ້າຍ ແລະຂວາມີຂະໜາດ, ຮູບຮ່າງ, ແລະຕໍາແໜ່ງເທົ່າກັນ ຫຼືບໍ?
  • ຜີວໜັງຂອງແອນ້ອຍມີການປ່ຽນແປງບໍ? ໂດຍສະເພາະແມ່ນກວດຫຼັງທາງດ້ານລຸ່ມ. ບາງຄັ້ງມັນອາດຈະມີຮູເປີດເລັກນ້ອຍ ຊຶ່ງມັນຕ້ອງການການຜ່າຕັດທັນທີ.
  • ອະໄວຍະວະເພດຂອງແອນ້ອຍປົກະຕິບໍ? (ມັນໄຄ່ບວມໃນມື້ທໍາອິດແມ່ນເປັນເລື່ອງທໍາມະດາ, ຖືວ່າບໍ່ເປັນອັນຕະລາຍ.)
  • ແອນ້ອຍຍ່ຽວແລ້ວບໍ? ແອນ້ອຍທີ່ເກີດໃໝ່ອາດຈະບໍ່ຍ່ຽວໃນມື້ທໍາອິດ. ແຕ່ແອນ້ອຍຄວນຈະຍ່ຽວຫຼາຍໆຄັ້ງໃນມື້ທີ່ສອງ ແລະຍ່ຽວທຸກໆສອງຫາສາມຊົ່ວໂມງຫຼັງຈາກນັ້ນ. ຖ້າວ່າແອນ້ອຍຍ່ຽວບໍ່ຫຼາຍພໍ, ຫຼືນໍ້າຍ່ຽວເປັນສີເຂັ້ມ ແລະມີກິ່ນເໜັນ, ຈະຕ້ອງໃຫ້ເດັກດູດນົມຫຼາຍຂຶ້ນ. ຫຼືແອນ້ອຍອາດຈະບັນຫາກ່ຽວກັບໝາກໄຂ່ຫຼັງຂອງລາວ ແຕ່ບັນຫານີ້ກໍພົບໜ້ອຍ.
  • ແອນ້ອຍຖ່າຍໜັກແລ້ວບໍ່ ຫຼືຖ້າຍັງບໍ່ທັນຖ່າຍໃຫ້ໃສ່ຖົງມືແລ້ວເອົານີ້ວມື (ນີ້ວກ້ອຍ) ແຍ່ເຂົ້າໄປໃນຮູກົ້ນເພື່ອເບິ່ງວ່າມັນມີຮູບໍ, ຖ້າບໍ່ມີຮູຕ້ອງໄດ້ຮັບການຜ່າຕັດ.

ຄວາມແຕກຕ່າງບາງຢ່າງຂອງເດັກອາດຈະບໍ່ມີອັນຕະລາຍຫັຍງ, ແຕ່ບາງຢ່າງກໍ່ເປັນສັນຍານອັນຕະລາຍໄດ້. ຖ້າວ່າແອນ້ອຍມີຄວາມແຕກຕ່າງອັນໃດໜຶ່ງໃຫ້ຄິດໄວ້ວ່າມັນອາດຈະມີອັນໃດໜຶ່ງອີກທີ່ມີຄວາມແຕກຕ່າງຢູ່ໃນຮ່າງກາຍ ຂອງເດັກກໍ່ເປັນໄດ້. ສະນັ້ນແອນ້ອຍຄວນໄດ້ຮັບການເບິ່ງແຍງ ແລະດູແລຢ່າງໃກ້ສິດເພຶ່ອເບິ່ງວ່າລາວຫາຍໃຈສະດວກບໍ, ສີຂອງຜີວໜັງປົກກະຕິດີບໍ, ແລະການຍ່ຽວປົກກະຕິດີບໍ.

ຮູບຮ່າງຂອງຫົວ

ຊີ້ໃສ່ຫົວມັນເປັນເລື່ອງທໍາມະດາທີ່ຫົວ
ຈະແຫຼມ ຫຼື ວ່າໄຄ່ບວມເລັກໜ້ອຍດັ່ງຮູບ
ໂດຍສະເພາະຫຼັງຈາກການໃຊ້ເວລາດົນທີ່ຈະເກີດລູກ.
ສິ່ງເຫຼົ່ານີ້ຈະຫາຍໄປເອງພາຍໃນມື້ຫາສອງມື້.

NWTND Newb Page 7-1.png

ແອນ້ອຍບາງຄົນອາດຈະມີເລືອດອອກຕາມໜັງຫົວທີ່ເພີ່ນເອີ້ນວ່າເລືອດຄ້າງ (ເຮມາໂຕມາ hematoma). ເມື່ອບີບເບິ່ງຫົວ ຂອງເດັກແມ່ນຈະຮູ້ສຶກວ່າອ່ອນໆ ມັນບໍ່ເປັນອັນຕະລາຍຫັຍງຫຼາຍແຕ່ວ່າມັນອາດຈະໃຊ້ເວລາເປັນເດືອນ ຫຼືຫຼາຍກວ່ານັ້ນກ່ອນມັນຈະເຊົາ.

NWTND Newb Page 7-3.png
ເລືອດຄ້າງໃນໜັງຫົວ

ສົບແຫ່ວງ ແລະ ເພດານໂຫ່ວມາແຕ່ກໍາເນີດ

NWTND Newb Page 7-2.png

ສົບແຫ່ວງແມ່ນສາມາດເຫັນໄດ້ງ່າຍກວ່າເພດານໂຫ່ວເພາະວ່າປາກແຫ່ວງແມ່ນເກີດຢູ່່່່່ສົບມີການແຍກສ່ວນອອກເປັນສອງສວ່ນ, ແຕ່ເພດານໂຫ່ວແມ່ນເກີດຢູ່ທາງດ້ານໃນຂອງເພດານປາກ. ໃຫ້ແຍ່ນີ້ວມືເຂົ້າໄປໃນເພດານໄປກວດເບິ່ງວ່າເພດານປາກຂອງເດັກມີຫັຍງຜິດປົກກະຕິບໍ. ເພາະວ່າອັນຕະລາຍຂອງເດັກທີ່ມີສົບແຫ່ວງ ແລະເພດານໂຫ່ວແມ່ນພວກເຂົາຈະກິນນົມຍາກຂຶ້ນ. ເພື່ອໃຫ້ນົມແອນ້ອຍທີ່ສົບແຫ່ວງໃຫ້ເອົານີ້ວມືປິດບ່ອນທີ່ແຫ່ວງນັ້ນ, ສິ່ງນີ້ມັນສາມາດເຮັດໃຫ້ປາກຂອງເດັກໄດ້ພໍດີຂະໜາດນົມແມ່. ສໍາລັບເພດານໂຫ່ວແມ່ນໃຫ້ເອົາຫົວນົມຮອດຂົ້ວນນົມປ່ອນໃສ່ໃນປາກຂອງເດັກໃຫ້ເລີກພໍປະມານ ແລະໃສ່ເບື້ອງທີ່ເປັນແຫ່ວງ. ຖ້າວ່າແອນ້ອຍຍັງມີບັນຫາກັບການກິນນົມແມ່, ແມ່ນໃຫ້ເອົານົມແມ່ໃສ່ບ່ວງແລ້ວຢອດໃສ່ປາກໃຫ້ແອນ້ອຍກິນຈົນກວ່າເດັກຈະໃຫ່ຍພໍທີ່ຈະຮັກສາໂລກນີ້ໄດ້. ໃຫ້ປ້ອນລາວເລື້ອຍໆ ເພື່ອໃຫ້ເດັກມີສຸຂະພາບດີ. ເພື່ອຮຽນຮູ້ວິທີການບີບນ້ຳນົມໄວ້ ແລ້ວໃຊ້ບ່ວງປ້ອນເອົາ ແມ່ນໃຫ້ເບິ່ງໃນບີ​ບນົມ​ໄວ້​ໃຫ້​ລູກ​ກິນ.

ປາກແຫ່ວງສາມາດຮັກສາໄດ້ຫຼັງເດັກມີອາຍຸໄດ້ 3 ເດືອນ. ເພດານໂຫ່ວສາມາດຮັກສາໄດ້ຫຼັງເດັກມີອາຍຸໄດ້ 1 ປີ. ໃນຫຼາຍໆປະເທດການຜ່າຕັດປະເພດນີ້ແມ່ນບໍ່ໄດ້ເສຍຄ່າໃຊ້ຈ່າຍຫັຍງ ແລະກໍຈະສາມາດຊ່ວຍໃຫ້ມີການປ່ຽນແປງອັນໃຫ່ຍຫຼວງແກ່ຊີວິດຂອງເດັກ. ໃຫ້ສອບຖາມຂໍ້ມູນນໍາຄລີນິກ ຫຼືໂຮງໝໍສໍາລັບຂໍ້ມູນເພີ່ມເຕີມ.

ກະດູກກົກຂາຫຼຸດໂບກ, ກະດູກກົກຂາບໍ່ຕໍ່ເຂົ້າກັບຂໍ່, ການຂະຫຍາຍຕົວຜິດປົກະຕິ

ເດັກບາງຄົນເກີດມາກັບບັນຫາເລື່ອງກະດູກກົກຂາຫຼຸດໂບກ ກະດູກກົກຂາບໍ່ຕໍ່ເຂົ້າກັບຂໍ່, ແຕ່ສ່ວນຫຼາຍແລ້ວມັນຈະດີເອງພາຍສອງສາມມື້ ຫຼືເປັນຫຼາຍອາທິດ.

illustration of the below: checking for a dislocated hip.

ຈັບຂາຂອງເດັກທັງສອງຂ້າງແລ້ວພັບເຂົ້າຫາກັນ, ແຕ່ຕ້ອງໃຫ້ປາຍນີ້ວມືຂອງທ່ານຢູ່ສ່ວນສະໂພກຂອງເດັກ. ຫຼັງຈາກນັ້ນແມ່ນປິ່ນຂາຂອງເດັກເປັນວົງ-ອອກ, ໝຸນ, ລົງ ແລະກັບຫຼັງ. ຖ້າມີຂາຂ້າງໃດໜຶ່ງມີອາການກະຕຸກ ຫຼືຕິດຄັດແມ່ນຂາຂ້າງນັ້ນກະດູກກົກຂາຫຼຸດໂບກ.

a woman carrying a baby in a sling with his legs apart.
ຈົ່ງໃຫ້ແມ່ຂອງລາວອຸ້ມລາວໃຫ້ຂາຈ່າງອອກດັ່ງນີ້. ອີກສອງອາທິດໃຫ້ກວດເບິ່ງເດັກວ່າອາການເປັນແນວໃດແລ້ວຖ້າວ່າທ່ານຍັງຮູ້ສຶກວ່າມີອາການກະຕຸກ ຫຼືຕິດຂັດໃຫ້ໄປຂໍຄວາມຊ່ວຍເຫຼືອຈາກທ່ານໝໍ. ການໃສ່ເຄື່ອງຄຶງທີ່ເຮັດໃຫ້ຂາຂອງເດັກຈ່າງອອກເປັນເວລາສອງ-ສາມອາທິດອາດຈະຊ່ວຍໃຫ້ເດັກບໍ່ເປັນພິການໃນໄລຍະຍາວໄດ້.
a baby with his foot turned in.
the baby with a cast on his leg.

ຕີນງໍເຂົ້າ

ຖ້າວ່າຕີນຂອງເດັກເກີດໄໝ່ງໍເຂົ້າ ຫຼືວ່າມີຮູບຮ່າງທີ່ຜິດປົກກະຕິ, ໃຫ້ເບັດຕີນຂອງເດັກໃຫ້ກັບຄືນຖືກຕໍາແໜ່ງ. ຖ້າວ່າທ່ານສາມາດເຮັດໄດ້ງ່າຍດາຍ, ທ່ານສາມາດເຮັດຄືແນວນີ້ຫຼາຍຄັ້ງຕໍ່ມື້. ຕີນຄວນຈະຂະຫຍາຍຕົວໄປຕາມປົກະຕິ. ຖ້າທ່ານບໍ່ສາມາດເບັດຕີນຂອງເດັກໄດ້ງ່າຍດາຍ, ໃຫ້ໄປຂໍຄວາມຊ່ວຍເຫຼືອນໍາສູນການແພດຫຼັງຈາກເກີດໄດ້ສອງສາມມື້. ຕີນຂອງລາວອາດຈະຕ້ອງໃສ່ໂບກ (ໂອບແປ້ງ) ເພື່ອໃຫ້ຕີນຊື່. ຖ້າວ່າເຮົາສາມາດໃສ່ໂບກ (ໂອບແປ້ງ) ໄດ້ໄວ, ມັນຈະສາມາດປ້ອງກັນບໍ່ໃຫ້ຜ່າຕັດ ຫຼືພິການທີ່ຈະເກີດໃນພາຍຫຼັງ.

NWTND Newb Page 8-4.png

ນິ້ວມື ຫຼື ນີ້ວຕີນເຫຼືອ

ນິ້ວມື ຫຼືນີ້ວຕີນທີ່ເຫຼືອອອກມາ, ສ່ວນຫຼາຍແມ່ນບໍ່ມີກະດູກຢູ່ທາງດ້ານໃນ ສະນັ້ນທ່ານສາມາດເອົາມັນອອກໄດ້ໂດຍການມັດເສັ້ນດ້າຍໃສ່ນີ້ວທີ່ເຫຼືອອອກມານັ້ນ. ເມື່ອມັນແຫ້ງແລ້ວມັນກໍ່ຈະຫຼົ່ນອອກເອງ. ຖ້າວ່ານີ້ວມື ຫຼືນິ້ວຕີນທີ່ເຫຼືອນັ້ນມັນໃຫ່ຍ ຫຼືມີກະດູກ, ມັນຈະບໍ່ເປັນອັນຕະລາຍໃດໆ, ແລະທ່ານສາມາດຈະປະມັນໄວ້ກໍ່ໄດ້.

ຖ້າວ່າຕີນຕິດກັນຫຼາຍກວ່າສອງນີ້ວແມ່ນຕ້ອງໄດ້ຮັບການຜ່າຕັດເພື່ອຕັດໃຫ້ນີ້ວຕີນເໝາະສົມ.

NWTND Newb Page 8-5.png
ຕີນຕິດກັນໜ້ອຍແບບນີ້ໜຶ່ງມັນບໍ່ເປັນບັນຫາຫັຍງຫຼາຍ.

ພິການທາງມັນສະໝອງ

ຄວາມພິການມັນສົ່ງຜົນກະທົບໃນການນຶກຄິດ ຫຼືການຮຽນຮູ້ທີ່ເຮົາສາມາດເຫັນໄດ້ດີທັນທີຫຼັງຈາກເດັກເກີດ, ຫຼືທ່ານອາດຈະບໍ່ສາມາດສັງເກດເຫັນຈົນກວ່າເດັກຈະເຕີບໃຫ່ຍຂຶ້ນ. ພິການທາງມັນສະໝອງແມ່ນສາເຫດພື້ນຖານເຮັດໃຫ້ມັນສະໝອງມີການພັດທະນາຊ້າ. ເດັກທີ່ພິການທາງມັນສະໝອງມີບາງອາການ ຫຼືອາການທັງໝົດດັ່ງລຸ່ມນີ້:

NWTND Newb Page 9-1.png
ຕາມີຕໍາແໜ່ງສູງຂຶ້ນກວ່າປົກກະຕິ
ໜ້າແບນ
ມີລາຍມືເສັ້ນດຽວຢູ່ຝາມື
ຫູນ້ອຍມີໜັງພັນຢູ່ທາງດ້ານເທິງຂອງຫູ
ມີກ້າມຊີ້ນໜ້ອຍ


NWTND Newb Page 9-2.png
ນີ້ວຕີນຫ່າງກັນຫຼາຍລະຫ່ວາງນີ້ວທໍາອິດ ແລະນີ້ວທີ່ສອງ
NWTND Newb Page 9-3.png
ສັງເກດເບິ່ງຄວາມແຂງແຮງ ໃນເດັກທຸກໆຄົນ.

ສາເຫດຂອງຄວາມພິການທາງມັນສະໝອງແມ່ນບໍ່ໄດ້ເກີດມາຈາກແມ່ ຫຼືອັນອຶ່ນໆແຕ່ຢ່າງໃດ. ຖ້າວ່າແມ່ທີ່ມີອາຍຸ 35 ປີຂຶ້ນໄປລູກຂອງລາວຈະມີເປີເຊັນເປັນພິການທາງມັນສະໝອງຫຼາຍຂື້ນ. ເດັກນ້ອຍເຫຼົ່ານີ້ແມ່ນຕ້ອງການຄວາມຮັກ ແລະການດູແລເອົາໃຈໃສ່ເຊັ່ນດຽວກັນກັບເດັກຄົນອຶ່ນໆ ແລະການເຮັດກິດຈະກໍາແບບທໍາມະດາກໍ່ສາມາດຊ່ວຍໃຫ້ເຂົາຮຽນຮູ້ໄດ້ເຊັ່ນກັນ. ສໍາລັບຂໍ້ມູນເພີ່ມເຕີມແມ່ນໃຫ້ອ່ານປື້ມຂອງເຮັດສ໌ເປຣຽນທີ່ມີຊື່ວ່າ Disabled Village Children (ເດັກພິການໃນໝູ່ບ້ານໃນພາກທີ່ 32).

ການດູແລເບິ່ງແຍງເດັກພິການ

ຄວາມແຕກຕ່າງກັນທາງດ້ານຮ່າງກາຍຕ່າງໆສາມາດຮັກສາໄດ້ພາຍໃນຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອຈາກພະນັກງານສາທາລະນະສຸກ. ບາງເທື່ອສິ່ງທີ່ສໍາຄັນຫຼາຍກວ່າການຮັກສາທາງດ້ານຮ່າງກາຍແມ່ນການໃຫ້ຄວາມຮັກ ແລະການດູແລເອົາໃຈໃສ່, ເວລາໃນການຫຼີ້ນ, ຮຽນຮູ້ ແລະຄວາມຮັບຜິດຊອບ, ເຊັ່ນດຽວກັບເດັກຄົນອຶ່ນໆ. ໃຫ້ຫາເບິ່ງວ່າເດັກແຕ່ລະຄົນແມ່ນມີພອນສະຫັວນ ແລະທັກສະຄືແນວໃດ. ສັງເກດເບິ່ງຄວາມແຂງແຮງໃນເດັກທຸກໆຄົນ.

ວິທີການທີ່ດີທີ່ສຸດທີ່ຈະປົກປ້ອງເດັກແມ່ການເບິ່ງແຍງດູແລແມ່ໃຫ້ດີ.


ບັນຫາຮຸນແຮງເມື່ອເດັກເກີດມາບໍ່ສົມບູນ

ບັນຫາທີ່ເດັກອອກມາບໍ່ສົມບູນບາງຢ່າງອາດຈະຮຸນແຮງພວກມັນອາດຈະນໍາໄປເຖິງການເສຍຊີວິດຂອງເດັກໄດ້. ນີ້ມັນເປັນເວລາທີ່ເຈັບປວດຂອງຄອບຄົວ ແລະຊຸມຊົນ. ເຊັ່ນດຽວກັບພະນັກງານສາທາລະນະສຸກ, ທ່ານສາມາດຊ່ວຍເຫຼືອຄອບຄົວພວກເຂົາໂດຍກາຍໄປໂອລົມເພື່ອປອມໃຈກັບຄວາມໂສກເສົ້າ ແລະສູນເສຍຕ່າງໆ.

NWTND Newb Page 10-1.png

ການທຳຄວາມສະອາດ ແລະນຸ່ງເຄື່ອງໃຫ້ເດັກນ້ອຍເກີດໃໝ່

NWTND Newb Page 11-1.png
ຜູ້ເປັນແມ່ຫຼາຍຄົນຕ້ອງການປົກປ້ອງລູກໆຂອງພວກເຂົາຈາກອາກາດທີ່ໜາວດ້ວຍນຸ່ງເຄື່ອງທີ່ໜາ ຫຼືຮົ່ມຜ້າຮົ່ມ. ນີ້ມັນສາມາດເຮັດໃຫເດັກນ້ອຍຮ້ອນເກີນໄປ! ໃຫ້ໃສ່ເສື້ອຜ້າໃຫ້ເດັກອີກຕື່ມຈັກຊັ້ນໜຶ່ງຕື່ມແມ່ນພຽງພໍແລ້ວ.

ເຊັດເລືອດທີ່ຕິດ ແລະອາຈົມຂອງເດັກທີ່ເປັນສີດຳ ທີ່ເອີ້ນກັນວ່າຂີ້ເທົາອອກຈາກຕົນຕົວຂອງເດັກ, ແຕ່ບໍ່ໃຫ້ອາບນໍ້າໃຫ້ເດັກເທື່ອ. ຫຼັງຈາກນັ້ນອີກສອງສາມມື້ຈິ່ງໃຫ້ຄອບຄົວອາບນໍ້າໃຫ້ເດັກຕາມປົກກະຕິເພື່ອທໍາຄວາມສະອາດນໍ້ານົມ, ນໍ້າລາຍ, ສິ່ງເປີເປື້ອນ ແລະຂີ້ຂອງເດັກ.

ເມື່ອໃສ່ເຄື່ອງນຸ່ງໃຫ້ເດັກແມ່ນໃຫ້ໃສ່ໜາເທົ່າທີ່ຜູ້ໃຫ່ຍຕ້ອງການ, ຫຼືໃຫ້ໃສ່ເຕີ່ມອີກຊັ້ນໜຶ່ງເພື່ອເພີ່ມຄວາມອົບອຸ່ນໃຫ້ເດັກ. ສໍາລັບອາທິດທໍາອິດ ຫຼືສອງອາທິດໃຫ້ປົກຫົວຂອງເດັກເພາະວ່າພວກເດັກນ້ອຍສູນເສຍຄວາມຮ້ອນຢູ່ຫົວຫຼາຍກວ່າໝູ່. ປ່ຽນເຄື່ອງນຸ່ງ ແລະຜ້າອ້ອມທັນທີເມື່ອມັນປຽກ ແລະເປື້ອນຍ້ອນຖືກຍ່ຽວ ແລະຂີ້ຂອງເດັກ. ຖ້າວ່າຜີວໝັງເປັນສີແດງ ຫຼືຕຸ່ມຢູ່ກ້ອງຜ້າອ້ອມໃຫ້ປ່ຽນຜ້າອ້ອມທັນທີ.