Hesperian Health Guides

ບັນຫາສຸຂະພາບຕ່າງໆຂອງເດັກເກີດໃໝ່

ຢູ່ໃນພາກນີ້:

ເດັກນ້ອຍທີ່ມີສຸຂະພາບດີແມ່ນເດັກທີ່ຫາຍໃຈໄດ້ສະດວກດີໂດຍບໍ່ມີບັນຫາຫຍັງ. ຄວນຈະໃຫ້ນົມແອນ້ອຍທຸກໆ 2 ຫາ 4 ຊົ່ວໂມງ ແລະເມື່ອເວລາເດັກຕື່ນຍ້ອນຫິວ ຫຼືປຽກຊຸ່ມ. ຜິວຂອງເດັກຄວນຈະລະອຽດ ຫຼືມີພຽງແຕ່ຕຸ່ມມຸ່ນມ່ານໜ້ອຍດຽວເທົ່ານັ້ນໃນເວລາໜຶ່ງຫາສອງມື້. ຖ້າແອນ້ອຍຜູ້ໃດບໍ່ມີຕາມທີ່ໄດ້ກ່າວມາແລ້ວນັ້ນແມ່ນເດັກອາດຈະມີບັນຫາ ແລະຄວນໃຫ້ຂໍຄວາມຊ່ວຍເຫຼືອຈາກແພດທັນທີ.

ພະຍາດທີ່ໃຊ້ເວລາເປັນຫຼາຍໆມື້ ຫຼືຫຼາຍໆອາທິດຈິ່ງເຮັດໃຫ້ຜູ້ໃຫຍ່ເສຍຊີວິດໄດ້ນັ້ນສາມາດເຮັດເດັກເສຍຊີວິດໄດ້ໃນເວລາບໍ່ເທົ່າໃດຊົ່ວໂມງ.


ການຕິດເຊື້ອ

ການຕິດເຊື້ອໃນເດັກທີ່ເກີດໃໝ່ແມ່ນເປັນອັນຕະລາຍຫຼາຍ ແລະຕ້ອງການປິ່ນປົວດ້ວຍຢາຕ້ານເຊື້ອທັນທີທັນໃດ. ບໍ່ຂຶ້ນກັບວ່າເຈົ້າຈະຢູ່ຫ່າງໄກຈາກສຸກສາລາ ແລະມີຢາຊະນິດໃດກໍ່ຕາມ, ເຈົ້າຄວນຈະຫາຄວາມຊ່ວຍເຫຼືອທັນທີທັນໃດ ຫຼືໃຫ້ຢາປິ່ນປົວເລີຍ ເຖິງແມ່ນວ່າມັນແມ່ນວິທີດຽວກໍ່ຕາມ.

NWTND Newb Page 12-1.png
ໜ້າເອິກລຸບລົງ
ດັງເປີດ
ສັນຍານອັນຕະລາຍ
  • ຫາຍໃຈໄວ: ຫຼາຍກວ່າ 60 ເທື່ອຕໍ່ນາທີໃນຂະນະທີ່ນອນ ຫຼືພັກຜ່ອນ.
  • ຫາຍໃຈຍຍາກ: ໜ້າເອິກລຸບລົງ, ຫາຍໃຈມີສຽງຄາງ, ປີງດັງຕີງ, ໃນເວລານອນຫຼັບ ຫຼືພັກຜ່ອນ.
  • ໄຂ້, ສູງກວ່າ 37.5º C, ຫຼື ອຸນຫະພູມຕໍ່າ ຕໍ່າກວ່າ 35.5º C.
  • ມີຜື່ນສີວ ຫຼືຕຸ່ມໂພງຫຼາຍ. (ຜື່ນນ້ອຍໆແມ່ນທໍາມະດາ.)
  • ບໍ່ກິນນົມ.
  • ບໍ່ຢາກຕື່ນ, ຫຼືເບິ່ງຄືວ່າບໍ່ມີປະຕິກິລິຍາໂຕ້ຕອບ.
  • ຊັກ: ໝົດສະຕິ ແລະກະຕຸກ.


ອາການໃດໜຶ່ງທີ່ກ່າວມາຂ້າງເທິງນີ້ແມ່ນໝາຍຄວາມວ່າເດັກຕ້ອງໄດຮັບການປິ່ນປົວ.

ຖ້າວ່າເດັກມີສັນຍານອັນຕະລາຍອັນໃດໜຶ່ງທີ່ກ່າວມາຂ້າງເທິງນັ້ນແມ່ນເດັກມີ ການຕິດເຊື້ອ. ຖ້າວ່າເດັກມີສັນຍາອັນຕະລາຍຫຼາຍກວ່າໜຶ່ງອັນ, ຍິ່ງສາມາດສະແດງໃຫ້ເຫັນວ່າເດັກຢູ່ໃນອັນຕະລາຍຫຼາຍຂຶ້ນ ແລະ ຕ້ອງໃຫ້ຢາຕ້ານເຊື້ອທັນທີ. ຖ້າມີພຽງແຕ່ອາການດຽວ, ແຕ່ວ່າມັນບໍ່ດີຂຶ້ນໄວແມ່ນເດັກຕ້ອງການການປິ່ນປົວ.

ຖ້າວ່າແມ່ມີໄຂ້ໃນເວລາເກີດລູກ, ໃຫ້ດູແລແມ່ເປັນພິເສດເພື່ອສັງເກດເບິ່ງສັນຍານອັນຕະລາຍໃນເດັກ. ເຊັ່ນດຽວກັນກັບເດັກທີ່ຂີ້ໃສ່ມົດລູກເພາະວ່າບາງເທື່ອເດັກສາມາດຫາຍໃຈເອົາຂີ້ ຂອງຕົນເອງໄດ້ໃນເວລາເກີດ. (ຢູ່ໃນນໍ້າເມືອກຈະເຫັນກ້ອນຂີ້ສີນໍ້າຕານ ຫຼື ສີຂຽວ. ຫຼື ຢູ່ຕາມຜິວຂອງເດັກຈະມີສີເຫຼືອງຕິດຢູ່ເວລາເກີດ). ນີ້ສາມາດເຮັດໃຫ້ຕິດເຊື້ອໃນປອດໃນສອງສາມມື້ທໍາອິດຫຼັງຈາກເກີດ, ສະນັ້ນຕ້ອງປິ່ນປົວຢ່າງໄວວາເມື່ອພົບສັນຍານອັນຕະລາຍດັ່ງທີ່ກ່າວມານັ້ນ.

ການປິ່ນປົວ

ຖ້າວ່າເຈົ້າສົງໃສວ່າເດັກມີການຕິດເຊື້ອ ແຕ່ວ່າບໍ່ຮຸນແຮງ, ແມ່ນໃຫ້ຢາ ຢາອັມປີຊີລິນ (ampicillin) ແລະອາມ໊ອກຊີຊີລິນ (amoxicillin), ແຕ່ວ່າສຳລັບການຕິດເຊື້ອຂັ້ນຮຸນແຮງແມ່ນໃຫ້ສັກຢາອັມປີຊີລິນ (ampicillin) ແລະຢາ ເຈັນທາໄມຊີນ (gentamicin) ທັນທີ ແລະໃຫ້ຂໍຄວາມຊ່ວຍເຫຼືອນຳແພດໝໍ. ໃຫ້ຂະໜາດຢາທີ່ຖືກຕ້ອງແມ່ນຂື້ນກັບນ້ຳໜັກຂອງເດັກແຕ່ລະຄົນ.

NWTND Newb Page 13-1.png

ຕາມທໍາມະດາແລ້ວເດັກຄວນຈະມີອາການດີຂຶ້ນພາຍໃນສອງມື້. ຖ້າວ່າອາການຂອງພວກເຂົາຍັງບໍ່ດີຂຶ້ນແມ່ນໃຫ້ປ່ຽນຢາຕ້ານເຊື້ອ ຊະນິດອື່ນເພື່ອຮັກສາຊີວິດຂອງພວກເຂົາ.

ຢາຕ້ານເຊື້ອຊະນິດເມັດສາມາດນຳໄປບົດໃຫ້ມຸ່ນ ແລະປະສົມກັບນົມໃຫ້ເດັກກິນໄດ້, ແຕ່ວ່າຢາຕ້ານເຊື້ອບາງຊະນິດຕ້ອງໄດ້ສັກເອົາ. ມັນສາມາດສັກໃສ່ກ້າມຂີ້ນກົກຂາເດັກ. ບົດທີ່ເວົ້າກ່ຽວກັບຢາ, ການກວດ ແລະການປິ່ນປົວ (ກຳລັງຂຽນຂຶ້ນຢູ) ແມ່ນອະທິບາຍກ່ຽວກັບວ່າຈະສັກຢາໃຫ້ປອດໄພຄືແນວໃດ.

ຖ້າວ່າແມ່ມີໄຂ້ໃນເວລາເກີດລູກ, ໃຫ້ດູແລແມ່ເປັນພິເສດເພື່ອສັງເກດເບິ່ງສັນຍານອັນຕະລາຍໃນເດັກ. ເຊັ່ນດຽວກັນກັບເດັກທີ່ຂີ້ແຕ່ຢູ່ໃນທ້ອງແມ່ບາງເທື່ອເດັກສາມາດຫາຍໃຈເອົາຂີ້ຂອງຕົນເອງໄດ້ໃນເວລາເກີດ. (ຢູ່ໃນນໍ້າຄາວປາຈະເຫັນກ້ອນຂີ້ສີນໍ້າຕານ ຫຼືສີຂຽວ. ຫຼື ຢູ່ຕາມຜິວຂອງເດັກຈະມີສີເຫຼືອງຕິດຢູ່ເວລາເກີດ). ນີ້ສາມາດເປັນສາເຫດເຮັດໃຫ້ຕິດເຊື້ອໃນປອດໃນສອງສາມມື້ທໍາອິດຫຼັງຈາກເກີດ, ສະນັ້ນຕ້ອງປິ່ນປົວຢ່າງໄວວາເມື່ອພົບສັນຍານທຳອິດຂອງການຕິດເຊື້ອ.

ການຮ້ອງ​ໄຫ້

NWTND Newb Page 13-2.png
ໃຫ້ຂ້ອຍດູແລລູກເອງ ເມື່ອເວລາເຈົ້າພັກຜ່ອນ.

ເດັກບາງຄົນອາດຈະໄຫ້ຫຼາຍກວ່າເດັກບາງຄົນ. ມັນອາດຈະເປັນເລື່ອງທໍາມະດາສໍາລັບເດັກທີ່ມີສຸຂະພາບແຂງແຮງ. ໃຫ້ກວດເບິ່ງການຫາຍໃຈຂອງລາວວ່າເປັນປົກກະຕິບໍເວລາເດັກບໍ່ໄຫ້.

ຖ້າວ່າເດັກມີອາການເຈັບທ້ອງແມ່ນລາວຈະໄຫ້ຫຼາຍໃນຕອນກາງຄືນ. ມັນຄວນຈະດີຂຶ້ນພາຍໃນເວລາ 3 ເດືອນທໍາອິດ. ມັນຈະເຮັດໃຫ້ຄອບຄົວມີຄວາມຍຸ້ງຍາກ. ໃຫ້ໃຈດີກັບແມ່ ແລະໃຫ້ແນ່ໃຈວ່າພວກເຂົາໄດ້ພັກຜ່ອນ ແລະຄວາມຊ່ວຍເຫຼືອໃນເວລາພວກເຂົາຕ້ອງການ.

ຖ້າເດັກນ້ອຍໄຫ້ເກືອບໝົດມື້ ແລະເຂົາຍັງບໍ່ກິນອີກ, ມີໄຂ້, ຫຼືມີບັນຫາໃນການຫາຍໃຈນັ້ນອາດແມ່ນສັນຍານຂອງການຕິດເຊື້ອ.

ການຮາກ

NWTND Newb Page 14-1.png

ແອນ້ອຍເອື້ອມນໍ້ານົມອອກ. ບາງຄັ້ງແມ່ນເອື້ອມອອກຫຼາຍຈາກປາກ ຫຼື ດັງ. ການເອື້ອມນໍ້ານົມແມ່ ບໍ່ມີບັນຫາຫຍັງຫຼາຍຖ້າວ່າເດັກຍັງມີນໍ້າໜັກຂຶ້ນ. ພະຍາຍາມອຸ້ມແອນ້ອຍຕັ້ງຂຶ້ນຫຼັງຈາກປ້ອນນົມແລ້ວ. ແອນ້ອຍຈະຮາກອອກມາຖ້າວ່າຮ່າງກາຍບໍ່ຮັບເອົານໍ້ານົມແລ້ວ.

ສັນຍານອັນຕະລາຍ
  • ຮາກຕະຫຼອດ ຫຼື ຈົນບໍ່ສາມາດຮັກສາອາຫານໃດໆໄວ້ໃນທ້ອງໄດ້
  • ຮາກເປັນເລືອດ
  • ມີອາການຂາດນໍ້າ
NWTND Newb Page 14-2.png
ອຸ້ມເດັກນ້ອຍພາດໃສ່ບ່າ ຫຼືໃສ່ເທິງຕັກແລ້ວລູບຫຼັງເບົາໆຫຼັງຈາກເດັກກິນນົມແລ້ວ. ນີ້ຈະສາມາດເຮັດໃຫ້ອາກາດອອກມາ ຈະເຮັດໃຫ້ເດັກບໍ່ຮາກເມື່ອກີນນົມ.

ການຂາດນໍ້າ (ບໍ່ມີນໍ້າພຽງພໍໃນຮ່າງກາຍ)

ເດັກນ້ອຍຈະຂາດນໍ້າໄດ້ງ່າຍດາຍ ແລະການຂາດນໍ້າໃນເດັກແມ່ນເປັນອັນຕະລາຍຫຼາຍ.

ສາເຫດຕ່າງໆ
  • ພະຍາດຖອກທ້ອງ
  • ການຮາກ
  • ປ້ອນນົມໜ້ອຍກວ່າທຸກໆ 2 ຫາ 4 ຊົ່ວໂມງ.
  • ກິນ ຫຼືດື່ມນໍ້າອື່ນໆທີ່ບໍ່ແມ່ນນໍ້ານົມແມ່ (ອາຫານສໍາລັບເດັກ, ເຂົ້າປຽກເຂົ້າ, ຫຼືນໍ້າ)
  • ອາກາດຮ້ອນ
ອາການ
  • ຍ່ຽວໜ້ອຍ, ຫຼືມີສີເຂັ້ມ, ຍ່ຽວມີກິ່ນແຮງ
  • ປາກ ແລະລີ້ນແຫ້ງ
  • ຜິວໜັງຈືດ ຫຼືຕາບໍ່ສົດໃສ

ຂາດນໍ້າຮຸນແຮງສາມາດເປັນສາເຫດເຮັດໃຫ້ຕາໂກນ, ຂະໝ່ອມລຸບລົງ, ນໍ້າໜັກຫຼຸດ, ແລະເສຍສະຕິ.

NWTND Newb Page 15-1.png
ການປິ່ນປົວ

ເມື່ອເຫັນອາການຂາດນໍ້າ, ຫຼືຖ້າວ່າເດັກຖອກທ້ອງ ຫຼືຮາກ, ແມ່ນໃຫ້ເດັກກິນນົມເລື້ອຍຂຶ້ນ, ຈົນກວ່າເດັກຈະດື່ມນົມດີ. ໃຫ້ປຸກເດັກນ້ອຍທຸກໆສອງຊົ່ວໂມງເພື່ອກິນນົມ. ທ່ານສາມາດເອົານໍ້າເກືອແຮ່ໃຫ້ເດັກນ້ອຍດື່ມກໍ່ໄດ້ ໂດຍປະສົມນໍ້າ, ເກືອ ແລະນໍ້າຕານໜ້ອຍໜຶ່ງ. ໃຫ້ນໍ້າເກືອແຮ່ດື່ມຫຼັງຈາກການປ້ອນນົມແມ່. ກໍລະນີທີ່ແມ່ໃຫ້ນົມລູກກິນຢູ່ເລື້ອຍໆ ແຕ່ແມ່ມີນ້ຳນົມໃຫ້ລູກກິນໄດ້ພຽງພໍແມ່ນມີໜ້ອຍຫຼາຍ.

ຖ້າການຂາດນໍ້າໃນເດັກຍັງບໍ່ດີຂື້ນພາຍໃນສອງສາມຊົ່ວໂມງ, ໃຫ້ໄປຮັບການສົ່ງສານນໍ້າຈາກແພດໝໍ.

ຜື່ນແດງ

ເເດັກທີ່ເກີດໃໝ່ອາດຈະເປັນຕຸ່ມຜື່ນ, ຈຸດດ່າງ, ແລະມີສີຜິວທີ່ແຕກຕ່າງກັນແຕ່ມັນບໍ່ເປັນອັນຕະລາຍ ແລະມັນຈະຫາຍໄປເອງ. ຜື່ນໃນກົ້ນຂອງເດັກແມ່ນມີສາເຫດມາຈາກຜີວໜັງປຽກຍ້ອນນໍ້າຍ່ຽວ ຫຼືຂີ້ຂອງເດັກ. ໃຫ້ທໍາຄວາມສະອາດບ່ອນທີ່ເປັນຜື່ນນັ້ນຢູ່ເປັນປະຈໍາ. ໃຫ້ປ່ຽນຜ້າອ້ອມ ແລະເຄື່ອງໃຫ້ເດັກທັນທີ່ທີ່ມັນປຽກ ຫຼືເປື້ອນ. ສໍາລັບເດັກທີ່ໃຫຍ່ແດ່ ແລະມື້ທີ່ມີອາກາດຮ້ອນແມ່ນບໍ່ໃສ່ຜ້າອ້ອມໃຫ້ເດັກກໍ່ໄດ້ເພື່ອໃຫ້ບ່ອນທີ່ເປັນຜື່ນນັ້ນແຫ້ງ. ໃຫ້ໃຊ້ຄຼີມ Zinc oxide ທາກໍ່ອາດຈະຊ່ວຍໄດ້ເຊັ່ນກັນ. ຖ້າວ່າມັນບໍ່ເຊົາພາຍໃນສອງສາມມື້ແມ່ນມັນການອາດຈະຕິດເຊື້ອລາ, ຄືແນວນີ້ແມ່ນໃຫ້ໃຊ້ຢາ ນິດສເຕຕີນຄຣີມ (nystatin).

ຖ້າວ່າເດັກມີຕຸ່ມໂພງ ຫຼື ວ່າມີສີວຫຼາຍໂດຍສະເພາະແມ່ນເບິ່ງເດັກຄືບໍ່ສະບາຍ ຫຼື ວ່າມີໄຂ້, ແມ່ນເດັກອາດຈະຕິດເຊື້ອ. ຖ້າພວກມັນບໍ່ດີ​ຂຶ້ນ, ຫຼື ອາການຕິດເຊື້ອຍິ່ງຮ້າຍແຮງຂຶ້ນແມ່ນໃຫ້ໃຊ້ ຢາຕ້ານເຊື້ອທີ່ມີ​ໃນ​ທີ່​ນີ້.

ຕົວເຫຼືອງ

ເດັກທີ່ມີຜີວໝັງ ແລະ ຕາເຫຼືອງແມ່ນເດັກທີ່ເປັນພະຍາດໝາກເຫຼືອງ. ສໍາລັບເດັກທີ່ມີຜິວສີດໍາແມ່ນໃຫ້ສັງເກດ ເບິ່ງຕາຂອງເດັກເອົາ. ພະຍາດໝາກເຫຼືອງທີ່ເກີດຂຶ້ນໃນລະຫວ່າງມື້ທີ່ສອງ ແລະ ມື້ທີ່ຫ້າຫຼັງຈາກເກີດມາແມ່ນບໍ່ມີອັນຕະລາຍ ຫຍັງ. ວິທີການຮັກສາທີ່ດີທີ່ສຸດແມ່ນການໃຫ້ນົມແມ່ເລື້ອຍໆມັນຈະຊ່ວຍໃຫ້ຊະລ້າງສານເຄມີທີ່ມີຢູ່ໃນໂຕເດັກ ​ແລະ ເຮັດ ໃຫ້ໂຕເດັກເປັນສີເຫຼືອງນັ້ນອອກໄປ. ປຸກໃຫ້ເດັກຕື່ນມາກິນນົມທຸກໆສອງຊົ່ວໂມງ. ແສງແດດກໍ່ສາມາດຊ່ວຍໄດ້ເຊັ່ນກັນ. ສະນັ້ນເຮົາສາມາດອຸ້ມແອນ້ອຍ (ບໍ່ຕ້ອງໃສ່ເຄື່ອງໃຫ້ເຂົາ) ໄປຕາກແດດອ່ອນໆປະມານ 15 ນາທີ ຫຼື ຫຼາຍ​ກວ່າ​ນັ້ນ​ກໍ່​ໄດ້ ​ໃຫ້​ເຮັດ​ເຊັ່ນ​ນີ້ໜຶ່ງຫາສອງເທື່ອຕໍ່ມື້.

ສັນຍານອັນຕະລາຍ
  • ອາການເຫຼືອງທີ່ເກີດຂຶ້ນໄດ້ພາຍໃນ 24 ຊົ່ວໂມງເມື່ອເດັກເກີດ.
  • ອາການເຫຼືອງທີ່ເກີດຕາມຫຼັງແຕ່ເກີດທົ່ວຕົນຕົວ.
  • ເດັກທີ່ເຫຼືອງນັ້ນມີແຕ່ນອນ ແລະປຸກຕື່ນມາກິນນົມບໍ່ຕື່ນແມ່ນໃຫ້ໄປຂໍຄວາມຊ່ວຍເຫຼືອຈາກແພດເມື່ອເຫັນອາການເຫຼົ່ານີ້.

ໃຫ້ໄປຂໍຄວາມຊ່ວຍເຫຼືອຈາກ​ແພດເມື່ອເຫັນອາການເຫຼົ່ານີ້.

ຕາ

NWTND Newb Page 16-1.png

ຮູນໍ້າຕານ້ອຍໆທີ່ເປັນບ່ອນທີ່ນໍ້າຕາ ແລະນໍ້າເມືອກທີ່ໃຊ້ຫຼໍ່ລ້ຽງຕາໄຫຼອອກມາເກີດຕັນ ແລ້ວຈະເຮັດໃຫ້ເຄືອງຕາ ຫຼືຕາແຫ້ງ. ໃຫ້ທໍາຄວາມສະອາດມັນດ້ວຍນໍ້າຜ້າທີ່ຈຸ່ມນ້ຳອຸ່ນ ແລະແຕ່ລະຂ້າງແມ່ນໃຫ້ໃຊ້ຜ້າຄົນລະຜືນເພາະເຮັດວິທີນີ້ຈະສາມາດຊ່ວຍບໍ່ໃຫ້ຕາທີ່ຕິດເຊື້ອໄປຕິດໃສ່ຕາອີກເບື້ອງໜຶ່ງໄດ້.

ໜັງຕາເປັນສີແດງ, ໄຄ່ບວມເປັນໜອງຫຼັງຈາກເດັກນ້ອຍເກີດໄດ້ 5 ມື້ ແມ່ນຕາເດັກນ້ອຍຕິດເຊື້ອພະຍາດໜອງໃນແທ້ ຫຼືໜອງໄນທຽມ ໃຫ້ເດັກນ້ອຍກິນ ຢາເອຣີໂທຣໄມຊິນ (erythromycin) ໂດຍການບົດປົນກັບນົມນ້ອຍໜຶ່ງ. ການປິ່ນປົວພະຍາດໜອງໃນແທ້ແມ່ນໃຫ້ສັກຢາ ເຊັຟໄທຣອາໂຊນ (ceftriaxone). ຖ້າເຈົ້າບໍ່ສາມາດກວດໄດ້ວ່າ ພະຍາດຫັຍງທີ່ເປັນສາເຫດຂອງການຕິດເຊື້ອ, ໃຫ້ໃຊ້ຢາປິ່ນປົວພະຍາດທັງສອງຢ່າງ. ພໍ່ ແລະແມ່ຄວນຈະໄດ້ຮັບການປິ່ນປົວເຊື້ອພະຍາດໜອງໃນແທ້ ຫຼືໜອງໄນທຽມນຳກັນ. ເບິ່ງບັນຫາກ່ຽວກັບອະໄວຍະວະສືບພັນ ແລະ ການຕິດເຊື້ອ (ກຳລັງຂຽນຂຶ້ນຢູ່). ຖ້າວ່າຕາຕິດເຊື້ອບໍ່ດີຂຶ້ນພາຍໃນໜຶ່ງ ຫຼືສອງມື້, ທ່ານຕ້ອງໃຊ້ຢາຕ້ານເຊື້ອຊະນິດອື່ນອີກເພື່ອປ້ອງກັນຕາບອດ. ໃຫ້ໄປຂໍຄວາມຊ່ວຍເຫຼືອຈາກແພດໝໍ.

ຂະໝ່ອມ

ບ່ອນນຸ່ມໆຢູ່ເທິງຫົວຂອງເດັກແມ່ນຄວນຈະເປັນບ່ອນພຽງ. ຖ້າວ່າບ່ອນນັ້ນມັນລຸບ ຫຼື ບວມແມ່ນສັນຍານອັນຕະລາຍທີ່ສຸດ.

NWTND Newb Page 16-3.png
NWTND Newb Page 16-2.png
ບ່ອນນູນນຸ່ມໆຢູ່ເທິງຫົວຂອງເດັກແມ່ນຄວນຈະເປັນພຽງ. ຖ້າວ່າບ່ອນນັ້ນມັນລຸບ ຫຼືສວດແມ່ນສັນຍານອັນຕະລາຍທີ່ສຸດ. ຂະໝ່ອມສວດຂຶ້ນແມ່ນອາການຂອງພະຍາດເຍື້ອຫຸ້ມສະໝອງອັກເສບ. ໃຫ້ໃຊ້ຢາຕ້ານເຊື້ອ.

ສາຍ​ບື

ຫຼັງຈາກຕັດສາຍບືແລ້ວ, ໃຫ້ປະຂວັ້ນສາຍບືໄວ້ໂດຍບໍ່ໃຫ້ເອົາຫຍັງປົກ. ບໍ່ໃຫ້ຜ້າອ້ອມ ແລະເສື້ອຜ້າຖືກສາຍບື. ຫຼີກເວັ້ນການຈັບບາຍ, ແຕ່ຖ້າທ່ານຈຳເປັນຕ້ອງໄດ້ຈັບມັນ, ກ່ອນອື່ນໃຫ້ລ້າງມືໃຫ້ສະອາດດ້ວຍສະບູ ແລະນໍ້າ. ຖ້າວ່າຂວັ້ນສາຍບືມັນເປື້ອນ ຫຼືປົກຫຸ້ມດ້ວຍເລືອດກ້າມ, ໃຫ້ທໍາຄວາມສະອາດດ້ວຍສະບູ ແລະນໍ້າ ແລະຜ້າທີ່ສະອາດທີ່ສຸດ.

NWTND Newb Page 17-1.png
ດູແລຮັກສາຂີ້ໄສ້ບືໃຫ້ດີ – ທ່ານຈະສາມາດບໍ່ໃຫ້ເກີດການຕິດເຊື້ອເຊັ່ນກັນ.

ຖ້າວ່າແມ່ໄດ້ປົກສາຍບືດ້ວຍຜ້າພັນບາດ ຫຼືເສື້ອຜ້າ, ຕ້ອງໃຫ້ແນ່ໃຈວ່າມັນສະອາດ ແລະບໍ່ແໜັນ ພ້ອມທັງໃຫ້ປ່ຽນມັນອອກສອງສາມຄັ້ງຄັ້ງຕໍ່ມື້.

ສາຍບືຄວນຈະແຫ້ງ ແລະລົ່ນອອກພາຍໃນໜຶ່ງອາທິດ.

ຖ້າວ່າບໍລິເວນອ້ອມໆສາຍບືກາຍເປັນສີແດງ ຫຼືຮ້ອນ, ມີກິ່ນເໝັນ, ຫຼືມີໜອງ, ແມ່ນມັນອາດເກີດການຕິດເຊື້ອ. ທໍາຄວາມສະອາດສາຍບືໃຫ້ດີ ແລ້ວ |ໃຫ້ຢາອາມ໊ອກຊີຊີລິນ.

ຖ້າເຫັນວ່າສີໜ້າເດັກນ້ອຍບໍ່ຄ່ອຍດີຄືຈະເຈັບປວດຫຼາຍ, ບໍ່ກິນນົມ, ຫຼື ເບິ່ງຄືວ່າເດັກໂຕແຂງ ພ້ອມກັບເຫັນບໍລິເວນຢູ່ອ້ອມໆສາຍບືເບິ່ງຄືວ່າຈະມີການຊຶມເຊື້ອ, ເດັກອາດຈະເປັນບາດພະຍັກ. ນີ້ເປັນເລື່ອງຮີບດ່ວນທີ່ຕ້ອງທໍາການປິ່ນປົວ.