Hesperian Health Guides

​ປາກ​ອັກ​ເສບ (​ແຄນ​ດິດາ (Candida), ​ເຊື້ອ​ລາ)

ແອນ້ອຍ​ເກີດ​ໃໝ່ ​ແລະ ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່: ຢາ​ຕ່າງໆ

ເຈັນທຽນ ໄວໂອເລັດ, ຈີວີ, ຄຼີນສໂທ ໄວໂອເລັດ, ເມຕີລໂຣຊານີລີນຽມ ຄຼໍໄຣດ໌ (Gentian violet, GV, crystal violet, methylrosanilinium chloride)


ເຈັນທຽນ ໄວໂອເລັດ (Gentian violet) ແມ່ນຢາທີ່ລາຄາບໍ່ແພງສຳລັບໃຊ້ໃນການປິ່ນປົວເຊື້ອເຫັດໃນປາກ, ຫົວນົມຂອງແມ່ລູກອ່ອນ, ຮອຍພັບຂອງຜິວໜັງ, ຫຼືເຊື້ອເຫັດຢູ່ຊ່ອງຄອດ. ມັນຍັງສາມາດຕ້ານເຊື້ຶອແບກທີເຣັຍຜິວໜັງບາງຢ່າງໄດ້ເຊັ່ນກັນ.

ຜົນ​ຂ້າງຄຽງGreen-effects.png

ເຈັນທຽນ ໄວໂອເລັດ ສາມາດເຮັດໃຫ້ຜິວລະຄາຍເຄືອງ ແລະເປັນສາເຫດເຮັດໃຫ້ເຈັບປວດເມື່ອໃຊ້ຂ້າເຊື້ອເຫັດຢູ່ປາກ ຫຼື ຊ່ອງຄອດ. ຈົ່ງຢຸດໃຊ້ທັນທີເມື່ຶອມີຜື່ນ ຫຼືອາການເຈັບປວດ.

ສິ່ງ​ສໍາຄັນNBgrnimportant.png

ເຈັນທຽນ ໄວໂອເລັດ ແມ່ນຈະເຮັດໃຫ້ບ່ອນທີ່ທາກາຍເປັນສີມ່ວງ. ສີທີ່ຕິດຢູ່ຕາມຜີວໜັງຈະຫາຍໄປເອງໃນເວລາ ສອງສາມມື້, ແຕ່ຖ້າຕິດຕາມເຄື່ອງນຸ່ງແລ້ວມັນຈະຕິດແບບຖາວອນ.

ວິທີການນໍາໃຊ້NBgrneyedrop.png
ໃຊ້ຢາທີ່ມີ 0.5% ເມຕີລ໌ໂລຊານີລີນຽມ ຄຼໍໄຣດ໌ (methylrosanilinium chloride) (ເຈັນທຽນ ໄວໂອເລັດ). ທາໃສ່ຜິວໜັງ, ໃນປາກ, ຫຼື ແຄມຊ່ອງຄອດ 2 ຫຼື 3 ຄັ້ງຕໍ່ມື້. ຖ້າວ່າການຕິດເຊື້ອຍັງບໍ່ເລີ່ມດີຂຶ້ນແມ່ນລອງໃຊ້ຢາຊະນິດອື່ນແທນ.

ນີສເຕຕີນ

ນີສ໌ຕາຕີນແມ່ນໃຊ້ໄດ້ຜົນດີສໍາລັບເຊື້ອເຫັດຢູ່ປາກ, ຢູ່ຫົວນົມ, ຫຼືຢູ່ຕາມຜິວໜັງ ຫຼືຊ່ອງຄອດ. ແນວໃສ່ປາກແມ່ນເປັນຊະນິດນໍ້າ ແລະແນວໃສ່ສ່ອງຄອດແມ່ນເປັນຊະນິດຄຼີມ, ຝຸ່ນ ຫຼືເປັນເມັດແບບຍັດໃສ່ຊ່ອງຄອດ.

ຜົນ​ຂ້າງຄຽງGreen-effects.png

ຜິວໜັງບ່ອນທີ່ໃຊ້ຢານີສ໌ຕາຕີນຈະເກີດອາການລະຄາຍເຄືອງແຕ່ກໍບໍ່ຄ່ອຍພົບ. ໃຫ້ຢຸດໃຊ້ທັນທີເມື່ອມີຕຸ່ມຜືນ. ບາງຄັ້ງນີສ໌ຕາຕີນຍັງເປັນສາເຫດຂອງການຖອກທ້ອງ.

ສິ່ງ​ສໍາຄັນNBgrnimportant.png

ຖ້າວ່າໃຊ້ຢານີສ໌ຕາຕີນແລ້ວອາການຍັງບໍ່ດີຂຶ້ນ ຫຼື ກັບມາເປັນແລ້ວເປັນອີກມັນສາມາດເປັນອາການຂອງເຊື້ອເອດສ໌ໄອວີ (HIV).

ວິທີການນໍາໃຊ້NBgrneyedrop.png
ນີສ໌ຕາຕີນແບບນໍ້າແມ່ນຈະມາໃນປະລິມານ 100,000 ຢູນິດ ຕໍ່ມີລີລິດ (ຫຼື ບາງຄັ້ງແມ່ນ 500,000 ຢູນິດ ຕໍ່ມີລີລິດ). ຄົນສ່ວນຫຼາຍຄວນໃຊ້ 100,000 ຫາ 200,000 ຢູນິດ, ແຕ່ຄົນທີ່ຕິດເຊື້ອເອດສ໌ໄອວີແມ່ນອາດຈະຕ້ອງໃຊ້ໃນປະລິມານຫຼາຍເທົ່າ ທີ່ຈະລິມານຫຼາຍເຖິງ 500,000 ຢູນິດ ໃນແຕ່ລະຄັ້ງ.
ສໍາລັບເດັກທີ່ເປັນຕິດເຊື້ອເຫັດໃນປາກ
ໃຫ້ຢາຊະນິດນໍ້າ 200,000 ຢູນິດ (2 ມລ, ໜ້ອຍກວ່າ ½ ຂອງບ່ວງກາເຟ), 4 ຄັ້ງຕໍ່ມື້. ໃຊ້ຜ້າສະອາດ ຫຼື ແນວຢອດຢາ ເພື່ອໃຫ້ຢານີສ໌ຕາຕີນກະຈາຍທົ່ວໃນປາກ. ໃຫ້ສືບຕໍ່ໃຫ້ຢາເປັນເວລາ 2 ມື້ຫຼັງຈາກອາການຫຼາຍໄປແລ້ວ, ບໍ່ດັ່ງນັ້ນມັນອາດຈະກັບມາເປັນອີກໄດ້.
ສໍາລັບ​ແມ່​ທີ່​ລ້ຽງລູກ​ດ້ວຍ​ນົມ​ທີ່​ເກີດຕິດ​ເຊື້ອ (ຄັນ, ຜື່ນ​ແດງ, ຫຼື ​ເຈັບ​ປວດ)
ໃຊ້ຢານີສ໌ຕາຕີນ ແບບຄຼີມ, ແບບຝູ່ນ. ຫຼື ແບບຝຸ່ນ, ຫຼື ແບບນໍ້າ 100,000 ຫາ 200,000 ໜ່ວຍ ໃສ່ຫົວນົມນັ້ນ 4 ຄັ້ງຕໍ່ມື້.