Hesperian Health Guides

ຢາ​ຕ້ານ​ເຊື້ອ​ທີ່​ໃຊ້​ປິ່ນປົວ​ຕາ

ແອນ້ອຍ​ເກີດ​ໃໝ່ ​ແລະ ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່: ຢາ​ຕ່າງໆ

ຢາຕ້ານເຊື້ອທີ່ເປັນຊະນິດຂີ້ເຜິ້ງ (ປ້າຍຕາ) ແລະແນວນໍ້າຢອດເອົາແມ່ນໃຊ້ເພື່ອປ້ອງກັນການຕິດເຊື້ອຢ່າງຮຸນແຮງໃນຕາ ແລະຕາບອດໃນເດັກເກີດໄໝ່ທີ່ຈະສາມາດເກີດຂຶ້ນໄດ້ຖ້າວ່າແມ່ຕິດເຊື້ອພະຍາດໜອງໃນແທ້ໃນເວລາເກີດ, ເຊິ່ງເປັນພະຍາດທີ່ຕິດຕໍ່ທາງເພດສໍາພັນ ຢາເຫຼົ່ານີ້ແມ່ນສາມາດປິ່ນປົວແບກທີເຣັຍອື່ນທີ່ເກີດໃນຕາ.

ວິທີການນໍາໃຊ້NBgrneyedropoint.png

ໃຊ້ຢາຕ້ານເຊື້ອຊະນິດຂີ້ເຜີ້ງກັບເດັກທີ່ເກີດໃໝ່ທຸກໆຄົນເພື່ອປ້ອງກັນການຕິດເຊື້ອໜອງໃນ:

1% ເຕຕຼາໄຊຄລີນ ຫຼື 0.5% ຫາ 1% ເອຣີໂທຣໄມຊີນ ປ້າຍຢາຕ້ານເຊື້ອຊະນິດຂີ້ເຜີ້ງໜ້ອຍໆໃສ່ຕາເດັກແຕ່ລະເບື້ອງ ພຽງແຕ່ 1 ຄັ້ງ ພາຍໃນ 2 ຊົ່ວໂມງຫຼັງຈາກເກີດ.

ປ້າຍຢາຂີ້ເຜິ້ງຊະນິດນີ້ແມ່ນທ່ານຄວນຄ່ອຍໆດຶງເປືອກຕາລຸ່ມລົງ ແລ້ວບີບຢານ້ອຍໜຶ່ງໃສ່ໜັງຕາຈາກໃນອອກນອກແລ້ວປະໄວ້. ແລ້ວຢອດຢາໃສ່ນ້ອຍໜຶ່ງແລ້ວປະໄວ້. ຢ່າໃຫ້ຂວດຢາ ຫຼືຫຼອດຢາຖືກຕາເດັກເດັດຂາດ.

ຖ້າວ່າບໍ່ມີຢາຕ້ານເຊື້ອຊະນິດຂີ້ເຜິ້ງ ເຈົ້າສາມາດໃຊ້ຊະນິດຍອດກໍ່ສາມາດປ້ອງກັນໄດ້ ເຊັ່ນຢາດັ່ງລຸ່ມນີ້:


ໂປວີໂດນ-ໄອໂອດີນ (povidone-iodine) 2.5% ໜຶ່ງຢອດ ຫຼືໃຊ້ ຊິລ໌ເວີ້ໄນເທຼດທ໌ (silver nitrate) 1% ໜຶ່ງຢອດໃສ່ຕາແຕ່ລະຂ້າງ.
ພາຍໃນ 2 ຊົ່ວໂມງຫຼັງຈາກເກີດ. ທ່ານຄວນຄ່ອຍໆດຶງເປືອກຕາລຸ່ມລົງ ແລ້ວບີບຢານ້ອຍໜຶ່ງໃສ່ໜັງຕາຈາກໃນອອກນອກແລ້ວປະໄວ້. ຢ່າໃຫ້ຂວດຢາ ຫຼືຫຼອດຢາຖືກຕາເດັດຂາດ.

ຊິລ໌ເວີ້ ໄນເທຼດທ໌ ມັນຈະໄໝ້ຕາເດັກໄດ້ ຖ້າວ່າຍັງບໍ່ແນ່ໃຈແມ່ນໃຫ້ຫຼີກເວັ້ນໃຊ້ຢາຊິລ໌ເວີ້ ໄນເທຼດທ໌ .