Hesperian Health Guides
ຢາຕ້ານເຊື້ອພະຍາດຕ່າງໆ
ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ແອນ້ອຍເກີດໃໝ່ ແລະ ການລ້ຽງລູກດ້ວຍນົມແມ່ > ຢາຕ້ານເຊື້ອພະຍາດຕ່າງໆ
ອັມປີຊີລິນ (ampicillin) ແລະ ອາມ໊ອກຊີຊີລິນ (amoxicillin): ແມ່ນຢາຕ້ານເຊື້ອທີ່ໃຊ້ກັນຢ່າງກວ້າງຂວາງ
ອັມປີຊີລິນ ແລະອາມ໊ອກຊີຊີລິນແມ່ນຢາໃນໝວດເປນີຊີລີນທີ່ອອກລິດກ້ວາງ, ມີຄວາມໝາຍວ່າມັນສາມາດຂ້າເຊື້ອພະຍາດໄດ້ຫຼາຍຊະນິດ. ຢາສອງຊະນິດນີ້ສາມາດໃຊ້ແທນກັນໄດ້. ເມື່ອທ່ານຖືກແນະນໍາໃຫ້ກິນຢາອັມປີຊີລີນໃນປຶ້ມຫົວນີ້, ທ່ານສາມາດໃຊ້ອາມ໊ອກຊີຊີລີນແທນໃນປະລິມານທີ່ຖືກຕ້ອງໄດ້ (ໃຫ້ເບິ່ງຂໍ້ມູນເພີ່ມເຕີມຂ້າງລຸ່ມ).
ອັມປີຊີລີນ ແລະອາມ໊ອກຊີຊີລີນ ແມ່ນຢາທີ່ປອດໄພ ແລະສາມາດໃຊ້ໄດ້ຜົນດີທັງໃນການປິ່ນປົວພະຍາດປອດອັກເສບ ແລະການຕິດເຊື້ອໃນຫູ. ອັມປີຊີລີນແມ່ນຢາທີ່ສາມາດປິ່ນປົວພະຍາດເຫຍື້ອຫຸ້ມສະໝອງອັກເສບ ແລະການຕິດເຊື້ອທີ່ຮຸນແຮງຕ່າງໆໃນເດັກເກີດໃໝ່ໄດ້.
ຢາທັງສອງຊະນິດນີ້ໂດຍສະເພາະແມ່ນຢາອັມປີຊີລິນແມ່ນຈະເປັນສາເຫດເຮັດໃຫ້ມີອາການປຸ້ນທ້ອງ ແລະຖອກທ້ອງ. ຈົ່ງຫຼີກເວັ້ນບໍ່ໃຫ້ຢາທັງສອງຊະນິດນີ້ກັບເດັກທີ່ຖອກທ້ອງ, ຖ້າວ່າທ່ານສາມາດໃຫ້ຢາຕ້ານເຊື້ອຊະນິດອື່ນແທນໄດ້.
ຜົນຂ້າງຄຽງອື່ນໆທີ່ພົບເລື້ອຍແມ່ນມີຜື່ນແດງ. ແຕ່ວ່າຖ້າເຫັນການບວມແລ້ວມີການຄັນເກີດຂື້ນແລ້ວເປັນໆຫາຍໆໃນໄລຍະສອງສາມຊົ່ວໂມງແມ່ນອາດຈະເປັນອາການຂອງການແພ້ຢາ penicillin. ໃຫ້ຢຸດການໃຫ້ຢາປົວພະຍາດໄດ້ທັນທີ ແລະບໍ່ໃຫ້ຢາເປນີຊີລິນ penicillin ແກ່ຄົນເຈັບຜູ້ນີ້ອີກ ເພາະວ່າອາການແພ້ຄັ້ງຕໍ່ໄປໃນອະນາຄົດອາດຈະຮຸນແຮງຫຼາຍຂຶ້ນ ແລະອາດເຖິງຂັ້ນມີອັນຕະລາຍເຖິງຊີວິດໄດ້. ສໍາລັບບັນຫາບາງຢ່າງ, ເອຣີໂທຣໄມຊິນ (erythromycin) ສາມາດນໍາໃຊ້ແທນໄດ້, ເບິ່ງໜ້າ 45 ໃນບົດທີ່ເວົ້າກ່ຽວກັບການເຈັບທ້ອງ, ພະຍາດຖອກທ້ອງ, ແລະແມ່ທ້ອງ. ຜື່ນເປັນແຜ່ນ ທີ່ຄ້າຍຄືພະຍາດໝາກແດງ, ຕາມປົກກະຕິແລ້ວເລີ່ມເຫັນອາການແບບນີ້ຊວ່ງຕົ້ນອາທິດຫຼັງຈາກການເລີ່ມຕົ້ນໃຊ້ຢາ, ແລະໃຊ້ເວລາຫຼາຍມື້ຈິ່ງຫາຍ, ບໍ່ຈໍາເປັນຕ້ອງແມ່ນອາການແພ້ສະເໝີໄປ. ແຕ່ວ່າມັນເປັນໄປບໍ່ໄດ້ທີ່ຈະຮູ້ວ່າແນ່ວ່າການເປັນຜື່ນແມ່ນສາເຫດເກີດມາຈາກອາການແພ້ ຫຼື ບໍ່, ສະນັ້ນມັນເປັນການດີທີ່ຈະຢຸດຢາ.
ການດື້ຢາແມ່ນກຳລັງແຜ່ຂະຫຍາຍຂຶ້ນຫຼາຍ ແລ້ວແຕ່ເຈົ້າຈະຢູ່ໃສ, ມັນອາດຈະບໍ່ໄດ້ຜົນດີກັບເຊື້ອພະຍາດຕ່າງໆເຊັ່ນ ເຊື້ອແບກເທເລຍທີ່ມີຊື່ວ່າ staphylococcus ທີ່ສາມາດເຮັດໃຫ້ບາດແຜອັກເສບ, ແບກເທເລຍທີ່ເຮັດໃຫ້ຖອກທ້ອງ Shigella, ຫຼືການຊຶມເຊື້ອອື່ນໆ.
ຢາອັມປີຊີລີນ ແລະອາມ໊ອກຊີຊີລີນຈະສາມາດໄດ້ຜົນດີຫຼາຍເມື່ຶອກິນເອົາ. ເມື່ຶອຈະເອົາຢາເມັດ ຫຼືຢາແຄບຊູນໃຫ້ເດັກກິນແມ່ນໃຫ້ບົດຢາທີ່ເປັນເມັດໃຫ້ມຸ່ນໆ ຫຼືຖ້າເປັນແບບແຄບຊູນແມ່ນໃຫ້ຖອດປອກທາງນອກອອກແລ້ວເອົາຝຸ່ນຢາທາງໃນແຄບຊູນຕາມປະລິມານທີ່ຕ້ອງການ. ຫຼັງຈາກນັ້ນໃຫ້ປົນກັບນົມແມ່ໜ້ອຍໜຶ່ງ ແລ້ວຈິ່ງເອົາຢາທີ່ປົນກັບນົມນັ້ນປ້ອນໃຫ້ເດັກກິນໂດຍໃຊ້ຈອກ ແລະບ່ວງ. ອັມປີຊີລີນສາມາດສັກໄດ້, ແຕ່ວ່າຄວນຈະສັກໃນເວລາທີ່ຄວາມເຈັບເປັນແບບຮຸນແຮງເທົ່ານັ້ນ ເຊັ່ນ: ພະຍາດເຍື້ອຫຸ້ມສະໝອງອັກເສບ ຫຼືເມື່ອເດັກຮາກ ຫຼືບໍ່ສາມາດກືນໄດ້.
ຄືກັນກັບຢາຕ້ານເຊື້ອຊະນິດອື່ນ, ຕາມປົກກະຕິແລ້ວແມ່ນໃຫ້ຢາຊະນິດນີ້ໃນໄລຍະສັ້ນ. ຖ້າວ່າແມ່ຍິງຄົນນັ້ນຍັງມາອາການອັກເສບ ແມ່ນໃຫ້ລາວສືບຕໍ່ກິນໃນປະລິມານເທົ່າເດີມທຸກໆມື້ຈົນກວ່າອາການທັງໝົດຫາຍໄປຢ່າງໜ້ອຍ 24 ຊົ່ວໂມງ. ຖ້າວ່າຍິງຜູ້ນັ້ນກິນຢາຫຼາຍມື້ແລ້ວແຕ່ຍັງບໍ່ດີຂື້ນ, ໃຫ້ເຊົາໃຫ້ຢາຕ້ານເຊື້ອ ແລະ ໃຫ້ຂໍຄວາມຊ່ວຍເຫຼືອຈາກແພດໝໍ.ສຳລັບຜູ່ທີ່ມີເຊື້ອເອດສ໌ແມ່ນໃຫ້ໃຊ້ຢາຕາມມື້ທີ່ໄດ້ກໍານົດໄວ້.
ນອກຈາກນັ້ນປະລິມານຂອງຢາຕ້ານເຊື້ອທີ່ໃຫ້ແມ່ນຂຶ້ນຢູ່ກັບອາຍຸ ຫຼືນ້ໍາໜັກຂອງແຕ່ລະຄົນ ແລະຄວາມຮຸນແຮງຂອງການຕິດເຊື້ອ. ໂດຍທົ່ວໄປແລ້ວ ແມ່ນໃຫ້ຢາໃນປະລິມານນ້ອຍສຳລັບຄົນຄ້ອນຂ້າງຈ່ອຍ ຫຼືມີອາກາດຕິດເຊື້ອບໍ່ຮຸນແຮງ ແລະໃຫ້ຢາໃນປະລິມານຫຼາຍສຳລັບຄົນທີ່ທີ່ມີນ້ຳໜັກຫຼາຍ ຫຼືມີການຕິດເຊື້ອແບບຮຸນແຮງ.
ອາມ໊ອກຊີຊີລີນສໍາລັບການຕິດເຊື້ອທົ່ວໄປໃນເດັກທີ່ເກີດໃໝ່
¼ ຂອງ 250 ມກ ຂອງແບບແຄບຊູນ ຫຼື
½ ບ່ວງກາເຟ (2.5 ມລ) ຂອງ 125 ມກ/5 ມລ ແບບນໍ້າຫວານ ຫຼື
¼ ບ່ວງກາເຟ (1.25 ມລ) ຂອງ 250 ມກ/5 ມລ ແບບນໍ້າຫວານ.
ສໍາລັບການຕິດເຊື້ອທົ່ວໄປໃນເດັກທີ່ເກີດໃໝ່
½ ຂອງ 250 ມກ ຂອງແບບແຄບສູນ ຫຼື
1 ບ່ວງກາເຟ (5 ມລ) ຂອງ 125 ມກ/5 ມລ ແບບນໍ້າຫວານ.
ສໍາລັບການຕິດເຊື້ອແບບຮຸນແຮງເຊັ່ນພະຍາດປອດອັກເສບ ຫຼືເຫຍື້ຶອຫຸ້ມສະໝອງອັກເສບໃນເດັກເກີດໄໝ່
ໃຫ້ສັກຢາອັມປີຊີລີນພ້ອມກັບສັກເຈັນທາໄມຊີນໃສ່ຂາໂຕ້ຂອງເດັກ. ເບິ່ງວິທີການສັກຢາ, ຢາຕ່າງໆ, ການກວດ ແລະການປິ່ນປົວ (ກຳລັງຂຽນຂຶ້ນຢູ່). ໃຫ້ເບິ່ງຂໍ້ມູນກ່ຽວກັບອັມປີຊີລີນ ຢູ່ຂ້າງເທິງ, ແລະຂໍ້ຄວນລະວັງໃນການໃຊ້ຢາເຈັນທາໄມຊີນ.
ປົນຢາອັມມປີຊີລິນ 500 ມກ ກັບນ້ຳກັ່ນ 2.1 ມລ. ນີ້ເຮັດໃຫ້ມັນມີຄວາມເຂັ້ມຂົ້ນໃນປະລິມານ 500 ມກ ຕໍ່ 2.5 ມລ.
ໃຫ້ຢາເຈັນທາໄມຊິນທີ່ບໍ່ໄດ້ປົນນ້ຳກັ່ນປະມານ 2 ມລ ໄດ້ປະລິນມານ 40 ມລ ຕໍ່ ມລ.
ເຈັນທາໄມຊີນແມ່ນຢາຕ້ານເຊື້ອຊະນິດທີ່ແຮງຢູ່ໃນໝວດຢາ ອາມິໂນໄກລໂຄໄຊດ aminoglycoside . ເຊິ່ງມັນເປັນຢາຊະນິດສັກຢ່າງດຽວ ຫຼື ສັກເຂົ້າໃສ່ທາງເສັ້ນເລືອດດຳ. ຢາຊະນິດນີ້ສາມາດທຳລາຍໝາກໄຂ່ຫຼັງ ແລະການໄດ້ຍິນ ສະນັ້ນມັນຄວນຈະຖືກໃຊ້ໃນກໍລະນີສຸກເສີນໃນຂະນະທີ່ນຳສົ່ງໄປໂຮງໝໍເພື່ອຂໍຄວາມຊ່ວຍເຫຼືອທາງການແພດ. ຖ້າວ່າເດັກຂາດນ້ຳ ແມ່ນໃຫ້ກິນນົມແມ່ ແລະເຄື່ອງດື່ມເພື່ອທົນແທນນ້ຳ ແລະເກຶອແຮ່ທັນທີ.
ສໍາລັບເດັກທີ່ມີອາຍຸຕໍ່າກວ່າໜຶ່ງອາທິດຢາເຈັນທາໄມຊີນແບບສັກ 7.5 ມກ ຕໍ່ນໍ້າໜັກເດັກ 1 ກລ, 1 ຄັ້ງຕໍ່ມື້ເປັນເວລາຢ່າງໜ້ອຍ 5 ມື້. ບໍ່ໃຫ້ໃຊ້ຫຼາຍກວ່າ 10 ມື້.
ເອຣີໂຕຣໄມຊີນ (Erythromycin)
ຢາ ເອຣີໂທຣໄມຊີນເປັນຢາຕ້ານເຊື້ອໄດ້ຫຼາຍຊະນິດເຊັ່ນດຽວກັບຢາເປນີຊີລີນ ແລະສາມາດໃຊ້ກັບຜູ້ທີ່ມີອາການແພ້ຢາເປນີຊີລີນ. ຢາເອຣີໂທຣໄມຊີນແມ່ນສາມາດໃຊ້ແທນຢາເຕຕຼາໄຊຄລີນ ສໍາລັບການຕິດເຊື້ອຫຼາຍຢ່າງ. ມັນຍັງສາມາດໃຊ້ກັບພະຍາດຄໍຕີບ ແລະພະຍາດໄອໄກ່ໄດ້ (Pertussis).
ຢາ ເອຣີໂທຣໄມຊີນເຮັດໃຫ້ເກີດອາການປວດຮາກ ແລະຖອກທ້ອງໂດຍສະເພາະແມ່ນເກີດກັບເດັກນ້ອຍ. ສະນັ້ນແມ່ນແນະນໍາບໍ່ໃຫ້ໃຊ້ຢາຊະນິດນີ້ເກີນ 2 ອາທິດເພາະວ່າມັນຈະເປັນສາເຫດເຮັດໃຫ້ເກີດຕົວ-ຕາເລືອງໄດ້.
0.75 ມລ (ນີ້ມັນຫຼາຍກວ່າ ⅛ ບ່ວງກາເຟ) ຂອງ 250 ມກ/5 ມລ ຢາອີລີໂທໄມຊີນຊະນິດນໍ້າເຊື່ອມ, ຫຼື
¼ ຂອງ 250 ມກ ຊະນິດເມັດແມ່ນໃຊ້ວິທີບົດໃຫ້ມຸ່ນໆແລ້ວປົນກັນນົມ ຫຼື ນໍ້າໃຫ້ເດັກກິນ.
ເຊັຟໄທຣອາໂຊນ (Ceftriaxone)
ຢາ ເຊັຟໄທຣອາໂຊນ (Ceftriaxone) ແມ່ນຢາທີ່ຢູໃນກຸ່ມຂອງຢາຕ້ານເຊື້ອ ເຊຟາໂລສພໍຣິນ cephalosporin. ຢາໃນກຸ່ມ ເຊຟາໂລສພໍຣິນ Cephalosporins ແມ່ນຢາຕ້ານເຊື້ອທີ່ເຮັດໜ້າທີ່ໃນການຕ້ານເຊື້ອແບກທີເຣັຍຫຼາຍໆຊະນິດ. ຢາເຫຼົ່ານີ້ຄ້ອນຂ້າງມີລາຄາແພງ ແລະບໍ່ໄດ້ມີຂາຍຢ່າງແຜ່ຫຼາຍ. ແຕ່ວ່າ ພວກມັນມີຄວາມສ່ຽງ ແລະຜົນຂ້າງຄຽງໜ້ອຍກວ່າຢາຕ້ານເຊື້ອຫຼາຍຊະນິດ ແລະມັນຍັງມີຜົນປະໂຫຍດໃນການປິ່ນປົວພະຍາດທີ່ຮຸນແຮງຫຼາຍຊະນິດເຊັ່ນ: ການຊຶມເຊື້ອໃນກະແສເລືອດ ແລະເຍື້ອຫຸ້ມສະໝອງອັກເສບ ແລະສຳລັບການຕິດເຊື້ອທີ່ດື້ຕໍ່ຢາ ເປນີຊີລີນ. ໃຫ້ໃຊ້ຢາເຊັຟໄທຣອາໂຊນ (Ceftriaxone) ໃນການປິ່ນປົວການຕິດເຊື້ອຊະນິດໃດໜື່ງທີ່ສະເພາະຕາມທ້ອງຖິ່ນທີ່ເຈົ້າອາໃສຢູ່. ນີ້ມັນຈະຊ່ວຍປ້ອງກັນການດື້ຢາ ແລະເຮັດໃຫ້ຢານີ້ສາມາດມີປະໂຫຍດ. ຢາເຊັຟໄທຣອາໂຊນ (Ceftriaxone) ຊະນິດນີ້ແມ່ນໃຊ້ກັບພະຍາດໜອງໃນແທ້ ລວມທັງພະຍາດໜອງໃນທີ່ຕິດເຊື້ອໃສ່ຕາເດັກນ້ອຍທີ່ເກີດໃໝ່, ແຕ່ວ່າບໍ່ໃຫ້ຢາແກ່ເດັກທີ່ອາຍຸຕ່ຳກວ່າໜຶ່ງອາທິດ ແລະກໍ່ຄວນຫຼີກເວັ້ນໃຊ້ກັບເດັກທີ່ຕ່ຳກວ່າ 1 ເດືອນເຊັ່ນກັນ.
ຫ້າມໃຊ້ກັບເດັກທີ່ອາຍຸຕໍ່າກວ່າ 1 ອາທິດ. ຫຼີກເວັ້ນໃຊ້ກັບເດັກທີ່ເກີດກ່ອນກໍານົດ ຫຼື ເດັກທີ່ມີນໍ້າໜັກໜ້ອຍເກີນໄປ (ມັນເປັນໄປໄດ້ທີ່ເດັກອາດຈະເກີດກ່ອນກຳນົດ). ຢ່າໃຊ້ກັບເດັກທີ່ມີພາວະຕົວ-ຕາເຫຼືອງ.
ສໍາລັບປິ່ນປົວພະຍາດໜອງແທ້ໃນເດັກທີ່ມີອາຍຸ 7 ມື້ ຫຼື ຫຼາຍກວ່ານັ້ນ
ສໍາລັບເກີດໃໝ່ທີ່ມີນໍ້າໜັກປະມານ 3 ກລ, ສັກ 225 ມກ ໜຶ່ງຄັ້ງຕໍ່ມື້.
ສໍາລັບເດັກທີ່ໃຫຍ່ທີ່ມີນໍ້າໜັກປະມານ 6 ກລ, ສັກ 450 ມກ ໜຶ່ງຄັ້ງຕໍ່ມື້.