Hesperian Health Guides

ກວດເບິ່ງເດັກເລື້ອຍໆໃນໄລຍະສອງເດືອນທໍາອິດ

ຢູ່ໃນພາກນີ້:

NWTND Newb Page 11-2.png

ແພດພະດຸງຄັນ ຫຼືພະນັກງານສາທາລະນະສຸກຄວນຈະສືບຕໍ່ດູແລເບິ່ງແຍງແມ່ຫຼັງຈາກເກີດ. ແມ່ ແລະລູກຄວນຈະມາກວດຢູ່ຄຼີນິກ, ແຕ່ວ່າຖ້າເປັນໄປໄດ້ການກວດເທື່ອທໍາອິດແມ່ນໃຫ້ໄປກວດຢູ່ເຮືອນຂອງເດັກເລີຍບໍ່ຄວນເອົາເດັກໄປກວດຢູ່ຄຼີນິກເພາະວ່າເດັກອາດຈະຕິດພະຍາດໄດ້. ກວດແມ່ ແລະເດັກຫຼັງຈາກເກີດມື້ໜຶ່ງ, ສາມມື້ ແລະໜຶ່ງອາທິດ. ອີກຄັ້ງໜຶ່ງແມ່ນຫົກອາທິດຕໍ່ມາແມ່ນຈະເປັນການດີເຊັ່ນກັນ. ຄວນຈະກວດເປັນປະຈໍາເພຶ່ອເຫັນສັນຍານຂອງບັນຫາຕ່າງໆ. ກວດເລື້ອຍໆແມ່ນວິທີທີ່ດີທີ່ສຸດເພື່ອເປັນການສັງເກດບັນຫາສຸຂະພາບກ່ອນທີ່ພວກມັນຈະຮຸນແຮງເຖິງຊີວິດ.