Hesperian Health Guides

ນໍ້າ ແລະ ສຸຂະນາໄມ ປັດໄຈສຳຄັນຂອງການມີສຸຂະພາບທີ່ດີ

ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ນໍ້າ ແລະ ສຸຂະນາໄມ ປັດໄຈສຳຄັນຂອງການມີສຸຂະພາບທີ່ດີ

ຢູ່ໃນພາກນີ້:

ບັນຫາຕ່າງໆທີ່ພາໃຫ້ພວກເຮົາເຈັບເປັນນັ້ນ ແມ່ນສາມາດປ້ອງກັນໄດ້ຢ່າງງ່າຍດາຍ. ວິທີການປ້ອງກັນ ການເຈັບເປັນບາງວິທີໃນເບື້ອງຕົ້ນຈະຕ້ອງໄດ້ໃຊ້ທັງເວລາ, ຄວາມພະຍາຍາມທຸ້ມເທ, ແລະເງິນຄຳ ຫຼາຍເປັນພິເສດ ແຕ່ມັນກໍ່ຄຸ້ມຄ່າໃນໄລຍະຍາວ ເພາະວ່າພວກມັນຊ່ວຍໃຫ້ພວກເຮົາຫຼີກເວັ້ນຈາກໂລກໄພໄຂ້ເຈັບ ນັ້ນເທົ່າກັບເປັນການປະຢັດເງິນຄຳ ແລະເວລາໄປໃນຕົວ.

ໃນບົດນີ້ອະທິບາຍເຖິງວິທີປ້ອງກັນພະຍາດຖອກທ້ອງ ແລະການເຈັບເປັນອື່ນໆ ທີ່ມີສາເຫດມາຈາກ ເຊື້ອພະຍາດທີ່ຢູ່ໃນອາຈົມຂອງຄົນ ແລະສັດ. ບັນຫາກ່ຽວກັບທ້ອງ ແລະລຳໄສ້ສ່ວນໃຫຍ່ແມ່ນສາມາດ ຫຼີກເວັ້ນໄດ້ໂດຍການລ້າງມື, ການໃຊ້ວິທີການກະກຽມປຸງແຕ່ງ ແລະເກັບມ້ຽນອາຫານທີ່ສະອາດ, ການໃຊ້ວິດຖ່າຍ, ແລະການດື່ມນໍ້າທີ່ສະອາດ.

ສຶກສາລາຍລະອຽດກ່ຽວກັບວິທີປ້ອງກັນບັນຫາສຸຂະພາບຕ່າງໆເຊັ່ນ:

  • ພາວະຂາດສານອາຫານ, ພະຍາດເບົາຫວານ, ພະຍາດຫົວໃຈ, ແລະບັນຫາສຸຂະພາບອື່ນໆ ທີ່ມີສາເຫດມາຈາກການຂາດສານອາຫານ, ເບິ່ງໃນບົດ “ອາຫານເພື່ອສຸຂະພາບ”.
  • ພະຍາດອັກເສບປອດ, ວັນນະໂລກ ແລະພະຍາດທາງເດີນຫາຍໃຈອື່ນໆ, ເບິ່ງໃນບົດ “ບັນຫາໃນການຫາຍໃຈ ແລະ ໄອ” (ກຳລັງຂຽນຂຶ້ນຢູ່).
  • ບັນຫາສຸຂະພາບທີ່ມີສາເຫດມາຈາກຂີ້ເຫຍື້ອ ແລະສິ່ງເສດເຫຼືອອື່ນໆ, ເບິ່ງໃນບົດ “ຂີ້ເຫຍື້ອ, ຂີ້ເຫຍື້ື້ອໂຮງໝໍ, ແລະ ມົນລະພິດ”. (ກຳລັງຂຽນຂຶ້ນຢູ່)
  • ພະຍາດໄຂ້ຍຸງ, ໄຂ້ເລືອດອອກ, ແລະເຊື້ອພະຍາດອື່ນໆທີ່ລະບາດໂດຍຍຸງເປັນພາຫະ, ເບິ່ງໃນບົດ “ພະຍາດຊຶມເຊື້ອຮ້າຍແຮງບາງຊະນິດ” (ກຳລັງຂຽນຂຶ້ນຢູ່).


ວິທີລະບາດຂອງພະຍາດຖອກທ້ອງ

ເຊື້ອພະຍາດ ແລະພະຍາດແມ່ກາຝາກ (ແມ່ທ້ອງ) ເປັນສາຍເຫດໃຫ້ເກີດພະຍາດ ໂດຍການແຜ່ກະຈາຍ ຈາກອາຈົມຂອງຄົນ ຫຼືສັດ ແລ້ວເຂົ້າສູ່ຮ່າງກາຍຄົນເຮົາ.

 arrows showing path of germs from feces to mouth

ແມ່ພະຍາດຍັງສາມາດແຜ່ຈາກຄົນຜູ້ໜຶ່ງໄປສູ່ຄົນອື່ນໄດ້. ເນື່ອງຈາກວ່າ ສະມາຊິກໃນຄອບຄົວທຸກຄົນຢູ່ໃກ້ຊິດກັນໃນເຮືອນຫຼັງດຽວກັນ, ແມ່ພະຍາດ ແລະການເຈັບເປັນກໍ່ສາມາດທີ່ຈະຕິດຕໍ່ໄປສູ່ທຸກຄົນໃນຄອບຄົວໄດ້ຢ່າງງ່າຍດາຍ.

 Illustration of the below: dog standing in water
 Illustration of the below: child touching dog
Illustration of the below: mother squatting next to child
1. ຝົນຕົກແຮງໄດ້ເຮັດໃຫ້ນໍ້າຖ້ວມລົ້ນຮ່ອງນໍ້າເປື້ອນອອກມາຖ້ວມທາງ. ໝາຍ່າງມາຕາມທາງ ແລະຢຽບອາຈົມຕິດຕີນມານຳ.
2. ໝາໂຕດັ່ງກ່າວນັ້ນກໍ່ ເຂົ້າມາໃນເຮືອນ ແລະເດັກນ້ອຍກໍ່ຫຼິ້ນກັບມັນ. ມືເດັກນ້ອຍກໍ່ເປື້ອນອາຈົມທີ່ຕິດມານຳໝານັ້ນ.
3. ຫຼັງຈາກນັ້ນເດັກກໍ່ຮ້ອງໃຫ້ ແລະແມ່ຂອງລາວກໍ່ມາອອຍເອົາ. ເດັກນ້ອຍນັ້ນກໍ່ໃຊ້ມືເປື້ອນນັ້ນຈັບກະໂປ່ງ ຂອງແມ່ລາວ ແລະເຮັດໃຫ້ມັນເປື້ອນ.
Illustration of the below: hand preparing flatbread
Illustration of the below: man, woman and two children looking ill
4. ແມ່ຜູ້ຂະຫຍັນນຳວຽກເຮືອນການຊານນັ້ນ ກໍ່ມາແຕ່ງອາຫານຄໍ່າສຳລັບທຸກຄົນໃນຄອບຄົວ. ລາວກໍ່ໃຊ້ກະໂປ່ງທີ່ລູກຈັບຈົນເປື້ອນນັ້ນ ມາຮອງມືຈັບຫູໝໍ້ແຕ່ງກິນ ເພື່ອກັນບໍ່ໃຫ້ໝໍ້ຮ້ອນດາດມືລາວ.
5. ທຸກຄົນໃນຄອບຄົວພາກັນກິນອາຫານທີ່ລາວແຕ່ງມານັ້ນ. ຈາກນັ້ນບໍ່ດົນທຸກຄົນໃນ ຄອບຄົວກໍ່ເປັນພະຍາດຖອກທ້ອງ.

ແມ່ນຫຍັງທີ່ຈະສາມາດປ້ອງກັນຄອບຄົວນີ້ຈາກການເຈັບເປັນໄດ້?

ຖ້າເຫດການໃດໜຶ່ງຂ້າງລຸ່ມນີ້ຫາກເປັນຈິງ, ກໍ່ອາດຈະສາມາດປ້ອງກັນການແຜ່ກະຈາຍຂອງແມ່ພະຍາດໄດ້:

  • ຖ້າວ່າຊຸຸມຊົນບໍ່ມີຮ່ອງລະບາຍນໍ້າເສຍແບບເປີດ.
  • ຖ້າວ່າບໍ່ປ່ອຍໃຫ້ໝາເຂົ້າມາໃນເຮືອນ.
  • ຖ້າວ່າຄົນໃນຄອບຄົວຊ່ວຍເດັກນ້ອຍລ້າງມືໃຫ້ສະອາດ.
  • ຖ້າວ່າເດັກນ້ອຍຄົນນັ້ນບໍ່ເຊັດມືຂອງລາວໃສ່ສີ້ນແມ່ຂອງລາວ.

ສຳລັບພະນັກງານສາທາລະນະສຸກ

ການສົ່ງເສີມຄວາມສະອາດ ແລະການປັບປຸງຄຸນນະພາບນ້ຳ ເປັນອີກວິທີທີ່ດີທີ່ສຸດອີກທາງໜຶ່ງ ທີ່ພະນັກງານສາທາລະນະສຸກສາມາດເຮັດໃຫ້ຄົນໃນຊຸມຊົນມີສຸຂະພາບດີຂຶ້ນໄດ້. ແຕ່ວ່າ ເມື່ອມີຫຼາຍອັນເກີນໄປທີ່ຈຳເປັນຕ້ອງໄດ້ເຮັດ ຫຼືປ່ຽນແປງ, ມັນກໍ່ເປັນສິ່ງທີ່ໜັກໜາສາກັນຫຼາຍສົມຄວນໃນການລົງມືປະຕິບັດ. ມີແຕ່ຊຸກຍູ້ໃຫ້ຜູ້ຄົນໃນຊຸມຊົນຮັກສາສຸຂະພາບໃຫ້ແຂງແຮງດີ ໂດຍໃຫ້ເຮັດໃນສິ່ງທີ່ພວກເຂົາເຈົ້າໄດ້ປະຕິບັດກັນມາແລ້ວນັ້ນ, ແລະຄິດຊອກຫາອີກໜຶ່ງ ຫຼື ສອງວິທີທາງໃນການສົ່ງເສີມສຸຂະພາບເພື່ອເຮັດຕື່ມ. ເພື່ອໃຫ້ປະສົບຜົນສຳເລັດ ແລະຍືນຍົງ, ການປັບປຸງຄວາມສະອາດ ແລະນ້ຳໃຫ້ແກ່ປະຊາຊົນນັ້ນຄວນ:

  • ເປັນແບບງ່າຍໆ ແລະ ມີຕົ້ນທຶນທີ່ບໍ່ແພງຫຼາຍ - ພວກມັນຄວນຈະເໝາະສົມກັບຄວາມຕ້ອງການ ແລະ ຄວາມສະມາດ ຂອງປະຊາຊົນໃນທ້ອງຖິ່ນ, ແລະງ່າຍໃນການບົວລະບັດຮັກສາ.
  • ບໍ່ຜິດຕໍ່ຮີດຄອງວັດທະນາທໍາທ້ອງຖິ່ນ - ມັນຄວນເໝາະສົມກັບຮີດຄອງປະເພນີ, ຄວາມເຊື່ອ ແລະ ຄວາມປາດຖະໜາຂອງທ້ອງຖິ່ນ.
  • ໃຊ້ປະໂຫຍດໄດ້ສຳລັບທຸກຄົນ - ມັນຄວນຕອບສະໜອງໄດ້ຄວາມຕ້ອງການທາງດ້ານສຸຂະພາບຂອງເດັກນ້ອຍ, ປະຊາຊົນຜູ້ພິການ, ຜູ້ໃຫຍ່ທັງຍິງ ແລະຊາຍ, ແລະຜູ້ສູງອາຍຸ.


This page was updated: ໒໐ ມີນາ ໒໐໒໔