Hesperian Health Guides
ນ້ຳ ແລະ ສຸຂະພາບ
ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ນໍ້າ ແລະ ສຸຂະນາໄມ ປັດໄຈສຳຄັນຂອງການມີສຸຂະພາບທີ່ດີ > ນ້ຳ ແລະ ສຸຂະພາບ
ນ້ຳແມ່ນມີຄວາມສຳຄັນຈຳເປັນຕໍ່ຊີວິດ. ພວກເຮົາຕ້ອງການນໍ້າ. ສັດ ແລະພືດພວກເຂົາກໍ່ຕ້ອງການນ້ຳເພື່ອການດຳລົງຊີວິດເຊັ່ນດຽວກັນ. ໃນຊຸມຊົນຕ່າງໆທີ່ມີນ້ຳໃຊ້ບໍ່ພຽງພໍ, ບັນຫາທາງສຸຂະພາບຫຼາຍຢ່າງກໍ່ຈະເກີດຂຶ້ນ.
- ເມື່ອບໍ່ມີນ້ຳ, ຄົນເຮົາກໍ່ບໍ່ສາມາດປູກພືດເປັນອາຫານໄດ້ຢ່າງພຽງພໍທີ່ຈະກິນ, ເຊິ່ງພາໃຫ້ເກີດພາວະຂາດສານອາຫານ ແລະບັນຫາສຸຂະພາບຫຼາຍຢ່າງກໍ່ຈະເກີດຕາມມັນມາ.
- ການຕິດເຊື້ອພະຍາດທີ່ຕາ ແລະຜິວໜັງກໍ່ຈະເກີດຂຶ້ນເມື່ອຜູ້ຄົນບໍ່ສາມາດອາບນ້ຳຊຳລະລ້າງຮ່າງກາຍໄດ້ພຽງພໍ. ອາການເຈັບເປັນອື່ນໆກໍ່ຈະລະບາດຢ່າງໄວວາເມື່ອຄົນເຮົາຢູ່ຢ່າງບໍ່ສະອາດ.
- ຜູ້ທີ່ໄປຕັກນ້ຳມາໃຊ້ໃນຄົວເຮືອນ (ສ່ວນຫຼາຍແມ່ນຜູ້ຍິງ ແລະເດັກນ້ອຍ) ໃຊ້ເວລາຂອງພວກເຂົາຫຼາຍໃນການທຽວໄປຕັກນ້ຳມາໃຊ້ ເຊິ່ງມັນເປັນໜ້າວຽກທີ່ເມື່ອຍ. ວຽກນີ້ກິນເວລາຫຼາຍ ແລະເຫຼືອເວລາພຽງໜ້ອຍດຽວສຳລັບໄປຮຽນໜັງສື, ເຮັດວຽກເຮືອນອື່ນໆ, ຫຼືຮ່ວມກິດຈະກຳນຳຊຸມຊົນ.
ເນື້ອໃນ
ນ້ຳສະອາດເພື່ອດື່ມ
ນອກຈາກມີນ້ຳພຽງພໍໃຊ້ແລ້ວ, ຜູ້ຄົນຍັງຈຳເປັນຕ້ອງມີນ້ຳດື່ມທີ່ສະອາດ ແລະປອດໄພ, ປາສະຈາກແມ່ພະຍາດອັນຕະລາຍ ແລະສານເຄມີທີ່ເປັນພິດ. ນ້ຳທີ່ປົນເປື້ອນເປັນສາເຫດພາໃຫ້ເກີດພະຍາດຕ່າງໆຄື:
- ພະຍາດຕັບອັກເສບເອ A, ໄຂ້ທໍລະພິດ ແລະພະຍາດຮ້າຍແຮງອື່ນໆ.
- ພະຍາດຖອກທ້ອງຊຶ່ງນຳໄປສູ່ການຂາດນ້ຳໃນຮ່າງກາຍ ແລະເປັນສາຍເຫດຂອງການຕາຍໂດຍສະເພາະແມ່ນ ເດັກນ້ອຍ.
- ການຕິດເຊື້ອຕ່າງໆເຊັ່ນ: ພະຍາດໃບໄມ້ໃນເລືອດ (ພະຍາດຫອຍເມືອງໂຂງ) ທີ່ນໍາໄປສູ່ການພາວະເລືອດຈາງ ແລະ ຂາດສານອາຫານ.
ວິທີການຕ່າງໆໃນການເຮັດໃຫ້ນ້ຳສະອາດປອດໄພແມ່ນໄດ້ອະທິບາຍໄວ້ໃນໜ້າຕໍ່ໆໄປ. ການປ້ອງກັນບໍ່ໃຫ້ນ້ຳເກີດມົນລະພິດ ຫຼືຂາດແຄນ ນັ້ນເປັນສິ່ງທີ່ສຳຄັນສຳລັບຊຸມຊົນຂອງເຈົ້າທີ່ຕ້ອງໄດ້ເຮັດແຕ່ຫົວທີ.
ມີນ້ຳສະອາດປອດໄພພຽງພໍ, ເດັກນ້ອຍກໍ່ມີສຸຂະພາບແຂງແຮງຂຶ້ນ ແລະ ເປັນພະຍາດຖອກທ້ອງໜ້ອຍລົງ.
ການຕັກນ້ຳມາໃຊ້
ນ້ຳທີ່ຈະເອົາມາໃຊ້ສອຍໃນຄົວເຮືອນ ຄວນເອົາມາຈາກບ່ອນ ທີ່ສະອາດທີ່ສຸດເທົ່າທີ່ເປັນໄປໄດ້. ເມື່ອໄປຕັກເອົານ້ຳຈາກແມ່ນ້ຳມາໃຊ້, ແມ່ນໃຫ້ໄປຕັກເອົາຢູ່ຕອນເທິງຂອງແມ່ນ້ຳ:
ການເກັບນ້ຳຝົນ
ການເກັບນ້ຳຝົນໄວ້ໃຊ້ແມ່ນເຮັດໄດ້ຢ່າງງ່າຍດາຍ ໂດຍການໂຕ່ງເອົານ້ຳຝົນທີ່ໄຫຼລົງຈາກຫຼັງຄາ ແລະປ່ອຍໃຫ້ມັນໄຫຼລົງສູ່ພາຊະນະເກັບນ້ຳທີ່ຕັ້ງໄວ້ໃກ້ໆກັບຂ້າງເຮືອນນັ້ນ. ຫຼັງຄາທີ່ມຸງສັງກະສີ ຫຼືສັງກະສີແບບເປັນຮ່ອງແມ່ນເໝາະສົມທີ່ສຸດສຳລັບໂຕ່ງເກັບນ້ຳຝົນ. ນ້ຳຝົນກໍ່ຕ້ອງໄດ້ບຳບັດ ເພື່ອໃຫ້ປອດໄພສຳລັບດື່ມ ເພາະວ່າມັນອາດຈະມີເຊື້ອພະຍາດຈາກຫຼັງຄາທີ່ເປິເປື້ື້ອນ, ຫຼືຂີ້ນົກ ຫຼືຂີ້ສັດອື່ນໆ (ສຳລັບວິທີບຳບັດນ້ຳຝົນ, ໃຫ້ເບິ່ງໃນໜ້າຕໍ່ໄປ). ຫຼັງຄາທີ່ມຸງດ້ວຍວັດສະດຸທີ່ເຮັດດ້ວຍກົ່ວ, ແຮ່ໄຍຫີນອາເບດໂຕສ໌ (asbestos) ຫຼື ຢາງໝາກຕອຍ ຫຼືຢາງປູທາງ ລ້ວນແຕ່ປະກອບມີສານເຄມີທີ່ເປັນພິດເຮັດໃຫ້ນ້ຳຝົນທີີ່ເກັບຈາກຫຼັງຄາ ທີ່ເຮັດດ້ວຍວັດສະດຸດັ່ງກ່າວນັ້ນບໍ່ປອດໄພໃນການດື່ມກິນ. ນອກນັ້ນ ຕ້ອງຮັບປະກັນວ່າພາສະນະ ຫຼືຖັງທີ່ໃຊ້ເກັບນ້ຳຝົນນັ້ນສະອາດດີ ແລະບໍ່ເຄີຍໄດ້ໃຊ້ເກັບໃສ່ສານເຄມີມາກ່ອນ ເຊັ່ນ: ນ້ຳມັນ ຫຼືຢາຂ້າແມງໄມ້.
ການເຮັດໃຫ້ນ້ຳສະອາດປອດໄພສຳລັບດື່ມ
ການເຮັດໃຫ້ນ້ຳສະອາດປອດໄພເພື່ອດື່ມກິນແມ່ນວິທີທາງທີ່ດີທີ່ສຸດໃນການປ້ອງກັນພະຍາດຖອກທ້ອງ ແລະ ພະຍາດອື່ນໆ. ນ້ຳທີ່ມາຈາກແຫຼ່ງນ້ຳຕ່າງໆຈຳເປັນຈະຕ້ອງໄດ້ຜ່ານການບຳບັດໃຫ້ສະອາດປອດໄພເສຍກ່ອນ ຖ້າວ່າມັນຫາກມີເຊື້ອພະຍາດປະປົນຢູ່. ພຽງແຕ່ເຫັນນ້ຳທີ່ໃສໆຈາກທໍ່ນ້ຳ, ຖັງເກັບນ້ຳ, ຫຼື ນ້ຳສ້າງ ກໍ່ບໍ່ໄດ້ ໝາຍຄວາມວ່າ ມັນເປັນນ້ຳທີ່ສະອາດບໍ່ມີຫຍັງປົນເປື້ອນ ຫຼືບໍ່ຈຳເປັນຕ້ອງໄດ້ບຳບັດ.
ເມື່ອຕັດສິນໃຈວ່າຈະໃຊ້ວິທີໃດເພື່ອບຳບັດນໍ້າ, ໃຫ້ຄິດເບິ່ງວ່າຕ້ອງການນ້ຳປະລິມານຫຼາຍເທົ່າໃດ, ໃນນ້ຳມີຫຍັງປົນເປື້ອນຢູ່ ແລະຊັບພະຍາກອນຕ່າງໆທີ່ມີຢູ່ສຳລັບການບຳບັດນັ້ນມີອັນໃດແດ່. ຕາຕະລາງ ແຜນວາດຂ້າງລຸ່ມນີ້ຈະສາມາດຊ່ວຍເຈົ້າໃນການຕັດສິນໃຈວ່າຈະເລືອກໃຊ້ວິທີການໃດ ຖ້າວ່າເຈົ້າຮູ້ບັນຫາ ທີ່ແນ່ນອນທີ່ມັກເກີດຂຶ້ນໃນທ້ອງຖິ່ນຂອງເຈົ້າ. ວິທີການທີ່ເຈົ້າໃຊ້ອາດມີການປ່ຽນແປງ ເຊິ່ງມັນກໍ່ຂຶ້ນກັບ ລະດູການ, ຫຼືສະຖານທີ່ບ່ອນທີ່ເຈົ້າຢູ່. ຍົກຕົວຢ່າງ ເຊັ່ນ: ເຈົ້າອາດຈະໃຊ້ວິທີບຳບັດນ້ຳແບບໜຶ່ງຢູ່ເຮືອນ ແລະໃຊ້ວິທີອື່ນອີກເມື່ອເຈົ້າອອກໄປເຮັດວຽກຢູ່ນຳຮົ້ວສວນ, ໄຮ່ນາຂອງເຈົ້າ.
ບັນຫາ | ວິທີຕອງນ້ຳ | ວິທີຂ້າເຊື້ອ | ||||
ຕອງດ້ວຍຜ | ຕອງດ້ວຍຖ | ການຕົ້ | ໃສ່ສານຄລໍລ | ໃຊ້ແສງແດດ | ນ້ຳໝາກນາວ | |
ໄວຣັດ (ເຊັ່ນ: ໄວຣັດຕັບອັກເສບ A, ໄຂ້ທໍລະພິດ) | ||||||
ໄວຣັດ (ເຊັ່ນ: ໄວຣັດຕັບອັກເສບ A, ໄຂ້ທໍລະພິດ) | ||||||
ເຊື້ອອາເມບາ (amebas) | ||||||
ເຊື້ອໄກອາເດຍ (giadia) | ||||||
Cryptosporidia ພະຍາດ ຄຣິບໂຕສໂປຣິເດຍ (Cryptosporidia) | ||||||
ອະຫິວາ |
ຖ້າວ່າມີຫຼາຍກວ່າໜຶ່ງສາເຫດຂອງພະຍາດທີ່ມາກັບນ້ຳ ໃນທ້ອງຖິ່ນທີ່ເຈົ້າຢູ່ (ເຊິ່ງກໍ່ມັກເກີດຂຶ້ນເລື້ອຍໆ), ວິທີແກ້ໄຂທີ່ດີທີ່ສຸດ ອາດຈະເປັນການປະສົມລະຫວ່າງທັງສອງວິທີດັ່ງກ່າວ: ວິທີຕອງ ແລະຂ້າເຊື້ອ.
ການຕອງນ້ຳ
ມີຫຼາຍວິທີການໃນການຕອງນ້ຳເພື່ອໃຫ້ມັນປອດໄພ. ໃນຕໍ່ໄປນີ້ຈະເວົ້າເຖິງການຕອງນ້ຳດ້ວຍຜ້າແພ ແລະການຕອງດ້ວຍຖ່ານ. ສຳລັບການຕອງນ້ຳວິທີອື່ນໆ ເຊັ່ນ: ການຕອງຊາຍແບບ (slow sand filter) ແລະການຕອງນ້ຳດ້ວຍໝໍ້ກອງເຊຣາມິກ (ceramic filter) ແມ່ນໄດ້ອະທິບາຍ ໃນບົດທີ່ 6 ຂອງປຶ້ມ “ຄູ່ມືຊຸມຊົນເພື່ອສຸຂະພາບສິ່ງແວດລ້ອມ”.
ຖ້ານ້ຳທີ່ເຈົ້າຕັກມານັ້ນບໍ່ໃສດີ, ກ່ອນອື່ນໝົດ ແມ່ນໃຫ້ປະນ້ຳນັ້ນໄວ້ໃນພາສະນະເກັບນ້ຳນັ້ນ ຈັກ 2-3 ຊົ່ວໂມງກ່ອນເພື່ອປ່ອຍໃຫ້ຄວາມເປື້ອນ, ຂີ້ເຫຍື້ອແຂງ ແລະເຊື້ອແມ່ກາຝາກຕົກລົງພື້ນ ພາຊະນະເສຍກ່ອນ. ຫຼັງຈາກນັ້ນຈິ່ງຖອກເອົານ້ຳໃສນັ້ນລົງໃສ່ໃນເຄື່ອງຕອງນ້ຳ. ຢ່າໄປກວນສິ່ງ ເປິເປື້ອນທີ່ນອນຢູ່ພື້ນພາຊະນະນັ້ນ. ຈາກນັ້ນກໍ່ໃຫ້ເຮັດຄວາມສະອາດພາຊະນະເກັບນ້ຳ.
ຕອງດ້ວຍຜ້າແພ
ໃນປະເທດບັງກາລາເດັດ ແລະ ປະເທດອິນເດຍ, ບັນດາຜູ້ຄົນໄດ້ນຳໃຊ້ເຄື່ອງຕອງນ້ຳທີ່ເຮັດດ້ວຍຜ້າແພທີ່ຕໍ່າຢ່າງດີ ເພື່ອຕອງເອົາເຊື້ອພະຍາດອະຫິວາອອກຈາກນ້ຳດື່ມ. ເຊື້ອພະຍາດອະຫິວາແມ່ນມາຈາກສັດນ້ອຍໆ ທີ່ອາໃສຢູ່ໃນນ້ຳ, ແລະການຕອງເອົາສັດນ້ອຍໆເຫຼົ່ານີ້ ກໍ່ຊ່ຳກັບຕອງເອົາເຊື້ອພະຍາດອະຫິວາ ເກືອບທັງໝົດອອກໄປ. ເຈົ້າສາມາດເຮັດແນວຕອງນ້ຳດ້ວຍການໃຊ້ຜ້າແພມົນ, ຜ້າລີນິນ, ຫຼືຜ້າແພສິ່ງທໍອື່ນໆ ເຊັ່ນ: ຜ້າທີ່ໃຊ້ເຮັດສຸດ ສາຣີ (saris). ຜ້າແພເກົ່າແມ່ນໃຊ້ຕອງນ້ຳໄດ້ດີກວ່າເພາະເສັ້ນໄຍແພທີ່ຟູຕົວອອກມານັ້ນໄປອັດຮູຊ່ອງຫວ່າງໃນແຜ່ນແພ ແລະເຮັດໃຫ້ພວກມັນນ້ອຍລົງ ແລະໃຊ້ຕອງນ້ຳໄດ້ດີກວ່າ.
- ປະນ້ຳໄວ້ໃນພາຊະນະເພື່ອໃຫ້ຝຸ່ນເປື້ອນອື່ນໆນອນລົງພື້ນພາຊະນະເສຍກ່ອນ.
- ພັບຜ້າທີ່ຈະໃຊ້ຕອງນ້ຳນັ້ນເປັນສີ່ຊັ້ນແລ້ວມັດ ຫຼືຂຶງມັນອອກ ປົກເທິງປາກພາຊະນະ ຫຼືໂຖທີ່ໃຊ້ໄວ້ຮອງຮັບນ້ຳທີ່ຕອງລົງນັ້ນ.
- ຄ່ອຍຖອກນ້ຳທີ່ຈະຕອງນັ້ນລົງໃສ່ເທິງຜ້າຕອງຊ້າໆເພື່ອໃຫ້ນ້ຳຜ່ານຜ້າຕອງລົງໄປໃນ ພາຊະນະ ຫຼືໂຖທີ່ຮອງຮັບນ້ຳທີ່ຕອງລົງມານັ້ນ. ໃຫ້ໃຊ້ຜ້າຕອງນັ້ນດ້ານດຽວສະເໝີ (ບໍ່ໃຫ້ປີ້ນປ່ຽນໜ້າຜ້າຕອງ) ເພາະບໍ່ເຊັ່ນນັ້ນ ເຊື້ອພະຍາດອາດຈະລົງມາປົນໃນນ້ຳທີ່ຕອງແລ້ວກໍ່ໄດ້.
- ພາຍຫຼັງໃຊ້ຜ້າຕອງແລ້ວ ໃຫ້ຊັກຜ້າຕອງນັ້ນໃຫ້ສະອາດແລ້ວເອົາໄປຕາກໃສ່ແດດໃຫ້ແຫ້ງດີ, ການເຮັດແນວນີ້ຈະເປັນການຂ້າເຊື້ອພະຍາດຕ່າງໆທີ່ອາດຕິດຢູ່ນຳຜ້າຕອງນັ້ນໄດ້. ໃນຍາມຝົນ ແມ່ນໃຫ້ໃຊ້ສານຟອກຂາວ ຊັກຂ້າເຊື້ອຜ້າຕອງນັ້ນ.
ການຕອງນ້ຳດ້ວຍຖ່ານ
ເພື່ອຈະຕອງນ້ຳດ້ວຍຖ່ານໄດ້, ເຈົ້າຈະຕ້ອງມີອຸປະກອນຕ່າງໆດັ່ງຕໍ່ໄປນີ້: ຄຸຢາງ ຫຼືຄຸໂລຫະ ທີ່ສະອາດ 2 ໜ່ວຍ, ຄ້ອນຕີ 1 ອັນ, ເຫຼັກຕະປູໃຫຍ່ 1 ຫຼື 2 ດອກ, ຂີ້ຊາຍຫຍາບ 1 ຄຸ, ແລະຖ່ານໄມ້ດັງໄຟໜຶ່ງສ່ວນສີ່ (¼) ຄຸ. ເມື່ອກະກຽມວັດຖຸອຸປະກອນຮຽບຮ້ອຍແລ້ວ ແມ່ນໃຫ້ປະຕິບັດຕາມຂັ້ນຕອນລຸ່ມນີ້:
- ເຈາະຮູຫຼາຍຮູຢູ່ກົ້ນຄຸໜ່ວຍໜຶ່ງ ຄຸນີ້ແມ່ນຈະໃຊ້ເປັນຄຸຕອງນ້ຳ ເມື່ອເຈາະຮູແລ້ວກໍ່ໃຫ້ລ້າງຄຸໃຫ້ສະອາດດີ.
- ລ້າງຊາຍ ແລ້ວຖອກນ້ຳລ້າງອອກ ໃຫ້ລ້າງຊາຍນັ້ນໄປຈົນກວ່ານ້ຳລ້າງຊາຍທີ່ຖອກອອກນັ້ນໃສດີ.
- ເອົາຂີ້ຊາຍທີ່ລ້າງແລ້ວໃສ່ລົງໃນກົ້ນຄຸເປັນຊັ້ນໜາ 5 ຊັງຕີແມັດ ແລ້ວລອງຖອກນ້ຳໃສ່ເບິ່ງວ່າມັນຈະໄຫຼຜ່ານຮູທີ່ເຈາະໄວ້ບໍ່. ຖ້ານ້ຳບໍ່ໄຫຼອອກມາສະແດງວ່າຮູນັ້ນນ້ອຍໂພດ ແລະຕ້ອງໄດ້ເຈາະໃຫ້ມັນໃຫຍ່ກວ່າເກົ່າ. ຖ້າມີຊາຍໄຫຼອອກມາ ກໍ່ສະແດງວ່າຮູນັ້ນໃຫຍ່ໂພດ. ຖ້າເປັນແນວນີ້ ກໍ່ໃຫ້ເອົາຊາຍອອກ ແລ້ວເອົາແພສະອາດ ບາງໆມາຮອງກົ້ນຄຸແລ້ວຈິ່ງເອົາຊາຍໃສ່ຄືນ.
- ທຸບ/ບົດຖ່ານໃຫ້ແຕກເປັນກ້ອນນ້ອຍໆ. ຖ່ານຜົງສຳເລັດຮູບ ຫຼືຖ່ານຜົງກຳມັນ (activated charcoal) ກໍ່ໃຊ້ຕອງນ້ຳໄດ້ດີທີ່ສຸດ, ແຕ່ວ່າຖ່ານໄມ້ທຳມະດາກໍ່ໃຊ້ໄດ້ຜົນດີຢູ່. ຫ້າມບໍ່ໃຫ້ໃຊ້ຖ່ານອັດ/ຖ່ານອັດເປັນກ້ອນ ມາຕອງນ້ຳ ເພາະວ່າມັນເປັນພິດ!
- ເອົາຖ່ານບົດໃສ່ລົງໄປເທິງຊັ້ນດິນຊາຍ ໂດຍໃຫ້ໜາ 8 ຊັງຕີແມັດ. ຈາກນັ້ນກໍ່ໃຫ້ເອົາຊາຍທີ່ລ້າງໄວ້ນັ້ນ ໃສ່ລົງໄປເທິງຊັ້ນຂອງຖ່ານນັ້ນ ໂດຍໃຫ້ເປັນຊັ້ນໜາຂຶ້ນມາ ແຕ່ໃຫ້ຢູ່ລຸ່ມປາກຄຸ 10 ຊັງຕີແມັດ.
- ເອົາໄມ້ສອງອັນວາງຮອງປາກຄຸອີກໜ່ວຍໜຶ່ງນັ້ນ ທີ່ຈະໃຊ້ໂຕງນ້ຳທີ່ຕອງລົງມານັ້ນ ຈາກນັ້ນກໍ່ໃຫ້ເອົາຄຸຕອງນ້ຳຂຶ້ນວາງໄວ້ເທິງໄມ້ດັ່ງກ່າວ ແລ້ວກໍ່ຖອກນ້ຳໃສລົງໃນຄຸຕອງ. ເມື່ອນ້ຳທີ່ຜ່ານການຕອງໄຫຼລົງໄປໃນຄຸໂຕງນັ້ນໃສດີ, ກໍ່ສະແດງວ່າເຄື່ອງຕອງນ້ຳນີ້ພ້ອມທີ່ຈະໃຊ້ງານໄດ້.
ຄຸຕອງcm ບ່ອນໃສ່ນ້ຳ 10 ຊັງຕີແມັດຊາຍຖ່ານ ໜາ 8 ຊມຊາຍໜາ 5 ຊມໄມ້ຮອງຕັ້ງຄຸຄຸໂຕງນ້ຳສະອາດທີ່ຕອງແລ້ວ
ນ້ຳທີ່ຈະເອົາມາຕອງນັ້ນຕ້ອງໃຫ້ໃສກ່ອນ, ສະນັ້ນ ກ່ອນຈະຖອກນ້ຳຜ່ານຄຸຕອງ ແມ່ນໃຫ້ປະນ້ຳໄວ້ໃຫ້ຂີ້ ເຫຍື້ອນອນລົງກົ້ນຄຸເສຍກ່ອນ. ມັນມີຄວາມສຳຄັນຫຼາຍທີ່ຕ້ອງໄດ້ເອົາຖ່ານທີ່ໃຊ້ຕອງນັ້ນອອກມາອະນາໄມໃນທຸກໆ 2-3 ອາທິດ ຖ້າໃຊ້ເຄື່ອງຕອງນັ້ນທຸກມື້, ຫຼືເມື່ອປະເຄື່ອງຕອງໄວ້ລ້າໆເປັນເວລາ 2-3 ມື້ ກໍ່ຕ້ອງໄດ້ອະນາໄມຖ່ານນັ້ນທຸກຄັ້ງກ່ອນຈະໃຊ້, ເພາະວ່າເຊື້ອພະຍາດທີ່ຖືກກັ່ນຕອງອອກຈາກນ້ຳນັ້ນຈະຕິດຄ້າງ ແລະເຕີບໂຕຢູ່ ໃນຖ່ານຕອງນັ້ນ. ເພື່ອອະນາໄມຖ່ານຕອງນ້ຳນັ້ນໃຫ້ສະອາດແມ່ນໃຫ້ເອົາຖ່ານນັ້ນອອກມາແລ້ວໃຊ້ນ້ຳລ້າງ ໂດຍການປ່ອຍໃຫ້ນ້ຳໄຫຼຜ່ານມັນລົງໄປຈົນກວ່ານ້ຳຈະໄຫຼອອກມາໄດ້ໄວ ແລະສະດວກ; ແລ້ວຈາກນັ້ນກໍ່ເຮັດໃຫ້ຖ່ານນັ້ນແຫ້ງດ້ວຍການເອົາມັນໄປຕາກແດດກ້າໆ ຖ້າເປັນໄປໄດ້. ເມື່ອມັນແຫ້ງແລ້ວ ກໍ່ໃຫ້ເອົາຖ່ານໃສ່ເຂົ້າຄຸຕອງຄືນ.
ມັນຍິ່ງຈະປອດໄພຫຼາຍຂຶ້ນຕື່ມ ຫາກນຳເອົານ້ຳທີ່ຜ່ານການຕອງແລ້ວນັ້ນໄປຂ້າເຊື້ອ ດ້ວຍການຕົ້ມໃຫ້ຟົດ, ຕື່ມສານຄລໍຣີນ (chlorine) ຫຼື ຂ້າເຊື້ອດ້ວຍຄວາມຮ້ອນຈາກແສງອາທິດ.
ການຂ້າເຊື້ອພະຍາດໃນນ້ຳ
ການຂ້າເຊື້ອພະຍາດໃນນ້ຳ
ເອົານ້ຳໄປຕົ້ມໃຫ້ຟົດ ເມື່ອຟົດແລ້ວກໍ່ປ່ອຍໃຫ້ມັນຟົດຕໍ່ໄປອີກ 1 ນາທີ ກ່ອນ ຈິ່ງປົງໝໍລົງ ແລະປະໃຫ້ມັນເຢັນ. ຖ້າຢູ່ໃນເຂດພູສູງ ແມ່ນຕ້ອງປະໃຫ້ນ້ຳຟົດເປັນເວລາ 3 ນາທີ ເສຍກ່ອນຈິ່ງປົງ.
ການຕົ້ມນ້ຳອາດຈະປ່ຽນລົດຊາດຂອງນ້ຳໄດ້, ໂດຍສະເພາະແມ່ນຕົ້ມດ້ວຍຟືນ. ຖ້າວ່າເຈົ້າບໍ່ມັກລົດຊາດນ້ຳນັ້ນ ກໍ່ໃຫ້ເອົານ້ຳຕົ້ມທີ່ປະໄວ້ເຢັນແລ້ວນັ້ນຖອກໃສ່ຂວດ ຫຼືກະຕຸກແລ້ວສັ່ນມັນ. ການສັ່ນນີ້ຊ່ວຍເພີ່ມຕື່ມອາກາດເຂົ້າໃນນ້ຳ ແລະເຮັດໃຫ້ລົດຊາດຂອງນ້ຳດີຂຶ້ນ.
ການຕົ້ມນ້ຳອາດຈະປ່ຽນລົດຊາດຂອງນ້ຳໄດ້, ໂດຍສະເພາະແມ່ນຕົ້ມດ້ວຍຟືນ. ຖ້າວ່າເຈົ້າບໍ່ມັກລົດຊາດນ້ຳນັ້ນ ກໍ່ໃຫ້ເອົານ້ຳຕົ້ມທີ່ປະໄວ້ເຢັນແລ້ວນັ້ນຖອກໃສ່ຂວດ ຫຼືກະຕຸກແລ້ວສັ່ນມັນ. ການສັ່ນນີ້ຊ່ວຍເພີ່ມຕື່ມອາກາດເຂົ້າໃນນ້ຳ ແລະເຮັດໃຫ້ລົດຊາດຂອງນ້ຳດີຂຶ້ນ.
ສານຄລໍຣິນ
ປະລິມານຂອງຄລໍຣິນທີ່ໃຊ້ໃນການຂ້າເຊື້ອໃນນ້ຳນັ້ນແມ່ນຂຶ້ນຢູ່ກັບວ່ານ້ຳນັ້ນມີການປົນເປື້ອນ ຫຼາຍປານໃດ. ຖ້າວ່າຢູ່ໃນນ້ຳມີແມ່ພະຍາດຫຼາຍກໍ່ຈຳເປັນຕ້ອງໃຊ້ສານຄລໍຣິນຫຼາຍເທົ່ານັ້ນເພື່ອຂ້າພວກມັນ. ເມື່ອເຮົາໃສ່ສານຄລໍຣິນໃນປະລິມານທີ່ຖືກຕ້ອງ ນ້ຳທີ່ຜ່ານການຂ້າເຊື້ອນັ້ນກໍ່ຈະມີກິ່ນແລະລົດຊາດຂອງສານຄລໍຣິນໜ້ອຍໜຶ່ງ. ສິ່ງນີ້ສະແດງໃຫ້ເຈົ້າຮູ້ວ່ານ້ຳນີ້ປອດໄພສຳລັບດື່ມ. ຖ້າວ່າໃສ່ຫຼາຍເກີນໄປ, ກິ່ນ ແລະລົດຊາດຂອງນ້ຳກໍ່ຈະຂິວແຮງ ແລະບໍ່ເປັນຕາຢາກດື່ມ.
ຄລໍຣິນທີ່ຢູ່ໃນຜະລິດຕະພັນນ້ຳຢາຟອກຂາວ ຫຼືນ້ຳຢາຊັກຜ້າຂາວ (bleach) ແມ່ນມີ ປະລິມານຄວາມເຂັ້ມຂຸ້ນແຕກຕ່າງກັນ. ປະລິມານຄລໍຣິນທີ່ສະແດງຢູ່ຂ້າງລຸ່ມນີ້ ແມ່ນໃຫ້ເຫັນ ເຖິງວິທີການຂ້າເຊື້ອໃນນ້ຳໂດຍໃຊ້ຢາຟອກຂາວ/ນ້ຳຢາຊັກຜ້າຂາວ ທີ່ໃຊ້ກັນໃນຄົວເຮືອນ ທີ່ມີ ສານຄລໍຣິນປະສົມຢູ່ 5% (ໂຊດຽມຮາຍໂປຄລໍໄຣທ (sodium hypochlorite)). ໃຫ້ອ່ານເບິ່ງໃນສະຫຼາກທີ່ຕິດຢູ່ຂ້າງຕຸກນ້ຳຢານັ້ນ ເພື່ອເບິ່ງປະລິມານເປີເຊັນຂອງສານຄໍລຣິນທີ່ປົນຢູ່ໃນນ້ຳຢາຟອກຜ້າຂາວທີ່ເຈົ້າໃຊ້ນັ້ນ. ຖ້າວ່າຢູ່ໃນນ້ຳຢາຟອກຜ້າຂາວນັ້ນມີຄລໍຣິນ 3% ເຈົ້າຕ້ອງໃຊ້ນ້ຳຢາ ຫຼາຍຂຶ້ນຕື່ມອີກ.
ຖ້າວ່າສະຫຼາກຕິດຂ້າງກະຕຸກນ້ຳຢາຟອກຜ້າຂາວທີ່ເຈົ້າໃຊ້ນັ້ນ ມີຄຳສັ່ງແນະນຳ ສຳລັບການໃຊ້ຂ້າເຊື້ອໃນນ້ຳ ກໍ່ໃຫ້ເຈົ້າປະຕິບັດຕາມຄຳແນະນຳນັ້ນ. ຫ້າມບໍ່ໃຫ້ໃຊ້ນ້ຳຢາຊັກຜ້າ ຂາວ/ນ້ຳຢາຟອກຂາວ ທີ່ມີສ່ວນປະສົມຂອງສະບູຫຼືນ້ຳຫອມ ເພື່ອການຂ້າເຊື້ອໃນນ້ຳ.
ນ້ຳ | ເອົານ້ຳຢາຟອກຂາວ (5%) | ||
ໃສ່
ສຳລັບນ້ຳ 1 ລິດ |
2 ຢອດ | ||
ສຳລັບນ້ຳ 4 ລິດ | 8 ຢອດ | ||
ສຳລັບນ້ຳ 20 ລິດ | ½ ບ່ວງຊາ | ||
ສຳລັບນ້ຳຖັງ 200 ລິດ | ສຳລັບນ້ຳຖັງ 200 ລິດ |
ຖ້ານ້ຳຂຸ້ນ ຫຼືມີຂີ້ຝຸ່ນລອຍຢູ່ ໃຫ້ຕອງນ້ຳກ່ອນຈຶ່ງຕື່ມສານຄລໍຣິນໃສ່. ພາຍຫຼັງທີ່ໃສ່ສານຄລໍຣິນໃນປະລິມານທີ່ຖືກຕ້ອງແລ້ວ, ກໍ່ໃຫ້ຄົນເພື່ອໃຫ້ມັນປົນກັບນ້ຳເປັນຢ່າງດີ ແລ້ວປະໄວ້ຢ່າງໜ້ອຍ 30 ນາທີກ່ອນຈິ່ງດື່ມໄດ້. ຖ້າຫາກວ່ານ້ຳທີ່ຂ້າເຊື້ອແລ້ວນັ້ນບໍ່ມີກິ່ນ ຫຼື ລົດຊາດຂອງສານຄລໍຣິນ ຈັກໜ້ອຍ ພາຍຫຼັງທີ່ຕື່ມຕາມອັດຕາສ່ວນທີ່ບອກໄວ້ໃນຕາຕະລາງນັ້ນ, ແມ່ນໃຫ້ໃຊ້ນ້ຳຢາດັ່ງກ່າວໃນຈຳນວນເທົ່າເດີມເພື່ອຂ້າເຊື້ອໃນນ້ຳນັ້ນອີກເທື່ອໜຶ່ງ. ຄົນມັນໃຫ້ເຂົ້າກັນດີ ແລະປະໄວ້ກ່ອນດື່ມ.
ການຂ້າເຊື້ອດ້ວຍແສງແດດ
ແສງແດດ (ການຂ້າເຊື້ອດ້ວຍແສງແດດ) ແມ່ນໃຊ້ໄດ້ຜົນດີໃນບັນດາປະເທດທີ່ຢູ່ໃກ້ກັບເສັ້ນສູນສູດ, ເພາະວ່າໃນເຂດນີ້ແສງແດດແມ່ນກ້າຮ້ອນແຮງທີ່ສຸດ. ຍິ່ງເຈົ້າຢູ່ເໜືອຂຶ້ນໄປ ຫຼືໃຕ້ລົງໄປເທົ່າໃດກໍ່ຍິ່ງຈະໃຊ້ເວລາຫຼາຍຂຶ້ນເທົ່ານັ້ນໃນການຂ້າເຊື້ອດ້ວຍແສງແດດ.
ການຂ້າເຊື້ອດ້ວຍວິທີນີ້ທຳອິດແມ່ນໃຫ້ຕອງນ້ຳໃຫ້ໃສດີກ່ອນ ເຊິ່ງຈະຊ່ວຍໃຫ້ຂ້າເຊື້ອໃນນ້ຳໄດ້ ໄວຂຶ້ນ. ອະນາໄມເຮັດຄວາມສະອາດຂວດຢາງ ຫຼືຂວດແກ້ວ, ຫຼືຖົງຢາງ. ຂວດນ້ຳໂຊດາທີ່ເປັນຢາງໃສ ແມ່ນເໝາະທີ່ສຸດສຳລັບນຳໃຊ້ເພື່ອຂ້າເຊື້ອໃນນ້ຳດ້ວຍແສງອາທິດ. ຕື່ມນ້ຳເຂົ້າໄປໃນຂວດຢາງນັ້ນໃຫ້ໄດ້ເຄິ່ງໜຶ່ງ ແລ້ວກໍ່ສັ່ນມັນເປັນເວລາ 20 ນາທີ ເພື່ອເພີ່ມຟອງອາກາດເຂົ້າໄປໃນນ້ຳຊຶ່ງຈະຊ່ວຍເຮັດ ໃຫ້ຂ້າເຊື້ອໃນນ້ຳໄດ້ໄວຂຶ້ນ. ຈາກນັ້ນຕື່ມນ້ຳໃສ່ຂວດນັ້ນ ໃຫ້ເຕັມ ແລ້ວນຳເອົາຂວດນ້ຳນັ້ນໄປວາງຕາກແດດໃນບ່ອນທີ່ໂລ່ງແຈ້ງບໍ່ມີແນວບົດບັງແສງແດດ ແລະ ເປັນບ່ອນທີ່ຄົນ ແລະສັດຈະບໍ່ມາລົບກວນ ໄດ້, ເຊັ່ນ: ຫຼັງຄາເຮືອນ. ປະຂວດນ້ຳນັ້ນຕາກແດດກ້າຮ້ອນໆນັ້ນໄວ້ຢ່າງໜ້ອຍ 6 ຊົ່ວໂມງ, ຫຼືປະໄວ້ 2 ມື້ ຖ້າທ້ອງຟ້າມີກ້ອນເມກມາບົດບັງ.
ການຂ້າເຊື້ອດ້ວຍນ້ຳໝາກນາວ
ຕື່ມນ້ຳໝາກນາວໜຶ່ງໜ່ວຍ ໃສ່ນ້ຳດື່ມ 1 ລິດ ແລ້ວປະໄວ້ໃຫ້ນ້ຳນອນ 30 ນາທີ. ອາຊິດ ຫຼືສານສົ້ມ ຈາກນ້ຳໝາກນາວຈະຂ້າເຊື້ອພະຍາດອະຫິວາເກືອບທັງໝົດ ແລະເຊື້ອພະຍາດອື່ນໆຈຳນວນໜຶ່ງໄດ້. ວິທີນີ້ເປັນວິທີທີ່ບໍ່ຄ່ອຍດີປານໃດ ເພາະວ່າເຊື້ອພະຍາດຈໍານວນຫຼວງຫຼາຍອາດຈະຍັງເຫຼືອຢູ່ໃນນ້ຳນັ້ນກໍ່ໄດ້, ແຕ່ມັນກໍ່ຍັງດີກວ່າບໍ່ໄດ້ມີການບຳບັດຫຍັງເລີຍ, ໂດຍສະເພາະໃນທ້ອງຖິ່ນທີ່ມີການເປັນໂລກອະຫິວາຫຼາຍ.
ການເກັບນ້ຳໄວ້ໃຫ້ປອດໄພ
ພາຍຫຼັງທີ່ນ້ຳໄດ້ຜ່ານການຕອງ ຫຼືຂ້າເຊື້ອແລ້ວຄວນເກັບມັນໄວ້ໃຫ້ປອດໄພ. ຖ້າບໍ່ເຊັ່ນນັ້ນມັນອາດຈະປົນ ເປື້ອນໄດ້ຢ່າງງ່າຍດາຍ. ເກັບນ້ຳໄວ້ໃນຖັງເກັບນ້ຳທີ່ຝາຖັງມີຮອຍແຕກແຫງນັ້ນອາດຈະບໍ່ປອດໄພ. ຖັງເກັບນ້ຳທີ່ມີຝາປິດທີ່ເຮັດມາບໍ່ດີ ແລະບໍ່ແໜ້ນ, ຫຼືບໍ່ມີຝາປິດ ກໍ່ເຊັ່ນດຽວກັນ ມັນກໍ່ບໍ່ສາມາດປ້ອງກັນນ້ຳຈາກ ການປົນເປື້ອນເຊື້ອພະຍາດໄດ້.
ຖັງ ແລະອ່າງເກັບນ້ຳທີ່ມີຝາປິດ ແມ່ນເກັບມ້ຽນນ້ຳໄດ້ປອດໄພຫຼາຍກວ່າ ຖັງເກັບນ້ຳບໍ່ມີຝາອັດ ເພາະວ່າ ຍຸງ ແລະຫອຍບໍ່ສາມາດອາໃສຢູ່ໃນພາສະນະທີ່ປິດໄດ້. ຕັ້ງຖັງເກັບນ້ຳໄວ້ໃກ້ໆກັບສະຖານທີ່ທີ່ຈະໃຊ້ນ້ຳ.
ນ້ຳທີ່ເກັບໄວ້ນັ້ນກໍ່ສາມາດບໍ່ປອດໄພໄດ້ ເມື່ອເອົາຈອກ ຫຼືມືທີ່ເປື້ອນລົງໄປຕັກນ້ຳນັ້ນ, ຫຼືເມື່ອເອົານ້ຳສະອາດ ຖອກລົງໃສ່ໃນພາສະນະທີ່ເປື້ອນ, ຫຼືເມື່ອຄວາມເປື້ອນ ຫຼືຂີ້ຝຸ່ນຕົກລົງໄປໃນນ້ຳນັ້ນ.
ເພື່ອປ້ອງກັນນ້ຳຈາກການປົນເປື້ອນໃນລະຫວ່າງເກັບມ້ຽນ ແມ່ນໃຫ້ປະຕິບັດດັ່ງຕໍ່ໄປນີ້:
- ຖອກເອົານໍ້າໂດຍບໍ່ໃຫ້ເອົາມືໄປຈັບປາກຂອງພາຊະນະເກັບນ້ຳ ຫຼືໃຊ້ກະບວຍສະອາດທີ່ມີດ້າມຈັບຍາວ ຕັກເອົານ້ຳອອກມາໃຊ້. ບໍ່ໃຫ້ກະບວຍໄປຖືກສິ່ງເປື້ອນອື່ນໃດ, ຫຼືຖ້າບໍ່ເຊັ່ນນັ້ນ ມັນກໍ່ຈະເຮັດໃຫ້ນ້ຳສະອາດນັ້ນປົນເປື້ອນເມື່ອໃຊ້ກະບວຍນັ້ນຕັກນ້ຳອອກມາໃຊ້ອີກ.
- ໃຫ້ຖອກນໍ້າອອກຈາກພາຊະນະເກັບນ້ຳ ແລ້ວທຳຄວາມສະອາດດ້ວຍນ້ຳຮ້ອນ ທຸກໆ 2 ຫຼື3 ອາທິດ.
- ອັດປາກພາຊະນະເກັບນ້ຳໄວ້ສະເໝີ.
- ຮັກສາຈອກກິນນ້ຳໃຫ້ສະອາດຢູ່ສະເໝີ.
- ຫ້າມບໍ່ໃຫ້ເກັບນໍ້າໄວ້ໃນພາຊະນະທີ່ເຄີຍໃຊ້ເກັບສານເຄມີທີ່ເປັນພິດ ຫຼືຢາຂ້າແມງໄມ້.
- ຖ້າເປັນໄປໄດ້, ກໍ່ບໍ່ໃຫ້ບໍາບັດນໍ້າຫຼາຍເກີນຄວາມຈໍາເປັນສໍາລັບໃຊ້ໃນໄລຍະສັ້ນ. ປະລິມານນ້ຳ ທີ່ໃຊ້ສຳລັບດື່ມ ແລະແຕ່ງກິນຕາມທຳມະດາໃນມື້ໜຶ່ງ ແມ່ນປະມານ 5 ລິດ/ຄົນ.
ພາຊະນະເກັບນ້ຳທີ່ມີປາກແຄບຊ່ວຍປ້ອງກັນເຊື້ອ ພະຍາດໄດ້ດີກວ່າ, ດັ່ງນັ້ນ ພວກມັນຈິ່ງເປັນພາຊະນະທີ່ມີຄວາມປອດໄພທີ່ສຸດສຳລັບເກັບນ້ຳ.
|
ນ້ຳສະອາດສຳລັບທຸກຄົນ
ສຸຂະພາບທີ່ດີແມ່ນຂຶ້ນຢູ່ກັບການມີນ້ຳສະອາດປອດໄພພຽງພໍ. ນີ້ແມ່ນໝາຍຄວາມວ່າສິດທິໃນການມີສຸຂະພາບດີຂອງພວກເຮົາ ແມ່ນຂຶ້ນກັບສິດທິໃນການເຂົ້າເຖິງນ້ຳສະອາດ. ໃນຄະນະທີ່ພວກເຮົາສາມາດດຳເນີນການປົກປ້ອງແຫຼ່ງນ້ຳ ແລະ ບຳບັດນ້ຳໃຫ້ປອດໄພໄດ້, ແຕ່ ສຸຂະພາບຂອງພວກເຮົາ ກໍ່ຍັງຖືກຄຸກຄາມຢູ່ ຖ້າການຂຸດຄົ້ນບໍ່ແຮ່, ນ້ຳເປື້ອນຢາຂ້າແມງໄມ້ ແລະປຸຍເຄມີຈາກພື້ນທີ່ການກະເສດຕ່າງໆ, ຫຼືບັນດາໂຮງຈັກໂຮງງານຕ່າງໆຍັງສ້າງມົນລະພິດຕໍ່ນ້ຳ ແລະແຫຼ່ງນ້ຳຂອງພວກເຮົາຢູ່.
ທັງພາກລັດ ແລະຊຸມຊົນຕ່າງໆຕ້ອງໄດ້ຮ່ວມໄມ້ຮ່ວມມືກັນເພື່ອປ້ອງກັນ, ປັບປຸງ ແລະ ຂະຫຍາຍລະບົບນ້ຳ, ເພື່ອໃຫ້ສາມາດຕອບສະໜອງນ້ຳສະອາດປອດໄພ ແກ່ປະຊາຊົນໄດ້ຢ່າງພຽງພໍ. ບໍລິສັດເອກະຊົນກ່າວໃຫ້ເຫດຜົນວ່າ ຖ້າພວກເຮົາອະນຸຍາດໃຫ້ພວກເຂົາເຂົ້າມາຄວບຄຸມບໍລິຫານນ້ຳປະປາຂອງພວກເຮົາ, ພວກເຂົາສາມາດໃຫ້ການບໍລິການທີ່ດີກວ່າ ແລະ ຍັງຄົງສ້າງກຳໄລ ໄດ້ນຳອີກ. ອັນນີ້ເອີ້ນວ່າ ການຫັນປ່ຽນການຈັດການບໍລິຫານນ້ຳປະປາ ຈາກລັດມາໃຫ້ເອກະຊົນເປັນຜູ້ດຳເນີນການ. ແຕ່ສິ່ງທີ່ເກີດຂຶ້ນ ຕາມປົກກະຕິແລ້ວ ແມ່ນລາຄາຂອງນ້ຳຈະສູງຂຶ້ນ, ມີການປະຕິເສດສິດທິເຂົ້າເຖິງນ້ຳສະອາດຂອງປະຊາຊົນ. ສິ່ງນີ້ພາໃຫ້ເກີດບັນຫາທາງດ້ານສຸຂະພາບ ຮ້າຍແຮງ ເມື່ອປະຊາຊົນໃຊ້ນ້ຳໜ້ອຍກວ່າປະລິມານທີ່ພວກເຂົາຈຳເປັນຕ້ອງໃຊ້ ຫຼືເມື່ອພວກເຂົາໄປຕັກເອົານ້ຳຈາກແຫຼ່ງນ້ຳໃດກໍ່ຕາມທີ່ພວກເຂົາເຈົ້າ ສາມາດຫາໄດ້ໂດຍບໍ່ຕ້ອງເສຍຄ່າຫຍັງ, ເຖິງແມ່ນວ່າ ນ້ຳນັ້ນ ມີການປົນເປື້ອນດ້ວຍເຊື້ອພະຍາດ ຫຼືສານເຄມີທີ່ເປັນພິດຕ່າງໆກໍ່ຕາມ.
ເພື່ອໃຫ້ປະຊາຊົນມີສຸຂະພາບ ແລະສິ່ງແວດລ້ອມດີ, ພວກເຮົາຈຳເປັນຕ້ອງມີລະບົບນ້ຳສາທາລະນະ (ນ້ຳປະປາ) ທີ່ສາມາດສະໜອງນ້ຳທີ່ສະອາດປອດໄພສຳລັບດື່ມກິນແກ່ທຸກໆຄົນ. ລະບົບນ້ຳສາທາລະນະ (ນ້ຳປະປາ) ທີ່ຊຸມຊົນຄວບຄຸມບໍລິຫານນັ້ນ ແມ່ນສາມາດຈັດການນ້ຳເພື່ອສຸຂະພາບທີ່ດີຂອງປະຊາຊົນເປັນສຳຄັນ, ບໍ່ແມ່ນເພື່ອຜົນກຳໄລ.