Hesperian Health Guides

ການກະກຽມ ແລະ ການເກັບມ້ຽນອາຫານ

ຢູ່ໃນພາກນີ້:

 vegetables in a bowl of water

ການເຈັບເປັນແມ່ນສາມາດເກີດຈາກເຊື້ອພະຍາດ ແລະແມ່ທ້ອງທີ່ເຂົ້າໄປໃນຮ່າງກາຍ ຂອງຄົນເຮົາ ໂດຍຜ່ານທາງອາຫານທີ່ເຮົາກິນເຂົ້າໄປ. ເພື່ອຫຼີກເວັ້ນການເຈັບເປັນຈາກອາຫານທີ່ບໍ່ສະອາດນັ້ນ ແມ່ນໃຫ້:

  • ລ້າງມືໃຫ້ສະອາດກ່ອນກິນອາຫານ ຫຼືກ່ອນແຕ່ງອາຫານ.
  • ລ້າງ ຫຼືປອກໝາກໄມ້ ແລະຜັກຕ່າງໆ ຫຼືປຸງແຕ່ງພວກມັນໃຫ້ສຸກດີກ່ອນຈິ່ງກິນ. ການເຮັດເຊັ່ນນີ້ຈະຂ້າເຊື້ອພະຍາດຈາກດິນທີ່ຕິດມານຳຜັກ ແລະຂ້າເຊື້ອພະຍາດທີ່ຕິດມາໃນລະຫວ່າງການຂົນສົ່ງ.
  • ປຸງແຕ່ງອາຫານປະເພດຊີ້ນໃຫ້ສຸກດີກ່ອນກິນ. ລ້າງຂຽງ, ອຸປະກອນເຄື່ອງໃຊ້ ແລະພື້ນຜິວໜ້າບ່ອນທີ່ໃຊ້ກະກຽມປຸງແຕ່ງອາຫານປະເພດຊີ້ນໃຫ້ສະອາດຫຼັງຈາກແຕ່ງກິນແລ້ວ ເພື່ອປ້ອງກັນບໍ່ໃຫ້ເຊື້ອພະຍາດຈາກຊີ້ນດິບ, ອາຫານທະເລ, ໄຂ່ ແຜ່ກະຈາຍໄປເປື້ອນໃນອາຫານທີ່ປຸງແຕ່ງແລ້ວ ຫຼືອາຫານທີ່ເຈົ້າຈະກິນດິບ.
  • ກິນອາຫານທັນທີທີ່ແຕ່ງແລ້ວໃໝ່ໆ ຫຼືເກັບອາຫານທີ່ແຕ່ງແລ້ວນັ້ນໄວ້ກິນຕາມຫຼັງ ໂດຍໃຊ້ຝາງວມໄວ້ ເພື່ອປ້ອງກັນບໍ່ໃຫ້ແມງວັນຕອມ ແລະສິ່ງເປື້ອນເປີຖືກອາຫານນັ້ນ.
  • ໃຫ້ອຸ່ນອາຫານທີ່ຊື້ມາຈາກຂ້າງນອກບ້ານ ຫຼືອາຫານເກົ່າທີ່ແບ່ງໄວ້ນັ້ນໃຫ້ຮ້ອນດີ ແລ້ວຈິ່ງກິນ. ການເຮັດເຊັ່ນ ນີ້ຈະເປັນການຂ້າເຊື້ອພະຍາດຕ່າງໆໄດ້.
  • ເກັບອາຫານໄວ້ໃຫ້ປອດໄພຈາກແມງວັນ ແລະພວກໜູຕ່າງໆ ທີ່ສາມາດແຜ່ເຊື້ອພະຍາດໄດ້.
  • ຮັກສາຄວາມສະອາດໃນສະຖານທີ່ແຕ່ງກິນໃຫ້ສະອາດ, ລ້າງຖ້ວຍບ່ວງຈານຊາມ, ຂຽງ ແລະອຸປະກອນ ແຕ່ງກິນຕ່າງໆ ຫຼັງແຕ່ງກິນແລ້ວແຕ່ລະຄັ້ງ ແລະເຮັດໃຫ້ພວກມັນແຫ້ງດີ.
food being kept cool in a clay pot cooler
  • ນຳເອົາເສດອາຫານທີ່ກິນເຫຼືອໄປເກືອສັດລ້ຽງ ຫຼືເອົາຖິ້ມໃສ່ຂຸມໝັກບົ່ມຝຸ່ນ ເພື່ອຈະບໍ່ໃຫ້ເສດອາຫານເຫຼົ່ານີ້ເປັນທີ່ດຶງດູດແມງວັນແມງມີ່ມາຕອມ.
  • ເກັບຮັກສາອາຫານໄວ້ໃນອຸ່ນນະພູມທີ່ເຢັນ ຊຶ່ງຈະເປັນການຊ່ວຍປ້ອງກັນບໍ່ໃຫ້ອາຫານບູດເນົ່າໄວ.


ເຮັດຕູ້ເຢັນແບບງ່າຍດາຍໂດຍໃຊ້ໝໍ້ດິນທີ່ບໍ່ໄດ້ເຄືອບເງົາສອງໜ່ວຍ ທີ່ມີຂະໜາດແຕກຕ່າງກັນ. ເອົາໝໍ້ໜ່ວຍນ້ອຍໃສ່ຊ້ອນເຂົ້າໄປໃນໝໍ້ໃຫຍ່ ແລ້ວຈາກນັ້ນເອົາຂີ້ຊາຍໃສ່ໃນລະຫວ່າງຊ່ອງຫວ່າງຂອງໝໍ້ທັງສອງນັ້ນໃຫ້ແໜ້ນດີ. ໃຫ້ຖອກນ້ຳໃສ່ໃນຊາຍນັ້ນມື້ລະສອງຄັ້ງ ເພື່ອຮັກສາໃຫ້ຊາຍປຽກຊຸ່ມຢູ່ສະເໝີ. ຈາກນັ້ນ ກໍ່ເອົາອາຫານທີ່ເຮົາຢາກເກັບຮັກສາໃສ່ໄວ້ໃນໝໍ້ນ້ອຍນັ້ນ, ແລະອັດປາກໝໍ້ນັ້ນໃຫ້ແຈບດີເພື່ອຮັກສາຄວາມເຢັນ.

ຮັກສາອາຫານບໍ່ໃຫ້ຖືກແມງວັນຕອມ

 plate of food with flies above it ແມງວັນແມ່ນເປັນພາຫະນະແຜ່ເຊື້ອພະຍາດ ແລະເປັນສາຍເຫດຂອງການເຈັບເປັນພວກມັນໄປຕອມອາຈົມຂອງຄົນ ແລະສັດ ຈາກນັ້ນມັນກໍ່ໄປຈັບອາຫານທີ່ພວກເຮົາກິນ. ຈົ່ງຮັກສາອາຫານບໍ່ໃຫ້ຖືກແມງວັນຕອມໂດຍເອົາແນວ ປິດກວບອາຫານໄວ້ ຫຼືເຮັດກັບດັກຈັບແມງວັນ ເພື່ອປ້ອງກັນແມງວັນບໍ່ໃຫ້ແຜ່ຜະຍາດໄດ້.

ວິທີເຮັດກັບດັກຈັບແມງວັນ


     fly trap with fish skeleton bait hung outdoors
    ເພື່ອປ້ອງກັນແມງວັນບໍ່ໃຫ້ມາຕອມຫຼາຍ, ໃຫ້ວາງກັບດັກແມງວັນນີ້ໄວ້ໃກ້ໆກັບວິດ ແລະໃກ້ໆກັບບ່ອນທີ່ປຸງແຕ່ງອາຫານ.
  1. ໃຊ້ແຜ່ນກາວ ຫຼືເຈ້ຍກາວເພື່ອເຮັດເປັນແກນຮູບກວຍກົ້ນເປີດ ຈາກນັ້ນນຳເອົາກວຍໃສ່ເຂົ້າໄປໃນຂວດໂຫຼ ຫຼື ກະຕຸກໃຫ້ພໍດີ.
  2. . ໃຊ້ແນວຕິດປາກກະຕຸກກັບກວຍໃຫ້ແຈບດີເພື່ອບໍ່ໃຫ້ມີຊ່ອງວ່າງລະຫວ່າງກວຍ ແລະປາກກະຕຸກນັ້ນ.
  3. ຫ້ອຍກະຕຸກດ້ວຍສາຍເຊືອກ ຫຼືມັດຕິດໄວ້ກັບຫຼັກໄມ້ທີ່ປັກຢູ່ກັບພື້ນ.
  4. ນຳໝາກໄມ້, ອາຫານ ຫຼືເຫຍື່ອອື່ນໆ ໄປວາງໄວ້ກ້ອງກັບດັກດັ່ງກ່າວ, ແມງວັນຈະບິນລົງມາຈັບຕອມອາຫານ ແລະຈາກນັ້ນຈະບິນເຂົ້າໄປໃນກວຍແລ້ວເຂົ້າໄປໃນກະຕຸກ.
  5. ເພື່ອກຳຈັດເອົາແມງວັນໃນກະຕຸກນັ້ນອອກ ແມ່ນໃຫ້ປີ້ນປາກກະຕຸກນັ້ນຂຶ້ນ, ເອົາກວຍນັ້ນອອກມາ, ຈາກນັ້ນ ກໍ່ຖອກນ້ຳເຂົ້າໄປໃຫ້ເຕັມກະຕຸກເພື່ອໃຫ້ແມງວັນນັ້ນຕາຍ ແລະຈາກນັ້ນກໍ່ຖອກພວກມັນຖິ້ມ.



This page was updated: ໒໗ ກັນຍາ ໒໐໑໘