Hesperian Health Guides
ວິດເພື່ອສຸຂະພາບທີ່ດີ (ສຸຂະນາໄມ)
ຂໍ້ມູນສຸຂະພາບ > ປຶ້ມຢູ່ໄກແພດສະບັບປັບປຸງໃໝ່ > ນໍ້າ ແລະ ສຸຂະນາໄມ ປັດໄຈສຳຄັນຂອງການມີສຸຂະພາບທີ່ດີ > ວິດເພື່ອສຸຂະພາບທີ່ດີ (ສຸຂະນາໄມ)
ຄວາມພະຍາຍາມ ຂອງຊຸມຊົນທຸກຢ່າງເພື່ອຈະປັບປຸງສຸຂະນາໄມ ຈະຕ້ອງຊ່ວຍເຫຼືອປະຊາຊົນໃນຊຸມຊົນເອົາຊະນະກັບຄວາມທ້າທາຍຕ່າງໆທີ່ພວກເຂົາປະເຊີນໜ້າຢູ່ໃນຊີວິດປະຈຳວັນ. ຄວາມທຸກຍາກ ແລະການເຂົ້າເຖິງນ້ຳໃຊ້ຢ່າງພຽງພໍ ແມ່ນມັກເປັນການຍາກສຳລັບປະຊາຊົນທີ່ຈະປັບປຸງສຸຂະນາໄມໄດ້.
ຄວາມພະຍາຍາມ ຂອງຊຸມຊົນທຸກຢ່າງເພື່ອຈະປັບປຸງສຸຂະນາໄມ ຈະຕ້ອງຊ່ວຍເຫຼືອປະຊາຊົນໃນຊຸມຊົນເອົາຊະນະກັບຄວາມທ້າທາຍຕ່າງໆທີ່ພວກເຂົາປະເຊີນໜ້າຢູ່ໃນຊີວິດປະຈຳວັນ. ຄວາມທຸກຍາກ ແລະການເຂົ້າເຖິງນ້ຳໃຊ້ຢ່າງພຽງພໍ ແມ່ນມັກເປັນການຍາກສຳລັບປະຊາຊົນທີ່ຈະປັບປຸງສຸຂະນາໄມໄດ້.
ໃຫ້ແມ່ຍິງໄດ້ເຂົ້າຮ່ວມໃນການປຶກສາຫາລືກ່ຽວກັບຄວາມຕ້ອງການຂອງຊຸມຊົນ ແລະການແກ້ໄຂບັນຫາທີ່ເປັນໄປໄດ້. ແມ່ຍິງເປັນຜູ້ທີ່ເບິ່ງແຍງລ້ຽງດູລູກ ແລະດູແລເຮືອນຊານບ້ານຊ່ອງ, ດັ່ງນັ້ນ ພວກເຂົາອາດຈະສັງເກດເຫັນ ບັນຫາກ່ຽວກັບສຸຂະນາໄມ ແລະນ້ຳ ທີ່ຜູ້ຊາຍອາດຈະບໍ່ຮູ້. ເມື່ອທຸກຄົນມີສ່ວນຮ່ວມໃນການຕັດສິນໃຈ ແລະ ເຮັດວຽກຮ່ວມກັນໃນການປັບປຸງສຸຂະນາໄມ, ທຸກຄົນກໍ່ຈະໄດ້ຮັບຜົນປະໂຫຍດນຳກັນຢ່າງທົ່ວເຖິງ.
ເນື້ອໃນ
ໃຊ້ວິດຖ່າຍເພື່ອຈັດການກັບຂອງເສຍຂອງມະນຸດ
ເມື່ອຂອງເສຍ (ອາຈົມ) ຂອງຄົນເຮົາບໍ່ໄດ້ຮັບການຈັດການທີ່ດີ, ມັນຈະເຮັດໃຫ້ນ້ຳ, ອາຫານ ແລະ ດິນປົນເປື້ອນໄປດ້ວຍເຊື້ອພະຍາດ ເຊິ່ງຈະນຳໄປສູ່ການເປັນພະຍາດຖອກທ້ອງ ແລະ ບັນຫາສຸຂະພາບ ຮ້າຍແຮງອື່ນໆອີກຫຼາຍຢ່າງ. ການນຳໃຊ້ວິດຖ່າຍຊ່ວຍປ້ອງກັນແມ່ພະຍາດ ບໍ່ໃຫ້ເຂົ້າສູ່ສິ່ງແວດລ້ອມ ແລະ ເປັນການປ້ອງກັນສຸຂະພາບຂອງຊຸມຊົນທັງໝົດ.
ເຫດຜົນທາງສຸຂະພາບບໍ່ແມ່ນພຽງເຫດຜົນດຽວ ເພື່ອສ້າງ ແລະໃຊ້ວິດຖ່າຍ. ປະຊາຊົນກໍ່ຍັງຕ້ອງການ:
- ຄວາມເປັນສ່ວນຕົວ: ວິດສາມາດເຮັດເປັນວິດຂຸມແບບທຳມະດາກໍ່ໄດ້. ແຕ່ຄວາມຕ້ອງການຄວາມເປັນ ສ່ວນຕົວນັ້ນ, ມັນເປັນສິ່ງທີ່ສຳຄັນທີ່ວິດຕ້ອງມີຫຼັງຄາ ຝາແອ້ມເປັນທີ່ກຳບັງທີ່ດີ, ມີປະຕູ ຫຼື ຜ້າກັ້ງປິດປະຕູນຳ. ສຳລັບເຮັດທີ່ກຳບັງນັ້ນ ສາມາດໃຊ້ວັດຖຸທີ່ມີໃນທ້ອງຖິ່ນ ຫຼືໃຊ້ຊີເມັນເຮັດກໍ່ໄດ້.
- ຄວາມປອດໄພ: ເພື່ອໃຫ້ເປັນວິດທີ່ປອດໄພນັ້ນ ມັນຕ້ອງເປັນວິດທີ່ສ້າງມາດີ ແລະຕັ້ງຢູ່ໃນສະຖານທີ່ ທີ່ປອດໄພ. ບໍ່ມີຜູ້ໃດຈະຢາກໃຊ້ວິດ ທີ່ພວກເຂົາກັງວົນກ່ຽວກັບຄວາມປອດໄພ ແລະຢ້ານມັນຊິເພລົງມາ. ແລະຖ້າວ່າວິດຢູ່ຫ່າງໄກຈາກເຮືອນ, ຕັ້ງຢູ່ໃນສະຖານທີ່ປ່ຽວ, ຜູ້ຍິງອາດຈະມີຄວາມຮູ້ສຶກວ່າ ບໍ່ປອດໄພ ທີ່ຈະໃຊ້ວິດນັ້ນ.
- ຄວາມສະດວກສະບາຍ: ຈະມີຄວາມເປັນໄປໄດ້ຫຼາຍທີ່ຜູ້ຄົນຈະໃຊ້ວິດຖ່າຍທີ່ສະດວກສະບາຍໃນການ ນັ່ງຖ່າຍ ແລະມີພື້ນທີ່ວ່າງໃນວິດກວ້າງພຽງພໍໃຫ້ຢືນຂຶ້ນໄດ້. ມີຄວາມເປັນໄປໄດ້ຫຼາຍທີ່ພວກເຂົາຈະໃຊ້ວິດ ທີ່ຢູ່ໃກ້ເຮືອນ ແລະມີທີ່ກຳບັງລົມ, ຝົນ, ແລະຫິມະໄດ້.
- ຄວາມສະອາດ: ຖ້າວ່າວິດຖ່າຍຫາກເປື້ອນ ແລະມີກິ່ນເໝັນ, ກໍ່ຈະບໍ່ມີຜູ້ໃດຢາກໃຊ້ມັນ. ວິດຍັງຈະຕ້ອງມີ ຄວາມສະອາດເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດຕ່າງໆ. ການແບ່ງວຽກປ່ຽນຜຽນກັນເຮັດຄວາມ ສະອາດຈະເປັນສິ່ງຊ່ວຍຮັບປະກັນວ່າ ເປັນການໃຊ້ວິດຢ່າງຖືກຕ້ອງ ແລະມີການດູແລເປັນຢ່າງດີ.
- ຄວາມເຄົາລົບນັບຖື: ວິດທີ່ໄດ້ຮັບການຮັກສາໃຫ້ສະອາດເປັນຢ່າງດີນັ້ນ ຈະນຳມາເຊິ່ງສະຖານະພາບ ແລະຄວາມນັບຖືແກ່ເຈົ້າຂອງວິດ. ສິ່ງນີ້ສາມາດເປັນແຮງຈູງໃຈທີ່ຊຸກດັນໃຫ້ ປະຊາຊົນທັງຫຼາຍໃຊ້ຈ່າຍເງິນ ແລະ ຄວາມພະຍາຍາມ ເພື່ອສ້າງວິດຂອງພວກເຂົາຂຶ້ນມາໃຊ້.
ບ່ອນທີ່ເໝາະສົມໃນການສ້າງວິດ
ໃນເວລາຕັດສິນໃຈເລືອກບ່ອນທີ່ຈະສ້າງວິດໃສ່, ເຈົ້າຕ້ອງຕ້ອງແນ່ໃຈວ່າ ວິດນັ້ນ ຈະບໍ່ກໍ່ໃຫ້ເກີດການປົນເປື້ອນ ຕໍ່ແຫຼ່ງ ນ້ຳຕ່າງໆ ເຊັ່ນ: ແມ່ນ້ຳ, ນ້ຳສ້າງ ຫຼືນ້ຳອອກບໍ່.
ໃນເວລາຕັດສິນໃຈເລືອກບ່ອນທີ່ຈະສ້າງວິດໃສ່, ເຈົ້າຕ້ອງຕ້ອງແນ່ໃຈວ່າ ວິດນັ້ນ ຈະບໍ່ກໍ່ໃຫ້ເກີດການປົນເປື້ອນ ຕໍ່ແຫຼ່ງ ນ້ຳຕ່າງໆ ເຊັ່ນ: ແມ່ນ້ຳ, ນ້ຳສ້າງ ຫຼືນ້ຳອອກບໍ່.
- ລະດັບກົ້ນ ຫຼື ພື້ນຂຸມວິດ ຄວນໃຫ້ຢູ່ສູງກວ່າລະດັບນ້ຳໃຕ້ດິນຢ່າງນ້ອຍ 2 ແມັດເຄິ່ງ (2#&189; ແມັດ).
- ຖ້າຫາກທ່ານຂຸດຂຸມເຮັດວິດ ແລະ ພົບວ່າດິນໃນຂຸມນັ້ນປຽກຊຸ່ມ ແລະ ມີນໍ້າເຂົ້າມາໃນຂຸມວິດ ສະແດງວ່າ ບ່ອນນັ້ນບໍ່ເໝາະສົມທີ່ຈະເຮັດວິດໃສ່. ເພາະເຊື້ອພະຍາດຕ່າງໆ ຈາກຂອງເສຍຂອງຄົນ ຈະປົນເປື້ອນໃສ່ນ້ຳໃຕ້ດິນນັ້ນ.
- ບໍ່ໃຫ້ສ້າງວິດໃສ່ພື້ນທີ່ທີ່ມັກຖືກນໍ້າຖ້ວມ.
- ເມື່ອເຫັນວ່າມີຄວາມສ່ຽງທີ່ວິດຂຸມຕ່າງໆນັ້ນ ຈະພາໃຫ້ນ້ຳໃຕ້ດິນເກີດມົນລະພິດ ຫຼືມີການປົນເປື້ອນ, ກໍ່ໃຫ້ພິຈາລະນາ ສ້າງວິດຢູ່ເທິງໜ້າດິນ. ຖ້າຫາກບໍ່ມີທາງເລືອກ ແລະຈຳເປັນຕ້ອງໄດ້ເຮັດວິດໃສ່ບ່ອນທີ່ມີຄວາມສ່ຽງທີ່ຈະເກີດການປົນ ເປື້ອນນ້ຳໃຕ້ດິນນັ້ນກໍ່ໃຫ້ເຮັດວິດຢູ່ຕີນຄ້ອຍ ແລະຢູ່ທາງລຸ່ມຂອງນ້ຳສ້າງທີ່ຢູ່ໃກ້ຄຽງນັ້ນ ດ້ວຍວິທີນີ້ເຊື້ອພະຍາດຕ່າງໆ ກໍ່ຈະຖືກນ້ຳໄຫຼພັດພາອອກໄປຫ່າງໄກຈາກນ້ຳສ້າງດັ່ງກ່າວນັ້ນ.
ນ້ຳໃຕ້ດິນແມ່ນນ້ຳທີ່ຊືມລົງສູ່ພື້ນດິນ ແລະ ໄຫຼຢູ່ພື້ນດິນ. ເມື່ອເຮັດວິດ ຕ້ອງໃຫ້ແນ່ໃຈວ່າວິດນັ້ນບໍ່ເລິກເກີນໄປ ເພາະມັນຈະເຮັດໃຫ້ນໍ້າໃຕ້ດິນເກີດການປົນເປື້ອນ. |
ປະເພດຂອງວິດ
ມີວິດຫຼາຍປະເພດ ແລະບໍ່ມີວິດປະເພດໃດໜຶ່ງທີ່ສາມາດໃຊ້ໄດ້ກັບທຸກຊຸມຊົນ ຫຼືທຸກຄົວເຮືອນ. ເມື່ອຕັດສິນໃຈ ເລືອກວ່າຈະສ້າງວິດວ່າຊະນິດໃດນັ້ນກໍ່ໃຫ້ຄິດພິຈາລະນາເຖິງຄວາມຕ້ອງການຂອງຜູ້ທີ່ຈະຊົມໃຊ້ ແລະປະເພດ ຂອງພື້ນທີ່ໆຈະສ້າງວິດນຳ. ແລະກໍ່ຍັງຕ້ອງໄດ້ຄິດກ່ຽວກັບວ່າເຈົ້າ ແລະຄອບຄົວຂອງເຈົ້າຢາກຈະໃຊ້ ແລະບຳລຸງຮັກສາວິດຝຸ່ນບົ່ມບໍ; ຖ້າບໍ່, ວິດຂຸມອາດຈະເປັນທາງເລືອກທີ່ເໝາະສົມສໍາລັບເຈົ້າ.
ບໍ່ມີວິດປະເພດໃດທີ່ສົມບູນແບບທີ່ສຸດ, ວິດແຕ່ລະປະເພດມີຂໍ້ເສຍສະເພາະຂອງຕົນເອງ. ແຕ່ວ່າວິດສາມ ປະເພດທີ່ຈະເວົ້າ ໃນບົດນີ້ແມ່ນມີຈຸດດີໃນການເຮັດໃຫ້ຊຸມຊົນສະອາດ ແລະປອດໄພ, ແລະມີຜົນເສຍຕໍ່ສິ່ງ ແວດລ້ອມ ແລະຜູ້ຄົນໜ້ອຍທີ່ສຸດ.
ວິດທັງສາມປະເພດດັ່ງກ່າວນີ້ຍັງບໍ່ຕ້ອງໃຊ້ນໍ້າ. ເພາະວ່າ ວິດຊັກໂຄກ (ວິດທີ່ໃຊ້ນ້ຳລ້າງ) ສ່ວນໃຫຍ່ ເປັນພຽງແຕ່ໂຍກຍ້າຍບັນຫາ (ອາຈົມ ແລະເຊື້ອພະຍາດ) ຈາກບ່ອນໜຶ່ງໄປຫາອີກບ່ອນໜຶ່ງເທົ່ານັ້ນ. ວິດເຫຼົ່ານັ້ນບໍ່ໄດ້ເຮັດໃຫ້ຂອງເສຍຂອງຄົນປອດໄພ, ແລະພວກມັນຍັງເຮັດໃຫ້ນ້ຳຈຳນວນຫຼວງຫຼາຍປົນເປື້ອນດ້ວຍເຊື້ອພະຍາດ ໃນເວລານຳໃຊ້ພວກມັນ (ເບິ່ງຮູບຂ້າງລຸ່ມ). ແຕ່ວ່າຖ້າເຈົ້າໃຊ້ນ້ຳລ້າງທຳຄວາມສະອາດ ພາຍຫຼັງຖ່າຍອາຈົມ, ມັນຍັງມີວິດທີ່ປອດໄພຫຼາຍປະເພດທີ່ທ່ານສາມາດສ້າງໄດ້, ຕົວຢ່າງເຊັ່ນ: ວິດທີ່ໃຊ້ນ້ຳລ້າງ. ສຶກສາວິທີເຮັດວິດແບບນີ້, ໃຫ້ເບິ່ງ ບົດທີ 7 ໃນປຶ້ມ “ຄູ່ມືຊຸມຊົນເພື່ອສຸຂະພາບສິ່ງແວດລ້ອມ”.
ວິດຂຸມແບບມີຝາປິດຮູວິດ
ວິດຊະນິດນີ້ແມ່ນຈະມີແທ່ນອັດປາກຂຸມວິດ ແລະມີຮູວິດພ້ອມຝາປິດໃນເວລາທີ່ບໍ່ໄດ້ໃຊ້. ແທ່ນອັດນັ້ນແມ່ນສາມາດເຮັດມາຈາກໄມ້, ຊີມັງ, ຫຼືທ່ອນໄມ້ລຽງຕໍ່ກັນ ແລະປົກທັບດ້ວຍດິນໃຫ້ແໜ້ນດີກໍ່ໄດ້. ແທ່ນທີ່ເຮັດມາຈາກຊີມັງສາມາດປ້ອງກັນນ້ຳ ແລະລົດບັນຫາສຸຂະພາບ ເພາະວ່າມັນອະນາໄມໄດ້ງ່າຍ. ວິດຊະນິດນີ້ຄວນໃຫ້ມີຂອບຂຸມ ຫຼືເຮັດຂອບຊີມັງເພື່ອປ້ອງກັນບໍ່ໃຫ້ແທ່ນປິດປາກຂຸມ ຫຼືຂຸມວິດເພ ຫຼືເຈື່ອນເພລົງ. ເບິ່ງວິທີເຮັດໄດ້ ຢູ່ໃນໜ້າຕໍ່ໄປ.
ຕິດຕັ້ງທໍ່ລະບາຍອາກາດໃສ່ໃນວິດ ເພື່ອລົດກິ່ນເໝັນ ແລະແມງວັນ. (ເຊິ່ງເອີ້ນວິດນີ້ວ່າ“ວິດຂຸມ ລະບາຍອາກາດ”) ວິດແບບນີ້ຍ້ອນເປັນວິດຂຸມທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ຈິ່ງເຮັດໃຫ້ມັນເປັນທີ່ໜ້າພໍໃຈ ໃນການນຳໃຊ້ຫຼາຍ.
ວິດຂຸມແບບມີຝາປິດນີ້ ແມ່ນເລິກ 2 ແມັດ ແລະໃຊ້ໄດ້ເປັນເວລາ 5 ປີ ຈິ່ງເຕັມ ສຳລັບຄອບຄົວທີ່ມີສະມາຊິກ 5 ຄົນ.
ບັນຫາຂອງວິດຂຸມແບບນີ້ກໍ່ຄື ເມື່ອມັນເຕັມແລ້ວກໍ່ບໍ່ສາມາດໃຊ້ໄດ້ອີກຕໍ່ໄປ. ແຕ່ຢ່າງໃດກໍ່ຕາມ, ເຈົ້າກໍ່ສາມາດນຳໃຊ້ຂຸມວິດ (ທີ່ບໍ່ໄດ້ກໍ່ຝາຂຸມ) ທີ່ເຕັມແລ້ວນັ້ນໃຫ້ເປັນປະໂຫຍດໄດ້ຢ່າງງ່າຍດາຍ ໂດຍການຍົກຍ້າຍໂຄງສ້າງທີ່ປົກຄຸມວິດນັ້ນອອແລ້ວປູກຕົ້ນໄມ້ໃສ່ແທນ. ຫຼື, ທຳການບຳລຸງຮັກສາທີ່ແຕກຕ່າງ ກັນເລັກໜ້ອຍໃນແຕ່ລະມື້, ເຈົ້າກໍ່ສາມາດປ່ຽນຂອງເສຍຢູ່ໃນຂຸມວິດແບບມີຝາຂຸມວິດນັ້ນເປັນຂຸມຝຸ່ນບົ່ມທີ່ມີປະໂຫຍດໄດ້.
ວິທີເຮັດວິດຂຸມແບບມີຝາປິດ
- . ເລືອກສະຖານທີ່ທີ່ຜູ້ຄົນໄປໃຊ້ໄດ້ງ່າຍ ແລະບໍ່ມີຄວາມສ່ຽງທີ່ມັນຈະໄປປົນເປື້ອນໃສ່ແຫຼ່ງນ້ຳຕ່າງໆ.
- ຂຸດຂຸມທີ່ມີຄວາມກວ້າງ ຫຼືມີເສັ້ນຜ່າສູນກາງ 1 ແມັດ ແລະເລິກຢ່າງນ້ອຍ 2 ແມັດ. ຖ້າວ່າດິນນັ້ນເປັນດິນຊາຍຫຼາຍ, ເຈົ້າກໍ່ສາມາດເອົາກະພຸຍນ້ຳມັນເກົ່າມາເຈາະຝາອອກແລ້ວວາງຕໍ່ກັນຂຶ້ນກໍ່ໄດ້ ຫຼື ກໍ່ຝາຂຸມວິດດ້ວຍດິນຈີ່ເພື່ອປ້ອງກັນບໍ່ໃຫ້ຂຸມວິດນັ້ນຍຸບລົງ.
- . ເຮັດຂອບອ້ອມປາກຂຸມວິດເພື່ອເປັນບ່ອນຮອງຮັບແທ່ນອັດປາກຂຸມວິດ ແລະປ້ອງກັນຝາຂຸມວິດບໍ່ໄຫ້ມັນຍຸບລົງ ໂດຍການໃຊ້ທ່ອນໄມ້, ກ້ອນຫີນ, ດິນຈີ່, ຂອບປາກຂຸມທີ່ເຮັດດ້ວຍເບຕົງ ຫຼືວັດຖຸອື່ນໆທີ່ສາມາດໃຊ້ໄດ້.
- . ເຮັດຂອບອ້ອມປາກຂຸມວິດເພື່ອເປັນບ່ອນຮອງຮັບແທ່ນອັດປາກຂຸມວິດ ແລະປ້ອງກັນຝາຂຸມວິດບໍ່ໄຫ້ມັນຍຸບລົງ ໂດຍການໃຊ້ທ່ອນໄມ້, ກ້ອນຫີນ, ດິນຈີ່, ຂອບປາກຂຸມທີ່ເຮັດດ້ວຍເບຕົງ ຫຼືວັດຖຸອື່ນໆທີ່ສາມາດໃຊ້ໄດ້.
ການເຮັດແທ່ນອັດປາກຂຸມວິດ ແລະ ຂອບອ້ອມປາກຂຸມວິດດ້ວຍຊີມັງ
ແທ່ນອັດປາກຂຸມວິດ ແລະຂອບປາກຂຸມວິດ ທີ່ເຮັດຢ່າງດີດ້ວຍຊີມັງຈະເປັນການປ້ອງກັນຂຸມວິດ ບໍ່ໃຫ້ມັນຍຸບເພລົງ. ແທ່ນອັດປາກຂຸມວິດຊີມັງຍັງເຮັດໃຫ້ການອະນາໄມຮັກສາຄວາມສະອາດ ວິດໄດ້ງ່າຍຂຶ້ນ.
ຊີມັງກະເປົາ 25 ກິໂລ ໜຶ່ງເປົາ ແມ່ນພຽງພໍໃນການເຮັດແທ່ນອັດປາກຂຸມວິດ 1 ແທ່ນ ແລະຂອບອ້ອມປາກຂຸມວິດໄດ້ອີກ 1 ອັນ. ມັນຈະເປັນການງ່າຍທີ່ສຸດທີ່ຈະເຮັດທັງແທ່ນອັດປາກ ຂຸມວິດ ແລະຂອບອ້ອມປາກຂຸມວິດພ້ອມກັນໃນເວລາດຽວ. ເຈົ້າຍັງຕ້ອງມີເຫຼັກເສັ້ນເພື່ອເສີມໃຫ້ຊີມັງແຂງແຮງ, ດີນຈີ່, ໄມ້ແປ້ນເພື່ອເຮັດແບບ ແລະໄມ້ທີ່ຕັດເປັນຮູບຮູກະແຈເພື່ອເອົາມາເປັນແບບຮູວິດ ໃນແທ່ນອັດປາກຂຸມວິດ. ແທ່ນອັດປາກຂຸມວິດ ແລະຂອບອ້ອມປາກຂຸມວິດທີ່ສະແດງໃຫ້ເຫັນໃນທີ່ນີ້ເປັນຮູບຈະຕຸລັດ ແຕ່ວ່າເຈົ້າສາມາດເຮັດເປັນຮູບວົງມົນກໍ່ໄດ້.
1. ປູແພຢາງ ຫຼືປູເປົາສີມັງລົງໃສ່ພື້ນພຽງ. ຈາກນັ້ນກໍ່ເຮັດແບບດ້ວຍດິນຈີ່ ຫຼືໄມ້ແປ້ນໃສ່ເທິງບ່ອນທີ່ປູໄວ້ນັ້ນ. | |
ແທ່ນອັດປາກຂຸມວິດ | ຂອບປາກຂຸມວິດ |
ສ້າງແທ່ນອັດປາກຂຸມວິດທີ່ມີລວງຍາວປະມານ 120 ຊັງຕີແມັດ, ກ້ວາງ 90 ຊັງຕີແມັດ, ແລະ ເລິກ 6 ຊັງຕີແມັດ. ວາງແບບໄມ້ທີ່ເປັນຮູບ “ຮູກະແຈ” ຫຼື ດິນຈີ່ຈັກສອງສາມກ້ອນໄວ້ເຄິ່ງກາງແບບເພື່ອເຮັດເປັນຮູວິດ. | ເຮັດຂອບປາກຂຸມວິດດ້ານນອກຍາວ 130 ຊັງຕີແມັດ ແລະກວ້າງ 1 ແມັດ, ຂອບດ້ານໃນຍາວ 1 ແມັດ ກວ້າງ 70 ຊັງຕີແມັດ. |
2. ປະສົມຊີມັງໃນອັດຕາສ່ວນ: ຊີມັງ 1 ສ່ວນ, ຊາຍ 2 ສ່ວນ, ຫີນ 3 ສ່ວນ ແລະ ນ້ຳໃນປະລິມານທີ່ພໍດີເພື່ອໃຫ້ສ່ວນປະສົມນັ້ນປຽກ ແລະປະສົມປົນເຂົ້າກັນດີ. ເອົາຊີມັງນັ້ນເທລົງແບບໃຫ້ໄດ້ເຄິ່ງໜຶ່ງຂອງລວງສູງຂອງແທ່ນທີ່ຈະເຮັດ. | |
3. ວາງເຫຼັກເສັ້ນທີ່ມີຂະໜາດເສັ້ນຜ່າສູນກາງ 3 ມິລິແມັດ ໃສ່ເທິງຊີມັງປຽກທີ່ເທໃສ່ແບບໄວ້ເຄິ່ງໜຶ່ງນັ້ນ ເພື່ອເພີ່ມຄວາມແຂງແຮງໃຫ້ແທ່ນຊີມັງນັ້ນ. | |
ໃຫ້ເອົາເຫຼັກເສັ້ນທີ່ມີຂະໜາດເສັ້ນຜ່າສູນກາງ 8-10 ມິລິແມັດ ມາເຮັດເປັນຫູຈັບໃສ່ແຕ່ລະແຈຂອງແທ່ນຝາປິດນີ້.
ສຳລັບແທ່ນອັດປາກຂຸມວິດ: ໃຊ້ເຫຼັກເສັ້ນ ວາງໄຂ່ວກັນເປັນຕາກະໂລ້ ລວງລະ 4-6 ເສັ້ນ.
|
ສຳລັບຂອບອ້ອມປາກວິດ ແມ່ນໃຫ້ວາງເຫຼັກເສັ້ນໄຂ່ວ ກັນຕາມລວງຂອບແຕ່ລະດ້ານ.
|
4. ຖອກປູນຊີມັງສ່ວນທີ່ຍັງເຫຼືອນັ້ນລົງເທິງເຫຼັກເສັ້ນໃນແບບເຮັດໄວ້ນັ້ນ ແລະໃຊ້ມືປະທາຍ ຫຼືໄມ້ທ່ອນສີ່ລ່ຽມກວາດປັບໜ້າປູນຊີມັງທີ່ເທລົງໄປໃນແບບນັ້ນໃຫ້ກ້ຽງພຽງດີ. | |
5. ເມື່ອຊີມັງເລີ່ມແຂງແລ້ວ (ຫຼັງຈາກທີ່ເທໄດ້ 3 ຊົ່ວໂມງແລ້ວ) ໃຫ້ເອົາໄມ້ແບບຮູວິດທີ່ເປັນຮູບຮູກະແຈນັ້ນອອກ. ຖ້າເຈົ້າໃຊ້ກ້ອນດິນຈີ່ເປັນແບບຮູວິດກໍ່ໃຫ້ເອົາມັນອອກ ແລະແປງຮູວິດນັ້ນໃຫ້ເປັນຮູບຮູກະແຈ. | |
6. ໃຫ້ເອົາກະເປົາຊີມັງປຽກ, ແຜ່ນແພປຽກ, ຫຼືຜ້າຢາງມາປົກແທ່ນ ຊີມັງນັ້ນໄວ້. ໃຫ້ເອົານ້ຳມາຫົດ ແທ່ນນັ້ນໃຫ້ປຽກມື້ລະຫຼາຍໆຄັ້ງ ເປັນເວລາ 7 ວັນ. ການເຮັດໃຫ້ມັນຊຸ່ມຢູ່ຕະຫຼອດເວລານັ້ນແມ່ນຊ່ວຍ ໃຫ້ແທ່ນຊີມັງນັ້ນຄ່ອຍໆແຂງຢ່າງຊ້າໆ ແລະເຮັດໃຫ້ມັນແຂງແກ່ນ ຂຶ້ນຫຼາຍ. | |
7. ເມື່ອຂອບອ້ອມປາກຂຸມວິດທີ່ເຮັດໄວ້ນັ້ນແຂງດີແລ້ວໃຫ້ເອົາມັນມາຫາບ່ອນທີ່ຈະເຮັດວິດ. ປັບລະດັບໜ້າດິນໃຫ້ພຽງດີແລ້ວ, ນຳເອົາຂອບອ້ອມປາກຂຸມວິດມາວາງລົງໃສ່ ແລ້ວຂຸດຂຸມວິດດ້ານໃນຂອງຂອບນັ້ນ. ເອົາດິນຖົ້ມໃສ່ອ້ອມຂອບດ້ານນອກນັ້ນໃຫ້ແໜ້ນດີ ເພື່ອໃຫ້ມັນແໜ້ນຢູ່ກັບທີ່. ເມື່ອຂຸດຂຸມວິດໄດ້ເລິກຕາມຕ້ອງການແລ້ວ ຈາກນັ້ນກໍ່ໃຫ້ນຳເອົາແທ່ນປົກປາກຂຸມວິດມາວາງໃສ່ເທິງຂອບອ້ອມຂຸມວິດນັ້ນ. | |
8. ເຮັດຝາປິດຮູວິດຈາກສີມັງ ຫຼືໄມ້. ຝາອັດຮູວິດນີ້ຕ້ອງມີຫູຈັບ, ຫຼືເຮັດໃຫ້ສາມາດໃຊ້ຕີນຍົກເປີດອອກໄດ້ເພື່ອ ຫຼີກເວັ້ນເຊື້ອພະຍາດບໍ່ໃຫ້ມາຕິດມື. |
ວິດຝຸ່ນບົ່ມ
ວິດຝຸ່ນບົ່ມເກັບຂອງເສຍຂອງຄົນເຮົາຈົນວ່າມັນຈະເໜົ່າສະຫຼາຍໂຕໄປ ແລະກາຍເປັນຝຸ່ນບົ່ມ. ຝຸ່ນຂອງເສຍທີ່ກອງປະສົມກັນໃນຂຸມວິດຈະຮ້ອນຂຶ້ນ ແລະ ເວລາລ່ວງເລີຍໄປກໍ່ຈະເຮັດເຊື້ອພະຍາດທີ່ຮ້າຍແຮງ ຕາຍໄປຊຶ່ງໃນນັ້ນກໍ່ລວມເຖິງໄຂ່ຂອງແມ່ທ້ອງກົມ ຊຶ່ງເປັນໄຂ່ແມ່ທ້ອງທີ່ຂ້າຍາກທີ່ສຸດ, ໃນເບື້ອງຕົ້ນ ວິດຝຸ່ນບົ່ມອາດຈະເບິ່ງຄືວ່າເປັນແນວຄວາມຄິດທີ່ແປກ ແຕ່ເມື່ອໃຊ້ໃຫ້ຖືກວິທີແລ້ວ ພວກມັນເປັນວິທີ ທີ່ປອດໄພຫຼາຍ ໃນການຈັດການກັບຂອງເສຍຂອງມະນຸດ ແລະສາມາດປັບປຸງຄຸນນະພາບຂອງດິນໃຫ້ດີຂຶ້ນໄດ້ໃນເວລາດຽວກັນ.
ຂຸດຂຸມເລິກ 1 ແມັດ ແລະ ເສັ້ນຜ່າໃຈກາງຂອງຂຸມກວ້າງຕໍ່າກວ່າ 1 ແມັດ. ເຮັດຝາຂຸມວິດ ແລະ ເຮັດແທ່ນປິດປາກຂຸມວິດຄືກັນກັບທີ່ເຈົ້າເຮັດວິດຂຸມອື່ນໆ. ແຕ່ສຳລັບວິດນີ້ແມ່ນເຮັດໂຄງສ້າງ ແບບທີ່ສາມາດເຄື່ອນຍ້າຍໄດ້.
ວິທີການໃຊ້ ແລະບຳລຸງຮັກສາວິດຝຸ່ນບົ່ມ
- ກ່ອນໃຊ້ວິດ, ໃຫ້ເອົາໃບໄມ້ແຫ້ງ ຫຼືເຟືອງແຫ້ງຖິ້ມລົງໄປໃນຂຸມວິດເສຍກ່ອນ. ມັນຈະຊ່ວຍໃຫ້ອາຈົມເປື່ອຍສະຫຼາຍໄວຂຶ້ນ.
- ຫຼັງການຖ່າຍທຸກຄັ້ງໃຫ້ເອົາຂີ້ດິນທີ່ປະສົມກັບຂີ້ເຖົ່າ ຫຼືດິນປະສົມໃບໄມ້ແຫ້ງຖິ້ມລົງໄປໃນ ຂຸມວິດໜຶ່ງກຳມື. ການເຮັດແນວນີ້ຈະເປັນການດັບກິ່ນ ແລະຊ່ວຍໃຫ້ອາຈົມແຍກສະຫຼາຍໄດ້ໄວຂຶ້ນ.
- ບໍ່ໃຫ້ຖິ້ມຖົງຢາງ, ກະປ໋ອງ ຫຼືຂີ້ເຫຍື້ອອື່ນໆລົງໃສ່ໃນຂຸມວິດ.
- ໃຫ້ກວາດ ແລະລ້າງອະນາໄມ ແທ່ນອັດປາກຂຸມວິດເລື້ອຍໆ. ຈົ່ງລະວັງຢ່າໃຫ້ນໍ້າ ຫຼືສານເຄມີທີ່ໃຊ້ເຮັດຄວາມສະອາດນັ້ນຕົກລົງໄປໃນຂຸມວິດຫຼາຍເກີນໄປ.
- ເມື່ອວິດໃກ້ຈະເຕັມໃຫ້ຍົກຍ້າຍທີ່ກຳບັງພ້ອມທັງແທ່ນອັດປາກຂຸມວິດ ແລະ ຂອບອ້ອມປາກຂຸມວິດອອກ. (ສຳລັບຄອບຄົວທີ່ມີສະມາຊິກຈຳນວນ 5 ຄົນ ໃຊ້ວິດທີ່ມີຂະໜາດຄວາມເລິກ 1 ແມັດນີ້ ແມ່ນຈະໃຊ້ເວລາ 1 ປີ ແມ່ນເກືອບເຕັມ).
- ເອົາດິນປະສົມກັບຝຸ່ນພືດພັນຕ່າງໆຖົມຂຸມວິດນັ້ນໃຫ້ໜາຂະໜາດ 15 ຊັງຕີແມັດ. ຫຼັງຈາກນັ້ນຫຼາຍອາທິດຕໍ່ມາ, ຂອງເສຍໃນຂຸມນັ້ນກໍ່ຈະສະຫຼາຍຕົວກາຍເປັນຝຸ່ນ ແລະຍຸບລົງ.
- ເອົາດິນປະສົມຝຸ່ນໃບໄມ້ໃບຫຍ້າມາຖົມຕື່ມລົງໃນຂຸມນັ້ນ, ເອົານ້ຳຫົດ, ແລະປູກຕົ້ນໄມ້ໃສ່. ຕົ້ນໄມ້ໃຫ້ໝາກຖືກກັບຝຸ່ນນີ້ມັນຈະໃຫຍ່ໄວເປັນໝາກດົກ ແລະປອດໄພ.
- ອີກວິທີໜຶ່ງ, ຝຸ່ນບົ່ມຢູ່ໃນວິດຍັງສາມາດຂຸດເອົາໄປໃຊ້ເຮັດເປັນຝຸ່ນໃສ່ຕົ້ນໄມ້ ຫຼືໃສ່ພືດທັນຍາຫານກໍ່ໄດ້, ແຕ່ວ່າຕ້ອງໃຫ້ຝຸ່ນນັ້ນແຕກແຍກສະຫຼາຍຕົວດີແລ້ວເທົ່ານັ້ນ. ສະນັ້ນ ຈິ່ງຕ້ອງປະໄວ້ໃຫ້ມັນເປື່ອຍເປັນເວລາ 1 ປີ ແລະຈະໃຊ້ມັນໄດ້ກໍ່ຕໍ່ເມື່ອມັນກາຍເປັນດິນຝຸ່ນທີ່ບໍ່ມີກິ່ນແລ້ວເທົ່ານັ້ນ.
- ໃຫ້ຍົກເອົາທີ່ກຳບັງພ້ອມທັງແທ່ນອັດປາກຂຸມວິດ ແລະຂອບອ້ອມປາກຂຸມວິດ ໄປຍັງບ່ອນ ທີ່ຈະເຮັດວິດໃໝ່, ຂຸດຂຸມວິດ, ແລ້ວເຮັດວິດໃໝ່ຂຶ້ນມາອີກ.
ວິດຝຸ່ນບົ່ມສຳລັບບ່ອນທີ່ມີເນື້ອທີ່ໜ້ອຍ
ວິດປະເພດນີ້ແມ່ນມີປະໂຫຍດສຳລັບສະຖານທີ່ທີ່ຜູ້ຄົນອາໄສຢູ່ໃກ້ຄຽງກັນຫຼາຍ ແລະ ບໍ່ມີເນື້ອທີ່ພຽງພໍ ທີ່ຈະເຮັດວິດຂຸມທົ່ວໄປໄດ້. ວິດຝຸ່ນບົ່ມແບບສຳລັບເນື້ອທີ່ຈຳກັດນີ້ ແມ່ນສາມາດເຮັດໄວ້ຢູ່ໃນເຮືອນໄດ້ ແລະ ຄວນຈະບໍ່ມີກິ່ນເໝັນຫຼາຍຖ້າອະນາໄມ ແລະບົວລະບັດບຳລຸງຮັກສາເປັນປະຈຳ.
ສຳລັບວິດແບບນີ້, ເຈົ້າຕ້ອງແຍກຍ່ຽວອອກຕ່າງຫາກ ເພື່ອໃຫ້ຂີ້ແຫ້ງໄວຂຶ້ນ ແລະເປັນຝຸ່ນບົ່ມໄດ້ໄວ້ຂຶ້ນຫຼາຍ. ການແຍກຍ່ຽວຍັງຊ່ວຍລົດກິ່ນເໝັນໄດ້.
- ເຮັດແກັດໄມ້ທີ່ມີຂະໜາດພໍທີ່ຈະໃສ່ຄຸຂະໜາດ 5 ແກນລອນ (ເທົ່າກັບ 4.564 ລິດ) ເຂົ້າໄປໄດ້.
- ຕິດຕັ້ງໂຖວິດແບບແຍກຍ່ຽວໃສ່ເຂົ້າໄປໃນແກັດນັ້ນ. ເຈົ້າອາດຈະສາມາດຫາຊື້ໂຖນີ້ກໍ່ໄດ້, ຫຼືຈະເຮັດເອົາກໍ່ໄດ້ ໂດຍການນຳເອົາກະຕຸກນ້ຳຢາງມາຕັດກົ້ນ ແລະ ຂ້າງຂອງມັນອອກ ຈາກນັ້ນກໍ່ນຳມັນມາຍຶດຕິດໃນຮູວິດທາງດ້ານໜ້າ.
- ມັດຕິດປາຍທໍ່ສົ້ນໜຶ່ງໃສ່ກົ້ນໂຖຍ່ຽວ (ຫຼື ມັດຕິດໃສ່ກົ້ນໂຖຍ່ຽວທີ່ເຈົ້າເຮັດມາຈາກກະຕຸກນ້ຳ) ເພື່ອແຍກຍ່ຽວ. ເອົາທໍ່ດ້ານທີ່ເຫຼືອນັ້ນໃສ່ລົງໃນກະຕຸກ ຫຼືໂຖຮອງຮັບນ້ຳຍ່ຽວ (ບ່ອນເກັບນ້ຳຍ່ຽວ).
- ເອົາຄຸທີ່ມີຂະໜາດ 5 ແກນລອນ ໃສ່ໄວ້ກ້ອງໂຖວິດ ເພື່ອເປັນບ່ອນຮອງຮັບອາຈົມ.
ວິທີໃຊ້ ແລະ ດູແລວິດຝຸ່ນບົ່ມສຳລັບບ່ອນທີ່ມີເນື້ອທີ່ໜ້ອຍ
ການສອນໃຫ້ທຸກຄົນຮູ້ເຖິງວິທີນຳໃຊ້ວິດນີ້ຢ່າງຖືກຕ້ອງນັ້ນເປັນສິ່ງທີ່ສຳຄັນຫຼາຍ.
- ກ່ອນໃຊ້, ໃຫ້ເອົາໃບໄມ້ແຫ້ງ ຫຼືເຟືອງແຫ້ງວາງຮອງໃສ່ໃນຄຸເສຍກ່ອນ. ການເຮັດເຊັ່ນນີ້ຈະເປັນການຊ່ວຍຮັກສາໃຫ້ຄຸສະອາດ.
- ພາຍຫຼັງທີ່ຖ່າຍແລ້ວແຕ່ລະຄັ້ງ ແມ່ນໃຫ້ເອົາດິນປະສົມຂີ້ເຖົ່າ ຫຼື ໃບໄມ້ແຫ້ງກຳມືໜຶ່ງໃສ່ລົງໃນຄຸ. ສິ່ງນີ້ຈະຊ່ວຍລົດກິ່ນເໝັນ, ແລະຊ່ວຍໃຫ້ອາຈົມສະຫຼາຍຕົວ. ບໍ່ໃຫ້ຖິ້ມຂີ້ເຫຍື້ອອື່ນໆ ເຊັ່ນ: ຢາງ ຫຼື ກະປ໋ອງ, ລົງໄປໃນວິດ. ພະຍາຍາມບໍ່ໃຫ້ຂອງແຫຼວ ລວມທັງຍ່ຽວປົນລົງໄປໃນຄຸອາຈົມ. ຖ້າເຫັນວ່າ ໃນຄຸອາຈົມນັ້ນປຽກຫຼາຍ ແມ່ນໃຫ້ເອົາດິນ ຫຼືຂີ້ເຖົ່າໃສ່ລົງຕື່ມ.
- ນ້ຳຍ່ຽວຈະໄຫຼລົງມາຕາມທໍ່ແຍກຍ່ຽວມາຫາໂຖເກັບນໍ້າຍ່ຽວ. ສາມາດເອົານໍ້າຍ່ຽວປະສົມກັບນໍ້າ ແລ້ວນໍາມາໃຊ້ເປັນຝຸ່ນໄດ້. ໂດຍໃຫ້ປະສົມໃນອັດຕາສ່ວນ 3:1 (ນໍ້າ 3 ສ່ວນ, ຍ່ຽວ 1 ສ່ວນ), ປະສົມໃຫ້ເຂົ້າກັນດີແລ້ວ ຈິ່ງນຳໄປຫົດເຄື່ອງປູກຂອງຝັງໄດ້ເຖິງສາມຄັ້ງຕໍ່ອາທິດ. ຫຼື ຈະເອົາຍ່ຽວທີ່ເອົາອອກຈາກວິດນັ້ນໄປເທຖິ້ມໃຫ້ຫ່າງໄກຈາກເຮືອນຄົນກໍ່ໄດ້.
- ເມື່ອອາຈົມເຕັມຄຸທີ່ໃສ່ອາຈົມໃນວິດແລ້ວ (ເຊິ່ງຈະໃຊ້ເວລາປະມານ 2 ອາທິດຈິ່ງເຕັມ ສຳລັບຄອບຄົວ 5 ຄົນ) ແມ່ນໃຫ້ນຳເອົາຄຸນັ້ນໄປຖອກໃສ່ຖັງເກັບຂະໜາດໃຫຍ່ທີ່ມີຝາປິດ. ຖັງນີ້ເປັນບ່ອນເກັບຂອງເສຍໄວ້ ເມື່ອກະຖັງນີ້ເຕັມໃຫ້ອັດຖັງປະໄວ້ປີໜຶ່ງ (ຖ້າເປັນໄປໄດ້ໃຫ້ເກັບໄວ້ບ່ອນທີ່ມີແດດ) ຈົນກວ່າຂອງເສຍນັ້ນ ຈະປ່ຽນສະພາບກາຍເປັນຝຸ່ນບົ່ມ. ຫຼັງຈາກ 1 ປີ, ກໍ່ສາມາດນຳເອົາຝຸ່ນບົ່ມນັ້ນໄປໃສ່ນາ, ໃສ່ສວນ, ຫຼືໃສ່ໂຖຕົ້ນໄມ້ປູກກໍ່ໄດ້. ຄອບຄົວໜຶ່ງໆອາດຈະຕ້ອງໄດ້ໃຊ້ຖັງເກັບຂອງເສຍຂະໜາດໃຫຍ່ຫຼາຍໜ່ວຍເພື່ອກັກເກັບຂອງເສຍທັງໝົດໄວ້.
- ຫຼັງຈາກຖອກອາຈົມແຕ່ລະຄັ້ງ, ໃຫ້ລ້າງຄຸໃຫ້ສະອາດດ້ວຍນໍ້າປະສົມຄລໍລິນເພື່ອຂ້າເຊື້ອພະຍາດ.
- ເວລາທີ່ບໍ່ໃຊ້ວິດ ກໍ່ໃຫ້ປິດຝາແກັດວິດນັ້ນໄວ້. ມັນຈະຊ່ວຍລົດກິ່ນເໝັນລົງໄດ້.
ວິດຝຸ່ນບົ່ມແບບນີ້ແມ່ນຕ້ອງໄດ້ເຮັດຫຼາຍອັນເພື່ອບຳລຸງຮັກສາພວກມັນ. ແຕ່ວ່າເມື່ອໃຊ້ຖືກວິທີແລ້ວ, ມັນເປັນວິທີທີ່ດີສຳລັບຊຸມຊົນຕ່າງໆທີ່ບໍ່ມີພື້ນທີ່ຫຼາຍພຽງພໍເພື່ອຈະຈັດການກັບຂອງເສຍຂອງຜູ້ຄົນ, ແລະຍັງເປັນການສ້າງຜົນຜະລິດທີ່ມີມູນຄ່າຈາກພວກມັນນຳອີກ.
ວິດຝຸ່ນບົ່ມສຳລັບພື້ນທີ່ໃນຕົວເມືອງຜູ້ຄົນຈຳນວນຫຼວງຫຼາຍທີ່ອາໄສຢູ່ໃນພື້ນທີ່ນ້ອຍໆນັ້ນໝາຍຄວາມວ່າຈຳນວນຂອງເສຍຂອງມະນຸດນັ້ນກໍ່ແມ່ນ ຫຼາຍເຊັ່ນກັນ, ແລະ ກໍ່ມັກເກີດມີການເຈັບເປັນເລື້ອຍໆອັນມີສາເຫດມາຈາກເຊື້ອພະຍາດຈາກຂອງເສຍຂອງ ມະນຸດເຮົາ. ອົງການຊອຍ (SOIL) ເຊິ່ງເປັນອົງການພັດທະນາຊຸມຊົນອົງການໜຶ່ງໃນປະເທດໄຮຕິ ທີ່ເຮັດວຽກພັດທະນາຊຸມຊົນເມືອງ ດ້ວຍການປ່ຽນຮູບຂອງເສຍຂອງມະນຸດໃຫ້ເປັນຊັບພະຍາກອນ ມາຮັບໃຊ້ການດຳລົງຊີວິດຂອງຜູ້ຄົນ. ອົງການ SOIL ໄດ້ລິເລີ່ມພັດທະນາໂຄງການໜຶ່ງຂຶ້ນມາ ໂດຍໃຫ້ບໍລິການເຊົ່າວິດໄປໃຊ້ (ໃນລາຄາຖືກ) ແກ່ຄອບຄົວຕ່າງໆໃນຊຸມຊົນເມືອງ, ເຊິ່ງເປັນວິດທີ່ມີລັກສະນະຄືກັບທີ່ເຫັນໃນຮູບຂ້າງເທິງນີ້, ແລະ ໃນແຕ່ລະອາທິດ ທາງອົງການກໍ່ອອກໄປຮັບເອົາຂອງເສຍຈາກຄອບຄົວຕ່າງໆທີ່ເຊົ່າວິດໄປໃຊ້ນັ້ນ ແລ້ວສົ່ງຂອງເສຍທີ່ເກັບມານັ້ນໄປຍັງສະຖານທີ່ເຮັດຝຸ່ນບົ່ມ ເພື່ອປ່ຽນສະພາບຂອງເສຍນັ້ນໃຫ້ເປັນຝຸ່ນທີ່ມີປະໂຫຍດເພື່ອຂາຍ ຫຼືນຳໄປໃຊ້ເປັນຝຸ່ນແກ່ພືດທັນຍາຫານຕ່າງໆ. ໜ້າວຽກສ່ວນໃຫຍ່ຂອງອົງການ SOIL ແມ່ນໃຫ້ຄວາມຮູ້ແກ່ຜູ້ປະຊາຊົນໃນຊຸມຊົມຕ່າງໆກ່ຽວກັບ ຄວາມປອດໄພຂອງວິດຝຸ່ນບົ່ມ. ວິທີການທີ່ດີທີ່ສຸດຢ່າງໜຶ່ງ ທີ່ພວກເຂົາເຈົ້າເຮັດກໍ່ຄື ການນຳເອົາຝຸ່ນບົ່ມທີ່ເປັນຜະລິດຕະພັນຈາກວິດ ມາສະແດງໃຫ້ທຸກຄົນເຫັນ. ເມື່ອຜູ້ຄົນໄດ້ເຫັນດ້ວຍຕາຕົນເອງແລ້ວວ່າສິ່ງທີ່ ເຄີຍເປັນຂອງເສຍໃນເມື່ອກ່ອນນັ້ນໃນປັດຈຸບັນໄດ້ກາຍເປັນຝຸ່ນບົ່ມທີ່ອຸດົມສົມບູນໄປດ້ວຍສານອາຫານ ຕ່າງໆສຳລັບພືດພັນ, ໃນບໍ່ຊ້າພວກເຂົາກໍ່ເກີດມີຄວາມສົນໃຈຢາກຈະປ່ຽນສິ່ງທີ່ເຄີຍເຮັດໃຫ້ພວກເຂົາເຈົ້າ ເຈັບເປັນນັ້ນມາເປັນຊັບພະຍາກອນທີ່ມີປະໂຫຍດຕໍ່ພວກເຂົາ ແລະສະພາບແວດລ້ອມຂອງພວກເຂົາເຈົ້າ. |
ວິດທີ່ສ້າງຂຶ້ນມາຄວນໃຊ້ໄດ້ກັບທຸກຄົນໃນຊຸມຊົນ
ໃຫ້ໂອ້ລົມສອບຖາມທຸກຄົນທີ່ຈະໃຊ້ວິດເພື່ອຊອກຮູ້ເຖິງສິ່ງທີ່ເຮັດໃຫ້ງ່າຍ ແລະສະດວກໃນການນຳໃຊ້ວິດສຳລັບເຂົາເຈົ້າ. ຮູບພາບລຸ່ມນີ້ສະແດງໃຫ້ເຫັນວິທີດັດແປງວິດໃຫ້ໃຊ້ສະດວກ ແລະງ່າຍສຳລັບຄົນພິການທີ່ນັ່ງລົດເຂັນ.