Hesperian Health Guides

ການລ້າງມືໃຫ້ສະອາດ

ຢູ່ໃນພາກນີ້:

ໜຶ່ງໃນວິທີທີ່ດີທີ່ສຸດເພຶ່ອການຫຼີກເວັ້ນການເຈັບເປັນຈາກເຊື້ອພະຍາດ ແລະພະຍາດແມ່ກາຝາກ (ແມ່ທ້ອງ) ແມ່ນການລ້າງມືໃຫ້ສະອາດດ້ວຍສະບູ ແລະນ້ຳສະອາດ. ເຖິງແມ່ນວ່າ ມືຂອງທ່ານຈະເບິ່ງຄືສະອາດແລ້ວກໍ່ຕາມ, ແຕ່ເຊື້ອພະຍາດ ແລະໄຂ່ຂອງແມ່ທ້ອງ ສາມາດຕິດຢູ່ຕາມມືເຈົ້າໄດ້. ຖ້າຫາກວ່າພວກມັນເຂົ້າໄປໃນຮ່າງກາຍເຈົ້າໄດ້ໂດຍຜ່ານທາງປາກ ຫຼືເຂົ້າໄປກັບອາຫານພວກມັນສາມາດເຮັດໃຫ້ເຈົ້າເຈັບເປັນໄດ້

 water pouring from pipe onto hands 1. ເອົານ້ຳລ້າງມືໃຫ້ປຽກກ່ອນ.
 soapy hands rubbing

2. ໃຊ້ສະບູ ແລະເອົາມືຮຸກຖູກັນໃຫ້ທົ່ວ. ການຮຸກຖູນີ້ ເຮັດໃຫ້ເຊື້ອພະຍາດໝົດໄປ. ໃຫ້ແນ່ໃຈວ່າໄດ້ຮຸກຖູຕາມຫວ່າງນີ້ວມື ແລະເລັບມືໃຫ້ທົ່ວເຊັ່ນດຽວກັນ.

 water pouring from pipe onto hands

3. ແລ້ວເອົານ້ຳສະອາດລ້າງມືໃຫ້ມືສະອາດດີ.
 hands dried with cloth
4. ຖອກນ້ຳໃສ່ກະຕຸກແລ້ວເອົາຝາອັດໃຫ້ແໜ້ນດີ. ເມື່ອຝາອັດແຈບດີແລ້ວ, ມັນຄວນຈະບໍ່ມີນ້ຳໄຫຼອອກມາຈາກທໍ່ນັ້ນ. ເມື່ອເຮົາໄຂຝາປິດອອກນ້ຳກໍ່ຈະໄຫຼອອກມາເປັນສາຍຢ່າງສະໝຳສະເໝີ. ເມື່ອໝັ້ນ ໃຈວ່າໃຊ້ໄດ້ແລ້ວ ກໍ່ໃຫ້ນຳມັນໄປຕິດຕັ້ງໄວ້ຢູ່ບ່ອນທີ່ຜູ້ຄົນສາມາດໃຊ້ລ້າງມືໄດ້. ເອົາສະບູໄວ້ໃກ້ໆ ກັບກ໊ອກລ້າງມືນີ້ ຫຼືມັດກ້ອນສະບູຕິດໄວ້ກັບກະຕຸກນ້ຳນັ້ນເລີຍກໍ່ໄດ້.
 man pouring water to help child wash hands

ມັນເປັນການດີທີ່ສຸດໃນການໃຊ້ສະບູລ້າງມືເພື່ອກຳຈັດຄວາມເປື້ອນເປິ ແລະ ເຊື້ື້ອພະຍາດຕ່າງໆ. ຖ້າຫາກບໍ່ມີສະບູ, ເຈົ້າກໍ່ສາມາດໃຊ້ຂີ້ດິນຊາຍ ຫຼືຂີ້ເຖົ່າກໍ່ໄດ້.

ໃຫ້ລ້າງມືຂອງເຈົ້າໃຫ້ສະອາດທຸກຄັ້ງ:

  • ພາຍຫຼັງທີ່ຖ່າຍໜັກ ຫຼືລ້າງກົ້ນໃຫ້ເດັກນ້ອຍແລ້ວ.
  • ກ່ອນການກະກຽມປຸງແຕ່ງອາຫານ ຫຼືກ່ອນກິນອາຫານທຸກຄັ້ງ.
  • ພາຍຫຼັງຈັບບາຍສັດລ້ຽງ.
  • ຫຼັງຈາກການຈາມ ຫຼືໄອ.
  • ຖ້າເຈົ້າເປັນໄຂ້ ຫຼືບໍ່ສະບາຍ.

ເຊັດມືໃຫ້ແຫ້ງດ້ວຍຜ້າທີ່ສະອາດ.


¬¬¬ກ໊ອກລ້າງມື ທິບປີ້ແທັບ (tippy-tap)

ກ໊ອກລ້າງມືແບບນີ້ເປັນເຄື່ອງມືແບບງ່າຍໆຊຶ່ງເຈົ້າສາມາດລ້າງມືຂອງເຈົ້າໃຫ້ສະອາດໄດ້ໂດຍໃຊ້ນ້ຳພຽງ ໜ້ອຍດຽວ. ມັນກໍ່ຍັງໃຫ້ເຈົ້າສາມາດຮຸກຖູມືທັງສອງຂ້າງໄດ້ໃນຂະນະທີ່ນ້ຳໄຫຼອອກມາໃສ່ມືຂອງເຈົ້າ ຊຶ່ງຈະເປັນການກຳຈັດເຊື້ອພະຍາດອອກໄປໄດ້. ຕິດຕັ້ງກ໊ອກນໍ້ານີ້ໄວ້ໃນບ່ອນທີ່ມີຜູ້ຄົນມີຄວາມຈໍາເປັນ ຈະຕ້ອງລ້າງມືເຊັ່ນ: ໃນເຮືອນຄົວບ່ອນກະກຽມປຸງແຕ່ງອາຫານ, ໃນຫ້ອງນ້ຳ (ວິດ), ຫຼືຢູ່ໃນຕະຫຼາດ.

ວິທີເຮັດກ໊ອກລ້າງມືທິບປີ້ແທັບ (tippy-tap)

ໃນການເຮັດກ໊ອກລ້າງມືທິບປີ້ແທັບນີ້ ເຈົ້າຈຳເປັນຕ້ອງມີ: (1) ກະຕຸກຢາງທີ່ມີຝາອັດແບບເປັນກຽວ ເຊັ່ນ: ກະຕຸກນ້ຳໂສດາ, ແລະ (2) ທໍ່ບິກ, ຫຼືທໍ່ມີຮູອື່ນໆ ທີ່ນ້ອຍ ແລະແຂງ.

1. ລ້າງກະຕຸກໃຫ້ສະອາດ. NWTND was Page 4-2.png
2. ໃຊ້ເຫຼັກຊີຮ້ອນຊີເຈາະຮູນ້ອຍ ຮູໜຶ່ງຢູ່ດ້ານລຸ່ມຂອງກະຕຸກ.
3. ຖ້າເອົາທໍ່ບິກ ໃຫ້ເອົາໄສ້ບິກອອກ ແລະທຳຄວາມສະອາດທາງໃນຂອງທໍ່ບິກໃຫ້ສະອາດ, ຕັດສະຫຼ່ຽງໃຫ້ໄດ້ຂະໜາດທີ່ເໝາະສົມ ແລ້ວຍັດທໍ່ນັ້ນໃສ່ເຂົ້າໄປໃນຮູ ທີ່ໄດ້ເຈາະໄວ້ຂ້າງລຸ່ມກະຕຸກນັ້ນ. ທໍ່ທີ່ໃສ່ເຂົ້າໄປນັ້ນຕ້ອງໃຫ້ແໜ້ນພໍດີກັບຮູນັ້ນ.
4. ຖອກນ້ຳໃສ່ກະຕຸກແລ້ວເອົາຝາອັດໃຫ້ແໜ້ນດີ. ເມື່ອຝາອັດແຈບດີແລ້ວ, ມັນຄວນຈະບໍ່ມີນ້ຳໄຫຼອອກມາຈາກທໍ່ນັ້ນ. ເມື່ອເຮົາໄຂຝາປິດອອກນ້ຳກໍ່ຈະໄຫຼອອກມາເປັນສາຍຢ່າງສະໝຳສະເໝີ. ເມື່ອໝັ້ນ ໃຈວ່າໃຊ້ໄດ້ແລ້ວ ກໍ່ໃຫ້ນຳມັນໄປຕິດຕັ້ງໄວ້ຢູ່ບ່ອນທີ່ຜູ້ຄົນສາມາດໃຊ້ລ້າງມືໄດ້. ເອົາສະບູໄວ້ໃກ້ໆ ກັບກ໊ອກລ້າງມືນີ້ ຫຼືມັດກ້ອນສະບູຕິດໄວ້ກັບກະຕຸກນ້ຳນັ້ນເລີຍກໍ່ໄດ້.  Illustration of the below: hanging plastic bottle with tube through hole near bottom 5. ວິທີນຳໃຊ້ກ໊ອກລ້າງມື ທິບປີ້ແທັບ: ກ່ອນອື່ນໝົດໃຫ້ໄຂຝາກະຕຸກອອກໃຫ້ຫຼົມພໍທີ່ຈະໃຫ້ນ້ຳໄຫຼ ອອກມາໄດ້. ລ້າງມືໃຫ້ປຽກ, ເອົາສະບູໃສ່ ແລະຮຸກຖູມືທັງສອງຂ້າງຢູ່ກ້ອງນ້ຳທີ່ໄຫຼອອກມານັ້ນຈົນວ່າ ມືທັງສອງຂ້າງນັ້ນສະອາດດີແລ້ວຈິ່ງປິດກ໊ອກລ້າງມືນັ້ນໄວ້.  Illustration of the below: hands washing with water pouring from finished tippy-tap



This page was updated: ໒໗ ກັນຍາ ໒໐໑໘