Hesperian Health Guides

ໄຂ້ສະໝອງອັກເສບຍີ່ປຸ່ນ

ຢູ່ໃນພາກນີ້:

ໄຂ້ສະໝອງອັກເສບໄດ້ຖືກແຜ່ເຊື້ອດ້ວຍຍຸງພັນ Culex. ຍຸງເຫຼົ່ານີ້ມີຂະໜາດກາງ, ສີນ້ຳຕານ, ແລະ ມີກ່ານ ຂາວຢູ່ທ້ອງຂອງມັນ. ມັນມັກກັດໃນຕອນຊ່ວງແລງໆ ແລະ ຕອນເດິກ. ໃນຕອນກາງເວັນ, ມັນອາໃສຢູ່ໃນ ບໍລິເວນເຮືອນ ແລະ ສິ່ງປຸກສ້າງອື່ນໆ ແລະ ຕາມຕົ້ນໄມ້ໃບຫຍ້າຕ່າງໆ. ໄຂ້ສະໝອງອັກເສບມັກເກີດໃນຄົນ ແຖວອາຊີເປັນສ່ວນໃຫຍ່ ແລະ ແຖວປາຊິຟິກຕາເວັນຕົກ. ຄົນສ່ວນໃຫຍ່ແລ້ວແມ່ນບໍ່ໄດ້ມີອາການເຈັບທີ່ ຮ້າຍແຮງ, ແຕ່ໃນກໍລະນີຂອງໄຂ້ສະໝອງອັກເສບທີ່ຮຸນແຮງນັ້ນກໍສາມາດ ທຳລາຍສະໝອງແລະ ເຮັດໃຫ້ ເຖິງແກ່ຊີວິດໄດ້.

ອາການຕ່າງໆຂອງໄຂ້ສະໝອງອັກເສບຍີ່ປຸ່ນ

ຄົນທີ່ເປັນໄຂ້ສະໝອງອັກເສບຍີ່ປຸ່ນອາດມີອາການສະແດງ ຫຼື ອາດມີອາການຮ່ວມກັບການເຈັບເປັນອື່ນໆ, ເຊັ່ນວ່າມີໄຂ້, ຖອກທ້ອງ, ຮາກ, ເຈັບຫົວ, ຫຼືອາການອ່ອນເພຍ.

ການປິ່ນປົວ ສາມາດຊ່ວຍໃຫ້ທ່ານຮູ້ສຶກດີຂຶ້ນໄດ້. ຫາກພົບວ່າມີຄົນເຈັບທີ່ມີອາການທີ່ເປັນອັນຕະລາຍ ໃຫ້ຮີບນຳສົ່ງໄປໂຮງໝໍຢ່າງໄວວາ.

ອາການຕ່າງໆທີ່ອັນຕະລາຍຂອງໄຂ້ສະໝອງອັກເສບ
  • ຊັກ
  • ເປັນອຳມະພາດ (ບໍ່ສາມາດເຄື່ອນເໜັງໄປມາໄດ້)
  • ໝົດສະຕິ
ການປ້ອງກັນ

ການໃຫ້ວັກແຊ້ງສາມາດປ້ອງກັນການເປັນໄຂ້ສະໝອງອັກເສບໄດ້. ອີກຢ່າງກໍຄືຫຼີກເວັ້ນຍຸງກັດ ແລະ ປ້ອງກັນການເພາະພັນຂອງຍຸງ.



This page was updated: ໑໑ ມີຖຸນາ ໒໐໑໙