Hesperian Health Guides

ມະເຮັງສ່ວນໃຫ່ຍແມ່ນສາມາດປ້ອງກັນໄດ້

ຢູ່ໃນພາກນີ້:

ຫຼາຍໆສີ່ງອາດເປັນສາດເຫດຂອງມະເຮັງ ແລະ ຕາມປົກກະຕິແລ້ວແມ່ນບໍ່ມີວິທີຮູ້ໄດ້ວ່າສິ່ງໃດສິ່ງໜື່ງທີ່ເປັນສາເຫດຂອງມະເຮັງຂອງຄົນຜູ້ໜື່ງຍົກເວັ້ນແຕ່:

ມະເຮັງຊະນິດອື່ນໆສ່ວນໃຫ່ຍແລ້ວມີສາເຫດຈາກຫຼາຍຢ່າງຮ່ວມກັນຈາກການສຳພັດກັບຫຼາຍໆສິ່ງທີ່ມີຜົນອັນຕະລາຍສະເພາະ.

ໃນເມື່ອເຮົາບໍ່ສາມາດປ້ອງກັນມະເຮັງທຸກຊະນິດໄດ້ ພວກເຮົາຍັງສາມາດຫຼຸດຄວາມສ່ຽງຂອງພວກເຮົາຈາກມະເຮັງໄດ້ໂດຍຈຳກັດສິ່ງທີ່ເຮັດໃຫ້ເກີດມະເຮັງສ່ວນໃຫ່ຍນັ້ນ.

a man and a woman smoking with a small child on the woman's lap.

ຫຼີກລ້ຽງການສູບຢາ ແລະ ຄວັນ

  • ການສູບຢາເປັນສາເຫດຫຼັກອັນໜື່ງຂອງມະເຮັງໃນທົ່ວໂລກ. ການສູບຢາເຮັດໃຫ້ເກີດມະເຮັງປອດ ແລະ ມະເຮັງລຳໄສ້ໃຫ່ຍ, ມະເຮັງພົກຍ່ຽວ ແລະ ຄໍ. ມັນເຮັດໃຫ້ເກີດພະຍາດຫົວໃຈວາຍ, ອຸບັດຕິເຫດເສັ້ນເລືອດໃນສະໝອງ, ຕິດເຊື້ອຢູ່ປອດ ແລະ ບາດແຜກະເພາະ - ລຳໄສ້ ພ້ອມກັນນັ້ນເມື່ອແມ່ຍິງຖືພາສູບຢາ ຫຼືຫາຍໃຈເອົາຄວັນຢາສູບຈາກຄົນອື່ນ ລູກຂອງພວກເຂົາມີໂອກາດທີ່ຈະບໍ່ສະບາຍ ຫຼືຕົວນ້ອຍຢ່າງເປັນອັນຕະລາຍ. ການເຊົາສູບຢາເຮັດໃຫ້ຄົນທີ່ສູບຢານັ້ນມີໂອການເປັນມະເຮັງໜ້ອຍລົງ, ມັນບໍ່ສຳຄັນວ່າທ່ານມີອາຍຸຈັກປີເມື່ອທ່ານເຊົາສູບຢາ ພ້ອມກັນນັ້ນມັນຍັງປ້ອງກັນໝູ່ເພື່ອນ ແລະ ຄອບຄົວອີກ. ເບິ່ງບົດ ຢາເສບຕິດ, ເຫຼົ້າ ແລະ ຢາສູບ (ກຳລັງຂຽນຢູ່) ເພີ່ມເຕີມກ່ຽວກັບວິທີເຊົາສູບຢາ.
  • ການຈູດໄຟປຸງແຕ່ງອາຫານຢູ່ໃນເຮືອນເຮັດໃຫ້ມີໂອກາດເປັນມະເຮັງ ແລະ ພະຍາດປອດຫຼາຍຂື້ນ. ການສ້າງເຕົາໄຟທີ່ບໍ່ມີຄວນ ຫຼືຄວນໜ້ອຍ ແລະ ການປ່ອຍຄວັນອອກນອກເຮືອນຫຼຸດໂອກາດເປັນມະເຮັງໄດ້ທັງຄອບຄົວ. ເບິ່ງບົດ ແນວທາງສຳລັບຊຸມຊົນເພື່ອສຸຂະພາບຂອງສະພາບແວດລ້ອມ.
  • ມົນລະພິດຈາກໂຮງງານ, ລົດຍົນ ແລະ ລົດບັນທຸກເຮັດໃຫ້ເປັນມະເຮັງປອດ. ເມື່ອຜູ້ຄົນຮຽກຮ້ອງ ແລະ ກົດໝາຍກໍຕ້ອງການ ພວກເຂົາສາມາດຜະລິດຄວນໜ້ອຍລົງ ແລະ ກໍເຮັດໃຫ້ເປັນມະເຮັງໜ້ອຍລົງ.
  • ການເຮັດວຽກຢູ່ກັບສະຖານທີ່ທີ່ມີຄວນແມ່ນອັນຕະລາຍ. ຖ້າຫາກວ່າທ່ານ ແລະ ເພື່ອຮ່ວມງານຂອງທ່ານສາມາດໂອ້ລົມກັບຫົວໜ້າໃຫ້ປັບປຸງການລະບາຍອາກາດ ຫຼືຢ່າງໜ້ອຍແມ່ນໃຫ້ທ່ານໃສ່ຜ້າປິດດັງທີ່ມີເຄື່ອງກັ່ນຕອງ ສຸຂະພາບຂອງທ່ານກໍຈະດີຂື້ນ.
a man drinking alcohol from a bottle.

ດື່ມເຫຼົ້າໜ້ອຍລົງ

ການດື່ມເຫຼົ້າຫຼາຍກວ່າ 1 ຫຼື 2 ຈອກຕໍ່ມື້ເຮັດໃຫ້ມີໂອກາດເປັນມະເຮັງຫຼາຍຊະນິດ. ມະເຮັງເຕົ້ານົມ, ມະເຮັງຕັບ, ມະເຮັງກະເພາະອາຫານ, ມະເຮັງລຳໄສ້, ມະເຮັງປາກ ແລະ ມະເຮັງຮູຄໍ ທັງໝົດນີ້ອາດສຳພັນກັບການດື່ມເຫຼົ້າ. ການດື່ມເຫຼົ້າໜ້ອຍສາມາດມີເງີນເຫຼືອໄວ້ຊື້ອາຫານ ແລະ ສິ່ງທີ່ຈຳເປັນສຳລັບຄອບຄົວ. ເບິ່ງບົດ ຢາເສບຕິດ, {{futurelink}|ເຫຼົ້າ ແລະ ຢາສູບ (ກຳລັງຂຽນຢູ່)}} ເພີ່ມກ່ຽວກັບວິທີເຊົາດື່ມເຫຼົ້າ.

ຫຼີກລ້ຽງ ແລະ ປິ່ນປົວການຕິດເຊື້ອs

  • ເຊື້ອ ເອັສ.ພີໂລໄຣ H.pylori ເປັນເຊື້ອແບັກທີເຣັຍທີ່ເຮັດໃຫ້ເກີດບາດແຜກະເພາະ - ລຳໄສ້ ແລະ ສາມາດເຮັດໃຫ້ເປັນມະເຮັງກະເພາະອາຫານ ຖ້າຫາກວ່າບໍ່ໄດ້ຮັບການປິ່ນປົວ.
  • ໄວຣັສ ຕັບອັກເສບ ບີ ແລະ ຊີ ສາມາດເຮັດໃຫ້ເກີດມະເຮັງຕັບເຊື້ອ ເອັສ-ພີ-ວີ HPV. ມີວັນຊີນປ້ອງກັນ ໄວຣັສ ຕັບອັກເສບ ບີ. ທັງໄວຣັສ ຕັບອັກເສບ ບີ ແລະ ຊີ ສາມາດປ້ອງກັນໄດ້ດ້ວຍການໃສ່ຖົງຢາງອະນາໄມເວລາມີເພດສຳພັນ ແລະ ບໍ່ໃຫ້ເອົາເຂັມສັກຢາທີໃຊ້ແລ້ວກັບມາໃຊ້ຄືນ. ເບິ່ງໜ້າ 18-19 ໃນບົດ ເຈັບທ້ອງ, ຖອກທ້ອງ ແລະ ແມ່ກາຝາກສຳລັບຂໍ້ມູນພະຍາດຕັບອັກເສບ.
  • ເຊື້ອ ເອັສ-ພີ-ວີ HPVເປັນສາເຫດຂອງມະເຮັງປາກມົດລູກໃນຜູ້ຍິງ ແລະ ມະເຮັງອື່ນໆທັງຜູ້ຍິງ ແລະ ຜູ້ຊາຍ. ມັນມີວັກຊີນປ້ອງກັນ ເຊື້ອ ເອັສ-ພີ-ວີ HPV.
  • ເຊື້ອ ເອັສ-ໄອ-ວີ ເຮັດໃຫ້ເກີດເປັນມະເຮັງຫຼາຍຂື້ນໂດຍສະເພາະແມ່ນມະເຮັງ

kaposi’s sarcoma, non-Hodgkin’s lymphoma ແລະ ມະເຮັງປາກມົດລູກ. ປ້ອງກັນການຕິດເຊື້ອ ເອັສ-ໄອ-ວີ ໂດຍການນຳໃຊ້ຖົງຢາງອະນາໄມເວລາມີເພດສຳພັນ ແລະ ກໍບໍ່ເອົາເຂັມສັກຢາທີ່ສັກແລ້ວມາໃຊ້ຄືນອີກ.

ອາຫານທີ່ດີເຮັດໃຫ້ມີສຸຂະພາບດີ

ພຶດຕິກຳການກິນສາມາດມີສ່ວນປ້ອງກັນ ແລະ ຕ້ານມະເຮັງ. ການກິນເມັດພືດ, ຜັກສົດ ແລະ ໝາກໄມ້ທຸກໆມື້ຊ່ວຍປ້ອງກັນມະເຮັງຕ່າງໆ ແລະ ການເຈັບເປັນອື່ນໆ. ການເກັບຮັກສາເມັດພືດ ແລະ ຖົ່ວໃນສະຖານທີ່ມີບ່ອນລະບາຍອາກາດປ້ອງກັນບໍ່ໃຫ້ມັນເນົ່າຈາກເຊື້ອເຫັດທີ່ເຮັດໃຫ້ເປັນມະເຮັງຕັບ. ໃນບົດອາຫານທີ່ດີເຮັດໃຫ້ມີສຸຂະພາບດີ.

ເບິ່ງ ສຳລັບວິທີກິນອາຫານທີ່ດີເຖິງແມ້ວ່າທ່ານມີເງີນໜ້ອຍ ແລະ ສຳລັບວິທີການເກັບຮັກສາຜົນເກັບກ່ຽວໄດ້ຢ່າງປອດໄພ.

ການເຂົ້າເຖິງການເບິ່ງແຍງສຸຂະພາບ

ເມື່ອຜູ້ຄົນເຂົ້າເຖິງການເບິ່ງແຍງສຸຂະພາບທີ່ດີ ພວກເຂົາກໍມີສຸຂະພາບທີ່ດີຂື້ນ ແລະ ປ້ອງກັນມະເຮັງໄດ້ຫຼາຍຂື້ນ. ການເຂົ້າເຖິງການເບິ່ງແຍງສຸຂະພາບຍັງຊ່ວຍໃຫ້ກວດພົບມະເຮັງໄດ້ໃນໄລຍະເບື້ອງຕົ້ນເຊິ່ງເຮັດໃຫ້ການປົິ່ນປົວໄດ້ຮັບຜົນສຳເລັດ.

ຫຼີກລ້ຽງການສຳພັດກັບສານເຄມີ

ສານເຄມີເປັນຈຳນວນພັນຖືກສ້າງຂື້ນ ແລະ ນຳໃຊ້ໃນໂຮງງານອຸດສາຫະກຳ ແລະ ກະສິກຳ ຫຼັງຈາກນັ້ນກໍປ່ອຍໄປສູ່ອາກາດທີ່ພວກເຮົາຫາຍໃຈເອົາ, ນຳ້ທີ່ພວກເຮົາດື່ມ ແລະ ອາຫານທີ່ພວກເຮົາກິນ. ສານເຄມີບາງຢ່າງເປັນຜົນຮ້າຍຕໍ່ຮ່າງກາຍຂອງພວກເຮົາເຊິ່ງເຮັດໃຫ້ເປັນ ຫຼືມີສ່ວນເຮັດໃຫ້ເປັນມະເຮັງ. ສິ່ງໜ້າເສຍດາຍກໍຄື ມັນບໍ່ມີກົດໝາຍທີ່ລະບຸໄວ້ວ່າສານເຄມີຕ້ອງຢັ້ງຢືນວ່າມີຄວາມປອດໄພກ່ອນທີ່ມັນຈະຖືກນຳໃຊ້. ດັ່ງນັ້ນ ເຮົາມັກຈະພົບຄວາມອັນຕະລາຍຂອງສານເຄມີເຫຼົ່ານັ້ນຊ້າ. ການນຳໃຊ້ສານເຄມີເພີ່ມຂື້ນໃນທົ່ວໂລກແມ່ນເຫດຜົນໜື່ງທີ່ເຮັດໃຫ້ອັດຕາການເປັນມະເຮັງກຳລັງເພີ່ມຂື້ນ.

ວິທີການຕ່າງທີ່ສຳຄັນເພື່ອຕໍ່ຕ້ານສານເຄມີ ແລະ ມະເຮັງປະກອບດ້ວຍ:

  • ໃຫ້ຄຳນື່ງວ່າສານເຄມີນັ້ນແມ່ນອັນຕະລາຍຈົນກວ່າຈະຢັ້ງຢືນໄດ້ວ່າມັນປອດໄພ.
  • ຫຼີກລ້ຽງການໃຊ້ຢາຂ້າແມງໄມ້ ແລະ ເຄື່ອງເຮັດຄວາມສະອາດທີ່ເຮັດດ້ວຍສານເຄມີ ຫຼືເອົາກ່ອງ ຫຼືຂວດມາໃຊ້ຄືນເພາະວ່າມັນອາດຈະມີສານເຄມີຢູ່ໃນນັ້ນ.
  • ບໍ່ໃຫ້ຈູດຢາງ ຫຼືຂີ້ເຫຍື້ອ (ມັນເຮັດໃຫ້ມີຄວັນທີ່ເປັນຜິດໃນອາກາດທີ່ເຮົາຫາຍໃຈເອົາ).
  • ຖ້າທ່ານບໍ່ສາມາດໂອ້ລົມກັບຫົວໜ້າຂອງທ່ານຢູ່ບ່ອນເຮັດວຽກໃຫ້ປ່ຽນໄປນຳໃຊ້ສານເຄມີທີ່ມີຄວາມປອດໄພກວ່າ, ໃຫ້ພະຍາຍາມບໍ່ຫາຍໃຈເອົາ ຫຼືສຳພັດມັນ. ໃຫ້ໃສ່ຖົງມື, ຜ້າປິດດັງ ແລະ ນຸ່ງເຄື່ງປ້ອງກັນ ພ້ອມກັບລ້າງມືຂອງທ່ານເລື້ອຍໆ, ແບບນີ້ແລ້ວສານເຄມີກໍຈະບໍ່ເຂົ້າໄປໃນອາຫານ ຫຼື ປາກຂອງທ່ານ.
  • ຮຽກຮ້ອງໃຫ້ລັດຖະບານສ້າງຄວາມໜັ້ນໃຈວ່າເຄື່ອງຈັກ ແລະ ໂຮງງານຕ່າງໆແມ່ນໃຫ້ຈັດການກັບຂອງເສຍຂອງພວກເຂົາໃຫ້ປອດໄພ ແລະ ບໍ່ເຮັດໃຫ້ເກີດມົນລະພິດ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການຈັດການຊຸມຊົນຂອງທ່ານເພື່ອຕໍ່ຕ້ານກັບການສຳພັດກັບານເຄມີ ເບິ່ງບົດ ແນວທາງຂອງຊຸມຊົນເພື່ອສຸຂະພາບຂອງສະພາບແວດລ້ອມຈາກ ເຮັສເພີຣຽນ Hesperian.



an illustration of the path of pollution entering a nursing woman's body. ມົນລະພິດຈາກອຸດສາຫະກຳມີທາງເຂົ້າໄປໃນຮ່າງກາຍຂອງພວກເຮົາ. ການຢຸດມົນລະພິດຈະຊ່ວຍເຮັດໃຫ້ເປັນມະເຮັງໜ້ອຍລົງ.

ເມື່ອພວກເຮົາເຫັນຄຸນຄ່າຂອງຊີວິດມະນຸດຫຼາຍກວ່າຜົນກຳໄລ ມະເຮັງກໍຈະຫຼຸດໜ້ອຍລົງ.



This page was updated: ໐໙ ພຶດສະພາ ໒໐໑໙