Hesperian Health Guides

ການວາງແຜນຄອບຄົວແບບສຸກເສີນ (ຢາຄຸມກຳເນີດສຸກເສີນ)

ພະຍາດເບົາຫວານ: ຢາປິ່ນປົວ

ທ່ານສາມາດກິນຢາຄຸມກຳເນີດສຸກເສີນ ຫຼືຢາຄຸມກຳເນີດຢີ່ຫໍ້ທົ່ວໄປທີ່ປ້ອງກັນການຖືພາພາຍໃນ 5 ວັນຫຼັງຈາກຮ່ວມເພດທີ່ບໍ່ໄດ້ປ້ອງກັນ. ຈຳນວນທີ່ທ່ານຕ້ອງກິນແມ່ນຂື້ນຢູ່ທີ່ວ່າມີຮໍໂມນຫຍັງ ແລະ ປະລິມານເທົ່າໃດໃນແຕ່ລະເມັດ. ພາບທີ່ສະແດງນີ້ສະແດງໃຫ້ເຫັນຢີ່ຫ້ອງບາງຢີ່ຫໍ້ຂອງແຕ່ລະຊະນິດ. ກ່ອນທີ່ທ່ານຈະກິນມັນໃຫ້ທ່ານແນ່ໃຈກ່ອນວ່າທ່ານຮູ້ວ່າມັນເປັນຢາຊະນິດໃດ ແລະ ມີປະລິມານຂອງຮໍໂມນເທົ່າໃດ. ຮູບພາບສະແດງໃຫ້ເຫັນປະລິມານຂອງຮໍໂມນທັງໝົດທີ່ຕ້ອງການ ແລະ ຈະຕ້ອງໄດ້ກິນຈັກເມັດເພື່ອໃຫ້ໄດ້ປະລິມານທີ່ຕ້ອງການ. ມັນມີຫຼາຍຢີ່ຫໍ້ຂອງຢາຄຸມ ແລະ ບາງຢີ່ຫໍ້ແມ່ນມີຫຼາຍກວ່າໜື່ງຊະນິດ.

ຜົນຂ້າງຄຽງຂອງຢາຄຸມກຳເນີດສຸກເສີນທີ່ພົບເລື້ອຍແມ່ນເຈັບຫົວ, ປວດຮາກ ຫຼືເຈັບທ້ອງ ແຕ່ມັນກໍຈະຫາຍໄປຫຼັງຈາກມື້ 1 ຫຼື 2 ມື້. ປະຈຳເດືອນທີ່ມາໜ້ອຍກໍເປັນເລື່ອງປົກກະຕິ ຫຼືມີການປ່ຽນແປງບໍ່ຄົງທີ່ແຕ່ລະເດືອນ. ເມື່ອນຳໃຊ້ວິທີການວາງແຜນຄອບຄົວແບບສຸກເສີນ ຢາຄຸມກຳເນີດຊະນິດພິເສດ ຫຼືຢາຄຸມກຳເນີດທີ່ມີທີ່ຮໍໂມນ progestin ຢ່າງດຽວທີີ່ເໝາະສົມ (ຖືກຕ້ອງ) ຈະເຮັດໃຫ້ມີຜົນຂ້າງຄຽງໜ້ອຍກວ່າການໃຊ້ຢາຄຸມກຳເນີດຊະນິດປະສົມທົ່ວໄປ.ຖ້າຫາກວ່າທ່ານຮາກອອກພາຍໃນ 1 ຊົ່ວໂມງຫຼັງກິນຢາແມ່ນທ່ານຕ້ອງໄດ້ກິນໃໝ່ໃນຂະໜາດເທົ່າເດີມ. ບໍ່ໃຫ້ກິນຢາຄຸມກຳເນີດຊະນິດສຸກເສີນປະສົມກັນຫຼາຍຢາທີ່ແຕກຕ່າງກັນ ຫຼືກິນຢາຄຸມກຳເນີດຊະນິດອື່ນໃສ່ເນື່ອງຈາກມັນຈະເຮັດໃຫ້ບໍ່ໄດ້ຜົນ.

ວິທີກິນຢາຄຸມກຳເນີດສຳລັບການວາງແຜນຄອບຄົວແບບສຸກເສີນ

ວິທີກິນຢາຄຸມກຳເນີດຊະນິດພິເສດສຳລັບການຄຸມກຳເນີດແບບສຸກເສີນ
ຢາຄຸມກຳເນີດສຸກເສີນປະກອບມີ 1.5 mg (1500 mcg) ຂອງ levonogestrel (NorLevo 1.5, ແຜນ B ຂັ້ນຕອນໜື່ງ, ເມັດທີ່ມີຮໍໂມນ -1)

ປະລິມານທັງໝົດໃນ 1 ເມັດ = 1.5 mg (1500 mcg) levonorgestrel

ກິນຄັ້ງລະ 1 ເມັດຕໍ່ມື້
ຢາຄຸມກຳເນີດສຸກເສີນປະກອບມີ 30 mg ulipristal acetate (ella, ellaOne)

ປະລິມານທັງໝົດໃນ 1 ເມັດ = 30 mg ulipristal acetate

ກິນຄັ້ງລະ 1 ເມັດຕໍ່ມື້
ຢາຄຸມກຳເນີດສຸກເສີນປະກອບມີ 0.75 mg (750 mcg) levonorgestrel (NorLevo 0.75, Optinor, ເມັດທີ່ມີຮໍໂມນ, ເມັດທີ່ມີຮໍໂມນ -2, ແຜນ B)

ປະລິມານທັງໝົດໃນ 2 ເມັດ = 1.5 mg (1500 mcg) levonorgestrel

ກິນຄັ້ງລະ 2 ເມັດຕໍ່ມື້
ຢາຄຸມກຳເນີດສຸກເສີນປະກອບມີ 0.05 mg (50 mcg) ethinyl estradiol and 0.25 mg (250 mcg) levonorgestrel (Tetragynon, Neogynon, Nordiol)

ປະລິມານທັງໝົດໃນ 4 ເມັດ = 0.2 mg (200 mcg) ethinyl estradiol and 1.0 mg (1000 mcg) levonorgestrel

ຄັ້ງທຳອິດກິນ 2 ເມັດ ຫຼັງຈາກນັ້ນ 12 ຊົ່ວໂມງ ກິນ 2 ເມັດ


ວິທີກິນຢາຄຸມກຳເນີດຊະນິດປະສົມສຳລັບການຄຸມກຳເນີດແບບສຸກເສີນ
ຢາຄຸມກຳເນີດຊະນິດປະສົມ 28 ເມັດຢູ່ໃນແຝງທີ່ມີ 28 ເມັດນັ້ນແມ່ນໃຫ້ໃຊ້ໃນຈຳນວນ 21 ເມັດທີ່ມີປະລິມານລຸ່ມນີ້ ແຕ່ບໍ່ໃຫ້ໃຊ້ 7 ເມັດສຸດທ້າຍເພາະວ່າມັນອາດແມ່ນຢາປອມ ແລະ ກໍບໍ່ມີສ່ວນປະກອບຂອງຮໍໂມນ.
ຢາຄຸມກຳເນີດຊະນິດປະສົມປະກອບມີ 0.03 mg (30 mcg) ethinyl estradiol and 0.15 mg (150 mcg) evonorgestrel (Anna, Combination 3, Gestrelan, Microgynon, Microgynon-30, Nordette, Roselle)

ປະລິມານທັງໝົດໃນ 8 ເມັດ = 0.24 mg (240 mcg) ethinyl estradiol and 1.2 mg (1200 mcg) levonorgestrel

ຄັ້ງທຳອິດກິນ 4 ເມັດ ຫຼັງຈາກນັ້ນ 12 ຊົ່ວໂມງ ກິນ 4 ເມັດ
ຢາຄຸມກຳເນີດຊະນິດປະສົມປະກອບມີ 0.03 mg (30 mcg) ethinyl estradiol and 0.3 mg (300 mcg) norgestrel (Lo-Femenal, 5Lo/Ovral)
ປະລິມານທັງໝົດໃນ 8 ເມັດ = 0.24 mg (240 mcg) ethinyl estradiol and 2.4 mg (2400 mcg) norgestrel
ຄັ້ງທຳອິດກິນ 4 ເມັດ ຫຼັງຈາກນັ້ນ 12 ຊົ່ວໂມງ ກິນ 4 ເມັດ
ຢາຄຸມກຳເນີດຊະນິດປະສົມປະກອບມີ 0.02 mg (20 mcg) ethinyl estradiol and 0.1 mg (100 mcg) levonorgestrel (Alesse, Loette, Lutera, Miranova)

ປະລິມານທັງໝົດໃນ 10 ເມັດ = 0.2 mg (200 mcg) ethinyl estradiol and 1 mg (1000 mcg) levonorgestrel

ຄັ້ງທຳອິດກິນ 5 ເມັດ ຫຼັງຈາກນັ້ນ 12 ຊົ່ວໂມງ ກິນ 5 ເມັດ


ວິທີກິນຢາຄຸມກຳເນີດທີ່ມີແຕ່ຮໍໂມນ progestin ຢ່າງດຽວສຳລັບການຄຸມກຳເນີດແບບສຸກເສີນ

ໃນແຝງຂອງຢາຄຸມກຳເນີດທີ່ມີແຕ່ຮໍໂມນ progestin ຢ່າງດຽວ ທຸກໆເມັດແມ່ນມີປະລິມານຂອງຮໍໂມນເທົ່າກັນ

ວິທີກິນຢາຄຸມກຳເນີດທີ່ມີແຕ່ຮໍໂມນ progestin ຢ່າງດຽວປະກອບດ້ວຍ 0.075 mg (75 mcg) norgestrel (Ovrette, Minicon)

ປະລິມານທັງໝົດໃນ 40 ເມັດ = 3 mg (3000 mcg) norgestrel

ກິນຄັ້ງລະ 40 ເມັດຕໍ່ມື້

(ກິນຫຼາຍເມັດແຕ່ມີຄວາມປອດໄພ)

ວິທີກິນຢາຄຸມກຳເນີດທີ່ມີແຕ່ຮໍໂມນ progestin ຢ່າງດຽວປະກອບດ້ວຍ 0.0375 mg (37.5 mcg) levonorgestrel (Neogest, Norgeal)

ປະລິມານທັງໝົດໃນ 40 ເມັດ = 1.5 mg (1500 mcg) levonorgestrel

Total dose of 40 pills = 1.5 mg (1500 mcg) levonorgestrel
ກິນຄັ້ງລະ 40 ເມັດຕໍ່ມື້

(ກິນຫຼາຍເມັດແຕ່ມີຄວາມປອດໄພ)

ວິທີກິນຢາຄຸມກຳເນີດທີ່ມີແຕ່ຮໍໂມນ progestin ຢ່າງດຽວປະກອບດ້ວຍ 0.03 mg (30 mcg) levonorgestrel (Microlut, Microval, Nortrel)

ປະລິມານທັງໝົດໃນ 50 ເມັດ = 1.5 mg (1500 mcg) levonorgestrel

ກິນຄັ້ງລະ 50 ເມັດຕໍ່ມື້

(ກິນຫຼາຍເມັດແຕ່ມີຄວາມປອດໄພ)



This page was updated: ໐໕ ມັງກອນ ໒໐໒໔