Hesperian Health Guides

ການວາງແຜນຄອບຄົວ: ຢາຄຸມກຳເນີດຊະນິດກິນ

ພະຍາດເບົາຫວານ: ຢາປິ່ນປົວ

ຢາຄຸມກຳເນີດຊະນິດກິນ

ຢາຄຸມກຳເນີດຊະນິດກິນສ່ວນຫຼາຍປະກອບດ້ວຍ 1 ຫຼື 2 ຮໍໂມນເຊິ່ງຄ້າຍຄືກັນກັນຮໍໂມນປົກກະຕິທີ່ຮ່າງກາຍຜະລິດ. ຮໍໂມນເຫຼົ່ານີ້ເອີ້ນວ່າ: estrogen ແລະ progestin.

ຢາຄຸມກຳເນີດຊະນິດກິນແມ່ນມີຫຼາຍຄວາມແຮງແຕກຕ່າງກັນ ແລະ ກໍມີຫຼາຍຢີ່ຫໍ້. 3 ຊະນິດທຳອິດຂອງຢາຄຸມສະແດງໃຫ້ເຫັນ ດ້ານລຸ່ມນີ້ມີທັງຮໍໂມນ estrogen ແລະ progestin ແລະ ຊະນິດທີ 4 ແມ່ນມີແຕ່ຮໍໂມນ progestin ຢ່າງດຽວ.

ຊະນິດຂອງຮໍໂມນ estrogen ສ່ວນຫຼາຍແລ້ວແມ່ນ ethyinyl estradiol. ຂະໜາດສ່ວນໃຫ່ຍແມ່ນ 35 mcg (ໄມໂຄຣກຣາມ). ຂະໜາດສ່ວນໃຫ່ຍຂອງຮໍໂມນ progestin ທີ່ມີຢູ່ຢາຄຸມກຳເນີດຊະນິດປະສົມແມ່ນ 0.1 mg (ມິລິກຣາມ).

ສ່ວນຫຼາຍແລ້ວຜູ້ຍິງທີ່ກິນຢາຄຸມກຳເນີດຈະມີປະຈຳເດືອນມາໜ້ອຍກວ່າທີ່ບໍ່ໄດ້ກິນຢາ. ມັນອາດຈະເປັນຜົນດີໂດຍສະເພາະແມ່ນຄົນທີ່ມີເລືອດຈາງ. ແຕ່ຖ້າຫາກວ່າຜູ້ຍິງທີ່ບໍ່ມີປະຈຳເດືອນ ຫຼືປະຈຳເດືອນມາໜ້ອຍຫຼາຍເປັນເວລາຫຼາຍເດືອນ ຫຼືບໍ່ແມ່ນອາການສົນຂອງຢາ ລາວສາມາດລອງປ່ຽນປ່ຽນໄປເປັນຢາຢີ່ຫໍ້ອື່ນທີ່ມີສ່ວນປະກອບຂອງ estrogen ຫຼາຍກວ່າ.

ຢາຄຸມກຳເນີດທຸກຊະນິດປ້ອງກັນການຖືພາໄດ້ຜົນດີທີ່ສຸດຖ້າຫາກວ່າກິນຢາຕົງເວລາທຸກໆມື. ພວກມັນຍັງເຮັດໃຫ້ຈື່ໄດ້ງ່າຍ. ມັນມີຄວາມສຳຄັນຫຼາຍທີ່ກິນຢາຄຸມກຳເນີດທີ່ມີຮໍໂມນ progestin ຢ່າງດຽວໃຫ້ຕົງເວລາທຸກໆມື້ເນື່ອງຈາກວ່າຢານີ້ມັນມີໂອກາດເຮັດໃຫ້ຖືພາໄດ້ຖ້າຫາກວ່າລືມກິນຢາພຽງ 1 ເມັດ.

ຢາຄຸມກຳເນີດແຜງໜຶ່ງ 28 ເມັດແມ່ນໃຫ້ກິນມື້ລະ 1 ເມັດ ແລະ ເລີ່ມແຜງໃໝ່ຫຼັງຈາກທີ່ກິນໝົດແຝງແລ້ວ. ໃນແຜງ 28 ເມັດນັ້ນອາດຈະມີ 21 ເມັດທີ່ປະກອບມີຮໍໂມນກັບອີກ 7 ເມັດທີ່ບໍ່ມີຮໍໂມນ ແຕ່ເປັນເມັດເຕືອນ. ຢາເຕືອນເຫຼົ່ານີ້ (ເອີ້ນວ່າ: ຢາປອມ) ແມ່ນເພື່ອເຕືອນບໍ່ໃຫ້ລືມກິນຢາ. ຢາຄຸມ 28 ເມັດບາງຊະນິດມີແຕ່ເມັດທີ່ມີຮໍໂມນເປັນສ່ວນປະກອບອບ. ຢາຄຸມທີ່ມີ 21 ເມັດແມ່ນໃຫ້ກິນມື້ລະເມັດຫຼັງຈາກນັ້ນກໍໃຫ້ຖ້າຮອດ 7 ມື້ກ່ອນທີ່ຈະເລີ່ມແຝງໃໝ່ (ຍົກເວັ້ນກໍລະນິທີ່ທ່ານກິນຢາຄຸມຕໍ່ເນື່ອງເພື່ອເຮັດໃຫ້ປະຈຳເດືອນມາໜ້ອຍ).

ຢາຄຸມກຳເນີດຊະນິດປະສົມທີ່ມີຂະໜາດຂອງຮໍໂມນມີການປ່ຽນແປງ
ຢາຄຸມກຳເນີດເຫຼົ່ານີ້ປະກອບດ້ວຍຮໍໂມນປະສົມລະຫວ່າງ estrogen ແລະ progestin ທີ່ມີການປ່ຽນແປງໃນໜື່ງເດືອນ. ເມື່ອຄວາມແຮງມີການປ່ຽນແປງ ມັນມີຄວາມສຳຄັນທີ່ຕ້ອງກິນໃຫ້ຖືກ.
ບາງຢີ່ຫໍ້ມີຊື່ດັ່ງນີ້: Gracial, Logynon, Qlaira, Synphase, Trinordiol, Trinovum, Triquilar, Triphasil
ຢາຄຸມກຳເນີດຊະນິດປະສົມທີ່ມີຂະໜາດຂອງຮໍໂມນຄົງທີ່: ທັງ estrogen ແລະ progestin
ຢາເຫຼົ່ານີ້ປະກອບມີ estrogen (ປົກກະຕິມີ 35 ໄມໂຄຣກຣາມ) ແລະ progestin (ປົກກະຕິມີ 0.1 ໄມໂຄຣກຣາມ). ຢາຄຸມກຳເນີດໃນແຜງ 28 ເມັດນັ້ນມີ 21 ເມັດທີ່ມີຮໍໂມນ ແລະ ອີກ 7 ເມັດທີ່ເປັນຢາປອມ. ຢາຄຸມກຳເນີດແຜງ 21 ເມັດແມ່ນມີແຕ່ຮໍໂມນ. ໃນຢາຄຸມກຳເນີດແຜງ 21 ເມັດແມ່ນມີປະລິມານຂອງຮໍໂມນແມ່ນເທົ່າກັນໃນທຸກໆເມັດ.
ບາງຢີ່ຫໍ້ມີຊື່ດັ່ງນີ້: Alesse, Cilest, Diane, Femoden, Gynera, Harmonet, Norinyl, Ortho-Novum, Ovysmen


ຢາຄຸມກຳເນີດຊະນິດປະສົມທີ່ມີຂະໜາດຂອງຮໍໂມນຄົງທີ່: ມີ progestin ຫຼາຍກວ່າ estrogen
ຢາເຫຼົ່ານີ້ປະກອບມີ progestin ຫຼາຍ (0.15 ມິລິກຣາມ) ແລະ estrogen ໜ້ອຍກວ່າ (30 ໄມໂຄຣກຣາມ). ຢາຄຸມກຳເນີດໃນແຜງ 28 ເມັດນັ້ນມີ 21 ເມັດທີ່ມີຮໍໂມນ ແລະ ອີກ 7 ເມັດທີ່ເປັນຢາປອມ. ຢາຄຸມກຳເນີກແຜງ 21 ເມັດແມ່ນມີແຕ່ຮໍໂມນ. ໃນຢາຄຸມກຳເນີດແຜງ 21 ເມັດແມ່ນມີປະລິມານຂອງຮໍໂມນແມ່ນເທົ່າກັນໃນທຸກໆເມັດ. ຢາເຫຼົ່ານີ້ຈະໄດ້ຜົນດີໃນຄົນທີ່ມີປະຈຳເດືອມາຫຼາຍ ຫຼືຜູ້ທີ່ມີອາການເຈັບເຕົ້ານົມກ່ອນທີ່ຈະເປັນປະຈຳເດືອນ.
ບາງຢີ່ຫໍ້ມີຊື່ດັ່ງນີ້: Lo-Femenal, Lo/Ovral, Microgynon, Microvlar, Nordette


ຢາຄຸມກຳເນີທີ່ມີແຕ່ progestin ຢ່າງດຽວ (ຢາຄຸມກຳເນີກຊະນິດມິນິພິລ)
ຢາເຫຼົ່ານີ້ປະກອບມີແຕ່ progestin ຢ່າງດຽວ ແລະ ກໍມີແຜງ 28 ເມັດ. ທຸກໆເມັດແມ່ນມີປະລິມານຂອງຮໍໂຮນ progestin ເທົ່າກັນ.
ບາງຢີ່ຫໍ້ມີຊື່ດັ່ງນີ້: Femulen, Microlut, Micronor, Micronovum, Neogest , Microval, Ovrette, Exluton


This page was updated: ໐໕ ມັງກອນ ໒໐໒໔