Hesperian Health Guides

ວິທີການວາງແຜນຄອບຄົວ

ຢູ່ໃນພາກນີ້:

ປຶ້ມຫົວນີ້ຈະໄດ້ເວົ້າເຖິງວິທີການຕ່າງໆໃນການວາງແຜນຄອບຄົວທີ່ໃຊ້ທົ່ວໄປ. ສຳລັບຂໍ້ມູນກ່ຽວກັບວິທີການວາງແຜນ ຄອບຄົວໃນແບບອື່ນໆທີ່ບໍ່ຄ່ອຍໄດ້ໃຊ້ກັນ (ເຊັ່ນ: ການໃຊ້ແຜ່ນຕິດ, ການໃຊ້ ໄດອະແຟຣມ (diaphragm) ຫຼື ຝາປິດປາກ ມົດລູກ, ແລະວິທີການອື່ນໆ) ແມ່ນໃຫ້ອ່ານເບິ່ງຢູ່ ບົດທີ 13 ຂອງປຶ້ມ “ບ່ອນທີ່ແມ່ຍິງບໍ່ມີທ່ານໝໍ" ຫຼື ເບິ່ງຢູ່ບົດທີ 17 ຂອງປຶ້ມ “ຄູ່ມືແພດຜະດຸງຄັນ”, ຊຶ່ງປຶ້ມທັງສອງຫົວນີ້ ແມ່ນຫາອ່ານໄດ້ຈາກເວັບໄຊ້ ຂອງທາງ ອົງການເຮດສະເປຣຽນ (Hesperian).

ເນື້ອໃນ

ວິທີເລືອກວິທີການວາງແຜນຄອບຄົວ

ວິທີການວາງແຜນຄອບຄົວແບບຕ່າງໆແມ່ນມີຂໍ້ດີ ແລະຂໍ້ເສຍທີ່ແຕກຕ່າງກັນອອກໄປຕາມຈຸດພິເສດຂອງມັນ. ການໄດ້ລົມປຶກສາຫາລືກັບຄູ່ຂອງເຈົ້າ, ກັບຜູ້ຍິງອື່ນໆ ຫຼືລົມກັບພະນັກງານສາທາລະນະສຸກ ກ່ຽວກັບການ ວາງແຜນ ຄອບຄົວໃນແບບຕ່າງໆນັ້ນ ອາດຈະມີປະໂຫຍດຊ່ວຍເຈົ້າຕັດສິນໃຈ ເລືອກໃຊ້ວິທີການວາງແຜນຄອບຄົວ ທີ່ຖືກສຳລັບເຈົ້າໄດ້. ໃນເວລາເລືອກວິທີການ ວາງແຜນຄອບຄົວໃດໜຶ່ງ, ເຈົ້າອາດຈະຢາກພິຈາລະນາເບິ່ງວ່າ ວິທີການວາງແຜນ ຄອບຄົວທີ່ຈະຕັດສິນໃຈເລືອກໃຊ້ນັ້ນ:

  • ປ້ອງກັນບໍ່ໃຫ້ມີລູກໄດ້ດີພຽງໃດ.
  • ປ້ອງກັນພະຍາດຕິດຕໍ່ທາງເພດສຳພັນໄດ້ດີພຽງໃດ.
  • ຖ້າຫາກວ່າຄູ່ຂອງເຈົ້າກໍ່ເຕັມໃຈຢາກໃຫ້ໃຊ້, ຫຼື ຖ້າເຈົ້າຈຳເປັນ ຕ້ອງໄດ້ໃຊ້ແບບບໍ່ໃຫ້ຄູ່ຄອງຂອງເຈົ້າຮູ້.
  • ຖ້າມັນເປັນວິທີການທີ່ຫາໃຊ້ໄດ້ງ່າຍ, ແລະຈະຕ້ອງໃຊ້ມັນເລື້ອຍພຽງໃດ.
  • ມັນຕ້ອງເສຍຄ່າໃຊ້ຈ່າຍຫຼາຍປານໃດ.
  • ມັນມີຜົນຂ້າງຄຽງຫຍັງຫຼາຍບໍ.
  • ຖ້າຫາກວ່າເຈົ້າມີຄວາມຕ້ອງການ ຫຼື ຂໍ້ສົງໃສໃນໃຈອື່ນໆ. ຍົກຕົວຢ່າງເຊັ່ນວ່າ: (ວິທີການນີ້ຈະເໝາະສົມບໍ, ຖ້າ) ເຈົ້າກຳລັງລ້ຽງລູກດ້ວຍນົມແມ່ຢູ່? ເຈົ້າມີລູກຕາມທີ່ຕ້ອງການແລ້ວບໍ?
a priest and a doctor talking to a woman who is thinking.
ເຈົ້າມີສິດຕັດສິນໃຈເອງໃນເລື່ອງກ່ຽວກັບການວາງແຜນຄອບຄົວ.


ປະເພດຂອງ ການວາງແຜນ ຄອບຄົວ

ການປ້ອງ ກັນ ການມີລູກ ປ້ອງກັນພະ ຍາດຕິດຕໍ່ ທາງເພດສຳ ພັນ ແລະ ເຊື້ອ ເອັສໄອວີ ຄວາມຖີ່ (ຂອງການໃຊ້) ຂໍ້ມູນສຳຄັນອື່ນໆ
ຖົງຢາງອະນາໄມ

FPChart-1.png
ດີ ດີທີ່ສຸດ ໃຊ້ທຸກຄັ້ງ ມັນໄດ້ຜົນດີທີ່ສຸດເມື່ອໃຊ້ຮ່ວມກັບຢາຂ້າເຊື້ອອະສຸຈິ ແລະ ສານນ້ຳລໍ່ລື່ນ. ໃຫ້ໃຊ້ຖົງຢາງອະນາໄມ ທຸກໆຄັ້ງ ທີ່ເຈົ້າ ມີເພດສຳພັນ.
ຢາຄຸມກຳເນີດ-ຢາຄຸມກຳເນີດ ຊະນິດຮໍໂມນລວມ

HAW Ch7 Page 191-6.png
ດີຫຼາຍ ບໍ່ ກິນທຸກມື້ ມັນຈະໄດ້ຜົນດີທີ່ສຸດຖ້າຫາກກິນຢາຖືກຕ້ອງຕົງຕາມເວລາ ເດີມທຸກມື້. ຜູ້ຍິງທີ່ມີບັນຫາສຸຂະພາບທີ່ລະບຸໄວ້ໃນໜ້າທີ່ 12 ບໍ່ຄວນໃຊ້ ວິທີນີ້.
ຢາຄຸມກຳເນີດ- ຢາຄຸມມີນິພິລ (ຢາຄຸມກຳເນີດ ຊະນິດທີ່ມີ ໂປຣເຈັດສະຕິນ ພຽງຢ່າງດຽວ)

NWTND FP Page 11-3.png
ດີຫຼາຍ ບໍ່ ກິນທຸກມື້ ມັນຈະໄດ້ຜົນດີກໍ່ຕໍ່ເມື່ອກິນຢາຖືກຕ້ອງຕົງຕາມເວລາເດີມ ທຸກໆມື້. ສາມາດໃຊ້ໄດ້ໃນຂະນະໃຫ້ນົມລູກ (ເລີ່ມກິນໄດ້ ຫຼັງຈາກລູກໄດ້ອາຍຸ 6 ອາທິດ).
ຢາຄຸມກຳເນີດຊະນິດຝັງ

FPChart-6.png
ດີທີ່ສຸດ ບໍ່ 3 ຫຼື 5 ປີ ການຝັງຢາຄຸມ ແລະເອົາຢາຄຸມນີ້ ອອກແມ່ນຕ້ອງໃຫ້ຜູ້ໃຫ້ການບໍລິການດ້ານສຸຂະພາບທີ່ຜ່ານການຝຶກຝົນມາສະເພາະ ແລະຕ້ອງໄດ້ ເອົາຢາ ຄຸມກຳເນີດນີ້ມາປ່ຽນແທນ ໃນທຸກໆ 3 ຫຼື 5 ປີ ແລ້ວແຕ່ ຊະນິດ ຂອງຢາ.
ການສັກຢາ ຄຸມກຳເນີດ

HAW Ch7 Page 191-5.png
ດີຫຼາຍ ບໍ່ 1, 2, ຫຼື 3

ເດືອນ

ຈຳເປັນຕ້ອງໄດ້ສັກຢາຊ້ຳ ທຸກໆ 1, 2, ຫຼື 3 ເດືອນ (ຂຶ້ນກັບປະເພດຢາທີ່ສັກ)
ໃສ່ຮ່ວງອະນາໄມ

FPChart-7.png
ດີທີ່ສຸດ
ບໍ່
5 ຫຼື 12 ປີ
ມີປະສິດທິພາບ/ໃຫ້ຜົນເປັນເວລາ 5 ຫຼື 12 ປີ (ຂຶ້ນກັບຊະນິດ ຂອງຮ່ວງອະນາໄມ). ການໃສ່ຮ່ວງ ແລະເອົາຮ່ວງອະນາໄມອອກ ແມ່ນຕ້ອງໃຫ້ຜູ້ໃຫ້ການບໍລິການດ້ານສຸຂະພາບທີ່ໄດ້ຜ່ານການຝຶກ ຝົນມາເປັນສະເພາະ.
ການປ່ອຍນ້ຳເຊື້ອ ອອກຂ້າງນອກ ຊ່ອງຄອດ

FPChart-13.png
ໜ້ອຍທີ່ສຸດ ບໍ່ ໃຊ້ທຸກຄັ້ງ ຜູ້ຊາຍຕ້ອງໄດ້ຖອດອະໄວຍະວະເພດອອກຈາກຊ່ອງຄອດຜູ້ຍິງ ເວລາປ່ອຍນ້ຳເຊື້ອ ທຸກຄັ້ງ. ເຖິງແມ່ນວ່າ ລາວປ່ອຍນ້ຳເຊື້ອ ຢູ່ຂ້າງນອກກໍ່ຕາມ, ບາງຄັ້ງນ້ຳເຊື້ອຈາກອະໄວຍະວະເພດຊາຍ ອາດເຂົ້າໄປໃນ ຊ່ອງຄອດ ໃນຂະນະທີ່ກຳລັງ ມີເພດສຳພັນກັນ ນັ້ນ, ເຊິ່ງມັນສາມາດເຮັດໃຫ້ມີລູກ ຫຼື ແຜ່ພະຍາດຕິດຕໍ່ທາງເພດ ສຳພັນໄດ້.
ລ້ຽງລູກດ້ວຍ ນົມແມ່ (ໃນໄລຍະ 6 ເດືອນ ທຳອິດ ເທົ່ານັ້ນ) ດີຫຼາຍ ບໍ່ (ໃຫ້ລູກກິນນົມແມ່) ຫຼາຍຄັ້ງ ໃນແຕ່ລະມື້ ແລະແຕ່ລະຄືນ ວິທີນີ້ແມ່ນໄດ້ຜົນດີ ກໍ່ຕໍ່ເມື່ອຜູ້ຍິງທີ່ເປັນແມ່ນັ້ນໃຫ້ລູກ ກິນນົມຕົນ ແລະ ປະຈຳເດືອນລາວກໍຍັງບໍ່ທັນມາເທື່ອເທົ່ານັ້ນ.
ການນັບຮອບ ເດືອນ/ການຄຸມ ກຳເນີດຕາມວິທີທຳມະຊາດ

FPChart-10.png
ດີ ບໍ່ ໃຊ້ທຸກຄັ້ງ ວິທີນີ້ບໍ່ຄ່ອຍໄດ້ຜົນດີປານໃດ ສຳລັບແມ່ຍິງຜູ້ທີ່ມີຮອບປະຈຳເດືອນບໍ່ເປັນປົກກະຕິ.
ການມີເພດສຳພັນ ແບບບໍ່ຮ່ວມເພດ (ບໍ່ສອດອະໄວຍະ ວະເພດຊາຍ ເຂົ້າໃນຊ່ອງຄອດ) ດີທີ່ສຸດ ຂຶ້ນກັບກໍລະນີ ໃຊ້ທຸກຄັ້ງ ຖ້າອະໄວຍະວະເພດຊາຍບໍ່ໄດ້ສຳພັດ ຫຼືສອດເຂົ້າໄປໃນ ອະໄວຍະວະເພດຍິງ, ແມ່ຍິງກໍ່ບໍ່ສາມາດຖືພາໄດ້. ການມີເພດ ສຳພັນທາງທະວານໜັກແມ່ນແຜ່ພະຍາດຕິດຕໍ່ທາງເພດໄດ້ງ່າຍ, ການມີເພດສຳພັນທາງປາກ ແມ່ນບໍ່ຄ່ອຍແຜ່ພະຍາດ ຕິດຕໍ່ ທາງເພດປານໃດ, ແລະການມີເພດສຳພັນ ດ້ວຍການສຳພັດນັ້ນ ແມ່ນມີເປີເຊັນໜ້ອຍທີ່ສຸດທີ່ຈະແຜ່ພະຍາດຕິດຕໍ່ທາງເພດໄດ້.
ການເຮັດໝັນ ດີທີ່ສຸດ ບໍ່ ຄັ້ງດຽວ ເມື່ອຜູ້ຊາຍ ຫຼືຜູ້ຍິງເຮັດໝັນແລ້ວ, ພວກເຂົາຈະບໍ່ສາມາດຖືພາ ຫຼື ບໍ່ສາມາດເຮັດໃຫ້ໃຜຖືພາໄດ້ອີກ.


ຄົນເຮົາເລືອກວິທີການຄຸມກຳເນີດທີ່ແຕກຕ່າງກັນຂຶ້ນກັບສະຖານະພາບຕົວຈິງຂອງພວກເຂົາເຈົ້າ.


a woman speaking
ຂ້ອຍບໍ່ຢາກມາເຮັດຫຍັງຫຍຸ້ງຍາກຕື່ມອີກໃນແຕ່ລະມື້.
a woman speaking
ຂ້ອຍບໍ່ຢາກເອົາສິ່ງຂອງຫຍັງມາຍັດໃສ່ໃນຊ່ອງຄອດ ຫຼືມົດລູກຂອງຂ້ອຍ.
ເຈົ້າອາດຈະເລືອກໃຊ້ວິທີ: ການຝັງຢາຄຸມ, ການສັກຢາຄຸມ, ໃສ່ຮ່ວງ. ເຈົ້າອາດຈະເລືອກໃຊ້ວິທີ: ກິນຢາ, ການຝັງຢາຄຸມ, ໃຫ້ຜູ້ຊາຍໃຊ້ຖົງຢາງອະນາໄມ, ການນັບຮອບເດືອນ.
ເຈົ້າອາດຈະຫຼີກເວັ້ນ: ເຈົ້າອາດຈະຫຼີກເວັ້ນ: ການກິນຢາຄຸມ, ການນັບຮອບເດືອນ. ເຈົ້າອາດຈະຫຼີກເວັ້ນ: ຖົງຢາງອະນາໄມສຳລັບຜູ້ຍິງ, ການໃສ່ຮ່ວງ
a woman speaking
ຂ້ອຍບໍ່ຕ້ອງການໃຫ້ພໍ່ແມ່ຂ້ອຍຮູ້ວ່າຂ້ອຍກຳລັງໃຊ້ວິທີການຄຸມກຳເນີດ.
a woman and a man speaking
ຂ້ອຍບໍ່ຕ້ອງການມີລູກຕື່ມອີກແລ້ວ.
ລ້ຽງລູກສອງຄົນນີ້ກໍ່ພຽງພໍແລ້ວສຳລັບຂ້ອຍ.
ເຈົ້າອາດຈະເລືອກໃຊ້ວິທີ: ການສັກຢາ, ໃສ່ຖົງຢາງອະນາໄມs ເຈົ້າອາດຈະເລືອກໃຊ້ວິທີ: ການຝັງຢາຄຸມກຳເນີດ, ການສັກຢາຄຸມ, ການໃສ່ຮ່ວງ, ການເຮັດໝັນຊາຍ ຫຼືຍິງ.
ເຈົ້າອາດຈະຫຼີກເວັ້ນ: ການກິນຢາຄຸມກຳເນີດ ເຈົ້າອາດຈະຫຼີກເວັ້ນ: ການນັບຮອບເດືອນ
a woman speaking
ຂ້ອຍຢາກຈະເອົາລູກອີກຈັກຄົນໜຶ່ງພາຍໃນເວລາອີກປະມານໜຶ່ງປີ, ແຕ່ຈະບໍ່ເອົາຕອນນີ້ເທື່ອ.
a man speaking
ຂ້ອຍໄດ້ມີເພດສຳພັນກັບຍິງຄົນອື່ນ ແລະ ຢາກປ້ອງກັນບໍ່ໃຫ້ເມຍຂ້ອຍຕິດເຊື້ອເອັສໄອວີ.
ເຈົ້າອາດຈະເລືອກໃຊ້ວິທີ: ຖົງຢາງອະນາໄມ, ການກິນຢາຄຸມກຳເນີດ, ການນັບຮອບເດືອນ ເຈົ້າອາດຈະເລືອກໃຊ້ວິທີ: ໃຊ້ຖົງຢາງອະນາໄມທຸກຄັ້ງທີ່ມີເພດສຳພັນ
ເຈົ້າອາດຈະຫຼີກເວັ້ນ: ການຝັງຢາຄຸມກຳເນີດ, ການສັກຢາຄຸມ, ໃສ່ຮ່ວງ, ການເຮັດໝັນ. ເຈົ້າອາດຈະຫຼີກເວັ້ນ: ການມີເພດສຳພັນໂດຍບໍ່ໃຊ້ຖົງຢາງອະນາໄມ.
ບຸກຄົນຜູ້ໜຶ່ງສາມາດນຳໃຊ້ວິທີການຄຸມກຳເນີດໄດ້ຫຼາຍກວ່າໜຶ່ງວິທີການ.
a woman speaking
ພວກເຮົາໃຊ້ວິທີການນັບຮອບເດືອນ ແລະໃນລະຫວ່າງມື້ໄຂ່ຕົກ ພວກເຮົາໃຊ້ຖົງຢາງອະນາໄມ ເພື່ອປ້ອງກັນການຖືພາ.
NWTND FP Page 7-8.png
ຄົນຮັກຂອງຂ້ອຍໃຊ້ວິທີການສັກຢາຄຸມກຳເນີດ ແລະ ພວກເຮົາໃຊ້ຖົງຢາງອະນາໄມ ເພື່ອປ້ອງກັນພະຍາດຕິດຕໍ່ທາງເພດສຳພັນ.

ຖົງຢາງອະນາໄມ

a man speaking

ຖົງຢາງອະນາໄມແມ່ນຖົງຢາງບາງທີ່ໃສ່ປົກຫຸ້ມອະໄວຍະວະເພດຊາຍໃນຂະນະມີເພດສຳພັນ. ຖົງຢາງອະນາໄມ ຈະເກັບກັກນ້ຳອະສຸຈິຂອງຜູ້ຊາຍໄວ້, ເພາະສະນັ້ນ ຕົວອະສຸຈິຈິ່ງບໍ່ສາມາດເຂົ້າໄປໃນຊ່ອງຄອດ ແລະ ບໍ່ສາມາດເຮັດໃຫ້ຖືພາໄດ້. ການໃຊ້ຖົງຢາງອະນາໄມແມ່ນເປັນວິທີການຄຸມກຳເນີດທີ່ປອດໄພ ແລະ ບໍ່ມີຜົນຂ້າງຄຽງຫຍັງ.

ນອກນີ້ ການໃຊ້ຖົງຢາງອະນາໄມຍັງເປັນວິທີການທີ່ມີປະສິດພາບຫຼາຍທີ່ສຸດໃນການປ້ອງກັນພະຍາດຕິດຕໍ່ ທາງເພດສຳພັນ, ລວມທັງເຊື້ອເອັສໄອວີ ນຳ. ເຖິງແມ່ນວ່າ ເຈົ້າກຳລັງໃຊ້ວິທີການຄຸມກຳເນີດແບບອື່ນຢູ່ກໍ່ຕາມ, ເຈົ້າກໍ່ຍັງສາມາດໃຊ້ຖົງຢາງອະນາໄມເພື່ອປ້ອງກັນຕົວເຈົ້າ ແລະ ຄູ່ຂອງເຈົ້າຈາກການຕິດພະຍາດຕິດຕໍ່ທາງເພດສຳພັນໄດ້.

NWTND FP Page 8-2.png

ການໃຊ້ຖົງຢາງອະນາໄມ ເປັນວິທີການຄຸມກຳເນີດພຽງຢ່າງດຽວ ທີ່ມີປະສິດທິຜົນທັງໃນການປ້ອງກັນການຖືພາ ແລະ ປ້ອງກັນພະຍາດຕິດຕໍ່ທາງເພດສຳພັນ. ແຕ່ວ່າຜູ້ຊາຍຕ້ອງໄດ້ໃຊ້ມັນທຸກຄັ້ງທີ່ມີເພດສຳພັນ.

NWTND FP Page 8-3.png

ບີບປາຍຖົງຢາງອະນາໄມໄວ້ແລ້ວກໍ່ສວມຖົງຢາງອະນາໄມໃສ່ອະໄວຍະວະເພດຊາຍທີ່ກຳລັງແຂງຕົວນັ້ນ ແລ້ວ ຈາກນັ້ນກໍ່ຮູດສ່ວນທີ່ກໍ້ໄວ້ນັ້ນເຂົ້າໄປໃຫ້ກວມເອົາໝົດຈົນຮອດກົກອະໄວຍະວະເພດຊາຍ. ປາຍຖົງຢາງອະນາໄມ ທີ່ຈົ່ງໃຫ້ຫຼົມໆໄວ້ນັ້ນແມ່ນເພື່ອໄວ້ຮອງຮັບນ້ຳເຊື້ອອະສຸຈິ. (ຖ້າຫາກວ່າເຈົ້າບໍ່ຈົ່ງໃຫ້ປາຍຖົງຢາງອະນາໄມ ຫຼົມໄວ້ຮັບນ້ຳເຊື້ອອະສຸຈິ, ຖົງຢາງອະນາໄມອາດຈະຂາດໄດ້.)

ຫຼັງຈາກເຖິງຈຸດສຸດຍອດ (ຫຼືຫຼັ່ງນ້ຳອະສຸຈິ) ແລ້ວ, ໃນຂະນະທີ່ອະໄວຍະວະເພດຍັງແຂງຕົວຢູ່, ຈັບຄຶງຂອບຖົງ ຢາງອະນາໄມ ໄວ້ກັບອະໄວຍະວະເພດຊາຍ ເພື່ອບໍ່ໃຫ້ມັນຫຼຸດອອກ ໃນຂະນະທີ່ຖອດເອົາອະໄວຍະວະເພດ ອອກຈາກຊ່ອງຄອດ. ຈາກນັ້ນຈິ່ງຖອດຖົງຢາງອອກຈາກອະໄວຍະວະເພດຊາຍ. (ເອົາຖົງຢາງອະນາໄມ ທີ່ໃຊ້ແລ້ວນັ້ນ ຖິ້ມໃສ່ຖັງຂີ້ເຫຍື້ອ - ບໍ່ໃຫ້ຖິ້ມມັນໄປທົ່ວທີບ!) ໃຫ້ໃຊ້ຖົງຢາງອະນາໄມໃໝ່ທຸກຄັ້ງທີ່ເຈົ້າມີເພດສຳພັນ.

ຖົງຢາງອະນາໄມສຳລັບແມ່ຍິງ

MW Ch17 Page 303-7.png
ຂອບວົງແຫວນທາງດ້ານໃນ ໃຫ້ໃສ່ເຂົ້າໄປໃນຊ່ອງຄອດ.
ຂອບວົງແຫວນທາງດ້ານນອກ ແມ່ນປະຢູ່ນອກຊ່ອງຄອດ.

ຖົງຢາງອະນາໄມຂອງແມ່ຍິງແມ່ນຈະໃສ່ເຂົ້າໄປຂ້າງໃນຊ່ອງຄອດ ແລະຂອບທາງນອກປົກປາກຊ່ອງຄອດເອົາໄວ້. ມັນມີຂະໜາດ ໃຫຍ່ກວ່າຖົງຢາງອະນາໄມຂອງຜູ້ຊາຍ ແລະ ບໍ່ຄ່ອຍຂາດງ່າຍ. ຖົງຢາງອະນາໄມຂອງແມ່ຍິງ ສາມາດ ປ້ອງກັນ ເຊື້ອເອັາໄອວີ ແລະພະຍາດຕິດຕໍ່ທາງເພດອື່ນໆໄດ້. ໃນເວລາມີເພດສຳພັນ ແມ່ນບໍ່ໃຫ້ໃຊ້ຖົງຢາງອະນາໄມ ສຳລັບຜູ້ຊາຍ ແລະ ຖົງຢາງອະນາໄມສຳລັບຜູ້ຍິງພ້ອມກັນ (ໃຫ້ເລືອກໃຊ້ຊະນິດດຽວເທົ່ານັ້ນ).

NWTND FP Page 8-4.png
NWTND FP Page 8-5.png
NWTND FP Page 8-6.png

ຢາຂ້າເຊື້ອອະສຸຈິ

ຢາຂ້າເຊື້ອອະສຸຈິມີຫຼາຍຊະນິດ ເຊັ່ນ: ຊະນິດເປັນໂຟມ, ຢາເມັດ, ຄີມ, ເຈວລ (ເປັນວຸ້ນ) ຫຼື ເປັນແຜ່ນແປ, ເຊິ່ງຈະ ລະລາຍຕົວ ໃນຊ່ອງຄອດ ແລະ ຂ້າເຊື້ອອະສຸຈິ, ດ້ວຍເຫດນີ້ ພວກມັນຈິ່ງບໍ່ສາມາດເຂົ້າໄປປະຕິສົນທິກັບໄຂ່ໄດ້.

ຫຼອດ/ສະແລັງ (ສຳລັບສີດໂຟມ (foam) ເຂົ້າໃນຊ່ອງຄອດ) Lo NWTND FP Page 9-1.png
Lo NWTND FP Page 9-2.png
NWTND FP Page 9-3.png

ເອົາຢາຂ້າເຊື້ອອະສຸຈິໃສ່ເຂົ້າໄປໃນຊ່ອງຄອດກ່ອນເວລາຈະມີການຮ່ວມເພດ. ຢານີ້ພຽງຢ່າງດຽວ ແມ່ນບໍ່ຄ່ອຍໄດ້ຜົນດີ ປານໃດ, ແຕ່ມັນເປັນການປ້ອງກັນບໍ່ໃຫ້ເກີດການຖືພາໄດ້ດີເປັນພິເສດ ເມື່ອໃຊ້ຄຽງຄູ່ກັບການໃສ່ຖົງຢາງອະນາໄມ. ຢາຂ້າ ເຊື້ອອະສຸຈິ ບໍ່ສາມາດປ້ອງກັນພະຍາດຕິດຕໍ່ທາງເພດ ຫຼື ເຊື້ອເອັສໄອວີ ໄດ້.

ຢາຄຸມກຳເນີດ

ຢາຄຸມກຳເນີດແມ່ນມີຮໍໂມນທີ່ຄ້າຍຄືກັນກັບຮໍໂມນທຳມະຊາດທີ່ມີຢູ່ໃນຮ່າງກາຍຂອງແມ່ຍິງ. ພວກມັນປ້ອງກັນການຖືພາ ໂດຍການຢຸດຂະບວນການເຮັດວຽກຂອງຮວຍໄຂ່ບໍ່ໃຫ້ປ່ອຍໄຂ່ອອກມາ. ຢາຄຸມກຳເນີດມີສອງປະເພດຫຼັກ ຄື: ຢາຄຸມ ກຳເນີດ ຊະນິດຮໍໂມນລວມ ຊຶ່ງປະກອບດ້ວຍຮໍໂມນສອງຊະນິດ ຄື: ຮໍໂມນ ແອັດສໂຕຣເຈນ (estrogen) ແລະ ໂປຣແກັດສຕິນ (progestin); ແລະ ຢາຄຸມກຳເນີດຊະນິດດ່ຽວ (minipills) ຊຶ່ງມີ ຮໍໂມນໂປຣແກັດສຕິນ ພຽງຢ່າງດຽວ. ຍີ່ຫໍ້ຜະລິດຕະພັນຢາຄຸມກຳເນີດທີ່ມັກໃຊ້ກັນທົ່ວໄປແມ່ນຢູ່ໜ້າ 22. ຢາຄຸມກຳເນີດ ບໍ່ສາມາດປ້ອງກັນ ການຕິດເຊື້ອເອັສໄອວີ ຫຼື ເຊື້ອພະຍາດ ຕິດຕໍ່ທາງເພດສຳພັນອື່ນໆໄດ້. ເພື່ອປ້ອງກັນໂຕເຈົ້າເອງຈາກເຊື້ອພະຍາດດັ່ງກ່າວ, ໄປຄຽງຄູ່ກັບການໃຊ້ຢາຄຸມກຳເນີດນັ້ນ ກໍ່ໃຫ້ໃຊ້ຖົງຢາງອະນາໄມນຳອີກ.

ຜູ້ຍິງຈຳນວນໜຶ່ງກໍ່ເລືອກໃຊ້ວິທີການກິນຢາຄຸມກຳເນີດ ເພາະວ່າມັນຊ່ວຍໃຫ້ຮອບວຽນປະຈຳເດືອນ ມາເປັນປົກກະຕິຂຶ້ນ, ດັ່ງນັ້ນ ພວກເຂົາຈຶ່ງຮູ້ໄດ້ຢ່າງແນ່ນອນວ່າຊ່ວງໃດປະຈຳເດືອນພວກເຂົາຈະມາ. ຢາຄຸມກຳເນີດຍັງຊ່ວຍໃຫ້ເລືອດ ປະຈຳເດືອນມາໃນປະລິມານໜ້ອຍລົງ, ແລະ ຊ່ວຍລົດຜ່ອນອາການເຈັບປວດ ແລະປັ້ນມົດລູກ.

ຢາຄຸມກຳເນີດບໍ່ພາໃຫ້ເກີດມະເຮັງ.

ຢາຄຸມກຳເນີດຮໍໂມນລວມ (ຢາຄຸມກຳເນີດທີ່ມີທັງ ຮໍໂມນແອັດສໂຕຣເຈນ (estrogen) ແລະ ໂປຣແກັດສຕິນ (progestin))

NWTND FP Page 10-1.png

ໃນຢາຄຸມກຳເນີດຮໍໂມນລວມຍີ່ຫໍ້ຕ່າງໆແມ່ນມີສ່ວນປະສົມຂອງຮໍໂມນທັງສອງຊະນິດນີ້ໃນປະລິມານທີ່ແຕກຕ່າງກັນ. ໃນຢາເມັດຄຸມກຳເນີດຮໍໂມນລວມ ທົ່ວໄປຂະໜາດເມັດມາດຕະຖານ ແມ່ນມີຮໍໂມນ ໂປຣແກັດສຕິນ 1 ມີລີກຼາມ (mg) ຫຼື ໜ້ອຍກວ່ານັ້ນ ແລະ ມີຮໍໂມນແອັດສໂຕຣເຈນ 30 ຫຼື 35 ມີໂກຣກຼາມ (mcg) ເຊິ່ງເອີ້ນວ່າ: ເອຕິນິລ ເອັດສຕຣາດິໂອລ (ethinyl estradiol), ຫຼື 50 ມີໂກກຼາມ ເຊິ່ງເອີ້ນວ່າ: ເມສຕຣາໂນລ (mestranol).

ຢາຄຸມກຳເນີດບາງຊະນິດແມ່ນປະກອບມີພຽງແຕ່ຮໍໂມນ ໂປຣແກັດສຕິນ ຢ່າງດຽວ.

ຢາຄຸມກຳເນີດແມ່ນມີປະສິດພາບຫຼາຍ ຖ້າກິນຕົງຕາມເວລາເດີມທຸກມື້. ມັນເປັນຢາທີ່ປອດໄພ ສຳລັບແມ່ຍິງ ເກືອບໝົດທຸກຄົນ.

ວິທີການກິນຢາຄຸມກຳເນີດຮໍໂມນລວມ

woman taking birth control pill.

ຖ້າຫາກວ່າເຈົ້າແນ່ໃຈແລ້ວວ່າເຈົ້າບໍ່ຖືພາ, ເຈົ້າສາມາດເລີ່ມກິນຢາຄຸມກຳເນີດເວລາໃດກໍ່ໄດ້. ຢາຄຸມກຳເນີດຈະບໍ່ປ້ອງກັນການຖືພາໄດ້ ຈົນກວ່າເຈົ້າຈະກິນມັນໄປໄດ້ປະມານໜຶ່ງອາທິດເສຍກ່ອນ. ດັ່ງນັ້ນ ໃນໄລຍະ 7 ມື້ ທຳອິດ ຫຼັງຈາກເລີ່ມກິນຢາຄຸມກຳເນີດ, ແມ່ນໃຫ້ໃຊ້ຖົງຢາງອະນາໄມ ຫຼື ຫຼີກເວັ້ນການມີເພດສຳພັນ.

ເຈົ້າຈຳເປັນຕ້ອງໄດ້ກິນຢາຄຸມກຳເນີດມື້ລະໜຶ່ງເມັດທຸກໆມື້ເພື່ອປ້ອງກັນການຖືພາ, ເຖິງແມ່ນວ່າ ເຈົ້າບໍ່ມີເພດສຳພັນ ໃນມື້ນັ້ນກໍ່ຕາມ. ພະຍາຍາມກິນຢາໃຫ້ຕົງຕາມເວລາດຽວກັນໃນທຸກໆມື້. ຖ້າວ່າເຈົ້າເອົາຢາໄວ້ໃກ້ບ່ອນເຈົ້ານອນ, ມັນອາດຈະຊ່ວຍໃຫ້ເຈົ້າ ບໍ່ລືມທີ່ຈະກິນມັນກ່ອນນອນທຸກຄືນ. ຢາຄຸມກຳເນີດຮໍໂມນລວມສ່ວນຫຼວງຫຼາຍແມ່ນບັນຈຸໃນແຜງໆລະ 28 ຫຼື 21 ເມັດ.

ຜົນຂ້າງຄຽງຂອງຢາຄຸມກຳເນີດຮໍໂມນລວມທີ່ອາດເກີດຂຶ້ນໄດ້

ຜົນກະທົບຂ້າງຄຽງຂອງຢາຄຸມກຳເນີດຮໍໂມນລວມແມ່ນບໍ່ອັນຕະລາຍ ແຕ່ຜົນຂ້າງຄຽງບາງຢ່າງ ອາດເຮັດໃຫ້ເກີດ ຄວາມ ລຳຄານໃຈໄດ້. ແຕ່ໂດຍປົກກະຕິແລ້ວພວກມັນກໍ່ບັນເທົາລົງ ຫຼື ຫາຍດີພາຍຫຼັງກິນຢາໄດ້ປະມານສາມເດືອນ. ການປ່ຽນ ໃຊ້ຢາຍີ່ຫໍ້ອື່ນ ບາງຄັ້ງກໍ່ຊ່ວຍບັນເທົາ ຫຼືແກ້ບັນຫາຜົນຂ້າງຄຽງດັ່ງກ່າວໄດ້.

ອາລົມມີການປ່ຽນແປງ ເຊັ່ນ: ໂສກເສົ້າ ຫຼື ງຸດງິດ NWTND FP Page 10-3.png ເຈັບຫົວ NWTND FP Page 10-4.png ມີເລືອດອອກເລັກນ້ອຍໃນຊ່ວງລະຫວ່າງຮອບປະຈຳເດືອນຕາມປົກກະຕິ
NWTND FP Page 10-7.png
ເຈັບຂັດໜ້າເອິກ ເຕົ້ານົມຂະຫຍາຍໃຫຍ່ຂຶ້ນ NWTND FP Page 10-5.png ປຸ້ນທ້ອງປວດຮາກ NWTND FP Page 10-6.png

ການໃຊ້ຢາຄຸມກຳເນີດຮໍໂມນລວມແມ່ນມີສາມວິທີ

ການໃຊ້ແບບກິນ 28 ວັນ: ໃຫ້ກິນຢາຄຸມກຳເນີດທີ່ມີຮໍໂມນລວມ ເປັນເວລາ 21 ວັນ ແລະ ຫຼັງຈາກນັ້ນ ໃນເວລາ 7 ວັນທີ່ຍັງເຫຼືອຢູ່ໃນແຜງນັ້ນ (ຢາເມັດເຫຼືອໃນແຜງນັ້ນແມ່ນບໍ່ມີຮໍໂມນຫຍັງ) ຫຼື ບໍ່ກິນຢາ 7 ເມັດ ທີ່ເຫຼືອນັ້ນກໍ່ໄດ້. ໃນຊ່ວງເວລາເຈັດວັນດັ່ງກ່າວຂອງແຕ່ລະເດືອນ ເຈົ້າຈະລົງເລືອດຄືກັບເປັນປະຈຳເດືອນຕາມປົກກະຕິ.

woman taking birth control pill.
NWTND FP Page 11-2.png
ຖ້າເຈົ້າໃຊ້ຢາຄຸມ ແຜງ 28 ເມັດ, ໃຫ້ກິນມັນທຸກມື້ໆລະ 1 ເມັດ. ຢາ 7 ເມັດ ສຸດທ້າຍທີ່ເຫຼືອນັ້ນ ເປັນພຽງຢາເຕືອນ ເພື່ອຊ່ວຍເຕືອນເຈົ້າບໍ່ໃຫ້ລືມກິນຢາຄຸມໃນແຕ່ລະມື້ - ພວກມັນບໍ່ມີຮໍໂມນຫຍັງ. ຢາ 7 ເມັດສຸດທ້າຍ ນີ້ແມ່ນຈະມີສີ ທີ່ແຕກຕ່າງຈາກຢາເມັດອື່ນໆໃນແຜງ.
NWTND FP Page 11-3.png
ຖ້າເຈົ້າໃຊ້ຢາຄຸມ ແຜງ 21 ເມັດ, ໃຫ້ກິນມັນທຸກມື້ໆລະ 1 ເມັດ ເປັນເວລາ 21 ມື້ - ກິນຢາໃນແຜງໃຫ້ໝົດທຸກເມັດ. ແລ້ວກໍ່ພັກບໍ່ກິນຢາຕໍ່ເປັນເວລາ 7 ມື້. ຫຼັງຈາກນັ້ນ ຈຶ່ງເລີ່ມຕົ້ນກິນແຜງໃໝ່ຕໍ່.


ການໃຊ້ແບບກິນເປັນຊ່ວງຍາວ: ກິນຢາຄຸມທີ່ມີຮໍໂມນຕິດຕໍ່ກັນ 84 ວັນ ແລະ ຈາກນັ້ນຢຸດພັກ 7 ວັນ. ບາງຄັ້ງຢາຄຸມ ໃນແຜງໜຶ່ງ ມີເຖິງ 91 ເມັດ (84 ເມັດມີຮໍໂມນ ແລະ ອີກ 7 ເມັດ ແມ່ນຢາເຕືອນເພື່ອກັນລືມ ຊຶ່ງບໍ່ມີຮໍໂມນ). ໃນຊ່ວງເວລາ 7 ວັນນັ້ນ ເຈົ້າຈະລົງເລືອດຄືກັບເປັນປະຈຳເດືອນຕາມປົກກະຕິ ແຕ່ຈະເປັນໃນທຸກ 3 ເດືອນ. ອາດຈະມີການລົງເລືອດ ເລັກນ້ອຍ ແຕ່ມັນຈະຈາງຫາຍໄປຫຼັງຈາກ 3-2 ເດືອນຕໍ່ຈາກນັ້ນ.

ການໃຊ້ແບບກິນຕໍ່ເນື່ອງ: ການກິນຢາຄຸມຕໍ່ເນື່ອງກັນທຸກໆມື້ໂດຍບໍ່ມີການຢຸດພັກ. ຖ້າຫາກເກີດມີການລົງເລືອດ ທີ່ຜິດ ປົກກະຕິ, ກໍ່ໃຫ້ຢຸດພັກການກິນຢາຄຸມໄວ້ກ່ອນ 3 ຫຼື 4 ວັນ ເພື່ອປ່ອຍເວລາໃຫ້ເລືອດລົງເປັນປົກກະຕິຈັກສອງສາມມື້ກ່ອນ, ແລ້ວຈິ່ງເລີ່ມກິນຢາຄຸມນັ້ນຕໍ່ໄປທຸກໆມື້.

ວິທີການກິນຢາຄຸມທີ່ກ່າວມາຂ້າງເທິງນີ້ເປັນວິທີການທີ່ປອດໄພ. ທຸກຄົນທີ່ໃຊ້ຢາຄຸມຮໍໂມນລວມ ຄວນຮູ້ວ່າຈະເຮັດແນວໃດ ຖ້າຫາກລືມກິນຢາ 1 ເມັດ ຫຼື ຫຼາຍເມັດ. ຫາກເຈົ້າລືມກິນຢາ ຄວນປະຕິບັດດັ່ງຕໍ່ໄປນີ້:

ຖ້າເຈົ້າລືມກິນຢາ 1 ຫຼື 2 ເມັດ, ໃຫ້ກິນ 1 ເມັດ ທັນທີທີ່ຄິດໄດ້. ຫຼັງຈາກນັ້ນກໍ່ໃຫ້ກິນເມັດຢາຕໍ່ໆໄປຕາມປົກກະຕິ. ນີ້ໝາຍຄວາມວ່າ ໃນມື້ດຽວກັນນັ້ນ ເຈົ້າໄດ້ກິນຢາ 2 ເມັດ.

ຖ້າເຈົ້າລືມກິນ 3 ເມັດ, 3 ມື້ຕິດຕໍ່ກັນ, ໃຫ້ກິນ 1 ເມັດ ທັນທີທີ່ຄິດໄດ້. ຫຼັງຈາກນັ້ນກໍ່ໃຫ້ກິນຢາເມັດຕໍ່ໆໄປຕາມປົກກະຕິ. ໃຫ້ໃຊ້ຖົງຢາງອະນາໄມຄຽງຄູ່ໄປນຳຈົນກວ່າປະຈຳເດືອນເຈົ້າຈະມາ, ຫຼື ບໍ່ໃຫ້ມີເພດສຳພັນຈົນກວ່າຈະກິນຢາໄດ້ ຄົບ 7 ມື້ ຕິດຕໍ່ກັນ.

ຖ້າປະຈຳເດືອນບໍ່ມາຕາມເວລາ ແລະເຈົ້າເອງກໍ່ລືມກິນຢາຄຸມໄປຫຼາຍເມັດ, ກໍ່ໃຫ້ເຈົ້າກິນຢາຄຸມໄປຕາມປົກກະຕິ, ແຕ່ໃຫ້ກວດເບິ່ງວ່າຖືພາຫຼືບໍ່. ຖ້າຜົນການກວດພົບວ່າເຈົ້າຖືພາ ໃຫ້ຢຸດກິນຢາຄຸມກຳເນີດ.

ການເຊົາກິນຢາຄຸມກຳເນີດຮໍໂມນລວມ

ເຈົ້າສາມາດຢຸດ ຫຼື ເຊົາກິນຢາຄຸມກຳເນີດຕອນໃດ ຫຼືເວລາໃດກໍ່ໄດ້. ຫຼັງຈາກນັ້ນ ເຈົ້າອາດສາມາດຖືພາໄດ້ທັນທີ, ດັ່ງນັ້ນ ຖ້າຫາກວ່າເຈົ້າຍັງບໍ່ຢາກມີລູກເທື່ອ, ກໍ່ໃຫ້ໃຊ້ຖົງຢາງອະນາໄມ ຫຼື ໃຊ້ວິທີປ້ອງກັນອື່ນແທນ.

ຜູ້ທີ່ບໍ່ຄວນກິນຢາຄຸມກຳເນີດຮໍໂມນລວມ

ຜູ້ຍິງບາງຄົນມີບັນຫາສຸຂະພາບທີ່ເຮັດໃຫ້ມັນບໍ່ປອດໄພສຳລັບພວກເຂົາໃນການໃຊ້ຢາຄຸມກຳເນີດຮໍໂມນລວມ. ຫ້າມບໍ່ໃຫ້ກິນຢາຄຸມນີ້ ຖ້າເຈົ້າມີອາການດັ່ງຕໍ່ໄປນີ້:

  • ຄວາມດັນເລືອດສູງຫຼາຍ (160/110 ຫຼື ສູງກວ່ານັ້ນ). ສຳລັບລາຍລະອຽດກ່ຽວກັບຄວາມດັນເລືອດສູງ ໃຫ້ເບິ່ງໃນບົດ “ພະຍາດຫົວໃຈ” (ກຳລັງຂຽນຂຶ້ນຢູ່).
  • ເປັນພະຍາດເບົາຫວານມາເປັນເວລາຫຼາຍກວ່າ 20 ປີ.
  • ຖ້າເຈົ້າມີອາຍຸຸຸຫຼາຍກວ່າ 35 ປີ ແລະ ສູບຢາ.
  • ເຈັບຫົວໄມເກຣນ (migraines) (ເຈັບຫົວຢ່າງຮຸນແຮງ ພ້ອມມີອາການປຸ້ນທ້ອງປວດຮາກ) ຖ້າຫາກເປັນຮ່ວມກັບອາການມືນຊາ ຫຼື ມີບັນຫາສາຍຕາຢ່າງຮຸນແຮງ.
  • ມະເຮັງເຕົ້ານົມ, ມະເຮັງຕັບ ຫຼື ມະເຮັງມົດລູກ. ເບິ່ງລາຍລະອຽດໃນບົດ "ມະເຮັງ".
  • ພະຍາດຖົງນ້ຳບີ.
  • ມີປະຫວັດເສັ້ນເລືອດສະໝອງແຕກ ຫຼື ເສັ້ນເລືອດສະໝອງອຸດຕັນ (ທີ່ເປັນສາເຫດພາໃຫ້ເປັນອຳມະພາດ).
  • ພາວະເສັ້ນເລືອດດຳມີການອຸດຕັນ (ເຊິ່ງມັນມັກພາໃຫ້ເກີດມີອາການເຈັບ ຮ້ອນຕາມຂາຂ້າງໃດຂ້າງໜຶ່ງ).
  • ພະຍາດຕັບ ຫຼືຕັບອັກເສບ (ເບິ່ງລາຍລະອຽດໃນ ບົດ “ເຈັບທ້ອງ”).


ຜູ້ຍິງສ່ວນໃຫຍ່ທີ່ມີບັນຫາທາງສຸຂະພາບໃດໜຶ່ງໃນບັນຫາສຸຂະພາບທີ່ໄດ້ກ່າວມາໃນຂ້າງເທິງນີ້ ແມ່ນສາມາດໃຊ້ ຢາຄຸມກຳເນີດຊະນິດດ່ຽວ ທີ່ມີຮໍໂມນໂປຣແກັດສຕິນພຽງຢ່າງດຽວ ຫຼື ໃຊ້ວິທີການ ຝັງຢາຄຸມທີ່ມີຮໍໂມນໂປຣແກັດສຕິນພຽງຢ່າງດຽວ ຫຼື ສັກຢາຄຸມກຳເນີດຊະນິດຮໍໂມນໂປຣແກັດສຕິນຢ່າງດຽວ ກໍ່ໄດ້, ເຊິ່ງມັນກໍ່ເປັນວິທີການທີ່ປອດໄພ. ສຳລັບຜູ້ຍິງທີ່ເປັນມະເຮັງເຕົ້ານົມ ຫຼື ມະເຮັງມົດລູກ ແມ່ນບໍ່ຄວນໃຊ້ ວິທີການຄຸມກຳເນີດທີ່ໃຊ້ຢາຄຸມກຳເນີດທີ່ມີຮໍໂມນ, ແຕ່ຄວນໃຊ້ວິທີການວາງແຜນຄອບຄົວແບບອື່ນແທນ.

ຢາທີ່ມີຜົນກະທົບຕໍ່ຢາຄຸມກຳເນີດຮໍໂມນລວມ

ຢາຣີແຟັມປີຊິນ (Rifampicin - ຢາສຳລັບປິ່ນປົວວັນນະໂລກ), ຢາຣີໂຕນາເວຍຣ (ritonavir - ຢາຕ້ານເຊື້ອ HIV), ແລະຢາປົວພະຍາດຊັກບ້າໝູ ບາງຊະນິດເຮັດໃຫ້ຢາຄຸມກຳເນີດມີປະສິດທິຜົນໜ້ອຍລົງ. ຖ້າເຈົ້າກິນຢາເຫຼົ່ານີ້ຢູ່, ແມ່ນໃຫ້ໃຊ້ ວິທີການວາງແຜນຄອບຄົວແບບອື່ນແທນການກິນຢາຄຸມ. ສຳລັບຜູ້ຍິງທີ່ສັກຢາອິນຊູລິນເພື່ອປິ່ນປົວພະຍາດເບົາຫວານອາດຈຳເປັນຕ້ອງໄດ້ປັບປ່ຽນປະລິມານຢາອິນຊູລິນທີ່ກິນຢູ່ນັ້ນ ຫຼັງຈາກທີ່ເລີ່ມກິນຢາຄຸມ.

ຜູ້ທີ່ຄວນຄິດພິຈາລະນາໃຊ້ວິທີການຄຸມກຳເນີດແບບອື່ນຖ້າເປັນໄປໄດ້

ມັນມີບັນຫາສຸຂະພາບແມ່ຍິງອີກບາງຢ່າງ ທີ່ເຮັດໃຫ້ການກິນຢາຄຸມກຳເນີດຮໍໂມນລວມນີ້ເປັນວິທີການທີ່ບໍ່ເໝາະສົມ. ການນຳໃຊ້ວິທີການວາງແຜນຄອບຄົວແບບອື່ນແທນນັ້ນ ແມ່ນຈະປອດໄພຫຼາຍກວ່າສຳລັບຜູ້ຍິງ ທີ່ມີບັນຫາສຸຂະພາບ ເຫຼົ່ານີ້:

  • ຄວາມດັນເລືອດສູງ (ຫຼາຍກວ່າ 140/90). ສຳລັບລາຍລະອຽດກ່ຽວກັບຄວາມດັນເລືອດສູງ ໃຫ້ເບິ່ງໃນບົດ “ພະຍາດຫົວໃຈ” (ກຳລັງຂຽນຂຶ້ນຢູ່).
  • ຖ້າເຈົ້າມີອາຍຸຸຸຫຼາຍກວ່າ 35 ປີ ແລະມີອາການເຈັບຫົວໄມເກຣນ (migraines) (ເຈັບຫົວຢ່າງຮຸນແຮງ ພ້ອມມີອາການປຸ້ນທ້ອງປວດຮາກ).


ຖ້າຜູ້ຍິງທີ່ມີບັນຫາທາງດ້ານສຸຂະພາບໃດໜຶ່ງໃນຂ້າງເທິງນີ້ ກິນຢາຄຸມກຳເນີດຮໍໂມນລວມ, ແມ່ນໃຫ້ຕິດຕາມ ອາການຂອງລາວ ເພື່ອໃຫ້ໝັ້ນໃຈວ່າ ບັນຫາທີ່ລາວເປັນຢູ່ນັ້ນບໍ່ເປັນແຮງຂຶ້ນ. ຖ້າຫາກວ່າບໍ່ມີຫຍັງປ່ຽນແປງ, ກໍ່ໃຫ້ລາວ ໃຊ້ຢາຄຸມກຳເນີດຮໍໂມນລວມນັ້ນຕໍ່ໄປໄດ້. ຖ້າບັນຫາຂອງລາວທີ່ເປັນຢູ່ນັ້ນເປັນແຮງຂຶ້ນ, ລາວຄວນຢຸດໃຊ້ຢາຄຸມກຳເນີດ ຮໍໂມນລວມ ນັ້ນທັນທີ.

ຢາຄຸມກຳເນີດຊະນິດມິນິພິລ (ມີພຽງ Progestin ຢ່າງດຽວ)

ຢາຄຸມກຳເນີດຊະນິດນີ້ບໍ່ມີສ່ວນປະກອບຂອງ estrogen, ມັນມີແຕ່ progestin ຢ່າງດຽວ. ມັນມີຄວາມປອດໄພສຳລັບຜູ້ຍິງສ່ວນຫຼາຍທີ່ບໍ່ສາມາດກິນຢາຄຸມກຳເນີດຊະນິດປະສົມໄດ້ ແລະ ມັນກໍຍັງມີຜົນຂ້າງຄຽງໜ້ອຍກວ່າຢາຄຸມກຳເນີດຊະນິດປະສົມ. ໃນຄົນທີ່ກຳລັງລ້ຽງລູກດ້ວຍນົມແມ່ ຢາຄຸມກຳເນີດຊະນິດມິນິພິລບໍ່ເຮັດໃຫ້ນຳ້ນົມແມ່ໜ້ອຍລົງ. ຜູ້ຍິງທີ່ກິນຢາຄຸມຊະນິດນີ້ອາດມີປະຈຳເດືອນບໍ່ເປັນປົກກະຕິເຊັ່ນ:ປະຈຳເດືອນມາໜ້ອຍ ຫຼືບໍ່ມາເລີຍ.

NWTND FP Page 14-1.png
ທຸກໆເມັດຂອງຢາຄຸມກຳເນີດຊະນິດມິນິພິລມີປະລິມານຂອງຮໍໂມນເທົ່າກັນ. ໃຫ້ກິນ 1 ເມັດທຸກໆມື້.'

ວິທີກິນຢາຄຸມກຳເນີດຊະນິດມິນິພິລ

ໃຫ້ກິນເມັດທຳອິດໃນມື້ທຳອິດທີ່ທ່ານເປັນປະຈຳເດືອນ ຫຼັງຈາກນັ້ນກໍໃຫ້ກິນ 1 ເມັດຕໍ່ມື້ໃນເວລາດຽວກັນເຖິງວ່າທ່ານຈະບໍ່ໄດ້ຮ່ວມເພດກໍຕາມ. ເມື່ອທ່ານກິນໝົດແຜງແລ້ວ ກໍໃຫ້ທ່ານເລີ່ມກິນເມັດໃໝ່ໃນແຜງໃໝ່ເລີຍເຖິງວ່າປະຈຳເດືອນຂອງທ່ານຈະບໍ່ມາກໍຕາມ. ຫ້າມລືມກິນຢາແມ້ແຕ່ 1 ມື້. ຢາແຕ່ລະເມັດຢູ່ໃນແຜງນັ້ນມີປະລິມານຂອງ progestin ເທົ່າກັນ.

ຖ້າຫາກວ່າທ່ານລືມກິນຢາແມ່ນໃຫ້ທ່ານກິນໄດ້ທັນທີທີ່ທ່ານຄິດອອກ. ຫຼັງຈາກນັ້ນກໍໃຫ້ທ່ານກິນເມັດຕໍ່ໄປຕາມປົກກະຕິເຖິງວ່າທ່ານຈະໄດ້ກິນ 2 ເມັດໃນມື້ນັ້ນກໍຕາມ. ໃຫ້ໃສ່ຖົງຢາງອະນາໄມເມື່ອທ່ານຮ່ວມເພດ ຫຼື ບໍ່ໃຫ້ຮ່ວມເພດພາຍໃນ 7 ວັນ. ຖ້າຫາກວ່າທ່ານບໍ່ໄດ້ກິນຢາ ຫຼືກິນຢາຊ້າ (ເວລາ) ປະຈຳເດືອນຂອງທ່ານອາດມາໜ້ອຍ.

ຜົນຂ້າງຄຽງທີ່ອາດພົບໄດ້

ຜົນຂ້າງຄຽງທີ່ພົບເລື້ອຍຂອງຢາຄຸມກຳເນີດທີ່ປະກອບດ້ວຍ progestin ຢາງດຽວ ແມ່ນມີການປ່ຽນແປງຂອງປະຈຳເດືອນໃນແຕ່ລະເດືອນ. ທ່ານອາດມີປະຈຳເດືອນມາເມື່ອໃດກໍໄດ້ທີ່ບໍ່ໄດ້ຄາດຄິດ. ປະຈຳເດືອນຂອງທ່ານອາດບໍ່ມາເລີຍ. ສິ່ງນີ້ບໍ່ເປັນອັນຕະລາຍ. ຜົນຂ້າງຄຽງອື່ນທີ່ສາມາດເປັນໄປໄດ້ແມ່ນນຳ້ໜັກເພີ່ມ, ເຈັບຫົວ ແລະ ເປັນສິວ.

ຢາອື່ນໆທີ່ຜົນ (ປະຕິກິລິຍາ) ກັບຢາຄຸມກຳເນີດຊະນິດມິນິພິລ

ຢາ rifampicin (ຢາປົວພະຍາດວັນນະໂລກ), ຢາ ritonavir (ຢາປົວເຊື້ອ ເອັສ-ໄອ-ວີ) ແລະ ຢາປົວພະຍາດຊັກບ້າໝູບາງຊະນິດແມ່ນເຮັດໃຫ້ຢາຄຸມກຳເນີດມີປະສິດທິຜົນໜ້ອຍລົງ. ຖ້າຫາກວ່າທ່ານກິນຢາເຫຼົ່ານີ້ ແມ່ນໃຫ້ທ່ານໃຊ້ວິທີການຄຸມກຳເນີດວິທີອື່ນ. ຜູ້ຍິງທີ່ສັກຢາ ອິນຊູລິນ ປົວພະຍາດເບົາຫວານອາດຈະໄດ້ປັບຂະໜາດຂອງຢາຫຼັງຈາກທີ່ເລີ່ມກິນຢາຄຸມກຳເນີດ.

ການຢຸດກິນຢາຄຸມກຳເນີດຊະນິດມິນິພິລ

ຖ້າຫາກວ່າທ່ານຕ້ອງການຖືພາ ຫຼືຢາກປ່ຽນວິທີຄຸມກຳເນີດ ທ່ານສາມາດຢຸດກິນຢາຄຸມກຳເນີດເມື່ອໃດກໍໄດ້. ທ່ານຈະສາມາດມີລູກໄດ້ທັນທີທີ່ທ່ານຢຸດກິນຢາຄຸມ. ດັ່ງນັ້ນ ຖ້າຫາກວ່າທ່ານບໍ່ຕ້ອງການຖືພາກໍໃຫ້ທ່ານໃຊ້ວິທີຄຸມກຳເນີດວິທີອື່ນໄດ້ເລີຍ.



This page was updated: ໐໗ ພຶດສະພາ ໒໐໑໙