Hesperian Health Guides

ການວາງແຜນຄອບຄົວໂດຍວິທີທຳມະຊາດ

ຢູ່ໃນພາກນີ້:

ການລ້ຽງລູກດ້ວຍນົມແມ່

ຜູ້ຍິງກຳລັງໃຫ້ນົມລູກ ແລະ ຜູ້ຊາຍກໍຈັບບ່າໄລ່ລາວ

ເມື່ອແມ່ລ້ຽງລູກດ້ວຍນຳ້ນົມແມ່ ຮ່າງກາຍແມ່ຈະຜະລິດຮໍໂມນທີ່ປ້ອງກັນບໍ່ໃຫ້ຖືພາເປັນເວລາ 2-3 ເດືອນ. ການລ້ຽງລູກດ້ວຍນົມແມ່ຈະປ້ອງກັນການຖືພາໄດ້ກໍຕໍ່ເມື່ອ:

  • ເດັກອາຍຸນ້ອຍກວ່າ 6 ເດືອນ


ແລະ

  • ທ່ານໃຫ້ແຕ່ລູກກິນນົມແມ່ຢ່າງດຽວ - ບໍ່ໄດ້ໃຫ້ອາຫານ ຫຼືເຄື່ອງດື່ມອື່ນ ພ້ອມກັນນັ້ນທ່ານກໍຍັງປ້ອມນົມລູກເລື້ອຍໆທັງເວັນ.


ແລະ

  • ທ່ານບໍ່ມີປະຈຳເດືອນຕັ້ງແຕ່ເກີດລູກມາ.


ເມື່ອໃດທີ່ທ່ານໃຫ້ລູກກິນອາຫານ ຫຼືທ່ານມີປະຈຳເດືອນ ການລ້ຽງລູກດ້ວຍນົມແມ່ກໍຈະບໍ່ຊ່ວຍປ້ອງກັນການຖືພາ.

ການຮັບຮູ້ (ຄາດເດົາ)ວ່າຈະສາມາດມີລູກໄດ້ (ການນັບຮອບປະຈຳເດືອນ)

ຜູ້ຍິງສາມາດຖືພາໄດ້ແຕ່ໃນຊ່ວງໄລຍະເວລາທີ່ສາມາດມີລູກໄດ້. ເມື່ອໄຂ່ໄດ້ຕົກລົງມາຈາກຮັງໄຂຫາທໍ່ສົ່ງໄຂ່ ແລະ ມົດລູກ. ໄລຍະນີ້ແມ່ນໃຊ້ເວລາຫຼາຍມື້ ແລະ ກໍເກີດຂື້ນເດືອນລະຄັ້ງ. ລາວສາມາດປ້ອງກັນບໍ່ໃຫ້ມີລູກໄດ້ໂດຍການບໍ່ຮ່ວມເພດໃນຊ່ວງນີ້. (ຫຼື ຖ້າຫາກວ່າຜົວເມຍກຳລັງຕ້ອງການມີລູກ ພວກເຂົາກໍສາມາດຮ່ວມເພດໃນຊ່ວງນີ້ ເພື່ອຈະເຮັດໃຫ້ໂອກາດມີລູກຫຼາຍຂື້ນ) ວິທີນີ້ຈະໄດ້ຮັບຜົນໄດ້ແມ່ນຜູ້ຍິງຕ້ອງມີຮອບປະຈຳເດືອນປົກກະຕິ ພ້ອມກັນນັ້ນກໍຕ້ອງໄດ້ຕິດຕາມຮອບປະຈຳເດືອນຂອງລາວໃຫ້ໄດ້. ຜູ້ຊາຍກໍຕ້ອງເຕັມໃຈຊ່ວຍເຊັ່ນກັນເພື່ອໃຫ້ວິທີ່ດັ່ງກ່າວໄດ້ຜົນເນື່ອງຈາກວ່າໄລຍະທີ່ສາມາດມີລູກໄດ້ພວກເຂົາຕ້ອງບໍ່ຮ່ວມເພດ. ພວກເຂົາສາມາດມີເພດສຳພັນວິທີອື່ນເຊັ່ນ: ຮ່ວເພດທາງປາກ ຫຼືສຳພັນເອົາ. ຫຼືພວກເຂົາສາມາດໃສ່ຖົງຢາງອະນາໄມໃນຊ່ວງນີ້.

ວິທີນີ້ສາມາດເປັນວິທີໜື່ງທີ່ດີສຳລັບຜູ້ຍິງທີ່ບໍ່ຕ້ອງການມີລູກຫຼາຍ. ແຕ່ບາງຄັ້ງຮອບປະຈຳເດືອນກໍມີການປ່ຽນແປງຢ່າງຄາດເດົາບໍ່ໄດ້ ແລະ ຄົນກໍບໍ່ຕິດຕາມຮອບປະຈຳເດືອນໄດ້ດີ ດັ່ງນັ້ນການໃຊ້ວິທີນີ້ກໍຍັງຖືພາເປັນສ່ວນໃຫ່ຍ. ການນັບຮອບປະຈຳເດືອນບໍ່ສາມາດປ້ອງກັນການຕິດເຊື້ອທາງເພດສຳພັນໄດ້ເຊັ່ນ: ເອັສ-ໄອ-ວີ ເຊິ່ງມັນສາມາດຕິດໄດ້ທຸກໄລຍະ.

ວິທີໃຊ້ການນັບຮອບປະຈຳເດືອນ

woman counting on her fingers and thinking.
ປະຈຳເດືອນຂ້ອຍມາ 8 ມື້ຜ່ານມາ ດັ່ງນັ້ນພວກເຮົາບໍ່ສາມາດຮ່ວມເພດມື້ນີ້ໄດ້ ຫຼື 10 ມື້ທາງໜ້າ. ຂ້ອຍຈະໄປຫາເອື້ອຍຂ້ອຍດີກວ່າ.

ໃຫ້ນັບມື້ຮອບປະຈຳເດືອນຂອງທ່ານເປັນເວລາ 2-3 ເດືອນ. ໃຫ້ເລີ່ມນັບມື້ທຳອິດຂອງປະຈຳເດືອນ. ມື້ສຸດທ້າຍຂອງຮອບເດືອນແມ່ນມື້ສຸດທ້າຍກ່ອນມີເລືອດອອກອີກຄັ້ງ. ຖ້າປະຈຳເດືອນຂອງທ່ານມີມື້ທີ່ຄືກັນໃນແຕ່ລະຮອບ ແລະ ຮອບເດືອນຂອງທ່ານກໍຢູ່ລະຫວ່າງ 26-30 ວັນ ວິທີນີ້ສາມາດໃຊ້ໄດ້ຜົນ.

ເມື່ອທ່ານໄດ້ນັບຮອບປະຈຳເດືອນຂອງທ່ານໄດ້ 2-3 ເດືອນ ແລະ ກໍມີຄວາມໝັ້ນໃຈວ່າມັນສຳໝ່ຳສະເໝີ ຫຼັງຈາກນັ້ນທ່ານກໍສາມາດນຳໃຊ້ວິທີນີ້ໄດ້. ໃຫ້ຫຼີກລ້ຽງການຮ່ວມເພດໃນມື້ທີ 8 ຫາ 19 ຂອງແຕ່ລະຮອບປະຈຳເດືອນ. ຫຼືໃຫ້ໃຊ້ຖົງຢາອະນາໄມແທນ. ເພື່ອໃຫ້ໄດ້ຜົນດີທ່ານຕ້ອງໄດ້ຈື່ໃຫ້ດີວ່າມັນຜ່ານໄປຈັກມື້ແລ້ວ. ຖ້າຫາກວ່າຮອບປະຈຳເດືອນທ່ານປ່ຽນແມ່ນໃຫ້ໃຊ້ວິທີອື່ນຈົນກວ່າຮອບປະຈຳເດືອນທ່ານຈະມາສະໝ່ຳສະເໝີເປັນເວລາຫຼາຍເດືອນອີກຄັ້ງ.

ຮ່າງກາຍຂອງຜູ້ຍິງຜະລິດນຳ້ເມືອກປຽກຢູ່ໃນຊ່ອງຄອດໃນຊ່ວງໄລຍະເວລາທີ່ຈະສາມາດມີລູກໄດ້ເພື່ອຊ່ວຍໃນຕົວອະສຸຈິເຂົ້າເຖິງມົດລູກ. ດັ່ງນັ້ນການກວດເບິ່ງເຍື່ອເມືອກທຸກມື້ອາດຊ່ວຍໃຫ້ລາວຮູ້ວ່າລາວຢູ່ໃນໄລບະເວລາທີ່ຈະສາມາດມີລູກໄດ້.

NWTND FP Page 18-2.png
NWTND FP Page 18-3.png
ໃສ, ປຽກ, ນຳ້ເມືອກໝື່ນ = ຢູ່ໃນໄລຍະເວລາທີ່ຈະສາມາດມີລູກໄດ້ ຂາວ, ແຫ້ງ, ນຳ້ເມືອກໜຽວ = ຢູ່ໃນໄລຍະເວລາທີ່ຈະບໍ່ສາມາດມີລູກໄດ້

ຂາວ, ແຫ້ງ, ນຳ້ເມືອກໜຽວ = ຢູ່ໃນໄລຍະເວລາທີ່ຈະບໍ່ສາມາດມີລູກໄດ້

ເມື່ອຜູ້ຊາຍຖອດອະໄວຍະວະເພດຊາຍອອກຈາກອະໄວຍະວະເພດຜູ້ຍິງກ່ອນທີ່ລາວຈະລັງ່ນຳ້ອະສຸຈິ ພວກເຂົາກໍຈະສາມາດຫຼີກລ້ຽງບໍ່ໃຫ້ຖືພາໄດ້ ຖ້າຫາກວ່າຜູ້ຊາຍນັ້ນຄວບຄຸມໄດ້ດີ ແລະ ກໍເຕັມໃຈປະຕິບັດ. ມັນຈະບໍ່ໄດ້ຜົນດີໃນຜູ້ຊາຍທີ່ມີການຫຼັ່ງນຳ້ອະສຸຈິທີ່ບໍ່ສາມາດຄວບຄຸມໄດ້. ເຖິງແມ້ວ່າຜູ້ຊາຍຈະເຮັດແບບນັ້ນແລ້ວກໍຕາມ ມັນກໍຍັງມີນຳ້ອະສຸຈິຈຳນວນໜື່ງທີ່ປະກອບດ້ວຍຕົວອະສຸຈິອອກມາຈາກອະໄວຍະວະເພດຊາດ ແລະ ກໍສາມາດມີລູກໄດ້. ໃນຄົນທີ່ບໍ່ຕ້ອງການມີລູກແທ້ແລ້ວ ວິທີດັ່ງກ່າວກໍຍັງບໍ່ເປັນວິທີທາງເລືອກທີ່ດີ. ການຖອດອະໄວຍະວະເພດອອກບໍ່ສາມາດປ້ອງກັນພະຍາດຕິດເຊື້ອທາງເພດສຳພັນໄດ້.

ການມີເພດສຳພັນໂດຍບໍ່ຮ່ວມເພດ

NWTND FP Page 19-1.png

ມີຫຼາຍວິທີທີ່ຈະສະນິດກັບຄົນຜູ້ໃດຜູ້ໜື່ງເພື່ອມີເພດສຳພັນທີ່ໜ້າພໍໃຈ ແລະ ສະແດງຄວາມຮັກຜ່ານການຮ່ວມເພດ. ຫຼາຍຄູ່ຝຶກຊ້ອມການຮ່ວມເພດທາງປາກ: ໃຊ້ປາກເພື່ອເຮັດໃຫ້ອະໄວຍະວະເພດຊາຍ ແລະ ຍິງມີຄວາມສຸກ. ທ່ານຈະບໍ່ມາມາດຖືພາໄດ້ໂດຍວິທີນີ້. ການຮ່ວມເພດທາງຮູທະວານກໍບໍ່ສາມາດເຮັດໃຫ້ຖືພາໄດ້ເຊັ່ນກັນ. ແຕ່ທ່ານກໍຍັງສາມາດສົ່ງເຊື້ອພະຍາດທີ່ຕິດຕໍ່ທາງເພດສາພັນໄດ້ຜ່ານການຮ່ວມເພດທາງປາກ ແລະ ຮູທະວານເຊັ່ນ: ເອັສ-ໄອ-ວີ. ການນຳໃຊ້ມືເພື່ອໃຫ້ຜູ້ໃດຜູ້ໜື່ງມີຄວາມຮູ້ສຶກທາງເພດແມ່ນມີຄວາມປອດໄພຫຼາຍ. ມັນບໍ່ສາມາດເຮັດໃຫ້ຖືພາ ແລະ ສົ່ງເຊື້ອພະຍາດທີ່ຕິດຕໍ່ທາງເພດສາພັນໄດ້.



This page was updated: ໒໘ ກັນຍາ ໒໐໑໘