Hesperian Health Guides

ຄວາມກັງວົນແລະບັນຫາຕ່າງໆກ່ຽວກັບການເປັນປະຈຳເດືອນ

ຢູ່ໃນພາກນີ້:

ອາການເຈັບ

ອາການເຈັບທ້ອງເປັນອາການທຳມະດາທີ່ເກີດຂຶ້ນກ່ອນແລະໃນໄລຍະການເປັນປະຈຳເດືອນ, ແລະມັນບໍ່ໄດ້ມີອັນຕະລາຍຫຍັງ. ແມ່ຍິງບາງຄົນຈະຮູ້ສຶກເມື່ອຍຫຼືອາລົມມີການປ່ຽນແປງ, ເຈັບຫົວຫຼືຖອກທ້ອງນຳ. ອາການຕ່າງໆເຫຼົ່ານັ້ນແມ່ນມີສາເຫດມາຈາກການປ່ຽນແປງຂອງຮໍໂມນໃນຊ່ວງທ້າຍຂອງຮອບປະຈຳເດືອນ.

ການປິ່ນປົວ
NWTND wmc Page 4-1.png
  • ໃຫ້ກິນຢາໄອບູໂພຣເຟັນ (ibuprofen) ຫຼືຢາແກ້ປວດຊະນິດບໍ່ແຮງປານໃດ.
  • ຖູຫຼືວ່ານວດທ້ອງນ້ອຍຫຼືວ່າຫຼັງສວ່ນລຸ່ມ
  • ໃຊ້ແກ້ວນຳ້ຮ້ອນຫຼືພາຊະນະທີ່ສາມາດບັນຈຸນຳ້ຮ້ອນໄດ້, ແລະເອົາມາວາງໃສ່ເທິງທ້ອງນ້ອຍຫຼືວ່າຫຼັງສວ່ນລຸ່ມ. ຫຼືວ່າໃຊ້ຜ້າໜາຈຸບນຳ້ຮ້ອນແລ້ວເອົາມາວາງປົກບໍລິເວນທ້ອງນ້ອຍກໍ່ໄດ້.
  • ອອກກຳລັງກາຍຫຼືຍ່າງ. ການເຄື່ອນໄຫວໄປມາສາມາດຊ່ວຍບັນເທົາອາການເຈັບປວດທ້ອງໄດ້ເຊັ່ນກັນ.


ມັນມີວິທີການປິ່ນປົວແບບພື້ນບ້ານແລະການປິ່ນປົວແບບຕ່າງໆສຳລັບປິ່ນປົວອາການເຈັບທ້ອງປະຈຳເດືອນ. ຖ້າວ່າວິທີການປິ່ນປົວຕ່າງໆເຫຼົ່ານັ້ນ ບໍ່ສາມາດຊ່ວຍບັນເທົາຫຍັງໄດ້ຫຼາຍ, ເຈົ້າກໍ່ສາມາດປ່ຽນມາລອງກິນຢາຄຸມກຳເນີດຊະນິດຮໍໂມນລວມທີ່ມີຂະໜາດຕຳ່ເປັນເວລາ 6 ຫາ 12 ເດືອນ. ບາງຄັ້ງຮໍໂມນໃນຢາຄຸມກຳເນີດຈະຊ່ວຍຫຼຸດຜ່ອນອາການເຈັບໄດ້. ເບິ່ງໜ້າ ການວາງແຜນຄອບຄົວ.

ຫາກມີອາການເຈັບຢູ່ບໍລິເວນທ້ອງນ້ອຍເມື່ອບໍ່ໄດ້ເປັນປະຈຳເດືອນແມ່ນເປັນສິ່ງທີ່ຜິດປົກກະຕິ.ມັນອາດຈະມີສາເຫດມາຈາກການຕິດເຊື້ອ, ການຖືພານອກມົດລູກ (ລູກນອກພົກ) (ໃນບົດການເຈັບທ້ອງ, ຖອກທ້ອງແລະພະຍາດແມ່ກາຝາກ (ແມ່ທ້ອງ) (ທີ່ກຳລັງຂຽນຢູ່)), ມະເຮັງ, ຫຼືມີບັນຫາອື່ນໆອີກໃຫ້ໄປພົບແພດໝໍ.

ການລົງເລືອດຫຼືປະຈຳເດືອນມາຫຼາຍໂພດ

ແມ່ຍິງບາງຄົນລົງເລືອດຫຼາຍເກີນໄປ, ຫຼືເປັນປະຈຳເດືອນກິນເວລາຫຼາຍກວ່າໜຶ່ງອາທິດ. ການເສຍເລືອດຫຼາຍນີ້ອາດພາໃຫ້ເກີດພາວະເລືອດຈາງເຊິ່ງຈະເຮັດໃຫ້ຮ່າງກາຍອ່ອນເພຍແລະອິດເມື່ອຍໄດ້. ແມ່ຍິງທີ່ຕິດເຊື້ອເອດສໄອວີແລະປະຈຳເດືອນມາຫຼາຍເກີນໄປມີຄວາມອາດສາມາດມີພາວະເລືອດຈາງໄດ້ຫຼາຍ. ໃຫ້ກິນອາຫານທີ່ມີທາດເຫຼັກຫຼາຍເຊັ່ນ:ຊີ້ນ, ໝາກຖົ່ວ, ໄຂ່, ຜັກທີ່ມີສີຂຽວເຂັ້ມຕ່າງໆ. ເຊິ່ງມັນສາມາດຊ່ວຍທົດແທນສານອາຫານທີ່ຮ່າງກາຍໄດ້ສູນເສຍໄປໃນໄລຍະເປັນປະຈຳເດືອນ. ການກິນອາຫານເສີມທາດເຫຼັກ (ທີ່ກຳລັງຂຽນຢູ່)ແມ່ນເປັນປະໂຫຍດຫຼາຍແກ່ຮ່າງກາຍ .

ການລົງເລືອດຫຼາຍໃນລະຫວ່າງໄລຍະເປັນປະຈຳເດືອນສາມາດເປັນສິ່ງບົ່ງຊີ້ວ່າມີ ກ້ອນເເບົ້າຫຼືຕິ່ງເນື້ອເກີດຂຶ້ນຢູ່ໃນມົດລູກ.

ຖ້າວ່າເຈົ້າກົງວົນໃຈກັບການເປັນປະຈຳເດືອນທີ່ຮຸນແຮງນັ້ນ, ການສັກຢາຄຸມກຳເນີດແລະກິນຢາຄຸມກຳເນີດເປັນປະຈຳທຸກມື້ອາດຈະຊ່ວຍເຈົ້າໄດ້. ໃຫ້ໄປປຶກສາກັບແພດໝໍຫຼືພະນັກງານສາທາລະນະສຸກຜູ້ທີ່ມີປະສົບການໃນເລື່ອງນີ້.

ການໃສ່ຮ່ວງໃນມົດລູກ (IUD), ອາດຈະພາໃຫ້ແມ່ຍິງບາງຄົນເປັນປະຈຳເດືອນຫຼາຍແລະເຈັບທ້ອງຫຼາຍຂຶ້ນກວ່າປົກກະຕິ.

ໃຫ້ຂໍຄວາມຊ່ວຍເຫຼືອຈາກແພດເມື່ອສັງເກດເຫັນວ່າມີອາການເສຍເລືອດຫຼາຍເກີນໄປ(ຮູ້ສຶກອ່ອນເພຍ, ວິນຫົວ, ຜິວໜັງຈືດມ້ານ)

NWTND wmc Page 5-1.png
ຖ້າວ່າພາຍໃນໜຶ່ງຊົ່ວໂມງເຈົ້າຕ້ອງໄດ້ໃຊ້ຜ້າອະນາໄມເຖິງ 2 ອັນສະແດງວ່າປະຈຳເດືອນມາຫຼາຍເກີນປົກກະຕິ.ໃຫ້ຂໍຄວາມຊ່ວຍເຫຼືອຈາກແພດ.

ເປັນປະຈຳເດືອນບໍ່ປົກກະຕິ

ການເປັນປະຈຳເດືອນຕາມປົກກະຕິແມ່ນມັນຈະເລີ່ມເປັນໃນໄລຍະເວລາປະມານດຽວກັນໃນທຸກໆເດືອນແລະມັນເປັນປະມານ 5 ມື້. ແຕ່ວ່າມັນກະມີຄວາມແຕກຕ່າງກັນລະຫວ່າງແມ່ຍິງແຕ່ລະຄົນເພາະບາງຄົນເປັນປະຈຳເດືອນໃທຸກໆ 35 ມື້,ແຕ່ບາງຄົນແມ່ນເປັນປະຈຳເດືອນທຸກໆ 24 ມື້. ແມ່ຍິງບາງຄົນແມ່ນບໍ່ເປັນປະຈຳເດືອນເປັນເວລາຫຼາຍເດືອນ. ບາງຄົນມີຮອບປະຈຳເດືອນສັ້ນ ແລ້ວສອງສາມເດືອນສຳມ ເດືອນຈະມີຮອບປະຈຳເດືອນຍາວຂຶ້ນ. ສິ່ງເຫຼົ່ານີ້ແມ່ນເປັນສິ່ງທຳມະດາສຳລັບແມ່ຍິງເພາະວ່າຮ່າງກາຍຂອງແຕ່ລະຄົນແມ່ນມີຄວາມແຕກຕ່າງກັນ.

ການສັກຢາ ແລະກິນຢາຄຸມກຳເນີດສາມາດຊ່ວຍໃຫ້ການເປັນປະຈຳເດືອນເປັນປົກກະຕິໄດ້.

ປະຈຳເດືອນບໍ່ຄ່ອຍມາ ຫຼືປະຈຳເດືອນບໍ່ມາ

NWTND wmc Page 5-2.png

ປະຈຳເດືອນບໍ່ຄ່ອຍມາຫຼືປະຈໍາເດືອນບໍ່ມາແມ່ນມີສາຍເຫດມາຈາກ:

  • ຖືພາ. (ຫາກປະຈຳເດືອນເຈົ້າບໍ່ມາ) ສາເຫດທີ່ເຈົ້າຕ້ອງຄຳນຶງເຖິງສະເໝີກໍ່ຄືການຖືພາ - ເຖິງແມ່ນວ່າເຈົ້າຈະມີອາຍຸຫຼາຍ, ເຈົ້າມີການຮ່ວມເພດພຽງແຕ່ຄັ້ງດຽວ, ເຈົ້າຍັງໃຫ້ນົມລູກຢູ່, ຫຼືເຈົ້າຄິດວ່າເຈົ້າບໍ່ສາມາດຖືພາໄດ້ກໍ່ຕາມ. ການກວດ(ກວດຍ່ຽວ) ເບິ່ງວ່າເຈົ້າຖືພາຫຼືບໍ່ແມ່ນວິທີການທີ່ແນ່ນອນທີ່ສາມາດບອກໃຫ້ເຈົ້າຮູ້ໄດ້ວ່າເຈົ້າຖືພາແທ້ຫຼືບໍ.
  • ການໃຫ້ນົມລູກນ້ອຍສາມາດເຮັດໃຫ້ປະຈໍາເດືອນບໍ່ມາປະມານສອງສາມເດືອນ.
  • ການສັກຢາຄຸມກຳເນີດຫຼືກິນຢາຄຸມກຳເນີດບາງຊະນິດສາມາດເຮັດໃຫ້ປະຈໍາເດືອນບໍ່ມາໄດ້ເຊັ່ນກັນ. ແຕ່ມັນກໍ່ບໍ່ເປັນອັນຕະລາຍຫຍັງ.
  • ບໍ່ວ່າຈະເປັນຍິງສາວຫຼືມີອາຍຸສູງມັນເປັນເລື່ອງທໍາມະດາແລະບໍ່ເປັນອັນຕະລາຍທີ່ປະຈໍາເດືອນບໍ່ຄ່ອຍມາ.
  • ມີຄວາມກົດດັນຫຼາຍບໍ່ວ່າຈະເປັນຄວາມກົດດັນທາງອາລົມຫຼືທາງຮ່າງກາຍມັນກໍ່ສາມາດເຮັດໃຫ້ມີຜົນກະທົບຕໍ່ການເປັນປະຈໍາເດືອນໄດ້ແຕ່ມັນຈະກັບມາເປັນປົກກະຕິເມື່ອຄວາມກົດດັນຕ່າງໆນັ້ນຫາຍໄປ.
  • ການຂາດສານອາຫານ: ເມື່ອແມ່ຍິງຈ່ອຍຫຼາຍເກີນໄປ, ຮ່າງກາຍຂອງລາວຢຸດການເປັນປະຈໍາເດືອນ.

ການລົງເລືອດໃນລະຫວ່າງຮອບປະຈຳເດືອນ

ແມ່ຍິງບາງຄົນມີເລືອດອອກທາງຊ່ອງຄອດເລັກໜ້ອຍໃນລະຫວ່າງຮອບປະຈໍາເດືອນຖ້າວ່າສິ່ງເຫຼົ່ານີ້ເກີດຂຶ້ນໜຶ່ງຄັ້ງຫຼືສອງຄັ້ງຖືວ່າບໍ່ເປັນບັນຫາຫຍັງ. ຖ້າວ່າມັນຍັງເປັນແນວນີ້ຕໍ່ໄປຢູ່ແມ່ນມັນເປັນອາການຂອງການຕິດເຊື້ອໃນຊ່ອງຄອດ,ຕິດເຊື້ອປາກມົດລູກ, ຫຼືຕິດເຊື້ອໃນມົດລູກ. ສໍາລັບຂໍ້ມູນກ່ຽວກັບການຕິດເຊື້ອຕ່າງໆເຫຼົ່ານີ້ແມ່ນສາມາດເບິ່ງຢູ່ບົດ ບັນຫາເລື່ອງອະໄວຍະວະສືບພັນແລະການຕິດເຊື້ອ (ທີ່ກຳລັງຂຽນຢູ່).

ການມີເລືອດອອກໃນລະຫວ່າງຮອບປະຈໍາເດືອນຫຼາຍຜິດປົກກະຕິສາມາດເປັນອາການຂອງການມີກ້ອນເບົ້າຫຼືຕິ່ງເນື້ອໃນມົດລູກກໍ່ເປັນໄດ້. ການກວດພາຍໃນໂດຍພະນັກງານສາທາລະນະສຸກຜູ້ທີ່ຊຳນານຫຼືກວດໂດຍໃຊ້ເຄື່ອງອາວທຣາຊາວອາດເປັນສິ່ງຈຳເປັນເພື່ອກວດຫາກ້ອນເບົ້າຫຼົ່ານັ້ນ. ຕາມທຳມະດາສຳລັບກ້ອນເບົ້າເຫຼືຕິ່ງເນື້ອໃນມົດລູກແມ່ນບໍ່ຈຳເປັນຕ້ອງປິ່ນປົວກໍ່ໄດ້ແຕ່ຖ້າວ່າພວກມັນກໍ່ໃຫ້ເກີດບັນຫາສຸຂະພາບຕ່າງໆ,ກໍ່ສາມາດຜ່າຕັດເອົາພວກມັນອອກໄດ້. ສຳລັບກ້ອນເບົ້ານັ້ນແມ່ນອາດຕ້ອງໄດ້ຜ່າຕັດອອກແຕ່ສຳລັບຕິ່ງເນື້ອນັ້ນແມ່ນໃຫ້ທ່ານໝໍຜູ້ທີ່ຊຳນານເອົາອອກຢູ່ຕາມຄຼີນິກກໍ່ໄດ້. ທ່ານສາມາດເບິ່ງຂໍ້ມູນເພີ່ມເຕີມເລື່ອງກ້ອນເບົ້າຫຼືຕິ່ງເນື້ອໃນມົດລູກໃນປື້ມຮ່າງໄກແພດ, ນອກນັ້ນກໍ່ຍັງສາມາດເບິ່ງໄດ້ໃນປຶ້ມຄູ່ມືຮັກສາສຸຂະພາບຂອງມູນນິທິເຮັດສະເປຍຣຽນ.

ການມີເລືອດອອກໃນລະຫວ່າງຮອບປະຈໍາເດືອນຫຼືການມີເລືອດອອກຂອງແມ່ຍິງທີ່ມີອາຍຸທີ່ໝົດປະຈຳເດືອນໄປແລ້ວສາມາດເປັນອາການຂອງການເປັນມະເຮັງໄດ້. ໃຫ້ໄປພົບແພດໝໍເພາະວ່າມະເຮັງປາກມົດລູກແມ່ນສາມາດປິ່ນປົວໄດ້ຖ້າຫາກກວດພົບແຕ່ຫົວທີ (ສາມາດເບິ່ງຂໍ້ມູນໄດ້ໃນບົດ ພະຍາດມະເຮັງ).

NWTND wmc Page 5-3.png
ເມື່ອພົບມີສິ່ງທີ່ຜິດປົກກະຕິຫຼືມີອາການເຈັບທ້ອງເມຶ່ອເປັນປະຈໍາເດືອນ, ຢ່າອາຍ - ໃຫ້ໄປປຶກສານຳແພດໝໍໂລດ.

ການມີເລືອດອອກພາຍຫຼັງການຮ່ວມເພດ'ນັ້ນແມ່ນເລື່ອງທີ່ຜິດປົກກະຕິ. ມັນອາດຈະມີສາເຫດມາຈາກການຕິດເຊື້ອທາງເພດສໍາພັນ (ເບິ່ງໃນບົດ ບັນຫາເລື່ອງອະໄວຍະວະສືບພັນແລະການຕິດເຊື້ອ (ທີ່ກຳລັງຂຽນຢູ່), ຫຼືມະເຮັງ. ການມີເລືອດອອກໃນຊ່ອງຄອດນັ້ນກໍ່ສາມາດເກີດໄດ້ຈາກການຮ່ວມເພດທີ່ຮຸນແຮງຫຼືໃຊ້ກຳລັງ.

ເລືອດອອກໃນລະຫວ່າງການຖືພານັ້ນແມ່ນເລື່ອງທີ່ຜິດປົກກະຕິ. ຖ້າເລືອດອອກຕອນເລີ່ມຖືພາໃໝ່ມັນສາມາດເປັນອາການຂອງການລຸລູກກໍ່ເປັນໄດ້. ຫາກເລືອດອອກຕອນຖືພາທ້ອງແກ່ແດ່ແລ້ວນັ້ນແມ່ນສັນຍານອັນຕະລາຍຫຼາຍໆມັນແມ່ນອາການເລືອດອອກທີ່ເກີດມາຈາກສາຍແຮ່ແຍກອອກຈາກມົດລູກ(ແຮ່ໂຄະກ່ອນກຳນົດ). ນີ້ແມ່ນກໍລະນີສຸກເສີນທີ່ຕ້ອງໄດ້ຮັບຄວາມຊ່ວຍເຫຼືອຈາກແພດເພື່ອປ້ອງກັນການຕົກເລືອດຫຼາຍຈົນພາໃຫ້ເສຍຊີວິດ.



This page was updated: ໐໗ ສິງຫາ ໒໐໑໘