Hesperian Health Guides

ຄໍານໍາ

ຢູ່ໃນພາກນີ້:

Deaf Lao Image001.png
ຫາກຖືເອົາ​ບັນຫາ​ຫູໜວກ​ເປັນ​ບັນຫາ​ຂອງ​ຊຸມຊົນ​ ມັນ​ຈະຊ່ວຍ​ໃຫ້​ທ່ານ​ ຊ່ວຍ​ລູກ​ທ່ານ​ ແລະ​ ຊ່ວຍ​ຊຸມຊົນ​ຂອງທ່ານເອງ.

ໃນ​ປະເທດ​ລາວ​ເຮົາ ການ​ຊ່ວຍ​ເຫຼືອ​ເດັກ​ຫູ​ໜອກ ​ຫຼື ​ຄົນ​ມີ​ບັນຫາ​ກ່ຽວກັບການ​ໄດ້ຍິນ ຍັງ​ບໍ່​ໄດ້​ດີ ເທົ່າ​ທີ່​ຄວນ ແລະ​ທົ່ວ​ເຖິງ ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່​ອາໄສ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼີກ; ພວກ​​ເຂົາ​ຍັງ​ຂາດ​ເຂີນ​ໂຮງ ຮຽນ, ພາ​ສາ​ສັນ​ຍະ​ລັກ (ພາສາ​ມື) ແລະ​ອຸປະກອນ​ການ​ຊ່ວຍ​ເຫຼືອ​ຕ່າງໆ. ​ສ່ວນຫຼາຍ ​ຄົນ​ຫູ​ໜວກ​ຈະຖືກ​ປະ​ລະເລີຍ ແລະ​ຢູ່​ຄົນດຽວ​ຕາມລຳພັງ ​ເຊິ່ງ​ສ້າງ​ຄວາມ​ສັບສົນ​ຫຍຸ່ງຍາກ​ໃນ​ການ​ດຳລົງ​ຊີວິດ ແລະ ຂາດການ ຕິດຕໍ່​ສື່ສານ​ກັບຄົນ​ອື່ນ​ໃນ​ຄອບຄົວ ຫຼື ຊຸມຊົນ.

ໂດຍ​ສະເພາະ​ແມ່ນ​ເດັກ​ນ້ອຍ ພວກເຂົາ​ຈະພົບ​ກັບ​ບັນຫາ​ຫຼາຍຢ່າງ​ກັບ​ຄົນ​ອື່ນ ແລະ ສິ່ງ​ແວດລ້ອມ​ທີ່ຢູ່​ອ້ອມ​ຂ້າງ​ເຊັ່ນ: ພວກເຂົາ​ສ່ຽງ​ຕໍ່​ການ​ຖືກ​ກົດຂີ່​ຂົ່ມເຫັງ, ຖືກ​ຂົ່ມຂືນ, ຖືກ​ສ້ໍໂກງ ແລະ​ອື່ນໆ. ສິ່ງ​ເຫຼົ່ານີ້​ເຮັດ​ໃຫ້​ພວກເຂົາ​ນ້ອຍໃຈ ແລະ ມີບັນຫາ​ທາງດ້ານ​ຕ່າງໆ​ເຊັ່ນ: ພວກເຂົາ​ອາດ​ຄິດວ່າ​ຄົນ​ໃນ​ຄອບຄົວ ຫຼື ສັງຄົມ​ປະ​ລະ, ບໍ່ກ້າ​ປະເຊີນໜ້າ​ກັບ​ຄົນ​ອື່ນ, ບໍ່ກ້າ​ສື່ສານ ຫຼື ບອກ​ສິ່ງ​ຕ່າງໆ​ທີ່​ເກີດຂຶ້ນ​ກັບ​ພວກເຂົາເອງ​ເປັນຕົ້ນ.

ດັ່ງນັ້ນ, ເພື່ອ​ຫຼີກລ່ຽງ​ບັນຫາ​ນີ້ ພວກເຮົາ​ຈຶ່ງ​ພະຍາຍາມ​ຊອກເອົາ​ຂ້ໍມູນ ແລະ ວິທີ​ການ​ຕ່າງໆ​ເພື່ອໃຫ້ ພໍ່​ແມ່ ຫຼື ຄົນ​ໃນ​ຊຸມຊົນ​ໄດ້​ຮູ້ຈັກ​ເຊັ່ນ: ການ​ສອນ, ການ​ນຳໃຊ້​ພາສາ​ສັນຍະລັກ, ການ​ປ້ອງກັນຕົວ, ການ​ນຳໃຊ້​ອຸປະກອນ​ຊ່ວຍຟັງ... ເພື່ອ​ຊ່ວຍໃຫ້​ເດັກ​ທີ່​ມີບັນຫາ​ກ່ຽວກັບການ​ໄດ້ຍິນ ໄດ້​ຮຽນຮູ້, ເຂົ້າໃຈ ແລະ ສາມາດ​ສື່ສານ​ກັບ​ຄົນ​ອື່ນໆ​ໄດ້ດີ​ຂຶ້ນ.

ຖ້າຫາກ​ໃນ​ຄອບຄົວ ຫຼື ຊຸມຊົນ​ຂອງທ່ານ​ມີ​ເດັກ​ຫູໜວກ ກໍ່​ຄວນ​ໃຫ້​ກຳລັງໃຈ, ໃຫ້​ຄຳ​ປຶກສາ ແລະ ໃຫ້​ການ​ຊ່ວຍເຫຼືອ​ທາງດ້ານ​ຕ່າງໆ​ເຊັ່ນ: ສອນ​ວິທີການ​ສື່ສານ​ໂດຍ​ການ​ນຳໃຊ້​ພາສາ​ສັນຍະລັກ, ທ່າທີ ແລະ ວິທີການ​ຕ່າງໆ ເພື່ອ​ໃຫ້​ພວກເຂົາ​ມີ​ສ່ວນຮ່ວມ​ໃນ​ຄອບຄົວ ແລະ ຊຸມຊົນ​ຫຼາຍຂຶ້ນ.

ຫວັງວ່າ ປື້ມ​ຫົວນີ້​ຈະໃຫ້​ປະໂຫຍດ, ຄວາມຮູ້ ແລະ ວິທີການ​ຕ່າງໆ ແກ່​ຄົນ​ທີ່​ຈະ​ຊ່ວຍເຫຼືອ​ເດັກ​ທີ່ມີ​ບັນຫາ​ກ່ຽວກັບ​ການ​ໄດ້ຍິນ​ເປັນ​ຢ່າງດີ.


HCWD FrontMatter-2.png

ປຶ້ມໃນຊຸດຊ່ວຍເຫຼືອເດັກພິການຊ່ວງໄວເຍົາ

ໃນທົ່ວໂລກມີເດັກນ້ອຍພິການຢູ່ໂດຍປະມານ 150 ລ້ານຄົນ. ການເອົາໃຈໃສ່ດູແລໃນ​ຊ່ວງປີທຳອິດຫຼັງເກີດນັ້ນແມ່ນມີຄວາມສຳຄັນທີ່ສຸດຕໍ່ພັດທະນາການຂອງເດັກໃນອານາຄົດ. ປຶ້ມໃນຊຸດຊ່ວຍເຫຼືອ​ເດັກພິການຊ່ວງໄວເຍົາແມ່ນມີປຶ້ມຫຼາຍຫົວທີ່ເວົ້າກ່ຽວກັບວິທີການໃນການໃຫ້ຄວາມຊ່ວຍເຫຼືອເດັກພິການໃນໄລຍະ​ຫຼັງເກີດຮອດອາຍຸ 5 ຂວບ.

ປຶ້ມເລົ່ານີ້ແມ່ນສາມາດຊ່ວຍບັນດາເດັກພິການໄດ້ເພາະວ່າປຶ້ມເຫຼົ່ານີ້ຊ່ວຍໃຫ້ຜູ້ເປັນພໍ່ແມ່, ສະມາຊິກທຸກຄົນໃນ​ຄອບຄົວ, ໝູ່ເພື່ອນແລະແພດໝໍເຂົ້າໃຈຄວາມພິການຂອງເດັກແລະໃຫ້ຮູ້ວິທີນຳໃຊ້ກິດຈະກຳສົ່ງເສີມການຮຽນຮູ້​ແບບງ່າຍໆແລະເໝາະສົມກັບເດັກພິການເພື່ອຊ່ວຍໃຫ້ເຂົາເຈົ້າຮຽນຮູ້ແລະເຕີບໃຫຍ່.

ປຶ້ມເລົ່ານີ້ແມ່ນມີປະໂຫຍດແລະສາມາດນຳໃຊ້ໄດ້ໃນຫຼາຍໆປະເທດໃນທົ່ວໂລກຍ້ອນວ່າພວກມັນຂຽນຂຶ້ນມາຈາກ​ການມີສ່ວນຮ່ວມຈາກບັນດາບ້ານຫຼືຊຸມຊົນຕ່າງໆໃນທົ່ວທຸກມູມໂລກ. ເນື້ອໃນຂອງປຶ້ມເຫຼົ່ານີ້ແມ່ນກ່ຽວກັບ:

HCWD FrontMatter-3.png
  • ວິທີການປະເມີນເບິ່ງຄວາມພິການຂອງເດັກວ່າມີຫຼາຍໜ້ອຍ ພຽງໃດ
  • ການນຳໃຊ້ບັນດາກິດຈະກຳສົ່ງເສີມການຮຽນເພື່ອສົ່ງເສີມພັດທະນາການ​ຂອງເດັກ.
  • ເຂົ້າໃຈເຖິງສາເຫດທີ່ພາໃຫ້ພິການ, ວິທີການປິ່ນປົວແລະປ້ອງກັນ.
  • ວິທີຈັດການກັບບັນດາອຸປະສັກໃນການລ້ຽງດູເດັກພິການ.
  • ຮ່ວມມືກັບສະມາຊິກໃນຊຸມຊົນຫຼືບ້ານເພື່ອປັບປຸງວິທີການດູແລເບິ່ງແຍງ​ເດັກພິການແລະຊ່ວຍໃຫ້ເຂົາເຈົ້າມີສ່ວນຮ່ວມໃນກິດຈະກັບຕ່າງໆຂອງ​ຊຸມຊົນຢ່າງຫ້າວຫັນ.

ປຶ້ມແຕ່ລະຫົວແມ່ນຂຽນຂຶ້ນໂດຍໃຊ້ພາສາທີ່ງ່າຍດາຍພ້ອມມີພາບປະກອບນຳ.

HCWD FrontMatter-4.png

ບັນດາຫົວຂໍ້ຕ່າງໆຂອງປຶ້ມໃນຊຸດນີ້ອາດຈະລວມມີ: ການ​ຊ່ວຍເຫຼືອເດັກທີ່ບັນຫາທາງພຶດຕິກຳແລະອາລົມຈິດ, ການຊ່​ວຍເຫຼືອເດັກທີ່ຕິດເຊື້ອເອັດໄອວີ/ເອດ, ແລະການຊ່ວຍເຫຼືອເດັກ​ທີ່ໄດ້ຮັບຜົນກະທົບຈາກສົງຄາມແລະຄວາມຮຸນແຮງຕ່າງໆ.

ຫາກທ່ານສົນໃຈຂໍ້ມູນກ່ຽວກັບປຶ້ມທີ່ພວກເຮົາມີທີ່ເປັນພາສາ​ອັງກິດ ພາສາສະເປນແລະພາສາອື່ນໆ, ລາຄາປຶ້ມແລະລາຍ​ລະອຽດໃນການສັ່ງຊື້, ຫຼືຢາກຮູ້ຂໍ້ມູນເພີ່ມຕື່ມກ່ຽວກັບໜ້າວຽກທີ່​ພວກເຮົາເຮັດ, ທ່ານສາມາດຕິດຕໍ່ຫາພວກເຮົາໄດ້ຕາມທີ່ຢູ່ຂ້າງ​ລຸ່ມນີ້:

ມູນນິທິເຮສະເປີຣຽນ
1919ຖະໜົນແອດີຊັນ, ສູດທ304
ເບິກເກີເລ,ຄາລິບຟໍເນຍ94704,ສະຫະລັດອາເມລິກາ
tel: (1-510) 845-4507
fax: (1-510) 845-0539
email: [email protected]
www.hesperian.org
Logo with words.png