Hesperian Health Guides

ວິທີການນຳໃຊ້ວິກິເພື່ອສຸຂະພາບ Healthwiki (ເຮວວິກິ)

ຢູ່ໃນພາກນີ້:

ການຊອກຫາຂໍ້ມູນ

ໃນເວັບໄຊ້ Healthwiki ກໍ່ມີສາລະບານໃຫ້ຊອກຫາຫົວຂໍ້ທີ່ທ່ານສົນໃຈຄື​ກັບໃນປຶ້ມເຊິ່ງແຕ່ລະບົດກໍ່ໄດ້ຖືກຈັດລຽງຕາມລຳດັບຄືກັນກັບໃນປຶ້ມ​ນັ້ນ.ຢູ່ຂ້າງຂວາມືຂອງທຸກໆໜ້າເວັບໄຊ້ Healthwiki ແມ່ນມີພາກສ່ວນທີ່​ມີລາຍການເນື້ອໃນຫົວຂໍ້ຍ່ອຍທີ່ຈັດລຽງໄວ້ໃນແຕ່ລະບົດທີ່ເອີ້ນວ່າ“ໃນບົດ​ນີ້”.ທ່ານສາມາດກົດຫົວຂໍ້ທີ່ທ່ານສົນໃຈເພື່ອເຂົ້າໄປເບິ່ງລາຍລະອຽດ.

Bg search field.png Button search.png

ທ່ານຍັງສາມາດຊອກຫາຂໍ້ມູນທີ່ຕ້ອງການໄດ້ດ້ວຍການຕີຄຳສັບສຳຄັນ​ທີ່ກ່ຽວຂ້ອງກັບຫົວຂໍ້ທີ່ທ່ານສົນໃຈໃສ່ໃນຫ້ອງສຳລັບຊອກຫາຂໍ້ມູນທີ່ຢູ່​ທາງເທິງສຸດດ້ານຂວາຂອງໜ້າເວັບໄຊ້.ໃນຫຼາຍບົດແມ່ນມີພາກທີ່ເອີ້ນວ່າ“ເຮັດໃຫ້ເກີດການປ່ຽນແປງ”.ເຊິ່ງໃນ​ສ່ວນນີ້ແມ່ນມີຄຳແນະນຳວິທີການໃນການປັບປຸງສຸຂະພາບຂອງແມ່ຍິງໃນບ້ານຫຼືຊຸມຊົນຂອງທ່ານໃຫ້ດີຂຶ້ນ.

ການທຳຄວາມເຂົ້າໃຈການນຳພາທາງໃນເວັບໄຊ້ຂອງພວກເຮົາ

ໃນໜ້າເວັບວິກິ(wiki)ໜຶ່ງອາດຈະບັນຈຸຂໍ້ມູນຈາກຫຼາຍໆໜ້າຂອງປຶ້ມທີ່ພິມແລ້ວ.ໃນໜ້າເວັບນັ້ນຍັງປະກອບມີຂໍ້​ມູນອື່ນໆອີກເຊັ່ນ:ວິທີການໃນການໄປຢ້ຽມຊົມໜ້າເວັບອື່ນໆຂອງwiki,ປຶ້ມຕ່າງໆແລະເວັບໄຊ້ອື່ນໆອີກ. ລິ້ງຕ່າງໆ (ຫຼື​ປ້າຍບອກທາງ) ທີ່ຢູ່ທາງຊ້າຍມືຈະພາທ່ານໄປທີ່:

  • ໜ້າເວັບໄຊ້ຫຼັກຂອງມູນນິທິເຮສະເປີຣຽນ
  • ໜ້າ“ຮ້ານ”ທີ່ທ່ານສາມາດຊື້ປຶ້ມທີ່ທ່ານກຳລັງອ່ານຢູ່ໃນເວັບໄຊ້ນີ້ໄດ້ ເຊິ່ງມັນເປັນສະບັບທີ່ພິມເປັນເຫຼັ້ມແລ້ວ.
  • ບົດຕ່າງໆທີ່ເປັນຟາຍPDFຄືກັນກັບຢູ່ໃນປຶ້ມທີ່ພິມເປັນຫົວທີ່ທ່ານສາມາດພິມອອກຫຼືດາວໂລດມາອ່ານໄດ້.
  • ວິທີພິມອອກມາໃຫ້ຄືກັນກັບທີ່ເຫັນຢູ່ໜ້າຈໍນັ້ນ
  • ເອກະສານດຽວກັນທີ່ເປັນພາສາອື່ນ
  • ໜ້າເວັບທີ່ທ່ານສາມາດສ້າງເອກະສານໃໝ່ເພື່ອແນະນຳການຮັກສາສຸຂະພາບໂດຍໃຊ້ຄວາມຄິດສ້າງສັນຂອງ​ທ່ານປະສົມປະສານກັບເນື້ອໃນທີ່ມີຂອງມູນນິທິເຮສະເປີຣຽນ.

ຄືດັ່ງທີ່ກ່າວໄວ້ຂ້າງເທິງນັ້ນ,ລິ້ງຕ່າງໆ(ຫຼືປ້າຍບອກທາງ)ດ້ານຂວາມືຈະພາທ່ານໄປຍັງໜ້າຕ່າງໆໃນບົດທີ່ທ່ານກຳລັງ​ອ່ານຢູ່ນີ້.

ການປ່ຽນໄປຢ້ຽມຊົມໜ້າເວັບໃໝ່

ຢູ່ທາງກາງເທິງສຸດຂອງໜ້າເວັບແມ່ນມີລິ້ງເຊື່ອມຕໍ່ທີ່ບອກໃຫ້ທ່ານຮູ້ວ່າປຶ້ມຫົວໃດບົດໃດແລະໜ້າໃດທີ່ທ່ານ​ສາມາດເຂົ້າໄປຢ້ຽມຊົມໄດ້. ຫາກທ່ານເລື່ອນເມົ້າມາກົດລົງເທິງຊື່ປຶ້ມທີ່ທ່ານຕ້ອງການອ່ານລິ້ງທີ່ທ່ານກົດນັ້ນກໍ່ຈະ​ພາທ່ານໄປຍັງສາລະບານທັງໝົດຂອງປຶ້ມຫົວນັ້ນ. ຖ້າທ່ານກົດລົງເທິງບົດໃດບົດໜຶ່ງມັນກໍ່ຈະພາທ່ານເຂົ້າໄປຫາ​ຕອນຕົ້ນບົດນັ້ນທັນທີ.

ດັ່ງທີ່ໄດ້ກ່າວມານັ້ນຂ້າງເທິງນັ້ນ,ບັນດາລິ້ງ(ຫຼືປ້າຍບອກທາງ)ດ້ານຂວາມືຈະພາທ່ານໄປຍັງໜ້າຕ່າງໆໃນບົດທີ່ທ່ານ​ກຳລັງອ່ານຢູ່ນີ້.

ຂໍ້ມູນເພີ່ມເຕີມ
ທັກສະ​ທາງສັງຄົມ

ຂໍ້ຄວາມຂີດກ້ອງສີແດງແມ່ນລິ້ງທີ່ເຊື່ອມຕໍ່ຫາຂໍ້ມູນທີ່ກ່ຽວຂ້ອງໃນປຶ້ມ.ໃນປຶ້ມ​ທີ່ພິມນັ້ນມັນອາດຂຽນວ່າ“ເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່ໜ້າ 121”;ແຕ່ໃນເວັບ​ໄຊ້wikiທ່ານພຽງແຕ່ໃຊ້ເມົ້າກົດໄປທີ່ລິ້ງຂໍ້ມູນທີ່ທ່ານສົນໃຈນັ້ນມັນກໍ່ຈະພາທ່ານໄປຫາໜ້າເວັບທີ່ມີຂໍ້ມູນນັ້ນທັນທີ.ຫາກທ່ານຢາກກັບມາຫາໜ້າເວັບເດີມທີ່​ທ່ານຫາກໍ່ຢ້ຽມຊົມກ່ອນໜ້າ,ໃຫ້ທ່ານກົດໄປທີ່ລູກສອນ“ກັບຄືນ”ທີ່ມັກມີຢູ່ດ້ານຊ້າຍມືເທິງສຸດຂອງໜ້າຈໍ.ບາງເທື່ອ​ຢູ່ເທິງໜ້າເວັບໄຊ້wikiຂອງພວກເຮົາກໍ່ຈັດໃຫ້ມີລິ້ງໄວ້ໃນຂອບສີ່ລ່ຽມທີ່ຂຽນວ່າ“ຂໍ້ມູນເພີ່ມເຕີມ”ເພື່ອເຊື່ອມຕໍ່ໄປຫາ​ຂໍ້ມູນທີ່ກ່ຽວຂ້ອງ.

ໃນທ້າຍສຸດນີ້,ໃນຕອນລຸ່ມສຸດຂອງໜ້າເວັບມັນກໍ່ຈະມີລິ້ງຕ່າງໆທີ່ເຊື່ອມຕໍ່ໄປຍັງໜ້າທີ່ຢູ່ກ່ອນແລະໜ້າຕໍ່ໄປຂອງ​ບົດ.

ຂໍ້ມູນອື່ນໆກ່ຽວກັບວິກິເພື່ອສຸຂະພາບ(Healthwiki)

ໃນວິກິເພື່ອສຸຂະພາບ(Healthwiki)ຍັງມີປຶ້ມຈາກທາງມູນນິທິເຮສະເປີຣຽນຫຼາຍຫົວ.ແຕ່ປຶ້ມຢູ່ໄກແພດຫົວໃໝ່​ແມ່ນຍັງບໍ່ໄດ້ເອົາເຂົ້າມາໄວ້ເທື່ອເພາະມັນກຳລັງຢູ່ໃນຊ່ວງປັບປຸງຂຽນຄືນໃໝ່.ດັ່ງນັ້ນຢູ່ໃນHealthwikiແມ່ນຈະມີ​ບາງບົດທີ່ຫາກໍ່ອອກໃໝ່ລ້າສຸດເທົ່ານັ້ນ ແລະໃນບັນດາບົດເລົ່ານັ້ນທ່ານຈະເຫັນວ່າມີບາງ“ລິ້ງ”ເປັນສີຂີ້ເຖົ່າທີ່ຍັງກົດ​ໃຊ້ບໍ່ທັນໄດ້ເທື່ອນັ້ນກໍ່ຍ້ອນວ່າບົດເລົ່ານັ້ນຍັງບໍ່ທັນແລ້ວເທື່ອ ເຊິ່ງທາງທີມງານຂໍອະໄພມານະທີ່ນີ້ດ້ວຍສຳລັບຄວາມ​ບໍ່ສະດວກແລະພວກເຮົາກໍ່ຫວັງເປັນຢ່າງຍິ່ງວ່າຂໍ້ມູນໃນບັນດາບົດຕ່າງໆທີ່ມີກ່ອນປຶ້ມຫົວນີ້ຈະແລ້ວສົມບູນນັ້ນຄົງ​ຈະເປັນປະໂຫຍດສຳລັບທ່ານຜູ້ອ່ານ. ໃນປຶ້ມບາງຫົວແມ່ນຈະມີ“ດັດຊະນີບັນຫາສຸຂະພາບ”ຕ່າງໆໄວ້ໃນສ່ວນໜ້າ​ສີຂຽວຕອນຕົ້ນ. ເຊິ່ງໃນໜ້າດັດຊະນີນີ້ມັນຈະໃຫ້ທ່ານຮູ້ວ່າຢູ່ໃນສ່ວນໃດຂອງປຶ້ມທີ່ບັນຫາສຸຂະພາບແລະຢາປົວມັນ​ໄດ້ຖືກລະບຸໄວ້.ໜ້າ“ດັດຊະນີບັນຫາສຸຂະພາບ”ຊ່ວຍໃຫ້ທ່ານຊອກເຫັນຂໍ້ມູນບັນຫາສຸຂະພາບຕ່າງໆໄດ້ໄວຂຶ້ນແຕ່ນັ້ນ​ກໍ່ບໍ່ໄດ້ໝາຍຄວາມວ່າມັນຈະທົດແທນການສຶກສາເນື້ອໃນປຶ້ມນີ້ຢ່າງລະອຽດໄດ້. ໃນປຶ້ມບາງຫົວຂອງພວກເຮົາໄດ້​ມີການນຳໃຊ້ຮູບພາບຫຼືຂໍ້ຄວາມພິເສດສະເພາະເພື່ອສື່ໃຫ້ກັບຜູ້ອ່ານໃຫ້ຮູ້ຂໍ້ມູນອັນສຳຄັນຫຼືຂໍ້ມູນທີ່ບອກຢູ່ຊ້ຳໆເຊັ່ນ:

ເອົາຄົນເຈັບໄປຫາໝໍ!

Get help right away!

ສຳຄັນ! ເປັນຂໍ້ມູນທີ່ສຳຄັນຫຼາຍ

NBgrnimportant.png
ນີ້ເປັນສັນຍານບົ່ງບອກເຖິງອັນຕະລາຍ!
Icon-cautionpregnant.png
ຈົ່ງລະມັດລະວັງແທ້ໆໃນການໃຊ້ຢາໃນຊ່ວງຖືພາ
Icon-nopregnant.png
ຫ້າມໃຊ້ຢານີ້ໃນຊ່ວງຖືພາ
Icon-cautionbreastfeeding.png
ຈົ່ງລະມັດລະວັງແທ້ໆໃນການໃຊ້ຢານີ້ຖ້າເຈົ້າໃຫ້ລູກກິນນົມ
Icon-nobreastfeeding.png
ຫ້າມໃຊ້ຢານີ້ຖ້າເຈົ້າໃຫ້ລູກກິນນົມ

ຕາມປົກກະຕິແລ້ວໃນປຶ້ມຂອງມູນນິທິເຮສະເປີຣຽນແມ່ນຈະມີບົດໜຶ່ງທີ່ເອີ້ນວ່າ“ແຫຼ່ງຂໍ້ມູນອື່ນໆ”ຫຼື“ບ່ອນທີ່​ສາມາດຫາຂໍ້ມູນເພີ່ມເຕີມໄດ້”ເຊິ່ງມີລາຍຊື່ປຶ້ມ, ເອກະສານແລະອົງການຈັດຕັ້ງຕ່າງໆທີ່ພວກເຮົາເຫັນວ່າມີ​ປະໂຫຍດສະເພາະໃນການຊ່ວຍແກ້ໄຂບັນຫາທາງດ້ານສຸຂະພາບ.ທ່ານຈະເຫັນລິ້ງເຊື່ອມຕໍ່ຫາບົດດັ່ງກ່າວນີ້ໄດ້ໃນ​ໜ້າເວັບສາລະບານຂອງປຶ້ມແຕ່ລະຫົວ. ໃນໜ້າເວັບໄຊ້ປຶ້ມແລະແຫຼ່ງຂໍ້ມູນຕ່າງໆແລະພ້ອມນີ້ລິ້ງດັ່ງກ່າວກໍ່ຍັງມີຢູ່​ໃນໜ້າເວັບທີ່ເປັນພາສາຕ່າງປະເທດອື່ນໆອີກ.ທ່ານຈະເຫັນວ່າມີລິ້ງຫຼາຍໆອັນທີ່ພາທ່ານໄປຫາ“ແຫຼ່ງຂໍ້ມູນອື່ນໆ”.ຈົ່ງ​ນຳໃຊ້ບັນດາລິ້ງເລົ່ານີ້!ໄດ້ມີເຄືອຄ່າຍຂອງກຸ່ມຄົນທີ່ເຮັດວຽກເພື່ອສົ່ງເສີມສຸຂະພາບແລະຄວາມເປັນທຳໃນ​ສັງຄົມ.ເມື່ອທ່ານກົດເຂົ້າໄປໃຊ້ແລ້ວແລະພົບເຫັນວ່າລິ້ງນັ້ນໃຊ້ການບໍ່ໄດ້,ຫຼືຖ້າຫາກທ່ານຄິດວ່າຍັງມີແຫຼ່ງ​ຊັບພະຍາກອນອື່ນອີກທີ່ຄວນເອົາມາເພີ່ມຕື່ມອີກກໍ່ຂໍຄວາມກະລູນາຕິດຕໍ່ຫາພວກເຮົາໄດ້ຕາມທີ່ຢູ່ອີເມວຕໍ່ໄປນີ້:​ [email protected].

ປຶ້ມນີ້ແມ່ນສາມາດປັບປຸງໃຫ້ດີຍິ່ງໆຂຶ້ນໄດ້ດ້ວຍຄວາມຊ່ວຍເຫຼືອຂອງທຸກໆ​ທ່ານ

ຖ້າຫາກທ່ານມີແນວຄິດດີໆຫຼືມີວິທາງທີ່Healthwikiຈະສາມາດຕອບສະໜອງຄວາມຕ້ອງການຂອງທ່ານໄດ້ດີຍິ່ງຂຶ້ນ​ນັ້ນ,ຫຼືຖ້າຫາກທ່ານມີຄຳແນະນຳເພື່ອໃຫ້ປ່ຽນແປງເນື້ອໃນຂອງປຶ້ມຕ່າງໆເພື່ອໃຫ້ມັນດີຂຶ້ນ, ກະລູນາຕິດຕໍ່ຫາພວກ​ເຮົາໄດ້ທີ່:[email protected]. ພວກເຮົາລໍຖ້າຟັງຄຳຄິດເຫັນຂອງທ່ານຢູ່!