Hesperian Health Guides
ບັນຫາກ່ຽວກັບຕາ ແລະ ການເບິ່ງເຫັນ: ຢາຕ່າງໆ
ລ້າງມືທຸກຄັ້ງກ່ອນ ແລະຫຼັງການຢອດ ຫຼື ໃສ່ຢາຕາຊະນິດຂີ້ເຜີ້ງເພາະການຕິດເຊື້ອຕາສາມາດແຜ່ກະຈາຍໄດ້ງ່າຍ ໂດຍການ ສໍາຜັດໜ້າຂອງຄົນຈັບຕາ ແລະແລ້ວເອົາມືມາສໍາພັດຕາຂອງຕົນເອງ. ແກ້ວຢາຢອດຕາມາພ້ອມກັບຝາປິດ. ຊວ່ຍໄຂຝາ ແລະ ສະແດງວິທີການນໍາໃຊ້ໃຫ້ຄົນເຈັບເບິ່ງເຖິງການຢອດຕາ 1 ຢອດ.
ເພື່ອໃຫ້ໄດ້ຜົົົນດີ, ຢາຢອດ ແລະ ຢາຕາຊະນິດຂີ້ເຜິ້ງ (ຫຼື ອອຍເມັ້ນ) ຕ້ອງໃສ່ໃຫ້ເຂົ້າໄປໃນດວງຕາ - ບໍ່່ແມ່ນໃສ່ຢູ່ນອກ - ໜັງຕາ. ໃສ່ຢາຕາຊະນິດຂີ້ເຜິ້ງ (ຫຼື ອອຍເມັ້ນ) ຈະຢູ່ໄດ້ດົນກັບຕາ ແລະໄດ້ຜົນດີເມື່ອໃຊ້ເວລາກາງຄືນ, ແຕ່ວ່າມັນ ຈະເຮັດໃຫ້ມົວຕາຊົ່ວຄາວ, ສວ່ນຢາຢອດແມ່ນຈະສະດວກໃນເວລາກາງເວັນ.
ເພື່ອຫຼີກລ້ຽງບໍ່ໃຫ້ແບັກທິເລຍກະຈາຍ, ບໍ່ຄວນໃຫ້ຫຼອດ ຫຼື ກອ່ງຢາຢອດສໍາພັດກັບໜວ່ຍຕາ. |
ອອຍເມັ້ນ) ແມ່ນໃຫ້, ຄອ່ຍໆເອົາຫຼອດເຂົ້າໄປໄກ້ເປືອກຕາເບື້ອງລຸ່ມ ແລະ ປີບຢາທາເຂົ້າໄປຕາມລວງຍາວຂອງຕາ, ເລີ່ມຈາກມຸມແຈເບື້ອງໃນຕາອອກມາຫາຂອບຕາ.
ການໃຊ້ຢາຢອດຕາ, ແມ່ນໃຫ້ດຶງໜັງຕາດ້ານລຸ່ມອອກມາໃຫ້ເປັນບ່ອນທີ່ສາມາດເກັບນ້ຳໄວ້ໄດ້ເມື່ອເຮົາຢອດຢາໃສ່ໄດ້. ແລະ ບີບຢາອອກຈາກກ໋ອງປະມານ 1-2 ຢອດ ໃນຂະນະທີ່ກຳລັງຈອ້ງເບິ່ງກອ່ງຢານັ້ນ. ຄອ່ຍໆຫຼັບຕາ, ແຕ່ບໍ່ໃຫ້ສີ ຫຼື ສໍາຜັດຕາ. ຢາທີ່ຢອດເຂົ້າໄປນັ້ນສວ່ນຫຼາຍຈະກະຈາຍໄປທົ່ວດວງຕາ.
ເນື້ອໃນ
ປະເພດຂອງຢາຢອດຕາທີ່ນິຍົມໃຊ້
ຢາຢອດຕາທີ່ມີຢາຕ້ານເຊື້ອແມ່ນໃຊ້ເພື່ອປິ່ນປົວຕາຕິດເຊື້ອ ທີ່ເກີດຈາກການມີແບກທິເລຍເຂົ້າໄປໃນດວງຕາ. ຢາປະເພດນີ້ກໍຍັງມີໃນຮູບແບບຊະນິດຂີ້ເຜຼິ້ງ (ຫຼື ອອຍເມັ້ນ). ຢາຢອດ ຫຼື ຢາທາຕາທີ່ເປັນຢາຕ້ານເຊື້ອຈະບໍ່ສາມາດ ປິ່ນປົວອາການຂັດ (ລະຄາຍເຄືອງໃນຕາ) ຫຼື ຕາແດງທີ່ເກີດຈາກເຊື້ອພະຍາດອື່ນ.
ຢາຢອດຕາທີ່ປະສົມຢາແອນຕີຮິດຕາມິນ (antihistamines) ເພື່ອໃຊ້ແກ້ອາການທີ່ມີນໍ້າຕາໄຫຼຕະຫຼອດ, ຕາແດງ ແລະ ຄັນຕາເຊິ່ງເກີດຈາກການແພ້ (ເຊັ່ນ: ອາຫານ, ກິ່ນ ແລະ ອື່ນໆ). ໃຊ້ຜ້າແພຈຸ່ມນໍາເຢັນປົກດວງຕາຊວ່ຍຫຼຸດຜອ່ນ ອາການຄັນຫຼຸດລົງ ແລະ ບໍ່ມີຜົນກະທົບຫຍັງ.
ຢາຢອດຕາສໍາລັບເຮັດໃຫ້ຕາຊຸຸ່ມຊື່ນ, ເອີ້ນວ່ານໍາຕາປອມ ຫຼື ນໍ້າຕາທໍາມະຊາດ, ໃຊ້ເວລາທີ່ດວງຕາແຫ້ງ. ຢາປະເພດນີ້ສາມາດໃສ່ຢາໄດ້ເຖິງ 4 ຄັ້ງຕໍ່ມື້ ແລະ ໃສ່ເວລາກາງຄືນກອ່ນນອນອີກ. ຫຼັບຕາໂດຍໃຊ້ແຂນ ກ່າຍປົກຕາປະມານ 5-10 ນາທີ ແລະ ເຮັດແບບນີ້ 1-2 ຄັັ້ງຕໍ່ມີື້ຈະຊວ່ຍໃຫ້ຕາຂອງເຈົ້າສ້າງ ຄວາມຊຸ່ມຊືນ ພາຍໃນມັນເອງ.
ຢາຢອດຕາທີ່ມີສວ່ນປະກອບຂອງນາທາໄມຊີນ (natamycin) ເຊິ່ງບາງເທື່ອແພດ ຫຼື ພະນັກງານສາທາລະນະສຸກ ກໍໃຊ້ຢານີ້ເພື່ອປ້ອງກັນຕາຕິດເຊື້ອຍ້ອນເຊື້ອລາເວລາມີບາດແຜບໍລິເວນແກ້ວຕາ.
ຢາຢອດຕາທີ່ມີສວ່ນປະກອບຂອງ ເຕຕຣາຮິໂຣໂຊລິນ (tetrahydrozoline) ຫຼື ນາໂຊລິນ (naphzoline) ເຊິ່ງຈະເຮັດໃຫ້ຫຼອດເລືຶຶອດແດງຫົດຕົວລົງ ແລະ ເຮັດໃຫ້ຕາບໍ່ເປັນສີແດງ. ຢານີ້ບໍ່ໄດ້ປິ່ນປົວສາເຫດທີ່ເຮັດໃຫ້ຕາແດງ, ດັ່ງນັ້ນ ບໍ່ຈໍາເປັນທີ່ຕ້ອງເສຍເງິນຊື້ຢານີ້ມາໃຊ້.
ຢາຢອດຕາທີ່ມີສານສະເຕີລອຍ (ເຊັ່ນ: ເປັຣດນີໂສໂລນ (prednisolone) ຫຼື ເດຊາເມັດທາໂຊນ (dexamethasone)) ເພື່ອຫຼຸດຜ່ອນການອັກເສບຕາຫຼັງຈາກການຜ່າຕັດ ຫຼື ວ່າມີພະຍາດຕາອື່ນໆ. ຖ້ານໍາໃຊ້ບໍ່ຖືກວິທີ, ສານດັ່ງກ່າວ ນີ້ກໍຈະເປັນອັນຕະລາຍຕໍ່ດວງຕາ ຫຼື ອາດຈະເຮັດໃຫ້ເກີດບັນຫາອື່ນໆກັບດວງຕາ ເຊິ່ງຈໍາເປັນຕ້ອງໄດ້ຮັບການ ປິ່ນປົວດວ້ຍວິທີການອື່ນ.
ການປິ່ນປົວພະຍາດຕາດວ້ຍການໃຊ້ຢາຕ້ານເຊື້ອ
ການປິ່ນປົວຕາທີ່ນໍາໃຊ້ຢາຕ້ານເຊື້ອ ເຊິ່ງຈະມີຄໍາວ່າ “ຕາ” ຫຼື “ກ່ຽວກັບຕາ ຫຼືພະຍາດຕາ” ທີ່ຂຽນຕິດຢູ່ຕາມຫຼອດ ຫຼື ຂ້າງກ່ອງຢາ ແມ່ນບອກໃຫ້ຮູ້ວ່າມີຄວາມປອດໄພທີ່ຈະໃຊ້ກັບຕາ. ຫ້າມໃຊ້ຢາທີໃຊ້ກັບຜີວໜັງມາໃຊ້ກັບຕາ.
ຢາຕ້ານຕາເຊື້ອຊະນິດຂີ້ເຜິ້ງ (ຫຼື ອອຍເມັ້ນ) ແລະ ຢາຢອດຕານັ້ນຊວ່ຍປິ່ນປົວການຕິດເຊື້ອໃນຕາທີ່ມີສາເຫດມາຈາກເຊື້ອແບັກທິເຣຍ ແລະ ປິ່ນປົວແກ້ວຕາເປັນບາດ. ຄີມອີລີໂທໄມຊີນ (erythromycin) ຫຼື ເຕທຣາຊິລິນ (tetracycline) ແມ່ນໃຊ້ກັບເດັກນອ້ຍເກີດໃໝ່ເພື່ອປ້ອງກັນບໍ່ໃຫ້ຕາເດັກຕິດເຊື້ອເຊິ່ງອາດຈະເກີດໃນເວລາເກີດອອກມາ.
ຢາຕ້ານເຊື້ອທີ່ມັກໃຊ້ໃນຢາປິ່ນປົວຕາປະກອບມີ:
- 1% ຄີມເຕທຣາຊິລິນ (tetracycline)
- 0.5% ຫຼື 1% ຄີມອີລີໂທໄມຊີນ (erythromycin)
- 0.5% ຢາຢອດຕາຊິໂປຣໂຟຊາຊີນ ຫື ຢາຕາ (ciprofloxacin)
- 0.3% ຢາຢອດຕາຊິໂປຣໂຟຊາຊີນ ຫຼື ຢາຕາຊະນິດຂີ້ເຜິ້ງ (ຫຼື ອອຍເມັ້ນ) (ofloxacin)
- 0.3% ຢາຢອດຕາເຈັນຕາໄມຊິນ (gentamycin)
- 10% ຢາຢອດຕາຊັນເຟດຕາມິດ (sulfacetamide)
- 0.5% ຢາຢອດຕາໂຊຣາເຟນິໂຄ (chloramphenicol)
ເພື່ອຢາກໃຫ້ຢາທັງສອງຊະນິດລວມມີຢາຢອດ ແລະ ຢາຕາຊະນິດຂີ້ເຜຼິ້ງ (ຫຼື ອອຍເມັ້ນ) ໃຫ້ໄດ້ຮັບຜົນ, ມັນໄດ້ຜົນ ຫຼື ຄ ີມ, ຕ້ອງໃສ່ໄປໃນໜັງຕາ, ບໍ່ແມ່ນໃຊ້ພາຍນອກ. ສະແດງໃຫ້ຮູ້ວິທີການນໍາໃຊ້.
ສໍາລັບຄົນທີ່ເປັນຕາແດງທີ່ເກີດຈາກເຊື້ອແບກທິເຣຍ.
ໃຊ້ຢາປິ່ນປົວຕາບໍ່ວ່າຈະເປັນຢາຕາຊະນິດຂີ້ເຜຼິ້ງ (ຫຼື ອອຍເມັ້ນ) ຫຼື ຢາຕ້ານເຊື້ອ ຢອດໃສ່ຕາທັງ 2 ຂ້າງ 4 ຄັ້ງຕໍ່ມືຕະຫຼອດ 7 ມື້. ເຖິງແມ່ນວ່າການເປັນຕາແດງມີອາການດີຂື້ນ, ຄວນຈະສືບຕໍ່ໃສ່ຢາໃນຕະຫຼອດ 7 ວັນ ເພື່ອຈະເຮັດດວງຕາ ບໍ່ຕິດເຊື້ອອີກ. ໃນການປິ່ນປົວຮັກສາຕາແດງນີ້, ບາງຄັ້ງອາດໃຊ້ເວລາ 2 ມື້ເພື່ອຢາຈະອອກລິດ.
ການປິ່ນປົວຮັກສາບາດແຜໃນແກ້ວຕາ
ຢອດຢາຕ້ານເຊື້ອຕາທຸກໆຊົ່ວໂມງ ແລະ ສົ່ງໄປປິ່ນປົວຢູ່ໂຮງໝໍ ຫຼື ຄ ິນິກ. ຢອດຢາທຸກໆ 1 ຊົ່ວໂມງຕະຫຼອດ 24 ຊົ່ວໂມງ ແລະ ຖ້າວ່າອາການດີຂື້ນ ກໍປ່ຽນມາຢອດ 4 ຄັ້ງຕໍ່ມື້ພາຍໃນ 7 ວັນ. ຖ້າວ່າຢອດແລ້ວ ອາການບໍ່ດີຂື້ນພາຍໃນ 2 ວັນ ຄວນປຶກສາແພດ ຫຼື ຜູ້ຊ່ຽວຊານ. ສໍາລັບບາດແຜໃນແກ້ວຕານີ້, ຫ້າມເດັດຂາດບໍ່ໃຫ້ໃຊ້ຢາຢອດ ຫຼື ຢາທາທີ່ສວ່ນປະກອບຂອງສານລະລາຍນໍ້າ.
ລິດສີດວງຕາ (ການອັກເສບ ແລະ ມີບາດແຜທີ່ເຍື້ອຫຸ້ມຕາ)
ຖ້າບໍ່ມີຢາອາຊິໂທຣໄມຊິນ(azithromycin)ກໍສາມາດໃຊ້ຢາເຕທຣາຊິລິນ(tetracycline)ທີ່ເປັນຊະນິດຂີ້ເຜຼິ້ງ(ຫຼືອອຍເມັ້ນ)ໄດ້.ໃຊ້ເຕທຣາຊິລິນ(tetracycline)1ເປີເຊັນທາໃສ່ຫນັງຕາທັງສອງຂ້າງ,ທາ2ຄັ້ງຕໍ່1ວັນຕະຫຼອດໄລຍະ6ອາທິດ.
ການປ້ອງກັນບັນຫາກ່ຽວກັບຕາສໍາລັບເດັກນອ້ຍເກີດໃໝ່
ຢາຕ້ານເຊື້ອສາມາດໃຊ້ປ້ອງກັນຕາຂອງເດັກນ້ອຍເກີດໃໝ່ໄດ້ເຊິ່ງອາດຈະຕິດມາຈາກແມ່ໃນເວລາເກີດ. ຫຼັງຈາກໃຊ້ຜ້າແພເຊັດ ຫຼື ນໍ້າລ້າງໜັງຕາຂອງເດັກເກີດໃໝ່ທັນທີທັນໃດແລ້ວ, ໃຫ້ໃຊ້ຢາຕ້ານເຊື້ອຊະນິດຂີ້ຜິ້ງ(ຫຼື ອອຍເມັ້ນ) ໃຫ້ເດັກເກີດໃໝ່ ທຸກຄົນພາຍໃນ 2 ຊົ່ວໂມງຫຼັງຈາກເກີດອອກມາແລ້ວ.
ໃຊ້ຢາເຕທຣາຊິລິນ (tetracycline) 1 % ຫຼື ຢາອີລີໂທໄມຊີນ (erythromycin) 0,5 -1 % ທາດວງຕາທັງສອງ ຂ້າງຂອງເດັກນອ້ຍເກີດໃໝ່ພາຍໃນ 2 ຊົ່ວໂມງຫຼັງຈາກເກີດອອກມາແລ້ວ, ເຊິ່ງໃຊ້ຢາຄັ້ງດຽວເທົ່ານັ້ນ.
ຖ້າບໍ່ມີຢາຕາຊະນິດຂີ້ເຜີ້ງ, ແມ່ນໃຫ້ໃຊ້:
2.5 % ຂອງນໍ້າເກືອໂພວິໂດນ (povidone-iodine).
ຢາອາຊິໂທຣໄມຊິນ
ອາຊິໂທຣໄມຊິນ (azithromycin) ແມ່ນຢາຕ້ານເຊື້ອທີ່ສາມາດປິ່ນປົວການຕິດເຊື້ອຫຼາຍຊະນິດ ເຊິ່ງລວມທັງ ໂລກລິດສິດວງຕາ, ໂດຍກິນພຽງ 1 ເມັດເທົ່ານັ້ນ. ຖ້າພະນັກງານສາທາລະນະສຸກມາເຮັດວຽກໃນບ້ານ ຫຼື ຊຸມຊົນຂອງເຈົ້າເພື່ອປອ້ງກັນໂລກລິດສິດວງຕາ, ເຂົາຈະເອົາອາຊິໂທຣໄມຊິນ (azithromycin) ໃຫ້ຊາວບ້ານກິນ ເພື່ອປິ່ນປົວ ແລະ ປ້ອງກັນໂລກລິດສິດວງຕາ.
ລິດສີດວງຕາ (ການອັກເສບ ແລະ ມີບາດແຜທີ່ເຍື້ອຫຸ້ມຕາ)
ສໍາລັບເດັກນ້ອຍທີ່ມີອາຍຸແຕ່ 6 ເດືອນ ແລະອາຍຸຫຼາຍກວ່າ 6 ເດືອນ, ເຊິ່ງມີນໍ້າໜັກເຖິງ 40 ກິໂລ. ການໃຫ້ຢາແມ່ນຄິດໄລໂດຍອີງຕາມນໍ້າໜັກ: ໃຫ້ຢອດຢາເຂົ້າປາກ 20 ມິນລິກາມ ຕໍ່ ນໍ້າໜັກເດັກນ້ອຍ 1 ກິໂລ. ແຕ່ຫ້າມບໍ່ໃຫ້ປະລິມານກາຍ 1000 ມິນລິກຣາມ (1 ກຣາມ).ວິຕາມິນເອ
ວິຕາມິນເອ ຊວ່ຍປ້ອງກັນຕາບອດກາງຄືນ ແລະ ເຊໂຣບທາເມຍ (xerophthalmia).
ເພື່ອຈະໃຫ້ໄດ້ຮັບວິຕາມິນເອໃນປະລິມານທີ່ພຽງພໍ, ເຮົາຕອ້ງກິນໝາກໄມ້ທີ່ມີສີເຫືອງ ແລະ ຜັກປະເພດຕ່າງໆ, ພຶດຜັກໃບຂຽວ, ແລະ ອາຫານຕ່າງໆເຊັ່ນ: ໄຂ່, ປາ ແລະ ຕັບ. ໃນທອ້ງຖີ່ນທີ່ມັກເກີດພະຍາດຕາບອດກາງຄືນ ແລະ ເຊໂຣບທາເມຍ (xerophthalmia) ນີ້, ການກິນອາຫານທີ່ກ່າວມານີ້ໃຫ້ພຽງພໍແມ່ນບໍ່ຄ່ອຍມັກເປັນ, ດັ່ງນັ້ນ ຄວນໃຫ້ວິຕາມິນເອ ທຸກໆ 6 ເດືອນ.
ຫ້າມບໍ່ໃຫ້ໆວິຕາມິນເອຫຼາຍເກີນກວ່າປະລິມານທີ່ໄດ້ກໍານົດໄວ້. ວິຕາມິນເອແບບແບບແຄບຊູນ, ແບບເມັດ ຫຼື ແບບນໍ້າມັນຫຼາຍເກີນໄປແມ່ນສາມາດເປັນອັນຕະລາຍໄດ້. ຫ້າມບໍ່ໃຫ້ວິຕາມິນເອໃນປະລິມານຕາມປົກກະຕິທີ່ໃຫ້ກັບຜູ້ໃຫ່ຍຄື 200,000 U ກັບເດັກຍິງ ຫຼື ແມ່ຍິງທີ່ຈະຖືພາ ຫຼື ຖືພາໄດ້ 3 ເດືອນແລ້ວເພາະວ່າຈະເປັນອັນຕະລາຍ ຕໍ່ການ ຂະຫຍາຍໂຕຂອງເດັກໃນທອ້ງ. ສໍາລັບແມ່ຍິງຖືພາຈະໄດ້ຮັບວິຕາມິນເອເປັນປົກກະຕິເທື່ອລະໜອ້ຍແທນທີ່ຈະໃຫ້ ໃນປະລິມານຫຼາຍບາດດຽວ.
ໃຫ້ກິນເປັນເມັດ ຫຼື ເປັນແຄັບຊູນ. ແຕ່ສໍາລັບເດັກນອ້ຍແມ່ນໃຫ້ບົດໃຫ້ມຸ່ນແລ້ວປົນກັບກັບນໍ້ານົມແມ່ ຫຼື ອາດຈະຕັດແຄັບຊູນ ແລະ ບີບນໍ້າຢາໃສ່ປາກເດັກນ້ອຍແທນ.
ປ້ອງກັນເດັກນອ້ຍບໍ່ໃຫ້ຂາດວິຕາມິນ
ເປັນສວ່ນໜຶ່ງຂອງໂຄງການປອ້ງກັນສຸຂະພາບ:
ເດັກນອ້ຍທີ່ມີອາຍຸ 6 ເດືອນ ຫາ 1 ປີ: ຄວນໃຫ້ກິນວິຕາມິນ 100,000 ຢູ່ 1 ຄັ້ງ.ເດັກນ້ອຍທີ່ມີອາຍຸຫຼາຍກວ່າ 1 ປີ ຂື້ນໄປ: ໃຫ້ກິນວິຕາມິນ 200,000 U 1 ຄັ້ງ ໃນທຸກໆ 6 ເດືອນ.
ການປິ່ນປົວຮັກສາຄົນຕາບອດກາງຄືນs
ຖ້າຮູ້ວ່າຄົນເຈັບ ບໍ່ສາມາດເບິ່ງເຫັນໄດ້ຊັດເຈນ ຫຼື ມີອາການສະແດງອອກຂອງຕາບອດກາງຄືນ, ຄວນຈັດວິຕາມິນ 3 ໂດ (dose) ໃຫ້ກິນ. ເຊິ່ງວ່າ ໂດ (dose) ທ າອິດແມ່ນ ໃຫ້ກິນທັນທີເລີຍ, ໂດ (dose)ທີສອງຈະໃຫ້ກິນໃນມື້ຕໍ່ມາ ແລະ ໂດ (dose)ທີສາມຈະໃຫ້ອີກ 2 ອາທິດຕໍ່ມາ.
ປະລິມານ (ຫຼື ໂດ (dose))ວິຕາມິນເອທີ່ໃຫ້ແຕ່ເທື່ອໃນຈໍານວນ 3 ເທື່ອ:
ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 6 ເດືອນ: ໃຫ້ເດັກກິນຢາ 50, 000 U.ສໍາລັບເດັກນ້ອຍອາຍຸ 6 ເດືອນ - 1 ປີ: ໃຫ້ເດັກກິນຢາປະລິມານ 100, 000 U ແຕ່ລະເທື່ອ.
ສໍາລັບເດັກນອ້ຍທີ່ເປັນໝາກແດງ
ວິຕາມິນເອ ສາມາດຊ່ວຍປ້ອງກັນປອດອັກເສບ (ຫຼື ປອດບວມ) ແລະ ຕາບອດໄດ້ - ເຊິ່ງເປັນອາການສົນສອງຢ່າງທີ່ມັກເກີດກັບຄົນເຈັບເປັນພະຍາດໝາກແດງ.
ເດັກນ້ອຍອາຍຸ ຕໍ່າກວ່າ 6 ເດືອນ: ໃຫ້ກິນໃນປະລິມານ 50,000 U, ມື້ລະ 1 ຄັ້ງ, ກິນຕິດຕໍ່ກັນ 2 ມື້.ເດັກອາຍຸແຕ່ 1 ປີ ຂຶ້ນໄປ: ໃຫ້ກິນໃນປະລິມານ 200,000 U, ມື້ລະ 1 ຄັ້ງ, ກິນຕິດຕໍ່ກັນ 2 ມື້.
ຖ້າວ່າເດັກໄດ້ຮັບວິຕາມິນເອ ຕາມໂດ (dose) ໃດໜຶ່ງໃນຂ້າງເທິງນີ້ແລ້ວ ໃນໄລຍະ 6 ເດືອນທີ່ຜ່ານມາ, ແມ່ນໃຫ້ເດັກກິນຢາວິຕາມິນເອ ຕາມໂດ ຫຼືປະລິມານທີ່ເຄີຍໄດ້ຮັບມານັ້ນອີກ ແຕ່ເທື່ອນີ້ແມ່ນໃຫ້ກິນພຽງແຕ່ມື້ດຽວເທົ່ານັ້ນ. ຖ້າຄົນເຈັບເປັນໝາກແດງ ມີສະພາວະຂາດສານອາຫານຮຸນແຮງ ຫຼືເລີ່ມສູນເສຍການເບິ່ງເຫັນໄປແລ້ວ, ແມ່ນໃຫ້ຄົນເຈັບກິນວິຕາມິນເອ ໂດທີ 3 ອີກ ຫຼັງຈາກນັ້ນ 2 ອາທິດ.