Hesperian Health Guides

ການເບິ່ງເຫັນບໍ່ເຫັນດີປານໃດ ແລະ ແວ່ນຕາ

ເດັກນອ້ຍ ແລະ ຜູ້ໃຫຍ່ຫຼາຍຄົນມັກຈະເບິ່ງບໍ່ເຫັນດີ. ອາດຈະເບິ່ງບໍ່ເຫັນຄົນອື່ນ ຫຼື ອ່ານຂໍ້ຄວາມໃນປ້າຍຕ່າງ ທີ່ຢູ່ໄກໆ ຫຼື ຕ້ອງໄດ້ອຽງຕາເບິ່ງໃກ້ໆ. ເຂົາເຈົ້າຈະຮູ້ສຶກເຈັບຫົວ ຫຼື ມົວຕາຫຼັງຈາກທີ່ຈ້ອງຕາອ່ານປ້າຍນັ້ນແລ້ວ. ກ່ອນທີ່ຈະຮູ້ວ່າ ຕົນເອງຕ້ອງໄດ້ໃສ່ແວ່ນຕາ. ເມື່ອໃສ່ແວ່ນຕາທີ່ເໝາະສົມກັບສາຍຕາແລ້ວ, ເຈົ້າຈະສາມາດເບິ່ງເຫັນໄດ້ ຊັດເຈນຂື້ນ. ຊອກເບິ່ງວ່າໃນບ້ານ ຫຼື ຊຸມຊົນທີ່ອາໃສຢູ່ມີໂຄງການຊ່ວຍເຫືອທີ່ໃຫ້ບໍລິການແທກສາຍຕາ ແລະ ມີແວ່ນຕາບໍ່ໄດ້ເສຍເງິນ ຫຼື ແວ່ນຕາທີ່ມີລາຄາຖືກບໍ.

NWTND eye Page 27-2.png

ມັນເປັນເລື່ອງປົກກະຕິທີ່ສາຍຕາຂອງເຮົາຈະມີການປ່ຽນແປງໄປຕາມການເວລາ. ເຈົ້າອາດຈະຕ້ອງໄດ້ ປ່ຽນແວ່ນຕາໃນທຸກໆ 2 ຫຼື 3 ປີ.

ແມ່ ກັບລູກສາວຜູ້ທີ່ໃສ່ແວ່ນຕາກໍາລັງເວົ້າກັບແມ່ຍິງອີກຄົນໜຶ່ງ
ແຕ່ກອ່ນຂອ້ຍບໍ່ຢາກໃຫ້ ສາລິຕາ ໃສ່ແວ່ນຕາເລື້ອຍເກີນໄປເພາະຢ້ານລາວຈະເຮັດແຕກ, ແຕ່ວ່າຕອນນີ້ ຂອ້ຍຮູ້ແລ້ວ່າ ລາວຕອ້ງໃສ່ມັນຕະຫຼອດເວລາເພື່ອເຮັດໃຫ້ລາວຈະສາມາດເບິ່ງເຫັນໄດ້ຢ່າງຊັດເຈນ.

ເຄື່ອງວັດແທກໄລຍະການເບິ່ງເຫັນ

 ເດັກນອ້ຍກໍາລັງແທກສາຍຕາກັບເຄື່ອງວັດແທກທີ່ແຂວນຢູ່ຕົ້ນຕານ

ກວດສາຍຕາກັບແຜນວາດວັດແທກອັກສອນ “ອີ” (“E” Chart) (ສາມາດພີມແຜນວາດອັກສອນ “ອີ” ໄດ້ໂດຍການ ກົດລິງນີ້ ‘E’ chart ). ກວດສາຍຕາເທື່ອລະຂ້າງແຍກກັນໂດຍໃຊ້ມື ຫຼື ເຈ້ຍປິດຕາອີກຂ້າງໜຶ່ງໄວ້. ແນມເບິ່ງແຕ່ລະ ແຖວຂອງແຜນວາດອັກສອນ “ອີ” ຫຼື ໃຊ້ມືອີກຂ້າງໜຶ່ງເພື່ອກວດ ແລະ ສັງເກດເບິ່ງວ່າສັນຂອງໂຕອັກສອນ “ອີ” ນັ້ນປີ່ນຂື້ນ, ປິ່ນລົງ ຫຼື ປີ້ນໄປອີກຂ້າງໜຶ່ງ. ແຖວທີ່ມີຕົວອັກສອນຂະໜາດນ້ອຍສຸດ ແມ່ນວັດໄລຍະການເບິ່ງເຫັນ ຂອງສາຍຕາ. ຕົວຢ່າງ, ຖ້າເຮົາສາມາດອ່ານຕົວອັກສອນໃນແຖວທີມີຂະໜາດ 6/12 ໄດ້ເກືອບທັງໝົດ, ແຕ່ວ່າອ່ານ ໄດ້ໜອ້ຍກວ່າເຄິ່ງຂອງຈໍານວນຕົວອັກສອນທີ່ມີຂະໜາດນ້ອຍກວ່າ, ສາມາດເວົ້າໄດ້ວ່າເຮົາມີລະດັບການເບິ່ງເຫັນຢູ່ທີ່ 6/12.



 ວິທີນໍາໃຊ້ພາສາມືເພື່ອສະແດງທິດທາງຂອງອັກສອນ “ອີ” “E” ໃນແຜນວາດອັກສອນ “E” ທີ່ໃຊ້ວັດແທກສາຍຕາ
ໃຊ້ມືຊີ້ໄປຕາມທິດຂອງແກນອັກສອນ “ອີ” (‘E’)/td>
NWTND eye Page 28-2.png
ພີມແຜ່ນວາດອັກສອນ “ອີ” (‘E’) ອອກມາໃຊ້ວັດແທກສາຍຕາ ໂດຍໃຫ້ຜູ້ທີ່ຈະແທກຢືນຫ່າງຈາກແຜນວາດ 3 ແມັດ.

ສໍາລັບຜູ້ໃຫຍ່, ຖ້າໄລຍະການເບິ່ງເຫັນບົກຜ່ອງ (ໝາຍເຖິງພວກເຂົາບໍ່ສາມາດອ່ານຕົວອັກສອນໄດ້ໃນລະດັບ 6/18 ຫຼື ຂະໜາດນອ້ຍກວ່າ), ຄວນພາໄປພົບແພດເພື່ອປິ່ນປົວຕາ. ສໍາລັບເດັກນອ້ຍນັກຮຽນ, ກວດເບິ່ງວ່າເຂົາເຈົ້າສາມາດ ອ່ານຕົວອັກສອນທີ່ຢູ່ໃນແຖວ 6/12 ໄດ້ບໍ. ບາງຄັ້ງນັກຮຽນຮຽນບໍ່ໄດ້ແມ່ນຍອ້ນບໍ່ສາມາດ ເບິ່ງເຫັນໄດຊັດເຈນ ເວລາທີ່ນັ່ງຢູ່ໄກຈາກກະດານ. ໃຫ້ລາວໃສ່ແວ່ນຕາເພື່ອຈະຊວ່ຍໃຫ້ລາວສາມາດຮຽນໄດ້ດີຂື້ນ.

ແຜ່ນວາດອັກສອນ “ອີ” (‘E’) ແມ່ນມີຫຼາຍຂະໜາດທີ່ແຕກຕ່າງກັນໃຫ້ນໍາໃຊ້ເພື່ອ ວັດແທກສາຍຕາໃນໄລຍະ 6 ແມັດ, 3 ແມັດ ຫຼື ອື່ນໆ. ນອນຈາກນີ້ກໍຍັງມີໂປຣແກມສໍາລັບໂທລະສັບມືຖື ທີ່ສາມາດສ້າງອັກສອນ “ອີ” (‘E’) ໄດ້ໃນຫຼາຍຂະໜາດແຕກຕ່າງກັນເພື່ອໃຊ້ວັດແທກສາຍຕາໂດຍບໍ່ຈໍາ ເປັນຕອ້ງໃຊ້ແຜນວາດ. ເພື່ອເຮັດໃຫ້ ຜົນການວັດແທກຖືກຕອ້ງຊັດເຈນ, ຄວນປະຕິບັດຕາມຄໍາແນະນໍາການໃຊ້ແຜ່ນວາດອັກສອນ “ອີ” (‘E’) ຫຼື ໂປແກຣມໃນໂທລະສັບຢ່າງລະອຽດ. ແທກໄລຍະຫ່າງການຢຶນຂອງຜູ້ທີ່ຈະວັດແທກສາຍຕາ ໃຫ້ຖືກຕ້ອງເວລາ ແທກສາຍຕາ.

ແວ່ນຕາອ່ານໜັງສື

 ແວ່ນຕາອ່ານໜັງສື

ຄົນເຮົາເມື່ອມີອາຍຸ 40 ປີ ຂື້ນໄປອາດຈະບໍ່ສາມາດເບິ່ງສິ່ງທີ່ຢູ່ໃກ້ໆໄດ້ດີປານໃດເຊິ່ງຈະເຮັດໃຫ້ມີຄວາມຫຍຸ້ງຍາກຫຼາຍ ໃນການເຮັດວຽກທີ່ຕ້ອງໄດ້ໃຊ້ສາຍຕາເບິ່ງໃກ້ໆເຊັ່ນ: ອ່ານໜັງສື, ໄຈ້ແກ່ນພືດ, ຫຼື ວ່າແຍ່ຮູເຂັມ. ໃສ່ແວ່ນຕາສໍາລັບສາຍຕາຍາວແມ່ນຈະເຮັດໃຫ້ເຫັນສິ່ງຕ່າງໆຢູ່ໃກ້ແຈ້ງຂຶ້ນ ແລະຈະຊວ່ຍຂະຫຍາຍວັດຖຸທີ່ເຮົາເບິ່ງໃຫ້ໃຫຍ່ຂື້ນ ແລະ ສາມາດ ເຫັນໄດ້ຊັດເຈນ. ແວ່ນຕາດັ່ງກ່າວນີ້ແມ່ນມີຂະໜາດການຂະຫຍາຍທີ່ແຕກຕ່າງກັນ. ແວ່ນຕາຂະໜາດ +1 ຊວ່ຍ ຂະຫຍາຍຂະໜາດວັດຖຸໃຫຍ່ຂື້ນໃນລະດັບໃດໜຶ່ງ, +2 ແມ່ນຂະຫຍາຍໃຫຍ່ໃນລະດັບກາງ, ແລະ +3 ແມ່ນສາມາດ ຂະຫຍາຍໄດ້ໃຫຍ່ທີ່ສຸດ. ຈະຮູ້ວ່າແວ່ນຕາຂະໜາດໃດຈຶ່ງເໝາະສົມກັບສາຍຕາຂອງເຮົາ ແມ່ນໃຫ້ລອງໃສ່ແວ່ນ ນັ້ນອ່ານໜັງສື ຫຼື ແຍ່ຮູເຂັມໃນໄລຍະທີ່ເໝາະສົມ.

ຖ້າວ່າຜູ້ໃດມີບັນຫາການເບິ່ງເຫັນທັງໃນໄລຍະໃກ້ ແລະ ບໍ່ສາມາດເບິ່ງເຫັນໄດ້ໃນໄລຍະໄກ, ແວ່ນຕາອ່ານໜັງສືແມ່ນບໍ່ສາມາດຊ່ວຍຫັຍງໄດ້. ຄວນໄປພົບຄ ີນິກຕາເພື່ອກວດວ່າມີຫຍັງບໍ່ທີ່ກໍາລັງສົ່ງຜົນກະທົບຕໍ່ການເບິ່ງເຫັນຂອງພວກເຂົາ.

ຄອນແທັກເລນ ແລະ ການຜ່າຕັດເພື່ອແກ້ໄຂການເບິ່ງເຫັນ

ຄອນແທັກເລນເປັນແຜ່ນຢາງບາງໆທີ່ໃສ່ຕິດກັບຕາເພື່ອແກ້ໄຂການເບິ່ງເຫັນ ຫຼື ວ່າເຮັດໃຫ້ການເບິ່ງເຫັນດີຂື້ນ ເຊິ່ງຄ້າຍຄືກັບການໃສ່ແວ່ນຕາ. ຫຼັງຈາກກວດສາຍຕາແລ້ວ, ແພດຊ່ຽວຊານຕາສາມາດຊວ່ຍເຈົ້າ ໄດ້ໃນການເລືອກ ຄອນແທັກເລນທີ່ເໝາະສົມກັບຕາຂອງເຈົ້າ. ຫ້າມໃຊ້ຄອນແທັກເລນຂອງຄົນອື່ນ. ຫ້າມບໍ່ໃຫ້ໃສ່ຄອນແທັກເລນ ເວລານອນຖ້າວ່າຄອນແທັກເລນນັ້ນບໍ່ແມ່ນແບບທີ່ໃສ່ຂ້າມຄືນ. ຄອນແທັກເລນມີຫຼາຍປະເພດ ແລະ ແຕ່ລະປະເພດ ກໍມີນໍ້າຢາຂ້າເຊື້ອສະເພາະ, ມີວີທີເກັບຮັກສາ ແລະ ລ້າງສະເພາະແຕ່ລະປະເພດ. ຫ້າມໃຊ້ນໍ້າຢາ ຂ້າເຊື້ອທີ່ເຮັດຂຶ້ນມາເອງ.

ເຖິງແມ່ນວ່າການໃສ່ຄອນແທັກເລນຈະມີຄວາມສະດວກ, ແຕ່ມັນກໍ່ສາມາດເປັນອັນຕະລາຍໄດ້ຖ້າບໍ່ລະວັງ ແລະ ໃຊ້ຢ່າງຖືກວິທີ. ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອ, ຕ້ອງລ້າງມືໃຫ້ສະອາດທຸກຄັ້ງກ່ອນສໍາພັດຄອນແທັກເລນ. ຖ້າຮູ້ສຶກຂັດຕາ ຫຼື ລະຄາຍເຄືອງໃນຕາຂອງເຈົ້າ ຫຼື ວ່າຕາເກີດຕິດເຊື້ອ, ໃຫ້ຢຸດໃສ່ຄອນແທັກເລນ ຈົນກວ່າ ຕາຂອງທ່ານຈະດີຂື້ນ. ທໍາຄວາມສະອາດ ແລະ ຂ້າເຊື້ອຄອນແທັກເລນກອ່ນທີ່ຈະໃສ່ມັນກັບເຂົ້າໄປອີກ. ຖ້າຄອນແທັກເລນມີການສິກຂາດ ບໍລິເວນຂອບແມ່ນບໍ່ໃຫ້ໃຊ້. ຖ້າຮູ້ສຶກເຈັບ, ອອກຮອ້ນ, ນໍ້າຕາໄຫ, ຕາແດງຜິດປົກກະຕິ ຫຼື ວ່າມົວຕາ, ນີ້ອາດເປັນ ສັນຍານອັນຕະລາຍທີ່ເກີດຈາກບາດແຜ່ທີ່ແກ້ວຕາ ຫຼື ອາດຈະເປັນຍອ້ນ ບັນຫາອື່ນທີ່ຮ້າຍແຮງ. ຄວນປຶກສາກັບຜູ້ຊ່ຽວຊານຕາ.

ສໍາລັບບາງຄົນເບິ່ງບໍ່ຄ່ອຍເຫັນສາມາດແກ້ໄຂໄດ້ໂດຍການຜ່າຕັດດວ້ຍແສງເລເຊີ (laser) (ການຜ່າຕັດທີ່ໃຊ້ແສງ ທີ່ມີລັງສີສູງແທນການໃຊ້ເຄື່ອງມີຜ່າຕັດອື່ນໆ). ການຜ່າຕັດແບບນີ້ແມ່ນຕ່າງຈາກການຜ່າຕັດ ເພື່ອປິ່ນປົວຕາຕໍ້ກະຈົກ ແລະ ອາດຕ້ອງມີຄ່າໃຊ້ຈ່າຍສູງ. ກ່ອນທີ່ຈະຕັດສິນໃຈຜ່າຕັດ, ມັນເປັນການທີ່ຈະຂ ຄ າປຶກສາ ກັບຜູ້ທີ່ເຄີຍໄດ້ຮັບການຜ່າຕັດຊະນິດນີ້ມາກອ່ນກັບແພດຄົນດຽວກັນທີ່ມີຜົນຂອງການຜ່າຕັດອອກມາດີ.

ຄົນທີ່ຕາບອດ ຫຼື ເບິ່ງບໍ່ຄ່ອຍເຫັນທີ່ບໍ່ສາມາດແກ້ໄຂໄດ້

ບາງຄັ້ງເດັກນອ້ຍທີ່ຕາບອດມາແຕ່ກໍາເນີດ ຫຼື ຄົນທີ່ເບິ່ງບໍ່ຄ່ອຍເຫັນບໍ່ສາມາດປິ່ນປົວ ຫຼື ແກ້ໄຂໄດ້ໂດຍການໃສ່ແວ່ນຕາ, ຜ່າຕັດ ຫຼື ໃຫ້ຢາຊະນິດຕ່າງໆ.

ພວກເຂົາເຈົ້າແມ່ນໄດ້ຮຽນຮູ້ການດໍາລົງຊີວິດກັບຄວາມຕາບອດ ແລະ ການເບິ່ງບໍ່ຄ່ອຍເຫັນ. ດວ້ຍການສະໜັບສະໜຸນຊວ່ຍເຫືອຈາກທັງທາງຄອບຄົວ ແລະ ສັງຄົມ, ຄົນຕາບອດກໍ່ສາມາດເຂົ້າໂຮງຮຽນ, ຫາລ້ຽງຊີບ ແລະ ມີຄອບຄົວຂອງຕົນເອງໄດ້.

 ເດັກນ້ອຍກໍາລັງຢ່າງໂດຍອາໃສຈັບຮາວເຊືອກມັດຕິດໃສ່ກັບຫຼັກ
 ປ້າຍຕິດຢູ່ໜ້າເຮືອນແມ່ນເພື່ອເຕືອນໃຫ້ຜູ້ຂັບຂີ່ໃຫ້ລະວັງເພາະມີເດັກນ້ອຍຕາບອດ

ເພື່ອເຮັດໃຫ້ການດໍາລົງຊີວິດງ່າຍຂື້ນ ແລະ ມີຄວາມປອດໄພສໍາລັບຜູ້ທີ່ເບິ່ງບໍ່ຄ່ອຍເຫັນ ຫຼື ຕາບອດ:

  • ເວລາເວົ້າກັບຄົນຕາບອດ ຫຼືຄົນທີ່ເບິ່ງບໍ່ຄ່ອຍເຫັນເພື່ອແນະນໍາຕົນເອງໃຫ້ລາວຮູ້ວ່າເຈົ້າແມ່ນໃຜ, ເວົ້າກັບລາວເຊິ່ງໜ້າ ແລະ ບອກໃຫ້ລາວຮູ້ວ່າເຈົ້າຈະຢ່າງໄປບ່ອນອື່ນແລ້ວ.
  • ໃຫ້ເຂົາເຈົ້າຈັບແຂນສອກເຈົ້າເວລາຢ່າງໄປນໍາກັນ. ເຈົ້າສາມາດເຕືອນ ແລະເບິ່ງແຍງເຂົາເຈົ້າເວລາ ທີມີອັນຕະລາຍ. ການປະຕິບັດດັ່ງກ່າວນີ້ເປັນການໃຫ້ກຽດຫຼາຍກວ່າທີ່ຈະຈູງແຂນ ຫຼື ຈັບໂຕເຂົາ ເຈົ້າໃຫ້ຢ່າງໄປນໍາກັນ.
  • ສ້າງຮາວຈັບ ຫຼື ສາຍເຊືອກທີ່ບອກທາງໄປຫອ້ງນໍ້າ ຫຼືສະຖານທີ່ອື່ນໆທີ່ເຂົາເຈົ້າໄປໃນແຕ່ລະວັນ.
  • ບໍ່ເຄື່ອນຍ້າຍເຄື່ອງໃຊ້ ຫຼືອຸປະກອນໄປໄວ້ໃນທີ່ຕ່າງໆພາຍໃນເຮືອນ, ໂຮງຮຽນ ຫຼື ບ່ອນເຮັດວຽກ. ແຈ້ງໃຫ້ ເຂົາເຈົ້າຊາບຖ້າເຈົ້າຍ້າຍສິ່ງຂອງຕ່າງໆເຫົ່ານັ້ນ.
  • ຂັບຂີ່ຢ່າງລະມັດລະວັງໃນເຂດທີ່ມີຄົນຕາບອດອາໃສຢູ່. ແຂວນກະດິງໃສ່ງົວ ຫຼື ສັດລ້ຽງອື່ນໆ ເພື່ອເປັນການ ແຈ້ງເຕືອນຜູ້ທີ່ບໍ່ສາມາດເບີິ່ງເຫັນຮັບຮູ້.


ເດັກນອ້ຍພິການ, ລວມເຖິງເດັກຕາບອດ, ແມ່ນມີຄວາມສ່ຽງຫຼາຍທີ່ຈະຖືກລວງລະເບີດຕ່າງໆ ລວມທັງການລະເມີດ ທາງເພດຫາຍກວ່າເດັກນອ້ຍຜູ້ທີ່ສາມາດເບິ່ງເຫັນໄດ້ປົກກະຕິ. ພວກເຂົາຕ້ອງການການປົກປ້ອງຈາກຄອບຄົວ ແລະ ສັງຄົມເພື່ອໃຫ້ເຂົາເຈົ້າມີຄວາມປອດໄພ, ໂດຍສະເພາະຕອນທີ່ຍັງນອ້ຍ.

ສຶກສາເພີ່ມເຕີມຈາກHelping Children Who Are Blind (ປື້ມການຊວ່ຍເຫຼືອເດັກຕາບອດ) ເພື່ອໃຫ້ຮູ້ຫຼາຍຂື້ນວ່າ ເດັກທີ່ເບິ່ງບໍ່ຄ່ອຍເຫັນ ມີການຮຽນຮູ້ ທີ່ຈະເບິ່ງແຍງຕົນເອງ, ໄປໂຮງຮຽນ ແລະ ດໍາລົງຊີວິດທີ່ດີໄດ້ແນວໃດ. ຊວ່ຍໃຫ້ເດັກນ້ອຍໄດ້ໄປມາໃນບ່ອນຕ່າງໆ, ເຂົ້າໃຈສະພາບແວດລ້ອມທີ່ຢູ່ອອ້ມຂ້າງ ແລະຮຽນຮູ້ທັກສະທີ່ເຂົາເຈົ້າຈໍາເປັນຕ້ອງຮູ້ແມ່ນເປັນສິ່ງທີ່ສໍາຄັນຫຼາຍ. ສຶກສາເພີ່ມຈາກA Health Handbook for Women with Disabilities (ປື້ມຄູ່ມືສຸຂະພາບສໍາລັບຜູ້ຍິງພິການ) ເພື່ອໃຫ້ຮູ້ເຖິງວ່າພະນັກງານສາທາລະນະສຸກ, ຄອບຄົວ ແລະ ສັງຄົມສາມາດຊວ່ຍຄົນພິການໃຫ້ມີຊີວິດ ແລະ ສຸຂະພາບທີ່ດີໄດ້ແນວໃດ.



This page was updated: ໒໑ ມີນາ ໒໐໑໙