Hesperian Health Guides

ການເຈັບປ່ວຍທີ່ສົ່ງຜົນກະທົບຕໍ່ດວງຕາ

ການຕິດເຊື້ອ ຫຼື ການເຈັບປ່ວຍຂອງພາກສວ່ນທັງໜົດຂອງຮ່າງກາຍແມ່ນສາມາດສົ່ງຜົນກະທົບຕໍ່ດວງຕາຂອງເຮົາໄດ້. ເມື່ອມີບັນຫາທາງດ້ານສາຍຕາ, ມັນເປັນການດີທີ່ຈະຄ ານຶງເຖິງວ່າມັນອາດຈະຍ້ອນການເຈັບປ່ວຍແນວອຶ່ນ.

ວັນນະໂລກ ສາມາດເຮັດໃຫ້ຕາອັກເສບ ແລະ ເຮັດໃຫ້ຕາແດງໄດ້ ຫຼື ບໍ່ສາມາດເບິ່ງເຫັນໄດ້ຊັດເຈນ. ສວ່ນຫຼາຍແລ້ວ ອາການຂອງວັນນະໂລກຈະສະແດງອອກທີ່ປອດກອ່ນ ຫຼື ສວ່ນອື່ນໆຂອງຮ່າງກາຍ.

ເຊື້ອເຮັດຊ໌ໄອວີ (HIV) ແລະ ໂລກເອດສ໌: ບັນຫາດວງຕາ ແລະ ການສູນເສຍການເບິ່ງເຫັນຂອງຄົນທີ່ມີເຊື້ອເຮັດຊ໌ໄອວີ (HIV) ແມ່ນສາມາດປອ້ງກັນໄດ້ໂດຍກິນຍາຮ່ວມກັບຢາປົວເຮັດຊ໌ໄອວີ (HIV) ເຊິ່ງເອີ້ນວ່າ ເອອາທີ (ART). ຄວນໄປກວດສາຍຕາເບິ່ງກ່ອນ, ຖ້າພົບວ່າຕາມີບັນຫາເຈົ້າສາມາດເລີ່ມປິ່ນປົວໄດ້ເລີຍຖ້າຕອ້ງການ.

ໂລກຜິວໜັງອັກເສບ (ຕຸ່ມເປຶ່ອຍ) ເຊິ່ງບາງຄັ້ງກໍລາມເຖິງຕາ, ເຊິ່ງເຮັດໃຫ້ເກີດບາດແຜຢູ່ແກ້ວຕາທີ່ມີອາການເຈັບ, ຕາຟາງ ແລະ ມີນໍ້າຕາ. ກິນຢາຕ້ານເຊື້ອແລ້ວຈະຊວ່ຍໄດ້. ຫ້າມບໍ່ໃຫ້ໃຊ້ຢາຢອດຕາທີ່ມີສານສະເຕີລອຍ - ເຊິ່ງມັນຈະເຮັດອາການຮ້າຍແຮງກວ່າເກົ່າ.

ບັນຫາທີ່ກ່ຽວກັບຕັບ: ໂລກຂີ້ໝາກເຫືອງ (ເຮັດໃຫ້ໜັງ ແລະຕາເຫືອງ), ເມື່ອຕາຂາວກາຍເປັນສີເຫືອງ (ຫຼື ຜີວໜັງຂອງຄົນຜິວຂາວຈະມີລັກສະນະອອກສີເຫືອງ), ລັກສະນະນີ້ແມ່ນອາການຂອງຕັບອັກເສບ.

ໂລກເບົາຫວານ ແລະ ຄວາມດັນເລືອດສູງ

ຄົນທີ່ເປັນໂລກເບົາຫວານອາດຈະມີບັນຫາດ້ານສາຍຕານໍາ. ເມື່ອເປັນແຮງຂື້ນ, ໂລກເບົາຫວານສາມາດສ້າງ ຄວາມເສຍຫາຍແກ່ດວງຕາໄດ້ (ກໍລະນີທີ່ຮ້າຍແຮງເອີ້ນວ່າ ໂລກເບົາຫວານຂື້ນຕາ). ຖ້າບໍ່ໄດ້ຮັບການປິ່ນປົວ, ໂລກເບົາຫວານສາມາດເຮັດໃຫ້ຕາບອດໄດ້. ຕາມົວແມ່ນສາມາດອາດຈະແມ່ນອາການຂັ້ນເລີ່ມຕົ້ນຂອງການ ມີປະລິມານນໍ້າຕານສູງໃນເລືອດ ແລະ ຄົນທີ່ມີອາການລັກສະນີ້ອາດເປັນໂລກເບົາຫວານກໍໄດ້. ຖ້າມີອາການຕາມົວ, ຫິວນໍ້າ ແລະ ຖ່າຍເບົາຕະຫຼອດ ແມ່ນມີຄວາມເປັນໄປໄດ້ທີ່ຈະເປັນໂລກເບົາຫວານ. ຖ້າມີອາການເຫົ່ານີ້, ການກວດ ສຸຂະພາບທໍາມະດາກໍ່ສາມາດຢັ້ງຢຶນໄດ້ແລ້ວ.

ຊວ່ຍຄົນທີ່ເປັນໂລກເບົາຫວານໂດຍຫຼຼຸດປະລິມານນໍ້າຕານໃນເລືອດ ແລະ ແນະນໍາໃຫ້ເຂົາເຈົ້າໄປພົບແພດເພື່ອປິ່ນປົວຕາ ປີລະຄັ້ງເພື່ອກວດເບິ່ງວ່າດວງຕາຖືກທໍາລາຍຈາກໂລກເບົາຫວານ ຫຼື ບໍ່. ພະຍາດກ່ຽວກັບຕາທີ່ເກີດຈາກ ໂລກເບົາຫວານສາມາດຮັກສາໄດ້ຖ້າຮູ້ໄວ.

ຄວາມດັນເລືອດສູງສາມາສົ່ງຜົນກະທົບຕໍ່ດວງຕາ ແລະ ການເບິ່ງເຫັນໂດຍການທໍາລາຍຫຼອດເລືອດໃນດວງຕາ. ຢາກຈະຮູ້ວ່າຄວາມດັນເລຶອດສູງ ຫຼື ບໍ່ນັ້ນ, ວິທີ່ດີທີ່ສຸດຄືໄປກວດສຸຂະພາບ. ການປ້ອງກັນ ແລະ ປິ່ນປົວຄວາມດັນຈະຊວ່ຍປອ້ງກັນດວງຕາ.

ໂລກຕາບອດ (River blindness ມີເຊື້ອ ພະຍາດ onchocerciasis)

ແມງວັນດໍາຈະມີລັກສະນະຫຼັງກົ່ງດັ່ງໃນຮູບ, ແຕ່ຄວາມຈິງແລ້ວ ແມງວັນມີຂະໜາດໜ້ອຍກວ່າຮູບທໍາອິດ ຫຼາຍ, ມັນອາດຈະເທົ່າກັບຮູບນີ້.
NWTND eye Page 26-1.png
ລັກສະນະຫຼັງກົງຂອງແມງວັນໂຕນອ້ຍໆ

ພະຍາດຕາ ແລະ ພະຍາດຜີວໜັງຊະນິດນີ້ແມ່ນພົບໜອ້ຍຫຼາຍ, ແຕ່ກໍຍັງສາມາດພົບໄດ້ຢູ່ເຂດຕ່າງໆຂອງທະວີບ ອັບຟຣິກາ, ປະເທດເຢເມັນ ແລະ ບາງຊຸມຊົນໃນເຂດ ອາເມຊອນຂອງ ອາເມລິກາໃຕ້. ພະຍາດຕາບອດເກີດຈາກເຊື້ອພະຍາດແມງວັນດໍາເປັນພາຫະນະນໍາເຊື້ອ. ເຊື້ອພະຍາດດັ່ງກ່າວນີ້ຈະເຂົ້າສູ່ຮ່າງກາຍຂອງຄົນກໍຕໍ່ເມື່ອຖືກແມງ ວັນດໍາທີ່ຖືເຊື້ອກັດ.

ອາການທີ່ບອກໃຫ້ຮູ້ວ່າເປັນພະຍາດນີ້
  • ຄັນຕາມຜີວໜັງ ແລະ ເປັນຜື່ນແດງ
  • ສາມາດຮູ້ສຶກໄດ້ວ່າມີຕຸ່ມ ຫຼື ກອ້ນເນື້ອຍາວ 2-3 ຊັງຕີແມັດຢູ່ໃຕ້ຜີວໜັງ


ຖ້າບໍ່ໄດ້ຮັບການປິ່ນປົວ, ຜີວໜັງຂອງເຮົາກໍຈະຄອ່ຍໆຫຽຸ່ວແຫ້ງ ແລະ ແຕກ. ຈະມີຕຸ່ມຂາວໆ ແລະ ແຕກເປັນເກັດຢູ່ບໍລິເວນໜ້າແຂ່ງ.

ການເຈັບປວ່ຍຈາກພະຍາດນີ້ສາມາດເຮັດໃຫ້ເກີດບັນຫາກັບດວງຕາ ແລະ ບາງເທື່ອອາດເຮັດໃຫ້ຕາບອດໄດ້. ໃນເບື້ອງຕົ້ນກໍ່ຈະເປັນຕາແດງ ແລະ ມີນໍ້າຕາໄຫອອກ, ແລະ ຈະຕາມດວ້ຍອາການຂອງມ້ານຕາອັກເສບ.

ການປິ່ນປົວ

ໃຊ້ຢາ ອີເວີເມັກຕິນ (ivermectin) ເພື່ອປິ່ນປົວພະຍາດຕາບອດ. ການໃຫ້ກີນຢາ ອີເວີເມັກຕິນ ໃນທຸກໆຫົກເດືອນ ຫຼື ໜຶ່ງປີ ເປັນສວ່ນໜຶ່ງຂອງການລະດົມໃຫ້ຊຸມຊົນປ້ອງກັນການພະຍາດດັ່ງກ່າວນີ້, ມີພຽງຄົນຈໍານວນໜຶ່ງເທົ່ານັ້ນທີ່ ເປັນພະຍາດນີ້ ແລະ ມັນອາດຈະໝົດໄປຈາກເຂດທີ່ມີຢູ່ໃນປັດຈຸບັນກໍ່ໄດ້.

ການປ້ອງກັນ
  • ແມງວັນດໍາມັກຈະໄຂ່ໃສ່ບ່ອນທີ່ມີນໍ້າໄຫ. ຄວນຖາງ ຫຼື ອະນາໄມພຸ່ມໄມ້ບໍລິເວນຕົ້ນຫວ້ຍ ແລະ ຕາມແຄມ ແມ່ນໍ້າຈະຊວ່ຍຫຼຼຸດຈໍານວນຂອງແມງວັນຊະນິດນີ້ໄດ້.
  • ຫຼີກລຽື້້ງການນອນໃນສະຖານທີ່ກາງແຈ້ງ, ໂດຍສະເພາະໃນເວລາກາງເວັນເພາະ ເປັນເວລາທີ່ແມງວັນດໍາ ມັກກັດຫຼາຍທີ່ສຸດ.
  • ຮວ່ມມືກັບກັບໂຄງການທີ່ເຮັດວຽກເພື່ອຫຼຼຸດຈໍານວນແມງວັນດໍາ ແລະ ພະນັກງານສາທາລະນະສຸກໃນການໃຫ້ຢາ ອີເວີເມັກຕິນແກ່ປະຊາຊົນໃນຊຸມຊົນ ເພື່ອປ້ອງກັນກໍລະນີໃໝ່ໆຂອງພະຍາດຊະນິດນີ້ທີ່ຈະເກີດຂຶ້ນ.


ຮີບຮ້ອນປິ່ນປົວ ເພື່ອປ້ອງກັນບໍ່ໃຫ້ຕາບອດ ແລະ ຫຼຼຸດຜ່ອນການແຜ່ລະບາດຂອງພະຍາດ.


This page was updated: ໒໑ ມີນາ ໒໐໑໙