Hesperian Health Guides

ອາການສຸກເສີນ ແລະ ບາດເຈັບຕາ

ຢູ່ໃນພາກນີ້:

ບັນຫາກ່ຽວກັບຕາບາງຢ່າງ ເປັນຕົ້ນວ່າ ການບາດເຈັບຕາ ກໍ່ຈະແຈ້ງແລ້ວວ່າແມ່ນອາການສຸກເສີນ. ສ່ວນບັນຫາຕາ ອື່ນໆ ເຊັ່ນວ່າ: ຕາມີອາການຕິດເຊື້ອ ຫຼື ຜິດປົກກະຕິຕ່າງໆ, ກໍ່ອາດຖືວ່າເປັນບັນຫາສຸກເສີນທີ່ຮອງລົງມາ, ແຕ່ຖ້າ ພວກມັນມີອາການອັນຕະລາຍສະແດງອອກມາ, ບັນຫາດັ່ງກ່າວນັ້ນກໍ່ສາມາດພາໃຫ້ຕາບອດໄດ້ຢ່າງໄວວາ.

ການປົກປ້ອງດວງຕາ ແລະ ນໍາສົ່ງຄົນເຈັບທີ່ມີອາການຕາທີ່ອັນຕະລາຍໄປປິ່ນປົວສຸກເສີນ:

ອາການສະແດງອອກເຖິງອັນຕະລາຍ
  • ການສູນເສຍການເບິ່ງເຫັນແບບກະທັນຫັນໃນຕາຂ້າງໃດຂ້າງໜຶ່ງ ຫຼື ທັງສອງຂ້າງ
  • ອາການບາດເຈັບທີ່ບາດເຂົ້າໄປໃນແກ່ນຕາ ຫຼື ບາດໜັງຕາ
  • ອາການບາດເຈັບທີ່ມີເລືອດຢູ່ໃນສ່ວນທີ່ເປັນສີຂອງຕາ ຫຼືມ່ານຕາ
  • ຕາມີອາການເຈັບປວດແຮງ ແລະ ມີຈຸດສີເທົາຢູ່ໃນແກ້ວຕາ. ໃນຂະນະສົ່ງຄົນເຈັບໄປປິ່ນປົວ ແມ່ນໃຫ້ໃຊ້ ຢາຕ້ານເຊື້ອອອຍເມັ້ນ ທາຕາ ໄປນໍາ. ອາການດັ່ງກ່າວນີ້ອາດແມ່ນບາດແຜໃນແກ້ວຕາ.
  • ເຈັບປວດພາຍໃນຕາຢ່າງຮຸນແຮງ. ນີ້ອາດແມ່ນອາການມ່ານຕາອັກເສບ ຫຼື ຕາຕໍ້ຫີນກະທັນຫັນ
  • ມີນໍ້າໜອງໃນມ່ານຕາ
  • ໃນເດັກເກີດໃໝ່ (ເດັກອ່ອນ) ຫຼື ເດັກນອ້ຍ, ຮູຕາດໍາມີສີຂຸ້ນມົວ ຫຼື ຂາວ.
  • ການເຫັນຈຸດນອ້ຍໆເລື່ອນລອຍໄປມາໃນຕາ (ໂຟລດເຕີ້ (floaters)) ຖືວ່າບໍ່ເປັນເລື່ອງສຸກເສີນ ເວັ້ນເສຍແຕ່ວ່າ ພວກມັນເລີ່ມຕົ້ນຂຶ້ນຢ່າງໄວວາ ພ້ອມມີແສງສະຫວ່າງແຈ້ງວາບໃນຕາ. ອາການດັ່ງກ່າວນີ້ ເກີດຂຶ້ນເມື່ອຈໍປະສາດຕາ ເຊິ່ງເປັນເນື້ອເຍື່ອບາງໆພາຍໃນດວງຕາລອກ. ຄົນເຈັບຕອ້ງໄດ້ຮັບການຜ່າຕັດ ໂດຍດ່ວນເພື່ອປ້ອງກັນບໍ່ໃຫ້ສູນເສຍການເບິ່ງເຫັນ.
  • ການເຫັນພາບຊ້ອນທັນທີທັນໃດ,ໂດຍສະເພາະຕາທັງສອງຂ້າງເຫັນມັນພ້ອມໆກັນ,ອາການດັ່ງກ່າວນີ້ອາດແມ່ນອາການສະແດງອອກຂອງບັນຫາຕາຫຼາຍຢ່າງ


ໃຫ້ຖືເປັນກໍລະນີປິ່ນປົວສຸກເສີນ ຖ້າອາການຕິດເຊື້ອ ຫຼືອັກເສບຕາ ບໍ່ດີຂຶ້ນພາຍຫຼັງປິ່ນປົວໂດຍການຢອດຢາຕາ ຫຼືທາຢາຕ້ານເຊື້ອຊະນິດອອຍເມັ້ນ ມາເປັນເວລາ 4 ວັນ ແລ້ວ.

NWTND eye Page 8-1.png
ການເຫັນພາບຊ້ອນແມ່ນການເຫັນທຸກສິ່ງຄືກັບວ່າມີສອງອັນ. ການເກີດເຫັນພາບຊ້ອນໃນທັນທີທັນໃດນັ້ນອາດຊີ້ບອກວ່າຕາກໍາລັງມີບັນຫາຮ້າຍແຮງ. ໃຫ້ໄປພົບແພດໝໍເພື່ອປິ່ນປົວໃຫ້ທັນການ..

ການບາດເຈັບຕາ

ວັດຖຸແຫມຄົມ ຫຼື ວັດຖຸໃດກໍ່ຕາມທີ່ສາມາດຂີດບາດຕາ ເຊັ່ນ: ໜາມ, ກິ່ງໄມ້ ຫຼື ເສດເຫັກຈາກໂຮງງານ ຫຼື ຈາກບ່ອນເຮັດວຽກອື່ນໆ ແມ່ນສາມາດ ເຮັດໃຫ້ຕາບາດເຈັບຮ້າຍແຮງໄດ້. ການໄດ້ຮັບການປິ່ນປົວຈາກບຸກຄະລາກອນທາງການແພດ ຜູ້ທີ່ມີປະສົບການແມ່ນສໍາຄັນ ເພື່ອປ້ອງກັນບໍ່ໃຫ້ການບາດເຈັບນັ້ນພາໃຫ້ຄົນເຈັບຕາບອດໄດ້. ແມ່ນແຕ່ບາດແຜ ຫຼື ການຂູດຂີດເລັກໆນອ້ຍໆ ກໍ່ສາມາດເຮັດໃຫ້ດວງຕາອັກເສບ ແລະ ກະທົບຕໍ່ການເບິ່ງເຫັນໄດ້ ຖ້າບໍ່ໄດ້ຮັບການປິ່ນປົວ ຢ່າງຖືກຕ້ອງ. ບາດແຜຢູ່ໃນໜ່ວຍຕາແມ່ນອັນຕະລາຍທີ່ສຸດ.

ຖ້າຕາຖືກກໍາປັ້ນຕີ ຫຼື ຖືກກ້ອນຫີນ ຫຼືວັດຖຸແຂງກະທົບຢ່າງຮຸນແຮງ, ດວງຕາທີ່ຖືກກະທົບນັ້ນແມ່ນຢູ່ໃນພາວະອັນຕະ ລາຍ. ຖ້າ ເກີດມີອາການເຈັບປວດຕາແຮງຫຼາຍ ໃນລະຫວ່າງ 1 ຫຼື 2 ວັນ ຫຼັງຈາກຖືກກະທົບ, ກໍລະນີ້ອາດເປັນຕາຕໍ້ຫີນກະທັນຫັນ.

ອາການສະແດງອອກເຖິງອັນຕະລາຍ
  • ຄົນເຈັບທີ່ມີອາການບາດເຈັບຕາແມ່ນບໍ່ສາມາດເບິ່ງເຫັນໄດ້ຢ່າງຊັດເຈນ.
  • ມີໜາມ, ສະເກັດວັດຖຸ ຫຼື ວັດຖຸອື່ນໆຄາຢູ່ໃນຕາ.
  • ຕາມີບາດແຜເລິກ.
  • ມີເລືອດ ຫຼື ນໍ້າໜອງຢູ່ໃນມ່ານຕາ (ສ່ວນເປັນສີຂອງຕາ).
  • ຮູຕາດໍາບໍ່ນ້ອຍລົງເວລາຖືກແສງຈ້າ.
 ຜູ້ຍິງຄົນນີ້ມີຮອຍຟົກຊໍ້າຢູ່ຕາຂ້າງໜຶ່ງ
ຖ້າເຈົ້າຊວ່ຍຜູ້ທີ່ຖືກຕີ, ພະຍາຍາມຊອກຮູ້ວ່າລາວຕົກເປັນເຫຍື່ອຂອງຄວາມຮຸນແຮງ ຫຼືຍັງຕົກຢູ່ໃນອັນຕະລາຍຢູ່ບໍ. ໃຫ້ຊ່ວຍເຫືອຜູ້ທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງຕາມບ້ານເຮືອນ ຫຼືສະຖານທີ່ເຮັດວຽກ. ເບິ່ງບົດທີ 18 ໃນປື້ມ ຜູ້ຍິງຢູ່ໄກແພດ.
ການປິ່ນປົວ

ຖ້າມີຢາຢອດຕາສໍາລັບຢອດຕ້ານເຊື້ອແມ່ນໃຫ້ຢອດຕາ ແລະ ໃຊ້ຈອກເຈ້ຍກວບປິດຕາເບື້ອງທີ່ເຈັບນັ້ນໄວ້ ແລ້ວຕິດດ້ວຍເທັບກາວຄ່ອຍໆອ້ອມຈອກເຈ້ຍນັ້ນໄວ້, ຫຼື ໃຊ້ຈວຍທີ່ເຮັດຈາກເຈ້ຍແຂງ ເພື່ອຕິດປິດດວງຕາເບື້ອງທີ່ເຈັບນັ້ນໄວ້ກໍ່ໄດ້ (ເບິ່ງໜ້າ 12). ແລ້ວໃຫ້ພາຄົນເຈັບໄປພົບແພດ.

ຖ້າວ່າຄົນເຈັບບໍ່ມີອາການສະແດງອອກເຖິງອັນຕະລາຍຕາມທີ່ກ່າວມາຂ້າງເທິງນັ້ນ ແລະຕາທີ່ບາດເຈັບຍັງສາມາດ ເບິ່ງເຫັນໄດ້ດີ ແມ່ນໃຫ້ປິ່ນປົວໂດຍການໃສ່ຢາຕ້ານເຊື້ອສໍາລັບຕາ, ໃຊ້ແຜ່ນປິດຕາທີ່ສະອາດປິດຕາ ຂ້າງທີ່ບາດເຈັບໄວ້ປະມານ 1 ຫຼື 2 ມື້. ແຕ່ຖ້າຕາຍັງບໍ່ດີຂຶ້ນ, ແມ່ນໃຫ້ໄປພົບແພດເພື່ອປິ່ນປົວ.

ເລືອດອອກໃນຊ່ອງດ້ານຫຼັງແກ້ວຕາ (hyphaema)

 ຕາທີ່ມີເລືອດອອກມາຄ້າງຢູ່ໃນມ່ານຕາສ່ວນລຸ່ມ.
ມີເລືອດອອກມາຖ້ວມຢູ່ໃນຊ່ອງດ້ານຫຼັງແກ້ວຕາແມ່ນອາການອັນຕະລາຍ.

ມີເລືອດໃນສ່ວນທີ່ເປັນສີຂອງຕາ (ມ່ານຕາ) ແມ່ນອາການທີ່ອັນຕະລາຍ. ເລືອດທີ່ຄ້າງຢູ່ຊ່ອງຫຼັງແກ້ວຕາ ແລະ ອາດຈະຖ້ວມປິດມ່ານຕາ. ຖ້າເປັນແນວນີ້, ຄົນເຈັບຈະບໍ່ສາມາດເບິ່ງເຫັນໄດ້ດີ ແລະ ຈະຮູ້ສຶກເຈັບປວດຕາ. ປົກກະຕິແລ້ວ ສາເຫດທີ່ມີເລືອດອອກແບບນີ້ແມ່ນຍ້ອນມີຂອງແຂງກະທົບດວງຕາຢ່າງຮຸນແຮງ ເຊັ່ນ: ກໍາປັ້ນ ຫຼື ກ້ອນຫີນ. ໃຫ້ພາຄົນເຈັບໄປພົບແພດຊ່ຽວຊານຕາທັນທີ. ໃນລະຫວ່າງການຂົນສົ່ງຄົນເຈັບໄປຫາໝໍນັ້ນ ແມ່ນໃຫ້ຄົນເຈັບນັ່ງຫຼັງຊື່ ເພື່ອບໍ່ໃຫ້ເລືອດທີ່ອອກໃນຕານັ້ນມາປິດບັງການເບິ່ງເຫັນຂອງລາວ.

ຖ້າມີເລືອດຢູ່ໃນຕາຂາວ, ປົກກະຕິແລ້ວແມ່ນບໍ່ອັນຕະລາຍ ແລະ ຈະເຊົາໄປເອງພາຍໃນ 2-3 ອາທິດ.

ມີນໍ້າໜອງຢູ່ໃນຊ່ອງຫຼັງແກ້ວຕາ (hypopyon)

 ຮູບດວງຕາທີ່ມີນໍ້າໜອງໄຫມາລວມກັນຢູ່ເຄິ່ງລຸ່ມຂອງມ່ານຕາ

ນໍ້າໜອງຄ້າງຢູ່ລະຫວ່າງແກ້ວຕາ ແລະ ມ່ານຕາແມ່ນເປັນສັນຍານບົ່ງຊີ້ວ່າຕາຢູ່ໃນພາວະອັນຕະລາຍ. ນໍ້າໜອງທີ່ຄ້າງ ຢູ່ໃນຕານັ້ນໝາຍຄວາມວ່າຕານັ້ນມີອາການອັກເສບຮ້າຍແຮງ. ອາການແບບນີ້ແມ່ນສາມາດເກີດຂຶ້ນໄດ້ຍ້ອນບາດແຜ ຢູ່ແກ້ວຕາ ຫຼື ພາຍຫຼັງການຜ່າຕັດຕາ. ໃຫ້ເອົາຢາທາຕ້ານເຊື້ອຊະນິດອອຍເມັ້ນທາຕາ ແລະ ພາຄົນເຈັບໄປປິ່ນປົວທາງການແພດທັນທີ.

ຕາບາດເຈັບຈາກສານເຄມີ

ເມື່ອນໍ້າຢາທໍາຄວາມສະອາດຕາມບ້ານເຮືອນ, ຢາຂ້າແມງໄມ້, ນໍ້າມັນແອັດຊັງ ຫຼື ນໍ້າມັນເຊື້ອໄຟຊະນິດອື່ນໆ, ນໍ້າກົດໝໍ້ໄຟລົດ, ພິດງູ, ຜົງຫີນປູນ (ຜົງປູນຂາວ) ຫຼື ສານເຄມີອື່ນໆ ເຂົ້າຕາ, ມັນຈະເຮັດໃຫ້ຕາເກີດມີອາການບາດເຈັບທັນທີ, ດັ່ງນັ້ນ, ສິ່ງທີ່ສໍາຄັນກໍ່ຄືໃຫ້ ຮີບຮ້ອນປິ່ນປົວອາການບາດເຈັບດັ່ງກ່າວນັ້ນໂດຍໄວ.

 ຄົນເຈັບຍິງຄົນໜຶ່ງນອນງ່ຽງຫົວໄປທາງຂ້າງ, ແລະຜູ້ຍິງອີກຄົນໜຶ່ງຢືນຂ້າງຄົນເຈັບເພື່ອຊ່ວຍຈັບເປີດຕາຄົນເຈັບ ໃຫ້ກວ້າງອອກ ໃນຂະນະທີ່ແມ່ຍິງຄົນທີສາມຖອກລິນນໍ້າລ້າງຕາໃຫ້ຄົນເຈັບ
  1. ເຈົ້າຈໍາເປັນຕ້ອງໃຊ້ນໍ້າສະອາດເປັນຈໍານວນຫຼາຍເພື່ອມາລ້າງຕາໃຫ້ຄົນເຈັບ.
  2. ໃຫ້ຄົນເຈັບຜູ້ທີ່ຖືກສານເຄມີເຂົ້າຕານອນຢຽດລົງ.
  3. ສານເຄມີອາດເຂົ້າໄປຄ້າງຢູ່ກ້ອງໜັງຕາ. ຈັບຕີ່ຕາຂ້າງໃດຂ້າງໜຶ່ງ ຫຼື ທັງສອງຂ້າງທີ່ຖືກສານເຄມີ ໃຫ້ກວ້າງ ອອກ (ຄົນເຈັບເອງ ຫຼື ຜູ້ອື່ນກໍ່ສາມາດຊ່ວຍຈັບເປີດຕາໄດ້) ແລະ ເຈົ້າກໍ່ຄ່ອຍໆລິນນໍ້າລ້າງສານເຄມີໃນຕາຄົນເຈັບນັ້ນອອກ.
  4. ໃນຂະນະທີ່ລ້າງສານເຄມີອອກຈາກຕານັ້ນ, ລະວັງບໍ່ໃຫ້ນໍ້າລ້າງນັ້ນໄຫໄປເຂົ້າຕາຂ້າງທີ່ບໍ່ຖືກສານເຄມີ. ຖ້າສານເຄມີເຂົ້າຕາເບື້ອງດຽວ, ໃຫ້ນອນງ່ຽງຫົວໄປທາງຂ້າງ (ຕາເບື້ອງທີ່ຖືກສານເຄມີຢູ່ດ້ານລຸ່ມ) ເພື່ອໃຫ້ນໍ້າ ທີ່ລ້າງຕານັ້ນໄຫລົງໄປທາງຂ້າງຫົວເລີຍ ໂດຍບໍ່ຖືກຕາອີກຂ້າງໜຶ່ງ. ຖ້າສານເຄມີເຂົ້າຕາທັງສອງຂ້າງ, ໃຫ້ນອນແຫງນໜ້າເຮັດຫົວເນີ້ງໄປທາງດ້ານຫຼັງ ແລະ ຖອກນໍ້າລົງຕາມສັນດັງ ເພື່ອໃຫ້ນໍ້າໄຫໄປລ້າງຕາທັງສອງ ຂ້າງໃນເວລາດຽວກັນ.
  5. ຖອກລິນນໍ້າໃສ່ຕາທີ່ຖືກສານເຄມີຄອ່ຍໆເປັນເວລາຕິດຕໍ່ກັນປະມານ 15-30 ນາທີ. ເຖິງເບິ່ງຄືວ່າຈະລ້າງສານເຄມີອອກຈາກຕາໝົດແລ້ວກໍ່ຕາມ, ແຕ່ສານເຄມີທີ່ເຂົ້າຕານັ້ນອາດຈະຍັງເຮັດໃຫ້ດວງຕາເກີດຄວາມເສຍຫາຍ ຫຼືເຈັບປວດໄດ້ຢູ່.
  6. ຫຼັງຈາກລ້າງຕາແລ້ວ, ໃຊ້ຢາຕ້ານເຊື້ອຊະນິດອອຍເມັ້ນທາຕາທີ່ຖືກສານເຄມີນັ້ນ ແລະ ພາຄົນເຈັບໄປພົບແພດເພື່ອປິ່ນປົວຕໍ່ໄປ.
ເມື່ອຕໍາຫຼວດໃຊ້ສານເຄມີຕ່າງໆ ເຊັ່ນ: ສະເປຣພິກໄທ ແລະ ແກັດນໍ້າຕາ ເຊິ່ງຈະເຮັດໃຫ້ຕາລະຄາຍເຄືອງ ຫຼື ເປັນອັນຕະລາຍແກ່ດວງຕາ, ການຊ່ວຍເຫືອເບື້ອງຕົ້ນ ແມ່ນລວມມີທັງ ການອອກຈາກສະຖານທີ່ເກີດເຫດໂດຍໄວເທົ່າທີ່ເປັນໄປໄດ້ ແລະຈາກນັ້ນກໍ່ໃຫ້ໃຊ້ນໍ້າສະອາດລິນລ້າງຕາເພື່ອລ້າງເອົາສານເຄມີອອກຈາກຕາ. ການປະຖົມພະຍາບານຂັ້ນຕົ້ນ.
Alt= ຜູ້ຄົນທີ່ມາຮຽກຮ້ອງກໍາລັງແລ່ນໜີ, ຕ່າງຄົນຕ່າງກໍ່ໄອ ແລະ ໃຊ້ມືງຼຸ້ມອັດໜ້າອັດປາກອັດດັງຕົນເອງໄວ້

ການປົກປ້ອງດວງຕາໃນເວລາຕາບາດເຈັບ ຫຼືເວລາປິ່ນປົວຕາ

ຫຼັງຈາກຕາໄດ້ຮັບບາດເຈັບ, ຈອກເຈ້ຍ ຫຼື ຈວຍເຈ້ຍທີ່ເຮັດເພື່ອປິດຕາສາມາດຊ່ວຍປົກປອ້ງຕາໄດ້ໃນເວລາເດີນທາງ ໄປພົບແພດ. ຈວຍເຈ້ຍປິດຕານັ້ນຈະເປັນສິ່ງຊ່ວຍເຕືອນຄົນເຈັບບໍ່ໃຫ້ຫຼົງເອົາມືໄປຖູຕາຕົນເອງ ແລະ ຍັງສາມາດຊ່ວຍປ້ອງກັນບໍ່ໃຫ້ອາການບາດເຈັບຕາທີ່ເປັນນັ້ນຮ້າຍແຮງຂຶ້ນກວ່າເກົ່າ.

ວິທີເຮັດຈວຍເຈ້ຍປິດຕາ

1. ຕັດເຈ້ຍແຂງ ຫຼື ເຈ້ຍແກັດບາງ ໃຫ້ເປັນແຜ່ນມົນສະອາດ.
NWTND eye Page 12-1.png
2. ຕັດຜ່າຊື່ເຂົ້າໄປຫາຈຸດໃຈກາງຂອງແຜ່ນເຈ້ຍມົນນັ້ນ ແລະ ເຈາະຮູໄວ້ຢູ່ຈຸດໃຈກາງຂອງມັນ.
NWTND eye Page 12-2.png
3. ພັບໂກບເຈ້ຍເຂົ້າຫາກັນໃຫ້ເປັນຮູບຈວຍ.
NWTND eye Page 12-3.png
4. ໃຊ້ສະກອ໋ດເທັບຕິດສົ້ນຕໍ່ຂອງແຜ່ນເຈ້ຍເຮັດຈວຍນັ້ນ ທັງດ້ານນອກ ແລະດ້ານໃນ.
NWTND eye Page 12-4.png
5. ໃຊ້ຈວຍເຈ້ຍນັ້ນອັດຕາຂ້າງທີ່ໄດ້ຮັບບາດເຈັບ ແລະຫຼັບໄວ້ນັ້ນ ແລ້ວໃຊ້ສະກອ໋ດເທັບຕິດຈວຍນັ້ນໃຫ້ຕິດກັບຜິວ ໜັງອ້ອມຕາຂ້າງທີ່ເຈັບນັ້ນໄວ້ເພື່ອປ້ອງກັນບໍ່ໃຫ້ຈວຍ ປິດຕາຕົກອອກ.
 ຄົນເຈັບຍິງຄົນນີ້ມີຈວຍເຈ້ຍຕິດປິດຕາຂ້າງໜຶ່ງໄວ້

ຖ້າບໍ່ສາມາດເຮັດຈວຍເຈ້ຍໄດ້ ຫຼື ອາການບາດເຈັບຕາບໍ່ຮຸນແຮງ, ກໍ່ສາມາດໃຊ້ແຜ່ນຜ້າປິດຕາໄດ້ເຊັ່ນກັນ. ຖ້າຄົນເຈັບໄດ້ຜ່າຕັດຕາມາ, ແມ່ນໃຫ້ຊ່ວຍຄົນເຈັບປ່ຽນແຜ່ນຜ້າປິດຕານັ້ນເລື້ອຍໆ. ຖ້າຕາມີອາການຊຶມເຊື້ອ ເຊັ່ນ: ຕາແດງ ແລະ ມີຂີ້ຕາ, ນັ້ນໝາຍຄວາມວ່າຄົນເຈັບຕ້ອງໄດ້ຮັບການປິ່ນປົວຮັກສາຕາຢ່າງຮີບດ່ວນ. ໃນກໍລະນີດັ່ງກ່າວນີ້, ການປິດຕາໄວ້ຍິ່ງເຮັດໃຫ້ອາການບາດເຈັບທີ່ເປັນຢູ່ນັ້ນໜັກຂຶ້ນກວ່າເກົ່າອີກ.

ການເຮັດແຜ່ນຜ້າປິດຕາ

1. ລ້າງມືໃຫ້ສະອາດ ດ້ວຍນໍ້າແລະສະບູ.
 ຄົນເຈັບຊາຍມີແຜ່ນຜ້າຕິດປິດຕາເບື້ອງທີ່ບາດເຈັບໄວ້ຢູ່
2. ລະວັງບໍ່ໃຫ້ເອົາມືໄປຈັບ ຫຼືສໍາຜັດຕາທີ່ບາດເຈັບນັ້ນ.
3. ບອກໃຫ້ຄົນເຈັບຫຼັບຕາໝົດທັງສອງຂ້າງ ໃນເວລາທີ່ເຈົ້າກໍາລັງປິດຕາຂ້າງທີ່ບາດເຈັບນັ້ນ.
4. ໃຫ້ປິດຕາເບື້ອງທີ່ບາດເຈັບນັ້ນໄວ້ ໂດຍໃຊ້ໃຊ້ຜ້າແສ (gauze) ອະເຊື້ອ ຫຼື ຜ້າແພທີ່ສະອາດຕັດເປັນຮູບຈະຕຸລັດ (ລວງຍາວ ຂ້າງລະ 6 ຊັງຕີແມັດ).
5. ໃຊ້ຜ້າແພທີ່ຕັດເປັນຮູບຈະຕຸລັດວາງປິດຕາເບື້ອງທີ່ບາດເຈັບນັ້ນໄວ້ ໂດຍວາງຊ້ອນທັບກັນ 1 ຫຼື 2 ຊັ້ນ ແລະ ໃຊ້ສະກອ໋ດ ເທັບຕິດຍຶດແຜ່ນຜ້າປິດຕານັ້ນໄວ້ກັບຜິວໜັງ ເພື່ອປ້ອງກັນບໍ່ໃຫ້ມັນຫຼຼຸດອອກ.




This page was updated: ໒໑ ມີນາ ໒໐໑໙