Hesperian Health Guides

ບັນຫາຕາທີ່ມັກພົບເລື້ອຍໆ

ຢູ່ໃນພາກນີ້:

ຕາຕໍ້ກະຈົກ

 ດວງຕາທີ່ມີຮ ຕາດ າເປັນສີຂາວ

ເລນຕາແມ່ນສ່ວນທີ່ໃສໃນດວງຕາທີ່ເຮັດໜ້າທີ່ໂຟກັດສ໌ (focus) ແສງ (ຫື ລວມແສງ) ຈາກທາງນອກ ເພື່ອໃຫ້ດວງຕາສາມາດເບິ່ງເຫັນໄດ້. ເມື່ອອາຍຸເລີ່ມສູງຂຶ້ນ, ເລນຕາກໍ່ຈະຄ່ອຍໆຂຸ້ນມົວ ຕັນແສງບໍ່ໃຫ້ສາມາດຜ່ານ ໄດ້, ແລະມັນກໍ່ຈະພາໃຫ້ສ ນເສຍການເບິ່ງເຫັນໄປເທື່ອລະໜ້ອຍ ແລະ ຕາກໍ່ຈະບອດໃນທີ່ສຸດ. ເລນຕາຂຸ້ນມົວນີ້ ບາງຄັ້ງຈະກໍ່ຈະເຫັນ ເປັນຈຸດສີຂີ້ເຖົ່າໃນດວງຕາ, ເຊິ່ງເອີ້ນວ່າ ຕາຕໍ້ກະຈົກ. ໂລກຕາຕໍ້ກະຈົກສ່ວນຫຼາຍມັກເກີດກັບຜູ້ສູງອາຍຸ, ແຕ່ ເດັກແດງ ແລະ ເດັກນ້ອຍກໍ່ອາດຈະເປັນໄດ້.

ເພື່ອຢັບຢັ້ງ ພັດທະນາການຂອງໂລກຕາຕໍ້ກະຈົກໃຫ້ຊ້າລົງ:

  • ບໍ່ສູບຢາ
  • ໃສ່ໝວກເພື່ອປ້ອງກັນບໍ່ໃຫ້ດວງຕາຖືກແສງແດດກ້າ.
ແມ່ຍິງກໍາລັງເວົ້າ
ພວກເຮົາເວົ້າວ່າ: “ຖ້າຜົມຫງອກ, ໃຫ້ກວດເບິ່ງວ່າຕາມີຈຸດສີຂີ້ເຖົ່າບໍ.” ພວກເຮົາຂ ປຸກລະດົມຊຸກຍ ້ບັນດາທ່ານຜູ້ສູງອາຍຸ ທີ່ເປັນຕາຕໍ້ກະຈົກໃຫ້ໄປຮັບການຜ່າຕັດຕາເພື່ອໃຫ້ ສາມາດເບິ່ງເຫັນໄດ້ອີກ.

ບຸກຄະລາກອນທາງການແພດສາມາດລະບຸໄດ້ວ່າຄົນເຈັບຜ ້ໃດເປັນຕາຕໍ້ກະຈົກ ແລະສາມາດແນະນໍາໃຫ້ຄົນເຈັບຮ ້ກ່ຽວກັບໂຄງການ ແລະ ໂຮງໝໍທີ່ໃຫ້ການບ ລິການຜ່າຕັດຕາເພື່ອໃຫ້ເຂົາເຈົ້າສາມາດເບິ່ງເຫັນໄດ້ອີກ. ຜູ້ສູງອາຍຸເພດຍິງຈະມີແນວໂນ້ມໜ້ອຍກວ່າເພດຊາຍໃນການເຂົ້າມາຮັບການປິ່ນປົວຕາຕໍ້ກະຈົກ. ດັ່ງນັ້ນ, ຄວນ ໄປຢ້ຽມຢາມບັນດາແມ່ຍິງສ ງອາຍຸເຫຼົ່ານັ້ນຕາມບ້ານເຮືອນຂອງພວກເຂົາເຈົ້າ ເພື່ອສອບຖາມກ່ຽວກັບສຸຂະພາບຕາ (ການເບິ່ງເຫັນ) ຂອງພວກເຂົາເຈົ້າ. ການກວດຕາຂອງຜ ້ສ ງອາຍຸນີ້ຈະສາມາດຊ່ວຍໃຫ້ເຂົາເຈົ້າໄດ້ຮັບການປິ່ນປົວກ່ອນທີ່ຕາຕໍ້ກະຈົກຈະບົດບັງການເບິ່ງເຫັນຂອງພວກເຂົາ. ເຖິງແມ່ນວ່າເຂົາເຈົ້າເກືອບຈະເບິ່ງບໍ່ເຫັນແລ້ວກໍ່ຕາມ, ມັນກໍ່ຍັງບໍ່ຊ້າເກີນ ໄປທີ່ຈະຊ່ວຍເຫືອພວກເຂົາເຈົ້າໃຫ້ໄດ້ຮັບການປິ່ນປົວ.

ການປິ່ນປົວ

ການປິ່ນປົວດ້ວຍ ຢາແມ່ນບໍ່ສາມາດຊ່ວຍໃຫ້ຕາຕໍ້ກະຈົກຫາຍຂາດໄດ້. ມີແຕ່ການຜ່າຕັດປ່ຽນເອົາເລນຕາທີ່ຂຸ້ນມົວນັ້ນອອກ ແລະ ເອົາເລນຕາໃໝ່ທີ່ໃສດີໃສ່ແທນ ເພື່ອໃຫ້ຄົນເຈັບສາມາດເບິ່ງເຫັນໄດ້ອີກ.

ຫຼັງຈາກການຜ່າຕັດ, ຄົນເຈັບຕ້ອງໄດ້ຮັບຢາຕ້ານເຊື້ອ ແລະ ຢາຢອດຕາເພື່ອປ້ອງກັນຕາອັກເສບ ແລະ ຊ່ວຍຮັກສາ ຕາໃຫ້ດີຂຶ້ນ, ເຊິ່ງຕາມປົກກະຕິແລ້ວຈະໃຊ້ເວລາປະມານ 4 ອາທິດ. ໃນເບື້ອງຕົ້ນ, ຕາທີ່ໄດ້ຜ່າຕັດມາໃໝ່ໆຈະຮູ້ສຶກຂັດ ເຄືອງ ແລະ ຈະເຫັນເປັນມົວໆ, ແຕ່ຫຼັງຈາກນັ້ນ ຈະຄ່ອຍໆດີຂຶ້ນໃນແຕ່ລະມື້. ຖ້າເກີດມີອາການເຈັບປວດດວງຕາໃນໄລຍະ 2 ອາທິດທໍາອິດ, ນີ້ຖືວ່າເປັນອາການອັນຕະລາຍ. ໃຫ້ຮີບຮ້ອນໄປພົບແພດໝ ຕາເພື່ອປິ່ນປົວພາຍໃນ 24 ຊົ່ວໂມງ. ຫຼັງຈາກຜ່າຕັດແລ້ວຄົນເຈັບອາດຈ າເປັນຕ້ອງໄດ້ໃສ່ແວ່ນຕາອ່ານໜັງສື ຫືແວ່ນສ າລັບເບິ່ງໃກ້ ເພື່ອໃຫ້ສາມາດເບິ່ງເຫັນ ໃນໄລຍະໃກ້ໄດ້.

ໂລກຕາຕໍ້ຫີນ

ບາງຄັ້ງຄວາມດັນພາຍໃນດວງຕາເພີ່ມຂຶ້ນ ແລະພາໃຫ້ເສັ້ນປະສາດພາຍໃນຕາເສຍຫາຍ, ເຊິ່ງເປັນສາເຫດພາໃຫ້ເກີດພະຍາດຕາຮ້າຍແຮງຊະນິດໜຶ່ງ ເອີ້ນວ່າ ຕາຕໍ້ຫີນ (glaucoma). ຄົນທີ່ເປັນໂລກຕາຕໍ້ຫີນຈະສູນເສຍ ການເບິ່ງເຫັນດ້ານຂ້າງກ່ອນ ແລະ ຈະຄ່ອຍໆສ ນເສຍການເບິ່ງເຫັນໄປເລື້ອຍໆຈົນຕາບອດໃນທີ່ສຸດ. ຄົນເຈັບອາດຈະຮູ້ສຶກເຈັບປວດດວງຕາ ແລະ ໜ່ວຍຕາຈະເປັນແຂງໆຄ້າຍຄືໝາກບີ່. ສາເຫດຂອງການເປັນຕາຕໍ້ຫີນອາດຈະແມ່ນຍ້ອນດວງຕາໄດ້ຮັບບາດເຈັບ, ແຕ່ສ່ວນຫຼາຍແລ້ວມັກຈະບໍ່ຮູ້ສາເຫດວ່າເປັນຍ້ອນຫຍັງ.

ຄົນທີ່ເປັນຕາຕໍ້ຫີນຕ້ອງໄດ້ຮັບການປິ່ນປົວເພື່ອຫຼຼຸດຄວາມດັນໃນດວງຕາ. ອາດຈະໄດ້ຢອດຢາຕາທຸກມື້ໄປ ຕະຫຼອດຊີວິດ, ຫຼື ບາງຄັ້ງກໍ່ອາດຈະປິ່ນປົວດ້ວຍແສງເລເຊີ ຫື ດ້ວຍການຜ່າຕັດເພື່ອຫຼຼຸດຄວາມດັນໃນດວງຕາລົງ.

ໂລກຕາຕໍ້ຫີນມັກຈະເກີດກັບຄົນທີ່ມີອາຍຸສູງກວ່າ 40 ປີ ຂຶ້ນໄປ, ໂດຍສະເພາະຜູ້ທີ່ມີຍາດພີ່ນອ້ງ ຫຼື ຄົນໃນຄອບຄົວ ເຄີຍເປັນໂລກນີ້ມາກ່ອນ. ດັ່ງນັ້ນ, ໃຫ້ຊ່ວຍແນະນໍາ ໃຫ້ຜ ້ຄົນອາຍຸ 40 ປີ ຂຶ້ນໄປໆກວດຫາໂລກຕໍ້ຫີນ ໃນທຸກໆ 2-3 ປີ.

ຕາຕໍ້ຫີນແມ່ນມີຫຼາຍຊະນິດ. ຊະນິດທີ່ພົບເລື້ອຍໆແມ່ນຕາຕໍ້ຫີນກະທັນຫັນ (acute glaucoma) ແລະ ຕາຕໍ້ຫີນຊໍາເຮື້ອ (chronic glaucoma).

ຕາຕໍ້ຫີນກະທັນຫັນ

ໂລກຕາຕໍ້ຊະນິດນີ້ມັກຈະມີອາການໜັກຂຶ້ນຢ່າງໄວວາ. ມັນພາໃຫ້ຕາແດງ, ເຈັບປວດດວງຕາແຮງຫາຍ ແລະ ສູນເສຍການເບິ່ງເຫັນ. ຄົນເຈັບໂລກນີ້ອາດຈະຮູ້ສຶກປຸ້ນທ້ອງປວດຮາກ, ເຈັບຫົວ ແລະ ເຈັບປວດຕາແຮງຂຶ້ນເວລາຖືກແສງສະຫວ່າງຈ້າ.ດວງຕາອາດຈະຮ ້ສຶກເປັນກ້ອນແຂງໆເມື່ອທຽບກັບຕາທີ່ປົກກະຕິດີ. ຖ້າບໍ່ໄດ້ຮັບ ການປິ່ນປົວ, ໂລກຕາຕໍ້ຫີນກະທັນຫັນນີ້ສາມາດເຮັດໃຫ້ຕາບອດໄດ້ພາຍ 2-3 ວັນ. ໃຫ້ສົ່ງຄົນເຈັບທີ່ເປັນໂລກດັ່ງກ່າວນີ້ໄປປິ່ນປົວທາງການແພດທັນທີ. ທ າອິດຄົນເຈັບຈະໄດ້ຢອດຢາຕາເພື່ອເພື່ອລົດຄວາມດັນພາຍໃນຕາລົງ, ແລະ ຈາກນັ້ນຈິ່ງຈະມີການປິ່ນປົວດ້ວຍແສງເລເຊີ ຫຼື ດ້ວຍການຜ່າຕັດ.

ໂລກຕາຕໍ້ຫີນຊໍາເຮື້ອ

ໃນຄົນເຈັບທີ່ເປັນໂລກຕາຕໍ້ຫີນຊໍາເຮື້ອ, ຄວາມດັນພາຍໃນດວງຕາຈະຄ່ອຍໆເພີ່ມຂຶ້ນຢ່າງຊ້າໆເຊິ່ງອາດຈະ ໃຊ້ເວລາຫຼາຍເດືອນ ແລະ ຫາຍປີ. ມັນບໍ່ມີບໍ່ມີອາການເຈັບປວດຫຍັງເລີຍ. ຄົນເຈັບຈະສູນເສຍການເບິ່ງເຫັນດ້ານຂ້າງ ກ່ອນໝ ່ໝົດ. ເມື່ອອາການຂອງໂລກເປັນແຮງຂຶ້ນ, ການເບິ່ງເຫັນກໍ່ຈະຄ້າຍກັບການເບິ່ງຜ່ານອຸໂມງ. ຄົນເຈັບມັກຈະບໍ່ຮ ້ສຶກ ວ່າຕົນເອງເປັນໂລກນີ້ ຈົນກວ່າການສ ນເສຍການເບິ່ງເຫັນນັ້ນຢ ່ໃນຂັ້ນຮ້າຍແຮງແລ້ວ. ທ່ານໝ ປົວຕາສາມາດກວດລະດັບຄວາມສາມາດຂອງການເບິ່ງເຫັນທາງດ້ານຂ້າງ ແລະ ກວດເບິ່ງເຂົ້າໄປໃນດວງຕາ ເພື່ອກວດຫາຕາຕໍ້ຫີນ ຊະນິດນີ້. ສໍາລັບຕາຕໍ້ກະຈົກຊໍາເຮື້ອນີ້, ຍິ່ງໄດ້ຮັບການປິ່ນປົວໄວເທົ່າໃດກໍ່ຍິ່ງເປັນຜົນດີເທົ່ານັ້ນ. ການປິ່ນປົວດ້ວຍການຢອດຢາຕາ, ການໃຊ້ເລເຊີ ຫຼື ການຜ່າຕັດ ແມ່ນສາມາດຊ່ວຍຢຸດບໍ່ໃຫ້ສູນເສຍການເບິ່ງເຫັນຕໍ່ໄປອີກ.

ໂລກຕາຕໍ້ຊີ້ນ (ຊີ້ນຕາປົ່ງອອກມາປົກຕາ (pterygium))

 ຕາມີຊີ້ນປົ່ງອອກມາຈາກດ້ານໃນຕາ, ເຊິ່ງມັນປົກຫຸ້ມຕາຂາວ ແລະ ມ່ານຕາ

ຊີ້ນປົ່ງທີ່ເລີ່ມປົ່ງອອກມາຈາກແຈຕາເບື້ອງທີ່ຢ ່ຕິດກັບດັງ ຄ່ອຍໆໜາຂຶ້ນແລະຂະຫຍາຍອອກໄປຕາມພື້ນຜິວດວງຕາໄປຫາກາງຕານັ້ນ ເອີ້ນວ່າ ຕາຕໍ້ຊີ້ນ (ຊີ້ນຕາປົ່ງອອກມາປົກຕາ (pterygium)).ໂລກຕາຕໍ້ຊີ້ນ ຫື ຊີ້ນຕາປົ່ງນີ້ແມ່ນມັກພົບ ເຫັນເລື້ອຍ, ແລະຕາມປົກກະຕິແລ້ວ ມັນກໍ່ບໍ່ເປັນອັນຕະລາຍ. ຜ ້ຄົນທີ່ເຮັດວຽກກາງແຈ້ງທ່າມກາງແສງແດດກ້າ ຫື ເຮັດວຽກໃນບ່ອນທີ່ມີລົມພັດ ຫື ມີຂີ້ຝຸ່ນ ເປັນເວລາຫຼາຍປີ ແມ່ນມີແນວໂນ້ມໃນການເປັນໂລກຕາຕໍ້ຊີ້ນນີ້ຫາຍກວ່າ.

ການໃສ່ແວ່ນຕາດ າ ແລະໝວກ ຊ່ວຍປ້ອງກັນດວງຕາຈາກແສງແດດ, ລົມ ແລະຝຸ່ນໄດ້; ເຊິ່ງການປ້ອງກັນດັງກ່າວນີ້ຊ່ວຍປ້ອງກັນໂລກຕາຕໍ້ຊີ້ນ ຫືຊ່ວຍຢັບຢັ້ງການເຕີບໂຕຂອງຊີ້ນປົ່ງໃຫ້ຊ້າລົງໄດ້.

ສໍາລັບຜູ້ທີ່ມີຊີ້ນຕາປົ່ງ, ໂດຍທົ່ວໄປແລ້ວແມ່ນບໍ່ຈໍາເປັນຕ້ອງໄດ້ປິ່ນປົວ. ຖ້າມັນປົ່ງເຂົ້າໄປໃກ້ສ່ວນມ່ານຕາ ຫຼື ເຮັດໃຫ້ມີອາການຂັດເຄືອງຕາ, ຊີ້ນທີ່ປົ່ງອອກມານັ້ນກໍ່ສາມາດໃຫ້ໝ ຜ່າຕັດຕາຜ່າຕັດເອົາມັນອອກໃຫ້ກ່ອນທີ່ມັນຈະເລີ່ມລົບກວນການເບິ່ງເຫັນຂອງຄົນເຈັບນັ້ນ.

ເລືອດຄ້າງໃນຕາຂາວ

 ມີເລືອດໃນບໍລິເວນຕາຂາວສ່ວນລຸ່ມ
ຕາມປົກກະຕິແລ້ວການມີເລືອດ ຢູ່ໃນຕາຂາວນັ້ນແມ່ນບໍ່ເປັນອັນຕະລາຍ.

ການມີເລືອດໃນຕາຂາວບາງຄັ້ງເກີດຈາກການທີ່ຄົນເຮົາຍົກສິ່ງຂອງໜັກ, ໄອແຮງ ຫຼື ວ່າດວງຕາໄດ້ຮັບບາດເຈັບ ເລັກໆນອ້ຍໆ. ເລືອດທີ່ເຫັນນັ້ນເປັນຜົນມາຈາກເສັ້ນເລືອດຝອຍແຕກ, ແຕ່ບໍ່ເປັນອັນຕະລາຍ, ຄ້າຍໆກັບອາການຟົກຊໍ້າ, ແລະ ມັນກໍ່ຈະຄ່ອຍໆຈາງຫາຍໄປເອງພາຍໃນ 2 ອາທິດ. ບໍ່ຈໍາເປັນຕ້ອງໄດ້ຮັບການປິ່ນປົວຮັກສາໃດໆ.

ແຕ່ຖ້າວ່າ, ມີເລືອດຢູ່ໃນສ່ວນທີ່ເປັນສີຕາ (ມ່ານຕາ), ອາການນີ້ແມ່ນອັນຕະລາຍ.

ຕາແຫ້ງ ແລະ ໜັງຕາແຫ້ງເປັນເກັດ

ຕາແຫ້ງມີສາເຫດມາຈາກສະພາບອາກາດທີ່ແຫ້ງແລ້ງ, ອາຍຸສູງ, ຄວັນໃນອາກາດ ແລະ ຢາປົວພະຍາດບາງຊະນິດ.

ໜັງຕາແຫ້ງເປັນເກັດສາມາດເກີດຂຶ້ນໄດ້ ເມື່ອມີຝຸ່ນ ຫຼື ຂີ້ຕາອອກມາອຸດຕັນຄວາມຊຸຸ່ມຊື່ນ ແລະ ນໍ້າຕາໄວ້, ຈຶ່ງເຮັດໃຫ້ ຕາແຫ້ງ ແລະ ຮູ້ສຶກຄັນ. ໜັງຕາຂອງຄົນເຈັບທີ່ມີອາການດັ່ງກ່າວກໍ່ອາດຈະມີອາການຕິດເຊື້ອ (ເບິ່ງທາງລາຍລະອຽດຂ້າງລຸ່ມນີ້) ຫຼື ວ່າມີລັງແຄຕາມໜັງຕາ. ເມື່ອໜັງຕາ ແລະ ໃບໜ້າບໍລິເວນຕາມີຄວາມສະອາດ, ນໍ້າຕາ ແລະ ຄວາມຊຸຸ່ມຊື່ນທໍາມະຊາດຂອງດວງຕາຈະເຮັດໃຫ້ດວງຕາມີສຸຂະພາບດີ.

ການປິ່ນປົວ

ສໍາລັບຕາແຫ້ງ, ພັກສາຍຕາດວ້ຍການຫຼັບຕາ, ມືນ ແລະ ຫຼັບຕິດຕໍ່ກັນ. ຖ້າຕາຂອງເຈົ້າຍັງແຫ້ງຢູ່, ສາມາດເອົາຜາຈຸ່ມ ນໍ້າອຸ່ນມາປົກຕາຄ້າງໄວ້ປະມານ 5-10 ນາທີ, 1-2 ຄັ້ງຕໍ່ມື້ ເພື່ອເພີ່ມຄວາມຊຸຸ່ມຊື່ນຕາມທໍາມະຊາດໃຫ້ກັບດວງຕາ. ໃຊ້ຢາຢອດຕາກໍ່ຊ່ວຍເຮັດໃຫ້ເກີດຄວາມຊຸຸ່ມຊື່ນໃນດວງຕາໄດ້ເຊັ່ນກັນ.

ຮັກສາໜັງຕາລອກ, ໃຊ້ຜ້າຈຸ່ມນໍ້າອຸ່ນປົກຕາຄ້າງໄວ້, ເຮັດແບບນີ້ 2-4 ຄັ້ງຕໍ່ມື້, ຫຼັງຈາກນັ້ນລ້າງໜັງຕາເບົາໆ. ຖ້າວ່າຍັງບໍ່ດີຂື້ນ, ອາດເປັນອາການໜັງຕາຕິດເຊື້ອຈາກເຊື້ອແບກທິເຣຍ ເຊິ່ງຈະຕ້ອງໃຊ້ຢາຕ້ານເຊື້ອອີຣິໂທຣໄມຊິນທາຕາຊະນິດຂີ້ເຜຼິ້ງ (ຫຼື ອອຍເມັ້ນ) ທາມື້ລະ 2 ຄັ້ງ ຕິດຕໍ່ກັນ 7 ວັນ.

ໜັງຕາເປັນຕຸ່ມ ແລະໄຄ່ບວມ

ມີຕຸ່ມໂພງແດງຢູ່ໜັງຕາປົກກະຕິແລ້ວແມ່ນ:

  • ຕາຕໍ້ ມີຄວາມເຈັບປອດບ ລິເວນຕຸ່ມເຊິ່ງມີສາເຫດມາຈາກຕິດເຊື້ອຢູ່ບໍລິເວນຂົນຕາ, ຫື
  • ຕຸ່ມສີວອຸດຕັນ, ເປັນຕຸ່ມນອ້ຍໆທີ່ບໍ່ເຈັບ, ເຊິ່ງເກີດຈາກການອຸດຕັ້ນຂອງໄຂມັນຢູ່ໜັງຕາ.


ບາງຄັ້ງການຕິດເຊື້ອຈະເລີ່ມຈາກບໍລິເວນຂົນຕາ ແລະ ລາມເຂົ້າໄປໃນໜັງຕາ.

ຕຸ່ມສອງຊະນິດນີ້ສາມາດຮັກສາໄດ້ໂດຍການເອົາຜ້າຈຸ່ມນໍ້າອຸ່ນມາປົກຕາຄ້າງໄວ້ 15-20 ນາທີ/ຄັ້ງ, ເຮັດແບບນີ້ມື້ລະ 4 ຄັ້ງ. ໃນແຕ່ລະຄັ້ງນັ້ນກໍພະຍາຍາມເຮັດໃຫ້ຜ້າອຸ່ນຕະຫຼອດເວລາແຕ່ກໍບໍ່ໃຫ້ຮອ້ນຈົນເກີນໄປ. ຫ້າມບີບ ຫຼືແກະຕຸ່ມດັ່ງ ກ່າວນັ້ນຈະເຮັດໃຫ້ຕຸ່ມມີອາການຮ້າຍແຮງຂື້ນອີກ.

ຖ້າອາການໄຄ່ໂພງຍັງບໍ່ດີຂື້ນພາຍໃນ 2-3 ວັນ, ຄວນໄປພົບແພດ.

 ເປັນຕຸ່ມໂພງຢູ່ໜັງຕາເບື້ອງລຸ່ມ
 ຕາມີຕຸ່ມຢູ່ໜັງຕາເບື້ອງເທິງ
ຕາຕໍ້ແມ່ນການຕິດເຊື້ອບໍລິເວນຂົນຕາ ແລະ ຈະມີອາການເຈັບ. ເປັນຕຸ່ມຢູ່ໃຕ້ໜັງຕາທີ່ບໍ່ຮູ້ສຶກເຈັບເຊິ່ງອາດຈະແມ່ນຕຸ່ມສີວອຸດຕັນ.

ໂຟລດເຕີ້ສ໌ ((floaters) ການເບິ່ງເຫັນຈຸດນອ້ຍໆລອຍໄປມາໃນຕາ)

ໂຟລດເຕີ້ສ໌ ຫຼື ຈຸດນ້ອຍໆໃນດວງຕາເຫັນບາງຄັ້ງຄາວເມື່ອເບິ່ງເຂົ້າໄປບ່ອນແຈ້ງຈະເຫັນ (ຄືກັບຝາຜະໜັງ ຫຼື ທອ້ງຟ້າ).. ຈຸດດັ່ງກ່າວນັ້ນຈະເຄື່ອນໄປມາເວລາທີ່ເຮົາແນມໄປມາທີ່ເຮັດດວງຕາເຄື່ອນເໜັງ ເບິ່ງຄ້າຍກັບແມງມີ່ບິນໄປມາ. ສວ່ນຫຼາຍແລ້ວຈຸດເຫົ່ານີ້ແມ່ນບໍ່ເປັນອັນຕະລາຍ.

ຖ້າຈຸດນ້ອຍໆເຫົ່າມີຈໍານວນເພີ່ນຂື້ນກັນທັນຫັນ ແລະ ການເບິ່ງເຫັນຂອງດວງຕາຂ້າງໃດໜຶ່ງມີບັນຫາ ຫຼື ຈະເລີ່ມເຫັນແສງຍິບຍັບໃນຕາ, ອາການດັ່ງກ່າວນີ້ແມ່ນອາການຂັ້ນຕົ້ນຂອງຈໍປະສາດຕາອຽງ. ຜູ້ທີ່ມີອາການເຊັ່ນນີ້ຄວນໄດ້ຮັບການຜ່າຕັດໄວເທົ່າທີ່ຈະໄວໄດ້ເພື່ອປ່ຽນຈໍປະສາດຕາ.

ການຂາດວິຕາມິນເອ A (ຕາບອດກາງຄືນ, ພາວະເຍື່ອຕາຂາວ ແລະກະຈົກຕາແຫ້ງ ແລະໜາຂຶ້ນຜິດປົກກະຕິດເນື່ອງຈາກຂາດວິນຕາມິນ ຫຼືເປັນພະຍາດ)

NWTND eye Page 23-1.png

ການຂາດວິຕາມິນເອ A ເປັນໜຶ່ງໃນການຂາດສານອາຫານທີ່ສົ່ງຜົນກະທົບຕໍ່ສາຍຕາຂອງເດັກ, ທັງເປັນສາເຫດ ເຮັດໃຫ້ຕາບອດໄດ້. ນີ້ແມ່ນສາມາດປ້ອງກັນໄດ້.

ເພື່ອປ້ອງກັນພະຍາດທີ່ຈະເກີດກັບຕາຂອງເດັກອອ່ນ ຄວນໃຫ້ເຂົາເຈົ້າໄດ້ກິນອາຫານທີ່ອຸດົມໄປດວ້ຍທາດວິຕາມິນເອ A, ລວມທັງອາຫານທີ່ມີສີສົ້ມເຊັ່ນ: ຫົວກະລົດ, ໝາກມວ່ງ, ໝາກຮຸ່ງ, ພຶດຜັກໃບຂຽວ, ປາ ແລະ ໄຂ່. ໃຫ້ເດັກກິນນົມແມ່ກໍ່ສາມາດຊວ່ຍປ້ອງກັນບັນຫາຕາທີ່ມັກເກີດກັບເດັກ ທີ່ມີສາເຫດມາຈາກການຂາດວິຕາມິນເອ A, ນອກຈາກນີ້ນົມແມ່ ກໍ່ໃຫ້ສານອາຫານອື່ນໆທີ່ມີຜົນດີຕໍ່ສຸຂະພາບຂອງເດັກຕື່ມອີກ.

ຖ້າບອ່ນໃດທີ່ມີເດັກນອ້ຍທີ່ຂາດວິຕາມິນເອ A , ອາດຈະໃຫ້ເດັກກິນວິຕາມີນເອ A ໃນທຸກໆ 6 ເດືອນ.

ອາການສະແດງອອກ

ກອ່ນອື່ນຕາຈະແຫ້ງ ແລະ ສາມາດຜະລິດນໍ້າຕາໜອ້ຍ. ຈາກນັ້ນກໍຈະບໍ່ສາມາດເບິ່ງເຫັນໄດ້ດີໃນເວລາກາງຄືນ ຫຼື ບ່ອນທີມີແສງສະຫວ່າງໜ້ອຍ. ຕາຂາວຈະສູນເສຍຄວາມແວວວາວໃນຕາ ແລະ ເລີ່ມຫ່ຽວແຫ້ງ. ສຸດທ້າຍຈະເຮັດ ໃຫ້ຕາໄດ້ຮັບຄວາມເສຍຫາຍຫຼາຍຂື້ນ ແລະ ອາດຈະເຮັດໃຫ້ເດັກນອ້ຍຕາບອດໄດ້.

ການປິ່ນປົວ

ຖ້າເດັກນອ້ຍບໍ່ສາມາດເບິ່ງເຫັນໄດ້ຊັດເຈນໃນເວລາກາງຄືນ ຫຼື ບ່ອນທີມີແສງສະຫວ່າງໜ້ອຍ ຫຼື ເດັກນອ້ຍເປັນພະຍາດໝາກແດງ, ແມ່ນໃຫ້ກິນວິຕາມີນ ເອ A.

ຕາເຫ່

ຖ້າຕາຂອງເດັກຂ້າງໃດໜຶ່ງ ຫຼື ທັງສອງບໍ່ຢູ່ໃນລັກສະນະຊື່ຕົງ, ລັກສະນະແບບນີ້ຈະເຮັດສູນເສຍການເບິ່ງເຫັນເພາະແມ່ນຕາເຫ່. ຄວນພາເດັກໄປພົບແພດຜູ້ຊ່ຽວຊານຕາ. ມັນອາດຈະບໍ່ແມ່ນເລື່ອງຮີບດວ່ນ, ແຕ່ການເບິ່ງເຫັນ ຂອງເຂົາເຈົ້າຄວນຈະໄດ້ຮັບການແກ້ໄຂ ຫຼື ຮັກສາແຕ່ຕອນຍັງນອ້ຍ.

ການປິ່ນປົວ

ແພດອາດຈະປິດຕາຂ້າງທີ່ປົກກະຕິໄວ້ເພື່ອຊ່ວຍເຮັດໃຫ້ຕາຂ້າງທີ່ເຫ່ນັ້ນສາມາດເຮັດວຽກ ຫຼື ເບິ່ງເຫັນໄດ້ດີຂື້ນ ຫຼື ອາດຈະໃຫ້ໃສ່ແວ່ນຕາທີ່ເຮັດມາສະເພາະເພື່ອຊວ່ຍໃຫ້ຕາສາມາດເຮັດວຽກໄດ້ຢ່າງປົກກະຕິ. ການຜ່າຕັດ ສາມາດັດໃຫ້ຕາທີ່ເຫ່ນັ້ນໃຫ້ມາຢູ່ໃນສະພາບປົກກະຕິິໄດ້, ແຕ່ກະບໍ່ຈໍາເປັນປານໃດ.

NWTND eye Page 24-1.png
ບາງຄັ້ງການປິດຕາຂ້າງທີ່ປົກກະຕິຈະຊວ່ຍໃຫ້ຕາຂ້າງທີ່ເຫ່ນັ້ນກັບມາຢູ່ໃນສະພາບປົກກະຕິ ແລະ ສາມາດເບິ່ງເຫັນໄດ້ດີຂື້ນ. ເດັກນ້ອຍບາງຄົນອາດຕ້ອງໄດ້ປິດປະມານ 2-3 ຊົ່ວໂມງຕໍ່ມື້ ແລະ ບາງຄົນອາດຕ້ອງໄດ້ປິດຕະຫຼອດມື້.

ການຖືພາ ແລະ ການເບິ່ງເຫັນ

ການປ່ຽນແປງຮໍໂມນໃນຮ່າງກາຍເວລາແມ່ຍິງຖືພາສາມາດເຮັດໃຫ້ການເບິ່ງເຫັນມີການປ່ຽນແປງ, ແຕ່ຫຼັງຈາກ ເກີດລູກແລ້ວການເບິ່ງເຫັນກໍ່ຈະກັບມາເປັນປົກກະຕິຄືເກົ່າ.

ແມ່ຍິງຖືພາທີ່ມີອາການຕາມົວ ຫຼື ເຫັນເປັນລາງໆບໍ່ຊັດເຈນ, ຕາລາຍ, ຕາຂ້າງໃດໜຶ່ງເສຍການເບິ່ງເຫັນ ຫຼື ຈະເຫັນພາບຊ້ອນ ແບບກະທັນຫັນແມ່ນເປັນສັນຍານອັນຕະລາຍທີ່ເອີ້ນວ່າ ອາການຊັກ ຫືໂຄມາເນື່ອງຈາກມີຄວາມດັນສ ງຕອນທີ່ຖືພາ ນອກຈາກນີ້, ຍັງເຮັດໃຫ້ເຈັບຫົວ ແລະ ຄວາມດັນເລືອດສູງ (140/90 ຫຼື ສູງກວ່ານີ້). ຄວນປຶກສາແພດທັນທີ.

ປ້ອງກັນແມ່ຍິງຖືພາຈາກພະຍາດໄຂ້ອອກຕຸ່ມ ແລະ ຊິກາ, ເຊິ່ງເປັນພະຍາດທີ່ເຮັດໃຫ້ເກີດບັນຫາຮຸນແຮງ ກັບດວງຕາຂອງເດັກນອ້ຍ. ໄຂ້ອອກຕຸ່ມເຢຍລະມັນສາມາດປ້ອງກັນໄດ້ດວ້ຍການສັກວັກຊິນ. ສໍາລັບຂໍ້ມູນ ເພີ່ມເຕີມກ່ຽວກັບໄຂ້ຊິກາ ແລະ ວິທີການປ້ອງກັນ, ສາມາດເບິ່ງໄດ້ທີ່ ການເຈັບປ່ວຍຈາກຍຸງກັດ.


This page was updated: ໑໑ ມີຖຸນາ ໒໐໑໙