Hesperian Health Guides

ຊ່ວຍເຫຼືອເດັກທີ່ເກີດໃໝ່

ຢູ່ໃນພາກນີ້:

ເດັກນ້ອຍທີ່ມີສຸຂະພາບດີແມ່ນເດັກທີ່ຫາຍໃຈໄດ້ສະດວກດີໂດຍບໍ່ມີບັນຫາຫຍັງ. ຄວນຈະໃຫ້ນົມແອນ້ອຍທຸກໆ 2 ຫາ 4 ຊົ່ວໂມງ ແລະ ເມື່ອລາວຕື່ນເວລາຫີວ ຫຼື ປຽກຊຸ່ມ. ຜິວຂອງເດັກຄວນຈະລະອຽດ ຫຼື ມີພຽງແຕ່ຕຸ່ມມຸ່ນມ່ານໜ້ອຍດຽວເທົ່ານັ້ນໃນເວລາໜຶ່ງຫາສອງມື້. ຖ້າແອນ້ອຍຜູ້ໃດບໍ່ມີຕາມທີ່ໄດ້ກ່າວມາແລ້ວນັ້ນແມ່ນເດັກອາດຈະມີບັນຫາ ແລະ ຄວນໃຫ້ຂໍຄວາມຊ່ວຍເຫຼືອຈາກ​ແພດທັນທີ.

ພະຍາດທີ່ໃຊ້ເວລາເປັນຫຼາຍໆມື້ ຫຼື ຫຼາຍໆອາທິດຈິ່ງ​ເຮັດ​ໃຫ້​ຜູ້​ໃຫຍ່​ເສຍ​ຊີວິດ​ໄດ້​ນັ້ນ
ສາມາດຂ້າເດັກໄດ້ໃນເວລາບໍ່ເທົ່າໃດຊົ່ວໂມງ.


ການຕິດເຊື້ອ

ການຕິດເຊື້ອໃນເດັກທີ່ເກີດໃໝ່ແມ່ນເປັນອັນຕະລາຍຫຼາຍ ແລະ ຕ້ອງການປິ່ນປົວດ້ວຍຢາຕ້ານເຊື້ອທັນທີທັນໃດ. ບໍ່ຂຶ້ນກັບວ່າເຈົ້າຈະຢູ່ຫ່າງໄກ ຈາກສຸກສາລາ ແລະ ມີຢາຊະນິດໃດກໍ່ຕາມ, ເຈົ້າຄວນຈະຫາຄວາມຊ່ວຍເຫຼືອທັນທີທັນໃດ ຫຼື ໃຫ້ປິ່ນປົວຕົວເອງ ເຖິງແມ່ນວ່າມັນແມ່ນວິທີດຽວກໍ່ຕາມ.

ສັນຍານອັນຕະລາຍ
  • ຫາຍໃຈໄວ: ຫຼາຍກວ່າ 60 ເທື່ອຕໍ່ນາທີໃນຂະນະທີ່ນອນ ຫຼື ພັກຜ່ອນ.
NWTND Newb Page 12-1.png
ໜ້າເອິກລຸບລົງ
ດັງເປີດ
  • ມີບັນຫາກັບການຫາຍໃຈ: ໜ້າເອິກລຸບລົງ, ຫາຍໃຈມີສຽງອືດໆ, ດັງເປີດຂຶ້ນ, ໃນເວລານອນຫຼັບ ຫຼື ພັກຜ່ອນ.
  • ໄຂ້, ສູງກວ່າ 37.5º C, ຫຼື ອຸນຫະພູມຕໍ່າ ຕໍ່າກວ່າ 35.5º C.
  • ຜື່ນແດງຢ່າງຮຸນແຮງ ເປັນສີວ ຫຼື ຕຸ່ມໂພງ. (ຜື່ນນ້ອຍໆແມ່ນທໍາມະດາ.)
  • ບໍ່ກິນນົມ.
  • ບໍ່ຢາກຕື່ນ, ຫຼື ເບິ່ງຄືວ່າບໍ່ມີປະຕິກິລິຍາໂຕ້ຕອບ.
  • ອາການຈັບໄຂ້ ໝົດສະຕິ ແລະ ກະຕຸກ.


ຖ້າວ່າເດັກມີສັນຍານອັນຕະລາຍອັນໃດໜຶ່ງທີ່ກ່າວມາຂ້າງເທິງນັ້ນແມ່ນເດັກມີ ການຕິດເຊື້ອ. ຖ້າວ່າເດັກມີສັນຍາອັນຕະລາຍຫຼາຍກວ່າໜຶ່ງອັນ, ຍິ່ງສາມາດສະແດງໃຫ້ເຫັນວ່າເດັກຢູ່ໃນອັນຕະລາຍຫຼາຍຂຶ້ນ ແລະ ຕ້ອງໃຫ້ຢາຕ້ານເຊື້ອທັນທີ. ຖ້າມີພຽງແຕ່ອາການດຽວ, ແຕ່ວ່າມັນບໍ່ດີຂຶ້ນໄວແມ່ນເດັກຕ້ອງການການປິ່ນປົວ.

ຖ້າວ່າແມ່ມີໄຂ້ໃນເວລາເກີດລູກ, ໃຫ້ດູແລແມ່ເປັນພິເສດເພື່ອສັງເກດເບິ່ງສັນຍານອັນຕະລາຍໃນເດັກ. ເຊັ່ນດຽວກັນກັບເດັກທີ່ຂີ້ໃສ່ມົດລູກເພາະວ່າບາງເທື່ອເດັກສາມາດຫາຍໃຈເອົາຂີ້ ຂອງຕົນເອງໄດ້ໃນເວລາເກີດ. (ຢູ່ໃນນໍ້າເມືອກຈະເຫັນກ້ອນຂີ້ສີນໍ້າຕານ ຫຼື ສີຂຽວ. ຫຼື ຢູ່ຕາມຜິວຂອງເດັກຈະມີສີເຫຼືອງຕິດຢູ່ເວລາເກີດ). ນີ້ສາມາດເຮັດໃຫ້ຕິດເຊື້ອໃນປອດໃນສອງສາມມື້ທໍາອິດຫຼັງຈາກເກີດ, ສະນັ້ນຕ້ອງປິ່ນປົວຢ່າງໄວວາເມື່ອພົບສັນຍານອັນຕະລາຍດັ່ງທີ່ກ່າວມານັ້ນ.

ການປິ່ນປົວ

ສັກ ຢາ​ແອ​ມປີ​ຊີ​ລິນ ​ແລະ ຢາ​ຊັງ​ຕາ​ໄມ​ຊີ​ນ ທັນທີ. ສືບ​ຕໍ່​ສັກ​ເປັນ​ເວລາ 5 ມື້. ປະລິມານ​ຢາ​ແມ່ນ​ຂຶ້ນ​ກັບ​ນໍ້າໜັກຂອງ​ເດັກ.

​ ຕາມ​ທໍາ​ມະ​ດາ​ແລ້ວເດັກ​ແມ່ນ​ຈະ​ມີ​ອາການ​ດີ​ຂຶ້ນ​ພາຍ​ໃນ​ສອງ​ມື້. ຖ້າວ່າ​ອາການ​ຂອງ​ພວກ​ເຂົາ​ຍັງ​ບໍ່​ດີ​ຂຶ້ນ​ແມ່ນ​ໃຫ້​ປ່ຽນຢາ​ຕ້ານ​ເຊື້ອ​ ຊະນິດ​ອື່ນ​ເພື່ອ​ຮັກສາ​ຊີວິດ​ຂອງ​ພວກ​ເຂົາ. ​​​ໃຫ້​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອຈາກ​ແພດ​ໝໍ.



NWTND Newb Page 13-1.png
ສັກຢາໃສ່ ຂາໂຕ້ຂອງເດັກ.
ສັກຢາໃສ່ ຂາໂຕ້ຂອງເດັກ.
ຢາ​ຕ່າງໆ, ການກວດ ​ແລະ ການ​ຮັກສາ
(ກຳລັງ​ພັດທະນາ​ຢູ່).

ການຮ້ອງ​ໄຫ້

NWTND Newb Page 13-2.png

ໃຫ້ຂ້ອຍດູແລລູກເອງ
ເມື່ອເວລາເຈົ້າພັກຜ່ອນ.

ເດັກບາງຄົນອາດຈະໄຫ້ຫຼາຍກວ່າເດັກຜູ້ອື່ນ. ມັນອາດຈະເປັນເລື່ອງທໍາມະດາສໍາລັບເດັກທີ່ມີຮ່າງກາຍແຂງແຮງ. ໃຫ້ກວດເບິ່ງການຫາຍໃຈຂອງລາວວ່າເປັນປົກກະຕິ
ບໍເວລາເດັກບໍ່​ໄຫ້.

ຖ້າວ່າເດັກມີອາການເຈັບທ້ອງແມ່ນລາວຈະໄຫ້ຫຼາຍ
ໃນຕອນກາງຄືນ. ມັນຄວນຈະດີຂຶ້ນພາຍໃນເວລາ 3 ເດືອນທໍາອິດ. ມັນເປັນການຍາກສໍາລັບຄອບຄົວຂອງເດັກ, ໃຫ້ສຸພາບກັບແມ່ໃໝ່. ໃຫ້ພວກເຂົາໄດ້ພັກຜ່ອນ ແລະ ໃຫ້ຄວາມຊ່ວຍເຫຼືອຜູ້ເປັນແມ່ໃນເວລາພວກເຂົາຕ້ອງການ.

ຖ້າເດັກນ້ອຍ​ໄຫ້ເກືອບໝົດມື້ ແລະ ເຂົາຍັງບໍ່ກິນອີກ, ຍັງມີໄຂ້, ຫຼື ມີບັນຫາໃນການຫາຍໃຈໃຫ້ຮູ້ໄວ້ວ່ານັ້ນແມ່ນ ສັນຍານຂອງການຕິດເຊື້ອ.

ການຮາກ

NWTND Newb Page 14-1.png

ແອນ້ອຍເອື້ອມນໍ້ານົມອອກ. ບາງຄັ້ງແມ່ນເອື້ອມອອກຫຼາຍຈາກປາກ ຫຼື ດັງ. ການເອື້ອມນໍ້ານົມແມ່ ບໍ່ມີບັນຫາຫຍັງຫຼາຍຖ້າວ່າເດັກຍັງມີນໍ້າໜັກຂຶ້ນ. ພະຍາຍາມອຸ້ມແອນ້ອຍຕັ້ງຂຶ້ນຫຼັງຈາກປ້ອນນົມແລ້ວ. ແອນ້ອຍຈະຮາກອອກມາຖ້າວ່າຮ່າງກາຍບໍ່ຮັບເອົານໍ້ານົມແລ້ວ

ສັນຍານອັນຕະລາຍ
  • ຮາກຫຼາຍໆຄັ້ງ, ຫຼື ບໍ່ສາມາດຮັກສາອາຫານໃດໆໄວ້ໃນທ້ອງໄດ້
  • ຮາກເປັນເລືອດ
  • ມີອາການຂາດນໍ້າ
NWTND Newb Page 14-2.png
ອຸ້ມເດັກນ້ອຍພາດໃສ່ບ່າ ຫຼືໃສ່ເທິງຕັກແລ້ວລູບຫຼັງເບົາໆ
ຫຼັງຈາກເດັກກິນນົມແລ້ວ. ນີ້ຈະສາມາດເຮັດໃຫ້ອາກາດອອກມາ
ຈະເຮັດໃຫ້ເດັກບໍ່ຮາກເມື່ອປ້ອນນົມ.

ການຂາດນໍ້າ (ບໍ່ມີນໍ້າພຽງພໍໃນຮ່າງກາຍ)

ເດັກນ້ອຍຈະຂາດນໍ້າໄດ້ງ່າຍດາຍ ແລະ ການຂາດນໍ້າໃນເດັກແມ່ນເປັນອັນຕະລາຍຫຼາຍ.

ສາເຫດຕ່າງໆ
  • ພະຍາດຖອກທ້ອງ
  • ການຮາກ
  • ປ້ອນນົມໜ້ອຍກວ່າທຸກໆ 2 ຫາ 4 ຊົ່ວໂມງ.
  • ກິນ ຫຼື ດື່ມນໍ້າອື່ນໆທີ່ບໍ່ແມ່ນນໍ້ານົມ​ແມ່ (ອາຫານສໍາລັບເດັກ, ເຂົ້າປຽກເຂົ້າ, ຫຼື ນໍ້າ)
  • ອາກາດຮ້ອນ
ອາການ
  • ຍ່ຽວໜ້ອຍ, ຫຼື ມີສີເຂັ້ມ, ຍ່ຽວມີກິ່ນແຮງ
  • ປາກ ແລະ ລີ້ນແຫ້ງ
  • ຜິວໜັງ ​ຫຼື ຕາບໍ່​ສົດ​ໃສ

ແຕ່ວ່າເດັກຄົນ​ໃດ​ກໍ່​ມີ​ໂອກາດຂາດນໍ້າ​ໄດ້. ການຂາດນໍ້າໃນເດັກສາມາດເປັນສາເຫດເຮັດໃຫ້ຕາ​ໂກນ, ຂະໝ່ອມ​ລຸບລົງ, ນໍ້າໜັກຫຼຸດ, ແລະ ບໍ່ມີການຕອບສະໜອງ.

NWTND Newb Page 15-1.png
ການປິ່ນປົວ

​ເມື່ອ​ເຫັນ​ວ່າ​ເລີ່​ມມີອາການຂາດນໍ້າ, ຫຼື ຖ້າວ່າເດັກຖອກທ້ອງ ຫຼື ຮາກ ແມ່ນ​ໃຫ້​ລູກ​ກິນ​ນົມ​ເລື້ອຍຂຶ້ນ, ຈົນກວ່າເດັກຈະດື່ມນົມ. ໃຫ້ປຸກເດັກນ້ອຍທຸກໆສອງຊົ່ວໂມງເພື່ອກິນນົມ. ທ່ານສາມາດເອົານໍ້າເກືອແຮ່ໃຫ້ເດັກນ້ອຍດື່ມກໍ່ໄດ້ ສວ່ນປະສົມຕາມທໍາມະດາແລ້ວມີນໍ້າ, ເກືອ ແລະ ນໍ້າຕານໜ້ອຍໜຶ່ງ, ທ່ານສາມາດເບິ່ງຄໍາອະທິບາຍລະອຽດໄດ້​ໃນພາກ ​ເຈັບທ້ອງ, ຖອກທ້ອງ ​ແລະ ​ແມ່​ທ້ອງ (ກຳລັງ​ພັດທະນາ​ຢູ່). ທ່ານສາມາດເອົານໍ້າເກືອແຮ່ໃຫ່ເດັກນ້ອຍດື່ມຫຼັງຈາກການປ້ອນນົມແມ່. ກໍລະນີ​ທີ່​ແມ່​ໃຫ້​ນົມ​ລູກ​ກິນ​ຢູ່​ເລື້ອຍໆ ແຕ່ແມ່ບໍ່ສາມາດຜະລິດນົມໃຫ້ລູກກິນໄດ້ພຽງພໍແມ່ນມີໜ້ອຍຫຼາຍສຳລັບ​ລາຍລະອຽດ (ຄຼິກ​ເບິ່ງ ບ່ອນ​ນີ້) ຖ້າການຂາດນໍ້າໃນເດັກຍັງບໍ່ເຊົາພາຍໃນສອງສາມຊົ່ວໂມງ, ໃຫ້ໄປຮັບການສົ່ງນໍ້າຈາກໝໍ.

ຜື່ນແດງ

ເດັກທີ່ເກີດໃໝ່ອາດຈະເປັນຕຸ່ມຜື່ນ, ຈຸດດ່າງ, ແລະ ມີສີຜິວທີ່ແຕກຕ່າງກັນແຕ່ມັນບໍ່ເປັນອັນຕະລາຍ ແລະ ມັນຈະຫາຍໄປເອງ. ຜື່ນໃນກົ້ນຂອງເດັກແມ່ນມີສາເຫດມາຈາກຜີວໜັງປຽກຍ້ອນນໍ້າຍ່ຽວ ຫຼື ຂີ້ເດັກ. ໃຫ້ທໍາຄວາມສະອາດບ່ອນທີ່​ເປັນ​ຜື່ນນັ້ນຢູ່ເປັນປະຈໍາ. ໃຫ້ປ່ຽນຜ້າອ້ອມ ແລະ ເຄື່ອງທີ່ປຽກໃຫ້ເດັກທັນທີ່ທີ່ມັນປຽກ ຫຼື ເປື້ອນ. ສໍາລັບເດັກທີ່ໃຫຍ່ແດ່ ແລະ ມື້ທີ່ມີອາກາດຮ້ອນ​ແມ່ນບໍ່ໃສ່ຜ້າອ້ອມໃຫ້ເດັກກໍ່ໄດ້ເພື່ອໃຫ້ບ່ອນທີ່​ເປັນ​ຜື່ນນັ້ນແຫ້ງ. ໃຫ້ໃຊ້ຄຼີມຕ້ານເຊື້ອທາກໍ່ອາດຈະຊ່ວຍໄດ້ເຊັ່ນກັນ. ຖ້າວ່າມັນບໍ່ເຊົາພາຍໃນສອງສາມມື້ແມ່ນມັນການອາດຈະຕິດເຊື້ອລາ, ຄືແນວນີ້ແມ່ນໃຫ້ໃຊ້ຢາ ນິດສເຕຕີນຄຣີມ .

ຖ້າວ່າເດັກມີຕຸ່ມໂພງ ຫຼື ວ່າມີສີວຫຼາຍໂດຍສະເພາະແມ່ນເບິ່ງເດັກຄືບໍ່ສະບາຍ ຫຼື ວ່າມີໄຂ້, ແມ່ນເດັກອາດຈະຕິດເຊື້ອ. ຖ້າພວກມັນບໍ່ດີ​ຂຶ້ນ, ຫຼື ອາການຕິດເຊື້ອຍິ່ງຮ້າຍແຮງຂຶ້ນແມ່ນໃຫ້ໃຊ້
ຢາຕ້ານເຊື້ອທີ່ມີ​ໃນ​ທີ່​ນີ້.(ຄຼີກຢູ່​ບ່ອນ​ນີ້)

ພະຍາດໝາກເຫຼືອງ

ເດັກທີ່ມີຜີວໝັງ ແລະ ຕາເຫຼືອງແມ່ນເດັກທີ່ເປັນພະຍາດໝາກເຫຼືອງ. ສໍາລັບເດັກທີ່ມີຜິວສີດໍາແມ່ນໃຫ້ສັງເກດ
ເບິ່ງຕາຂອງເດັກເອົາ. ພະຍາດໝາກເຫຼືອງທີ່ເກີດຂຶ້ນໃນລະຫວ່າງມື້ທີ່ສອງ ແລະ ມື້ທີ່ຫ້າຫຼັງຈາກເກີດມາແມ່ນບໍ່ມີອັນຕະລາຍ
ຫຍັງ. ວິທີການຮັກສາທີ່ດີທີ່ສຸດແມ່ນການໃຫ້ນົມແມ່ເລື້ອຍໆມັນຈະຊ່ວຍໃຫ້ຊະລ້າງສານເຄມີທີ່ມີຢູ່ໃນໂຕເດັກ ​ແລະ ເຮັດ
ໃຫ້ໂຕເດັກເປັນສີເຫຼືອງນັ້ນອອກໄປ. ປຸກໃຫ້ເດັກຕື່ນມາກິນນົມທຸກໆສອງຊົ່ວໂມງ. ແສງແດດກໍ່ສາມາດຊ່ວຍໄດ້ເຊັ່ນກັນ. ສະນັ້ນເຮົາສາມາດອຸ້ມແອນ້ອຍ (ບໍ່ຕ້ອງໃສ່ເຄື່ອງໃຫ້ເຂົາ) ໄປຕາກແດດອ່ອນໆປະມານ 15 ນາທີ ຫຼື ຫຼາຍ​ກວ່າ​ນັ້ນ​ກໍ່​ໄດ້ ​ໃຫ້​ເຮັດ​ເຊັ່ນ​ນີ້ໜຶ່ງຫາສອງເທື່ອຕໍ່ມື້.

ສັນຍານອັນຕະລາຍ
  • ພະຍາດໝາກເຫຼືອງສາມາດເກີດຂຶ້ນໄດ້ພາຍໃນ 24 ຊົ່ວໂມງເມື່ອເດັກເກີດ.
  • ພະຍາດໝາກເຫຼືອງທີ່ເກີດຕາມຫຼັງແມ່ນສາມາດເກີດທົ່ວຕົນຕົວໄດ້.
  • ພະຍາດໝາກເຫຼືອງເຮັດໃຫ້ແອນ້ອຍມັກແຕ່ນອນ ແລະ ບໍ່ຢາກຕື່ນມາກິນນົມ.

ໃຫ້ໄປຂໍຄວາມຊ່ວຍເຫຼືອຈາກ​ແພດເມື່ອເຫັນອາການເຫຼົ່ານີ້.

ຕາ

ຮູນໍ້າຕານ້ອຍໆທີ່ເປັນບ່ອນທີ່ນໍ້າຕາ ແລະ ນໍ້າເມືອກ
ທີ່ໃຊ້ຫຼໍ່ລ້ຽງຕາໄຫຼອອກມາ​ເກີດຕັນ ແລະຈະເຮັດໃຫ້ເຄືອງຕາ
ຫຼື ຕາແຫ້ງ. ໃຫ້ທໍາຄວາມສະອາດມັນດ້ວຍນໍ້າອຸ່ນ,
ແລະ ຜ້າປຽກ. ຕາແຕ່ລະຂ້າງແມ່ນໃຊ້ຜ້າຄົນລະຜືນ.
ເຮັດວິທີນີ້ແມ່ນຈະສາມາດຊ່ວຍບໍ່ໃຫ້ຕາທີ່ຕິດເຊື້ອໄປຕິດ
ໃສ່ຕາອີກເບື້ອງໜຶ່ງໄດ້.

ເປືອກຕາເປັນສີແດງ, ໄຄ່ບວມເປັນໜອງຫຼັງຈາກເດັກນ້ອຍ​ເກີດໄດ້ 5 ມື້ ແມ່ນຕາເດັກນ້ອຍຕິດເຊື້ອພະຍາດຄາມີເດຍ ຫຼື ໜອງໃນ. ໃຫ້ເດັກນ້ອຍກິນ ຢາອີຣີໂຕຣໄມຊິນ ໂດຍການບົດປົນກັບນົມນ້ອຍໜຶ່ງ. ພໍ່ ແລະ ແມ່ຄວນຈະໄດ້ຮັບການປິ່ນປົວເຊື້ອພະຍາດຄາມີເດຍ ຫຼື ພະຍາດໜອງໃນ. ​ເບິ່ງ ບັນຫາ​ກ່ຽວ​ກັບ​ອະ​ໄວ​ຍະ​ວະສືບ​ພັນ ​ແລະ ການ​ຕິດ​ເຊື້ອ. ຖ້າວ່າຕາຕິດເຊື້ອບໍ່ດີຂຶ້ນພາຍໃນໜຶ່ງ ຫຼື ສອງມື້, ທ່ານຕ້ອງ​ໃຊ້ຢາຕ້ານເຊື້ອຊະນິດອື່ນ​ອີກເພື່ອປ້ອງກັນຕາບອດໄດ້. ໃຫ້ໄປຂໍຄວາມຊ່ວຍເຫຼືອຈາກແພດໝໍ.

NWTND Newb Page 16-1.png

ບ່ອນນຸ່ມໆ

ບ່ອນນຸ່ມໆຢູ່ເທິງຫົວຂອງເດັກແມ່ນຄວນຈະເປັນບ່ອນພຽງ. ຖ້າວ່າບ່ອນນັ້ນມັນລຸບ ຫຼື ບວມແມ່ນສັນຍານອັນຕະລາຍທີ່ສຸດ.

NWTND Newb Page 16-3.png
NWTND Newb Page 16-2.png
ຂະໝ່ອມລຸບແມ່ນສັນຍານ
ການຂາດນໍ້າ. ໃຫ້ເດັກກິນນົມແມ່ໃຫ້ຫຼາຍຂຶ້ນ
ແລະ ໃຫ້ນໍ້າດື່ມເກືອແຮ່ທົດແທນການຂາດນໍ້າ.
ເບິ່ງ ​ເຈັບທ້ອງ, ຖອກທ້ອງ ​ແລະ ​ແມ່​ທ້ອງ (ກຳລັງ​ພັດທະນາ​).
ຂະໝ່ອມບວມສວດ​ຂຶ້ນແມ່ນສັນຍານ ຂອງພະຍາດເຍື້ອຫຸ້ມສະໝອງອັກເສບ. ​ໃຫ້​ໃຊ້​ຢາ​ຕ້ານ​ເຊື້ອ. ເບິ່ງ ການ​ດູ​ແລ​ເບິ່ງ​ແຍງ​ເດັກ (ກຳລັງ​ພັດທະນາ​).

ສາຍ​ບື

ຫຼັງຈາກຕັດສາຍ​ບື​ແລ້ວ, ໃຫ້ປະຂວັ້ນ​ສາຍບືໄວ້​ໂດຍບໍ່ໃຫ້ເອົາຫຍັງປົກ. ​ບໍ່​ໃຫ້ຜ້າອ້ອມ ແລະ ເສື້ອຜ້າປົກຖືກ​ສາຍ​ບື. ຫຼີກລ້ຽງການຈັບບາຍ, ແຕ່ຖ້າທ່ານຈຳ​ເປັນຕ້ອງໄດ້ຈັບມັນ, ກ່ອນອື່ນໃຫ້ລ້າງມືໃຫ້ສະອາດດ້ວຍສະບູ ແລະ ນໍ້າ. ຖ້າວ່າຂວັ້ນ​ສາຍບືມັນເປື້ອນ ຫຼື ປົກຫຸ້ມດ້ວຍເລືອດແຫ້ງ, ໃຫ້ທໍາຄວາມ ສະອາດດ້ວຍສະບູ ແລະ ນໍ້າ ແລະ ຜ້າທີ່ສະອາດທີ່ສຸດ.

NWTND Newb Page 17-1.png
ດູແລຮັກສາຂີ້ໄສ້ບືໃຫ້ດີ – ທ່ານຈະສາມາດ
ຫຼຸດພົ້ນອອກຈາກການຕິດເຊື້ອເຊັ່ນກັນ.

ຖ້າວ່າຜູ້ເປັນແມ່ໄດ້ປົກສາຍບືດ້ວຍຜ້າພັນບາດ ຫຼື ເສື້ອຜ້າ, ຕ້ອງໃຫ້ແນ່ໃຈວ່າມັນສະອາດ ແລະ ​ໃຫ້ປ່ຽນມັນ​ອອກ​ສອງ​ສາມ​ຄັ້ງຄັ້ງຕໍ່ມື້.
ສາຍບືຄວນຈະແຫ້ງ ແລະ ລົ່ນອອກພາຍໃນໜຶ່ງອາທິດ. ຖ້າວ່າບໍລິເວນອ້ອມໆສາຍບືກາຍເປັນສີແດງ ຫຼື ຮ້ອນ, ມີກິ່ນເໝັນ, ຫຼື ມີໜອງ, ແມ່ນມັນອາດເກີດການຕິດເຊື້ອ. ທໍາຄວາມສະອາດສາຍບື ແລະ ໃຫ້ຢາອາມົກຊີຊີລິນ. ຖ້າ​ເຫັນວ່າສີໜ້າ​ເດັກນ້ອຍບໍ່​ຄ່ອຍ​ດີຄືຈະເຈັບປວດຫຼາຍ, ບໍ່ສາມາດກິນ​ນົມ, ຫຼື ເບິ່ງຄືວ່າ​ເດັກ​ເຈັບ​ປວດ​ໂດຍສະເພາະແມ່ນບໍລິເວນຢູ່ອ້ອມໆ
ສາຍບື​ເບິ່ງ​ຄື​ວ່າ​ຈະ​ມີ​ການ​ຊຶມ​ເຊື້ອ, ​ເດັກ​ອາດ​ຈະ​ເປັນ​ບາດ​ທະ​ຍັກ. ນີ້ເປັນເລື່ອງຮີບດ່ວນທີ່ຕ້ອງທໍາການຮັກສາ. ​ເບິ່ງ ການ​ປະຖົມພະຍາບານ​ຂ້າງ​ຕົ້ນ
(ກຳລັງ​ພັດທະນາ).